ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ລົມກັນເກືອບຕາຍສຸດທ້າຍບໍ່ໄດ້ເປັນຫຍັງກັນ ຍ້ອນຫຍັງຈຶ່ງເປັນແບບນີ້?
Muan RelationTips

ລົມກັນເກືອບຕາຍສຸດທ້າຍບໍ່ໄດ້ເປັນຫຍັງກັນ ຍ້ອນຫຍັງຈຶ່ງເປັນແບບນີ້?

ແບ່ງປັນ
Getting your Trinity Audio player ready...

ລົມກັນມາຕັ້ງດົນແຕ່ສະຖານະບໍ່ໄດ້ເປັນຫຍັງກັນເລີຍ, ເປັນໄດ້ແຕ່ຄົນລົມກັນ ຫຼາຍຄົນເປັນແບບນີ້ບໍ? ຢາກລົມແຕ່ບໍ່ຢາກຄົບເຮັດທຸກຢ່າງແບບແຟນກັນແຕ່ບໍ່ໄດ້ເປັນແຟນກັນ, ຈີບມາຕັ້ງດົນກໍບໍ່ມີຫຍັງຄືບໜ້າແລ້ວສະຫຼຸບເຮົາເປັນຫຍັງກັນລະ! ຫຼື ເຮົາຍັງດີບໍ່ພໍ ຫຼື ແນວໃດ? ຄຳຖາມທີ່ບໍ່ມີຄຳຕອບຕໍ່ໃຫ້ຖາມຈັກເທື່ອກໍຄົງຕອບໄດ້ວ່າເຮົາກະລົມກັນໄປຊິແຫຼະລົມໄປເລື້ອຍໆ.

ໃຜແດ່ຢູ່ໃນສະຖານະແບບນີ້ຢາກເລື່ອນສະຖານະຈັກເທື່ອກະບໍ່ໄດ້. ຈະບອກວ່ານີ້ແມ່ນແຟນຂ້ອຍກໍຢ້ານອີກຄົນປະຕິເສດໄປເລີຍ, ແລ້ວເຮົາຕ້ອງເຮັດແນວໃດລະ? ແຕ່ໃນຄວາມເປັນຈິງແລ້ວເລື່ອງນີ້ມັນອາດຈະຊັບຊ້ອນກວ່ານັ້ນອາການແບບນີ້ຄົນນັ້ນໆແມ່ນຄິດຫຍັງຢູ່ເພື່ອມາໃຫ້ທຸກຄົນໄຂຂໍ້ສົງໄສ ແລະ ອາດຈະເຮັດທຸກຄົນມີວິທີໃນການຊະນະໃຈຄົນທີ່ເຮົາມັກໄດ້ເປັນແຟນສົມໃຈ ເຮົາມາເບິ່ງຄຳຕອບໄປພ້ອມໆກັນເລີຍ.

1. ບໍ່ຢາກຜູກມັດ

ຫຼັກໆເລີຍຄືຢ້ານການໃຊ້ຊີວິດຮ່ວມກັບຄົນອື່ນ ແລະ ຍັງບໍ່ພ້ອມ, ຍັງຢ້ານວ່າມັນຈະຜິດຜາດແບບໃນອະດີດ, ບໍ່ຢາກເຮັດໃຫ້ໃຜເສຍໃຈ ຫຼື ເສຍໃຈນຳໃຜອີກ, ບໍ່ຢາກຮັບຜິດຊອບຄວາມຮູ້ສຶກໃຜ, ມັກຢູ່ຄົນດຽວຫຼາຍກວ່າຢູ່ແບບບໍ່ໄວ້ໃຈໃຜບໍ່ເຊື່ອໃຈໃຜງ່າຍໆ, ຮູ້ສຶກວ່າການມີໃຜມັນເປັນພາລະທີ່ໜັກ ຈົນເຖິງຄວາມຄິດທີ່ວ່າເຂົາເຈົ້າອາດຈະບໍ່ແມ່ນສຳລັບຄົນໃນຄອບຄົວ ເຮັດໃຫ້ມັກຈະປະຕິເສດ ຫຼື ຍື້ເວລາທີ່ຈະຄົບຢ່າງຈິງຈັງອອກໄປເລື້ອຍໆ.

