ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ເປັນຫຍັງບາງຄົນຈຶ່ງມັກນອກໃຈ? ຮູ້ຈັກທິດສະດີ 90/10 ທີ່ອະທິບາຍເລື່ອງນີ້ໄວ້
Muan RelationTips

ເປັນຫຍັງບາງຄົນຈຶ່ງມັກນອກໃຈ? ຮູ້ຈັກທິດສະດີ 90/10 ທີ່ອະທິບາຍເລື່ອງນີ້ໄວ້

ແບ່ງປັນ

ທຸກຄົນເຄີຍໄດ້ຍິນເລື່ອງຫຼັກການ 90/10 ກັນບໍ່? ຫຼັກການນີ້ຖືກຂຽນຂຶ້ນໂດຍ Dr. Stephen Covey ໂດຍ ຕົວເລກ 90/10 ນີ້ ຖືກຍົກຂຶ້ນມາໃຊ້ກັບທິດສະດີທາງຈິດຕະວິທະຍາຫຼາຍຢ່າງບໍ່ວ່າຈະເປັນການເລືອກເສັ້ນທາງຕອບສະໜອງຕໍ່ເຫດການຕ່າງໆໃນຊີວິດປະຈຳວັນ ຫຼື ການຕັ້ງເປົ້າໝາຍເພື່ອປະສົບຜົນສຳເລັດ. ແຕ່ມື້ນີ້ເຮົາຈະມາເວົ້າເຖິງຫຼັກການ 90/10 ໃນມຸມມອງຂອງຄວາມຮັກ.

ເວລາທີ່ເຮົາຫຼົງຮັກໃຜຄົນໜຶ່ງລາວຄົນນັ້ນມັກຈະດູດີ ແລະ ສຸດຍອດທຸກຢ່າງ, ນັ້ນແມ່ນຂໍ້ດີໃນໂຕຄົນນັ້ນເຊິ່ງນັບເປັນ 90% ເປັນຂໍ້ດີທີ່ຄົນຜູ້ນັ້ນມີ. ແນ່ນອນວ່າ ເມື່ອເວລາຜ່ານໄປຄົນດີຂອງເຮົາກໍເລີ່ມຈະເຜີຍຂໍ້ເສຍບາງຢ່າງອອກມາໃຫ້ເຫັນ, ເຮັດໃຫ້ເລີ່ມມີການຜິດຖຽງກັນ ແລະ ຄວາມບໍ່ເຂົ້າໃຈກັນເກີດຂຶ້ນສິ່ງທີ່ກ່າວມານີ້ແມ່ນເປັນ 10% ທີ່ເປັນຂໍ້ເສຍ ເຊິ່ງຖືວ່າມັນເປັນສິ່ງທີ່ເລັກນ້ອຍຫຼາຍ.

ເມື່ອຄວາມຮັກເລີ່ມເປັນຄວາມລຶ້ງເຄີຍ, ສະໝອງຂອງເຮົາກໍຈະເລີ່ມໃຫ້ຄ່າຄວາມສຳຄັນຂອງຂໍ້ເສຍຫຼາຍກວ່າຂໍ້ດີ ເຮັດໃຫ້ເຮົາເຫັນຂໍ້ເສຍຫຼາຍ ແລະ ຊັດເຈນຂຶ້ນ. ທັງທີ່ຄວາມຈິງແລ້ວຂໍ້ດີຂອງລາວກໍບໍ່ໄດ້ລົດລົງເລີຍ, ມັນໝາຍຄວາມວ່າໃນໃຈເລິກໆເຮົາແລ້ວກຳລັງຕາມຫາ 10% ທີ່ຄົນຮັກເຮົາບໍ່ມີ.

ຖ້າເຮົາໄດ້ບັງເອີນໄປພົບກັບໃຜຄົນໜຶ່ງທີ່ຄອບຄອງສິ່ງນັ້ນໄວ້ເປັນຂໍ້ດີ, ທີ່ຄົນຮັກຂອງເຮົາບໍ່ມີເຮົາກໍຈະອົດໃຈບໍ່ໄດ້ທີ່ຈະເຂົ້າຫາຜູ້ນັ້ນ ແລະ ຄິດວ່າຜູ້ນັ້ນເປັນຄົນທີ່ຕາມຫາມາຕະຫຼອດ ພຽງເພາະລາວມີພຽງແຕ່ 10% ທີ່ເຮົາຕ້ອງການ ແລະ ໃນຂະນະດຽວກັນເຮົາກຳລັງຈະເສຍ 90% ທີ່ມີຢູ່ໄປ.

