ຢາກເປັນຄົນທີ່ພໍໃຈ ແລະ ເຫັນຄຸນຄ່າໃນຕົວເອງຕ້ອງເຮັດແນວໃດ?
ການມີຄວາມພາກພູມໃຈໃນຕົນເອງ ຫຼື ການມີ Self-Esteem ທີ່ແຂງແຮງມັນຊ່ວຍໃຫ້ພວກເຮົາເຫັນຄຸນຄ່າຂອງຕົວເອງ ແລະ ມັນຍັງເປັນການສະແດງອອກທາງດ້ານຄວາມຮູ້ສຶກ ແລະ ທັດສະນະຄະຕິທີ່ດີທີ່ມີຕໍ່ຕົນເອງໃນການຮັບຮູ້ຄຸນຄ່າ ແລະ ຄວາມສຳຄັນ, ມັນແມ່ນຄວາມເຊື່ອກ່ຽວກັບຄວາມສາມາດທີ່ໂຕເຈົ້າມີ, ຄວາມໝັ້ນໃຈ, ຄວາມຮູ້ສຶກໃນແງ່ບວກທີ່ພວກເຮົາມີຕໍ່ຕົວເອງ ຮູ້ຈັກຍອມຮັບຂໍ້ດີ ແລະ ຂໍ້ບົກຜ່ອງ ທີ່ສາມາດນຳພັດທະນາຕົນເອງໄດ້ຢ່າງຕໍ່ເນື່ອງ.
ແຕ່ຖ້າເຮົານັ້ນມີ self-esteem ຕໍ່າ, ມັນຈະເຮັດໃຫ້ເຮົາຮູ້ສຶກບໍ່ໝັ້ນໃຈໃນຕົວເອງ, ຢ້ານຄວາມລົ້ມເຫຼວ ຫຼື ບໍ່ພໍໃຈກັບຕົວເອງເຖິງໃຜຈະບອກວ່າເຮົານັ້ນເກັ່ງແລ້ວກໍຕາມ ເຊິ່ງສິ່ງເຫຼົ່ານີ້ມັນກໍມີພື້ນຖານມາຈາກຫຼາຍປັດໃຈເຊັ່ນ: ປະສົບການໃນໄວເດັກ, ຄຳເວົ້າຈາກຄົນອ້ອມຂ້າງ ຫຼື ຄວາມສຳເລັດໃນຊີວິດທີ່ຖຶກປຽບທຽບກັບຄົນທີ່ເຮັດໄດ້ດີກວ່າ.
ປະໂຫຍດຂອງ Self-Esteem ທີ່ດີແມ່ນເຮັດໃຫ້ເຈົ້າມີຄວາມໝັ້ນໃຈໃນການຕັດສິນໃຈ ແລະ ເຮັດສິ່ງຕ່າງໆດ້ວຍຕົວເອງ, ມັນຍັງຊ່ວຍສົ່ງເສີມສຸຂະພາບຈິດທີ່ດີຫຼຸດຜ່ອນຄວາມວິຕົກກັງວົນ ແລະ ອາການຊຶມເສົ້າ, ການທີ່ມີ Self-Esteem ທີ່ດີຍັງສົ່ງຜົນໃຫ້ມີຄວາມສຳພັນໄປໃນເຊິ່ງບວກກັບຄົນຮອບຂ້າງ ເພາະເຈົ້າຈະສາມາດຮັບຟັງ ແລະ ໃຫ້ຄຸນຄ່າກັບຜູ້ອື່ນໂດຍບໍ່ຕັດສິນ.
ວິທີການພັດທະນາ Self-Esteem ໃຫ້ດີຂຶ້ນ
1. ຍອມຮັບຕົວເອງ: ໃຫ້ຄວາມສຳຄັນກັບຂໍ້ດີຂອງຕົວເອງ, ຍອມຮັບຂໍ້ບົກຜ່ອງ ແລະ ຢ່າຕຳໜິຕົວເອງຫຼາຍເກີນໄປ.
2. ເຝິກການຄິດໃນເຊິ່ງບວກ: ປ່ຽນຄວາມຄິດໃນດ້ານລົບກ່ຽວກັບຕົວເອງໃຫ້ເປັນຄວາມຄິດໃນທາງບວກ ເພື່ອສ້າງທັດສະນະຄະຕິທີ່ດີ.
3. ຕັ້ງເປົ້າໝາຍນ້ອຍໆ: ພະຍາຍາມຕັ້ງເປົ້າໝາຍທີ່ເຈົ້າສາມາດເຮັດໄດ້ສຳເລັດ ແລະ ໃຫ້ລາງວັນຕົວເອງເມື່ອເຮັດສຳເລັດ.
4. ຮຽນຮູ້ຈາກຄວາມລົ້ມເຫຼວ: ເບິ່ງຄວາມລົ້ມເຫຼວເປັນໂອກາດໃນການຮຽນຮູ້ ແລະ ພັດທະນາຕົນເອງ.
5. ຢ່າປຽບທຽບກັບຜູ້ອື່ນ: ການປຽບທຽບຕົວເອງກັບຄົນອື່ນອາດຈະເຮັດໃຫ້ຮູ້ສຶກຕົກຕ່ຳ, ເຈົ້າຄວນໃຫ້ຄວາມສຳຄັນກັບການພັດທະນາຕົນເອງແທນທີ່ຈະປຽບທຽບກັບຄົນອື່ນ.
ໂດຍ: ທີມບັນນາທິການ Muan