2. ຍັງຫວງຄວາມໂສດຢູ່

ຍັງມີຄວາມຫວງອິດສະລະໃນຊີວິດ ເພາະໂສດແປວ່າອິດສະລະ! ບາງຄົນອາດຍັງບໍ່ພ້ອມທີ່ຈະໃຫ້ຄົນອື່ນມາຮ່ວມຕັດສິນໃຈ, ເພາະຖ້າເຂົາເຂົ້າມາໃນຊີວິດເຮົາແລ້ວບໍ່ມີຫຍັງດີຂຶ້ນ ຢູ່ໂສດໆໄປແບບນີ້ກໍດີກວ່າ ເລີຍບໍ່ຢາກຕົກລົງເປັນແຟນໃຜງ່າຍໆ.

3. ພຽງແຕ່ຢາກບໍລິຫານສະເໜ່

ສຳລັບບາງຄົນຄວາມສຳພັນກໍຄືກັບເກມທີ່ເຂົາເຈົ້າຢາກຈະລອງຫຼິ້ນໆ ຄົບພໍແກ້ເຫງົາແກ່ເບື່ອໄປຊື່ໆ, ພໍໝົດຄວາມສົນໃຈ ຫຼື ບໍ່ໄດ້ດັ່ງໃຈກໍເຊົາຄົບໄປເທົ່ານັ້ນ. ຄົບພໍໃຫ້ຮູ້ສຶກຕື່ນເຕັ້ນ ພໍມີຫຍັງເຮັດ, ພໍມີຄົນລົມໄປຊື່ໆ ເຊິ່ງຖ້າເຮົາພົບຄົນແບບນີ້ກໍຄົງຕ້ອງເຈັບໜັກໄປໜ້ອຍໜຶ່ງເລີຍ

4. ພຽງແຕ່ຢາກມີຄົນລົມ

ກັບບາງຄົນກໍຄືເກັ່ງແຕ່ປາກ ພໍຊິເອົາແທ້ຂຶ້ນມາກັບບໍ່ມີຄວາມກ້າຮັກໃຜຈິງຈັງ, ບໍ່ໝັ້ນໃຈ ເປັນແຕ່ຄົນທີ່ຂີ້ເຫງົາໄປຊັ້ນແຫຼະ ແຖມຍັງເອົາຄວາມເຫງົາໄປລົງນຳຄົນອື່ນອີກ ຖ້າພົບຄົນແບບນີ້ເຮົາກໍຕ້ອງທຳໃຈໜ້ອຍໜຶ່ງເພາະເຮົາກໍຄືຄົນແກ້ເຫງົາຂອງເຂົາເຈົ້າໄປວັນໆເທົ່ານັ້ນເອງ.

5. ບໍ່ຢາກຄອບຄອງໃຜ

ເປັນຄວາມຮູ້ສຶກທີ່ເຮົາໄປເຫັນດອກໄມ້ງາມໆ ແຕ່ຖ້າເຮົາເດັດມັນມາມັນກໍຢູ່ນຳເຮົາໄດ້ບໍ່ດົນແປບໜຶ່ງກໍຕາຍກໍແຫ່ວໄປ ແລ້ວມັນຈະດີກວ່າບໍຖ້າເຮົາຈະປ່ອຍໃຫ້ມັນງາມຄາຕົ້ນຢູ່ແບບນັ້ນ ມັນຈະໄດ້ອວດຄວາມງາມຂອງມັນໃຫ້ໃຜຕໍ່ໃຜໄດ້ແຍງໄດ້ຊົມ, ຄວາມມັກທີ່ບໍ່ຢາກຄອບຄອງກໍຈະປະມານນັ້ນແຫຼະ. ບາງຄັ້ງການທີ່ມາຄົບນຳເຮົາມັນກໍບໍ່ໄດ້ໝາຍຄວາມວ່າຈະດີຈະສົມຫວັງຕະຫຼອດຈະດີກວ່າບໍ ຖ້າຍື້ຄວາມສຳພັນບໍ່ໃຫ້ເກີນເລີຍໃຫ້ເຂົາໄດ້ມີໂອກາດເບິ່ງຄົນໃໝ່ໆອີກຕື່ມທີ່ອາດຈະດີກວ່າເຮົາ.

