ກະຄົນມັນມັກເລກ 10 ເດ ຕອນຮຽນກະຍັງມັກທີ່ໂຕເອງສອບເສັງໄດ້ 10 ຄະແນນເຕັມ, ເມື່ອມາຮອດເລື່ອງຄວາມສຳພັນທີ່ໄວເຮົາກັບອີກຄົນຫ່າງກັນຮອດ 10 ປີຂຶ້ນໄປ ມັນກໍບໍ່ແມ່ນເລື່ອງແປກແມ່ນບໍລະ?
ເວລາເວົ້າເຖິງຄວາມສຳພັນ, ຄົນເຮົາສ່ວນໃຫຍ່ມັກຈະແນມຫາຄົນທີ່ຢູ່ໃນໄວໃກ້ຄຽງກັນສະເໝີ ບໍ່ວ່າຈະເປັນເພື່ອນຮ່ວມງານ, ໝູ່ເພື່ອນ, ອ້າຍຮັກ-ເອື້ອຍຮັກ ຫຼື ນ້ອງທີ່ຮູ້ຈັກສະໄໝຮຽນ. ນັ້ນກໍເປັນຍ້ອນຄວາມຄຸ້ນເຄີຍ ຫຼື ໄວທີ່ໃກ້ຄຽງກັນເຮັດໃຫ້ມີຫຍັງທີ່ຈູນກັນງ່າຍ ຫຼື ລົມກັນຮູ້ເລື່ອງ. ແຕ່ວ່າ ກໍມີບາງຄົນທີ່ຊໍ້າພັດຫວັ່ນໄຫວກັບຄົນທີ່ມີໄວຫ່າງຈາກໂຕເອງ ບໍ່ວ່າຈະມັກຄົນທີ່ອາຍຸຫຼາຍກວ່າ ຫຼື ນ້ອຍກວ່າໂຕເອງຫຼາຍປີ. ນີ້ບໍ່ແມ່ນເລື່ອງແປກ ແຕ່ຫຼາຍຄົນກໍບໍ່ເຂົ້າໃຈວ່າເປັນຫຍັງຄົນກຸ່ມນີ້ຈຶ່ງມັກທີ່ຈະມີຮັກຕ່າງໄວ.
ຄູ່ຮັກຕ່າງໄວໃນພາສາອັງກິດເອີ້ນວ່າ May-December Relationship ຫຼື May-December Romance ເຊິ່ງນີ້ປຽບເໝືອນກັບ ຄົນໜຶ່ງໃນຄວາມສຳພັນທີ່ເປັນເດືອນພຶດສະພາ (ເດືອນ 5) ເຊິ່ງເປັນລະດູໃບໄມ້ປົ່ງ ປຽບກັບການເບັ່ງບານຂອງມວນໝູ່ພຶກສາ ດັ່ງກັບໄວເຍົາຂອງຄົນເຮົາ ໃນຂະນະທີ່ອີກຄົນເປັນເດືອນທັນວາ (ເດືອນ 12) ເຊິ່ງເປັນລະດູໜາວ ເປັນໄລຍະເວລາທ້າຍປີ ປຽບດັ່ງໄວທີ່ຫຼາຍຂຶ້ນ ເຊິ່ງບັນຍາກາດໃນຊີວິດເລີ່ມສະຫງົບງຽບ. ຄວາມສຳພັນແບບນີ້ຝ່າຍໃດຝ່າຍໜຶ່ງອາດມີອາຍຸຫ່າງກັນກັບອີກຝ່າຍອາດຈະເປັນ 10 ປີ, 20 ປີ ຫຼື 30 ປີເລີຍກໍໄດ້.
ຍ້ອນຫຍັງຄົນເຮົາບາງຄົນຈຶ່ງມັກມີຮັກຕ່າງໄວ? ໃນມຸມຂອງຈິດຕະວິທະຍາໄດ້ອະທິບາຍເຫດຜົນໄວ້ໃນ 2 ມຸມຄື:
ເມື່ອເຮົາຮັກຄົນທີ່ອາຍຸຫຼາຍກວ່າໂຕເອງເປັນ 10 ປີ: ເຫດຜົນກໍຍ້ອນເຂົາເຈົ້າມີປະສົບການຊີວິດທີ່ຫຼາຍກວ່າ ແລະ ເຂົາເຈົ້າມີຊີວິດທີ່ມີສະຖຽນ ແລະ ຄວາມໝັ້ນຄົງ.
ເມື່ອເຮົາຮັກຄົນທີ່ອາຍຸນ້ອຍກວ່າໂຕເອງຫຼາຍ: ເຫດຜົນກໍຍ້ອນວ່າເຂົາເຈົ້າເຮັດໃຫ້ຮູ້ສຶກໝັ້ນໃຈ ແລະ ຖືກໃຫ້ການຍອມຮັບ, ຊ່ວຍປົດປ່ອຍໄວໜຸ່ມສາວໃນໂຕເອງອອກມາ ແລະ ຊ່ວຍໃຫ້ຮັບມືວິກິດໄວກາງຄົນໄດ້ດີຂຶ້ນ.
ເນື່ອງຈາກຄວາມຕ່າງຂອງໄວ ອາດຈະມີໄລຟ໌ສະໄຕລ໌ ແລະ ຄວາມເຊື່ອທີ່ສວນທາງກັນໃນບາງເລື່ອງ. ສະນັ້ນ ເຮົາຈຶ່ງມີເຄັດລັບການຮັກສາຄວາມຮັກຕ່າງໄວແບບງ່າຍໆມາຝາກດັ່ງນີ້:
ຄິດເຖິງໃຈອີກຝ່າຍ ຄິດກ່ອນເວົ້າຫຼາຍໆ ໂດຍສະເພາະປະເດັນ ຄົນທີ່ອາຍຸຫຼາຍເຮັດໃຫ້ຜູ້ອາຍຸນ້ອຍກວ່າຮູ້ສຶກວ່າເຂົາເຈົ້າບໍ່ມີຄວາມສາມາດ ແລະ ຜູ້ທີ່ມີອາຍຸນ້ອຍກວ່າເວົ້າ-ສະແດງໃຫ້ອີກຝ່າຍຮູ້ສຶກວ່າເຂົາເຈົ້າຕາມໂລກບໍ່ທັນ ຫຼື ຫຼ້າຫຼັງ.
ຮຽນຮູ້ທີ່ຈະເພິ່ງພາຕົວເອງ ເພາະດ້ວຍຄວາມທີ່ອາຍຸຕ່າງກັນ, ສະນັ້ນ ການງານ, ໝູ່ເພື່ອນ ຫຼື ຄວາມສົນໃຈກໍອາດບໍ່ຄືກັນໃນຫຼາຍແງ່ມຸມ ສະນັ້ນເຮົາຄວນທີ່ຈະເພິ່ງພາຕົວເອງໄດ້ ແລະ ບໍ່ຄວນຄາດຫວັງ-ກົດດັນໃຫ້ອີກຝ່າຍຕ້ອງມາເຕີມເຕັມເຮົາໃນທຸກເລື່ອງ.
ທ້າຍທີ່ສຸດແລ້ວ, ບໍ່ວ່າເຮົາຈະຮັກໃຜ, ເພດໃດ, ໄວໃດກໍຕາມ ຫົວໃຈທີ່ສຳຄັນຂອງຄວາມສຳພັນກໍຄື ການເຂົ້າໃຈ ແລະ ການຍອມຮັບ.
ໂດຍ: ທີມບັນນາທິການ Muan