ຄູ່ຮັກໃນທຸກມື້ນີ້ສ່ວນໃຫຍ່ແມ່ນນິຍົມລົມກັນ, ຈີບກັນຜ່ານທາງແຊັດ ແລະ ບັນຫາທີ່ຕາມມາກໍຄື ຄູ່ສົນທະນາ ມັກຈະຕອບແຊັດຊ້າ ຫຼື ບາງເທື່ອກໍເມີນຂໍ້ຄວາມຂອງເຮົາກໍມີ, ສະນັ້ນມື້ນີ້ມ່ວນຈະມາເຜີຍແຜ່ 5 ເຄັດເກືອບລັບທີ່ເຮັດໃຫ້ຄູ່ສົນທະນາຂອງເຮົາບິນມາຕອບແຊັດ ໃຜທີ່ກຳລັງເຈິບັນຫານີ້ຕ້ອງອ່ານແລ້ວເອົາໄປລອງ!
1. ເມີນໃສ່ຄືນເຮັດບໍ່ສົນໃຈ.
ເປັນປົກກະຕິຂອງຄົນເຮົາທີ່ຈະບໍ່ມັກໃຫ້ຄົນອື່ນມາໄລ່ມາຕາມ ແຕ່ວ່າ ມັກເປັນຝ່າຍທີ່ຈະໄລ່ຄົນອື່ນຫຼາຍກວ່າ, ສະນັ້ນວິທີນີ້ເປັນວິທີທີ່ໜ້າສົນໃຈ ແຕ່ກໍຢາກໃຫ້ເຂົ້າໃຈວ່າວິທີນີ້ບໍ່ໄດ້ເໝາະສຳລັບທຸກຄົນ.
2. ລອງສົ່ງຮູບ ຫຼື Meme.
ການທີ່ເຮົາສົ່ງຮູບໜ້າຮັກໆໄປ ຫຼື ສົ່ງ Meme ຕະລົກໆ ເພື່ອທີ່ຈະເຮັດໃຫ້ຄູ່ສົນທະນາສົນໃຈເປັນວິທີທີ່ດີກວ່າການທີ່ຈະທັກໄປດ້ວຍຂໍ້ຄວາມທຳມະດາ “ ມື້ນີ້ເປັນແນວໃດ, ເຮັດຫຍັງຢູ່ ” ເອົາໄປລອງໃຊ້ເບິ່ງເດີ້ ຮັບປະກັນເລີຍວ່າຊິບໍ່ເສຍໃຈ.
3. ຊວນຫຼິ້ນເກມ.
ການຫຼິ້ນເກມເພື່ອເຮັດຄວານຮູ້ຈັກຜ່ານທາງຂໍ້ຄວາມເປັນສິ່ງທີ່ດີເລີຍທີ່ຈະເຮັດໃຫ້ຄູ່ສົນທະນາຂອງເຮົາຕອບຂໍ້ຄວາມແລ້ວຍັງຊ່ວຍເຮັດໃຫ້ຮູ້ຈັກອີກຝ່າຍຫຼາຍຂຶ້ນ. ອາດຈະເປັນເກມແນວ Q&A ທີ່ຕ່າງຝ່າຍຕ່າງປ່ຽນກັນຖາມຕອບ ຫຼື ເປັນເກມມືຖືທີ່ອີກຝ່າຍມັກ.
4. ເອິ້ນຊື່ຂອງອີກຝ່າຍ.
ຕາມຫົວຂໍ້ເລີຍ ເອີ້ນຊື່ຂອງອີກຝ່າຍ ແຕ່ບໍ່ຈຳເປັນຕ້ອງເອີ້ນຕະຫຼອດ ເອົາໄວ້ເອີ້ນຕອນທີ່ຄູ່ສົນທະນາເຮົາບໍ່ຕອບຂໍ້ຄວາມ ແນະນຳໃຫ້ເອີ້ນຊື່ແລ້ວລອງຖາມຄຳຖາມຫຍັງບາງຢ່າງ ມັນຈະເຮັດໃຫ້ບົດສົນທະນາໜ້າຫຼົງໄຫຼ ແລະ ຍັງເຮັດໃຫ້ອີກຝ່າຍຮູ້ສຶກດີ, ຮູ້ສຶກພິເສດ.
5. ຢ່າຊັດເຈນຫຼາຍເກິນໄປ.
ຮູ້ກັນວ່າຄວາມຊັດເຈນນັ້ນເປັນສິ່ງທີ່ສຳຄັນສຳລັບຄວາມຮັກ ແຕ່ບາງຄັ້ງກໍບໍ່ຄວນສະແດງອອກຫຼາຍຈົນເກີນໄປ ເພາະມັນຈະເບິ່ງຄືເຮົາກຳລັງຮຽກຮ້ອງຄວາມສົນໃຈຂອງອີກຝ່າຍຢູ່.
ໂດຍ: ທີມບັນນາທິການ Muan