ຄວາມສຳພັນທີ່ເປັນຕາຢ້ານ ແລະ ຄວນຫຼີກລ່ຽງທີ່ສຸດຄື ການທີ່ເຮົາມັກແລ້ວບໍ່ໄດ້ຄົບ ໃຫ້ໃຈໄປແລ້ວກະຍັງຢູ່ແບບບໍ່ມີສະຖານະ ແລ້ວເຂົາຍັງບໍ່ຍອມປ່ອຍເຮົາໄປອີກ ຍັງມາເຮັດເປັນຫວງແບບກັກໄວ້ຢູ່ ແຕ່ກໍຍັງບໍ່ໃຫ້ຄວາມຊັດເຈນ ເປັນຄົນລົມໄປແບບນັ້ນແຫຼະ ແບບນີ້ບອກໄດ້ເລີຍວ່າເຮົາຕ້ອງຕັດໃຈ ຮິບໜີອອກມາ ເຖິງຈະມັກສຳໃດ໋ກໍຕ້ອງ save ໃຈຕົວເອງໄວ້ກ່ອນເພາະຖ້າຝືນຫ້ອງ ICU ກໍອາດເອົາບໍ່ທັນ.

ອ່ານຕື່ມ:  5 ເຄັດລັບທີ່ເຮັດໃຫ້ຄົນລົມຮີບມາຕອບແຊັດ

ແຕ່ກໍບໍ່ແມ່ນວ່າຄວາມສຳພັນແບບນີ້ຈະບໍ່ມີວັນໄດ້ເລື່ອນສະຖານະເລີຍ ບາງຄົນອາດຍັງຕ້ອງການໄດ້ໃຊ້ເວລາ, ບາງຄົນອາດຈະຍັງມີອະດີດທີ່ຝັງໃຈຢ້ານທີ່ຈະເລີ່ມຕົ້ນ ຢ້ານທີ່ຈະມີຄວາມຮັກໄປເລີຍ ເຊິ່ງຖ້າເຂົາຮັກເຮົາມີໃຈໃຫ້ເຮົາອີ່ຫຼີເຊື່ອເທາະວ່າມັນຈະມີມື້ທີ່ເຂົາຈະຕອບຮັບເຮົາເຂົ້າໄປໃນຊີວິດ, ແຕ່ຖ້າຄົບໄປແລ້ວບໍ່ມີຄວາມໝັ້ນໃຈເລີຍບໍ່ຈະມີຫຍັງປ່ຽນແປງກໍຕ້ອງອອກມາເດີ້ ຄົນໃໝ່ຖ້າຢູ່ໃດ໋!!. ແຕ່ຢ່າງໃດກໍຕາມຖ້າເຮົາພົບຄົນທີ່ແມ່ນ ແລ້ວມັນແມ່ນຄົນນີ້ອີ່ຫຼີກໍບໍ່ແຄ້ວກັນດອກທຸກຄົນ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ໂສດ 100% ເພາະມີ Self-Partnered ການສ້າງຄວາມສຳພັນທີ່ໝັ້ນຄົງຕ້ອງເລີ່ມຈາກໂຕເອງ

Self-Partnered ການມີຄວາມສຸກຢູ່ກັບໂຕເອງດ້ວຍຄວາມເຕັມໃຈ ບໍ່ແມ່ນວ່າຈະ "ປະຕິເສດທີ່ຈະຮັກ" ແຕ່ພວກເຂົາຮຽນຮູ້ວ່າ "ຄວາມສຳພັນທີ່ໝັ້ນຄົງທີ່ສຸດແມ່ນເລີ່ມຈາກໂຕເອງ".

ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ?

ໂສດຈົນເມື່ອຍລະເດີ! ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ? ນີ້ເປັນບັນຫາລະດັບຊາດສຳລັບຊາວເຮົາ ແລ່ວຈະເຮັດແນວໃດຈຶ່ງຈະມີແຟນຈັກເທື່ອ? ນີ້ແມ່ນວິທີແກ້ໄຂສຳລັບຄົນທີ່ມັກຢູ່ຕິດຢ້າວຕິດເຮືຶອນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.