ການຜິດຖຽງກັນລະຫວ່າງຄູ່ຮັກຖືເປັນເລື່ອງປົກກະຕິໃນຄວາມສໍາພັນແຕ່ສິ່ງສໍາຄັນຫຼັງຈາກການບໍ່ເຂົ້າໃຈ ຫຼື ຜິດຖຽງກັນນັ້ນມັນຍາກທີ່ຈະປັບຄວາມເຂົ້າໃຈ, ເພາະການບໍ່ຢາກເວົ້າຄືນ ແລະ ຢ້ານກັບມາຜິດກັນອີກ, ແລ້ວຄວາມຮູ້ສຶກທີ່ເສຍໄປແລ້ວຈະເອົາກັບຄືນມາກໍຍາກຫຼາຍ.
ບາງຄັ້ງການທີ່ເຮົາໃຈຮ້ອນຈົນເກີນໄປ, ຍັງບໍ່ທັນໄດ້ໄຕ່ຕອງຫຍັງໃຫ້ຖີ່ຖ້ວນ ແລ້ວອອກປາກບອກ “ເຮົາເລີກກັນເທາະ” ກໍອາດເຮັດໃຫ້ເຮົາຕ້ອງມາກິນແໜງໃນພາຍຫຼັງ.
ຖ້າຍັງຮັກກັນຢູ່ກໍຕ້ອງລົມກັນໃຫ້ເຂົ້າໃຈເດີ, ຊ່ວຍກັນເອົາຊະນະອຸປະສັກທີ່ເຂົ້າມາເພື່ອຜ່ານມັນໄປໃຫ້ໄດ້ເພື່ອເຮັດໃຫ້ຄວາມສຳພັນໝັ້ນຄົງ ແລະ ໜ້ຽວແໜ້ນຂຶ້ນ.
ເຮົາຈະຮັກສາຄວາມສຳພັນນີ້ໄດ້ແນວໃດ? ມື້ນີ້ມ່ວນຈະມາແນະນຳຂັ້ນຕອນທີ່ຈະຊ່ວຍໃນການຟື້ນຟູຮັກສາຄວາມສໍາພັນຫຼັງຈາກການຈາກຜິດຖຽງກັນດ້ວຍ 4 ວິທີນີ້.
1. ໃຫ້ທົບທວນບັນຫາ ແລະ ເປີດໃຈຍອມຮັບຄວາມຜິດພາດ
ການຜິດຖຽງກັນລະຫວ່າງຄູ່ຮັກມັນອາດຈະມີຫຼາຍກໍລະນີບໍ່ວ່າຈະເປັນເລື່ອງເງີນ, Sex, ການຢູ່ຮ່ວມກັນ ຫຼື ອື່ນໆ, ໃຫ້ຫາຕົ້ນຕໍຂອງເລື່ອງລາວ, ຫຼັງຈາກອາລົມສະຫງົບລົງໃຫ້ທົບທວນຕົວເອງ ແລະ ຍອມຮັບຄວາມຜິດພາດ.
ຂໍໂທດດ້ວຍຄວາມຈິງໃຈຈະເປັນການເລີ່ມຕົ້ນໃນການຮັກສາຄວາມສຳພັນ, ບໍ່ຕ້ອງອາຍ ຫຼື ຮູ້ສຶກເສຍໜ້າເພາະການທີ່ເຮົາຍອມເປີດໃຈຍອມຮັບຜິດມັນສະແດງໃຫ້ເຫັນເຖິງຄວາມເຄົາລົບ ແລະ ຄວາມເປັນຫ່ວງຕໍ່ຄວາມຮູ້ສຶກຂອງຄົນອື່ນ.
2. ສື່ສານຢ່າງຈິງໃຈ ແລະ ເປີດໃຈ
ຄວນເລີ່ມຕົ້ນການປັບຄວາມເຂົ້າໃຈດ້ວຍຢ່າງໃຈເຢັນ ແລະ ຈິງໃຈ, ພະຍາຍາມຢ່າໂຍນຄວາມຜິດໃຫ້ກັນ ຫຼື ວິຈານກັນໃນທາງທີ່ບໍ່ດີທີ່ຈະກະທົບຈິດໃຈກັນ ແລະ ພະຍາຍາມອະທິບາຍຢ່າງລະອຽດເປັນຂັ້ນເປັນຕອນ.
3. ໃຊ້ເວລາໃນການຟື້ນຟູຮັກສາ
ການຜິດຖຽງກັນມັນມັກຈະສ້າງຄວາມບາດໝາງກັນ ແລະ ຄວາມເຈັບປວດໃຫ້ກັນ, ສະນັ້ນ ເລື່ອງຂອງເວລາແມ່ນເປັນສິ່ງສຳຄັນທີ່ຈະຕ້ອງໄດ້ໃຊ້ ແລະ ບໍ່ຄວນຄາດຫວັງວ່າທຸກຢ່າງຈະກັບມາເປັນຄືເກົ່າໄດ້ທັນທີ. ຄວນໃຫ້ພື້ນທີ່ ແລະ ເວລາສ່ວນຕົວເຊິ່ງກັນ ແລະ ກັນກ່ອນ.
4. ຮຽນຮູ້ຈາກປະສົບການ ແລະ ສ້າງຂໍ້ຕົກລົງ
ການຜິດຖຽງກັນອາດເປັນໂອກາດທີ່ດີໃນການຮຽນຮູ້ກັນຫຼາຍຂຶ້ນ ແລະ ໃຫ້ຫາສິ່ງທີ່ຕ້ອງປັບປຸງແກ້ໄຂເພື່ອບໍ່ໃຫ້ເກີດເຫດການໃນອານາຄົດອີກ ແລະ ຈະໄດ້ສ້າງຂໍ້ຕົກລົງທີ່ທັງສອງຮູ້ສຶກວ່າຈະຕ້ອງໄດ້ຫຼີກລ້ຽງການຜິດຖຽງກັນ.
ໂດຍ: ທີມບັນນາທິການ Muan