ຖ້າເຮົາບໍ່ຢາກໃຫ້ມັນເກີດແບບນັ້ນເຮົາຕ້ອງໄດ້ມາທຳຄວາມເຂົ້າໃຈວ່າຄວາມຮັກມັນບໍ່ມີຄວາມສົມບູນແບບດອກ, ບໍ່ມີໃຜໃຫ້ທຸກຢ່າງທີ່ເຮົາຕ້ອງການໄດ້ ເພາະວ່າເຮົາເອງກໍບໍ່ສາມາດໃຫ້ທຸກຢ່າງທີ່ຄົນຮັກຂອງເຮົາຕ້ອງການໄດ້ເຊັ່ນກັນ.

ຄ່ອຍໆຮຽນຮູ້ກັບຄວາມບໍ່ສົມບູນແບບເລັກນ້ອຍຂອງກັນ ແລະ ກັນ ຄ່ອຍໆເຕີບໂຕຂຶ້ນ, ຈົນເຮັດໃຫ້ຫຼັກການ 90/10 ເຮັດຫຍັງກັບຄວາມສຳພັນຂອງເຮົາບໍ່ໄດ້ ເມື່ອຄວາມຮັກບໍ່ມີ 100% ກໍຈົ່ງພູມໃຈກັບ 90% ທີ່ມີ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ໂສດ 100% ເພາະມີ Self-Partnered ການສ້າງຄວາມສຳພັນທີ່ໝັ້ນຄົງຕ້ອງເລີ່ມຈາກໂຕເອງ

Self-Partnered ການມີຄວາມສຸກຢູ່ກັບໂຕເອງດ້ວຍຄວາມເຕັມໃຈ ບໍ່ແມ່ນວ່າຈະ "ປະຕິເສດທີ່ຈະຮັກ" ແຕ່ພວກເຂົາຮຽນຮູ້ວ່າ "ຄວາມສຳພັນທີ່ໝັ້ນຄົງທີ່ສຸດແມ່ນເລີ່ມຈາກໂຕເອງ".

ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ?

ໂສດຈົນເມື່ອຍລະເດີ! ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ? ນີ້ເປັນບັນຫາລະດັບຊາດສຳລັບຊາວເຮົາ ແລ່ວຈະເຮັດແນວໃດຈຶ່ງຈະມີແຟນຈັກເທື່ອ? ນີ້ແມ່ນວິທີແກ້ໄຂສຳລັບຄົນທີ່ມັກຢູ່ຕິດຢ້າວຕິດເຮືຶອນ.

10/10 ວັນສໍາຄັນຂອງຄົນຄິດຫຼາຍ ຊວນດູແລສຸຂະພາບຈິດຕົນເອງເພື່ອພັດທະນາຄວາມສຳພັນ

ຄິດຫຼາຍ, ວິຕົກກັງວົນ ແລະ ໃສ່ໃຈຄວາມຮູ້ສຶກຄົນອື່ນຫຼາຍເກີນໄປ ທຸກຄົນເປັນແບບນັ້ນກັນບໍ່? ພ້ອມກັບມີຄວາມຮູ້ສຶກວ່າການໃຊ້ຊີວິດໃນແຕ່ລະມື້ມັນຄືເມື່ອຍແທ້? ຈົນເຮັດໃຫ້ຄວາມຮັກ, ຄວາມສຳພັນ ຫຼື ສິ່ງທີ່ຢູ່ອ້ອມຕົວເຮົາມັນສົ່ງຜົນກະທົບຕໍ່ຈິດໃຈຂອງເຮົາໂດຍບໍ່ຮູ້ຕົວ ແລະ ບໍ່ເປັນໄປຕາມໃຈຕ້ອງການ....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.