Runway vs Catwalk ຕ່າງກັນແນວໃດ ອະທິບາຍງ່າຍໆ ສາຍແຟຊັ່ນຄວນຮູ້!

ແບ່ງປັນ

Runway vs Catwalk ຕ່າງກັນແນວໃດ ອະທິບາຍງ່າຍໆ ສາຍແຟຊັ່ນຄວນຮູ້!

ໂດຍ: Tonmai Phoutthasack Tonmai Phoutthasack
23 February 2026 24

ໃນວົງການນາງງາມ ແລະ ແຟຊັ່ນ ຄຳວ່າ Calkwalk  ມັນຄື “ຈຣິດການຍ່າງ” ເວລາທີ່ຄົນທີ່ເຂົາເຫັນຄົນຍ່າງເທິງເວທີແລ້ວເວົ້າວ່າ “ໂອ້ຍຍຍ ຊີປັງ ຊີສັບແຫຼກ ຊີຟາດແຮງ!” ອັນນັ້ນ ເຂົາບໍ່ໄດ້ເວທີເດີ້! ເຂົາກຳລັງຍ້ອງອິນເນີ, ຄວາມໝັ້ນໃຈ, ການສັບຂາ, ຈັງຫວະໂພສ, ແວວຕາຈິກກ້ອງແຕກ ແລະ ຄາເຣັກເຕີທີ່ປ່ອຍອອກມາຂອງນາງແບບ ຫຼື ນາງງາມນັ້ນໆ!

Catwalk ຄືວິທີການຍ່າງທີ່ເປັນມົນສະກົດທີ່ເຮັດໃຫ້ຄົນເບິ່ງລືມຫາຍໃຈ ການຍ່າງທີ່ມີຊີວິດ ມີວິນຍານ ແລະ ມັນມີອາລົມຢູ່ພາຍໃນຕົວນາງແບບ ຫຼື ນາງງາມນັ້ນໆ!

ຕົວຢ່າງທີ່ເຫັນພາບແຈ້ງໆ ລະດັບຕຳນານ:

🔥 Catriona Gray ກັບຕຳນານ Lava Walk ໃນ  Miss Universe 2018 ທີ່ໂລກຍັງຈື່ ນາງງາມຈາກຟີລິບປິນທີ່ໂລກຍັງຄົງຈົດຈຳ ນອກຈາກຈະງາມແລ້ວ ແຕ່ດ້ວຍວິທີການຍ່າງ, ການສັບຂາ, ຈັງຫວະບິດສະໂພກຟາດໆ, ການໝຸນຕົວແບບຟູເທິນ (Full turn) ໂດຍທີ່ຜົມບໍ່ເສຍຊົງ, ສາຍຕາທີ່ຈິກກ້ອງຈົນແຕກ ເຮັດໃຫ້ທຸກຄົນລືມຜູ້ເຂົ້າປະກວດຄົນອື່ນໄປໝົດເລີຍ! ນີ້ແຫຼະ Catwalk ຂອງແທ້

Pia Wurtzbach – ຕົວມານດາແຫ່ງການຄຸມຈັງຫວະ ວ່າທີ່ເຈົ້າຂອງຕຳແໜ່ງ  Miss Universe 2015 ເຖິງນາງອາດຈະບໍ່ໄດ້ມີທ່າສັບແຫຼກອະລັງການ ແຕ່ນາງສາມາດຄຸມຈັງຫວະການໄດ້ແບບເລື່ອນໄຫຼ, ຮູ້ວ່າຕ້ອງຢຸດຕອນໃດ ຫຼື ຕ້ອງສັບຕອນໃດ, ຫັນບ່າແນວໃດ, ແນມກ້ອງຈັງຫວະໃດ! ມັນຄືຄວາມສາມາດຊັ້ນສູງລ້ວນໆ ນີ້ຄື Catwalk ແບບນິ້ງໆ ແຕ່ຟາດໝົດ!


ໃນສ່ວນຂອງ Runway ໃນວົງການແຟຊັ່ນ ມັນໝາຍເຖິງ “ເວທີໂຊວ໌ທີ່ຈັດເຕັມ!”

ອ່ານຕື່ມ:  ຮູ້ຈັກ "ສີລາ ວັນນະສຸກ" ໜຶ່ງໃນຄົນລາວທີ່ຜ່ານເຂົ້າຮອບໃນອອບລາຍອໍດິຊັນ The Face Thailand Season 6

ເວລາເວົ້າເຖິງ Paris Fashion Week ຫຼື ໂຊວ໌ຂອງແບຣນດັງໆໃນວົງການບໍ່ວ່າຈະເປັນ Chanel, Versace… ເຊິ່ງເຂົາບໍ່ໄດ້ເວົ້າເຖິງແຄ່ທາງຍ່າງແຄບໆ ແຕ່ເຂົາໝາຍເຖິງຄວາມອະລັງການຂອງເວທີ, ແສງ ສີ ສຽງ, ໂປຣດັກຊັ່ນຫຼັກລ້ານ, ເສື້ອຜ້າໜ້າຜົມ ແລະ ພາບລັກຄວາມຫຼູຫຼາ!
ເຮັດໃຫ້ Runway ຄື “ອານາຈັກ” ທີ່ຖືກເນລະມິດຂຶ້ນມາເພື່ອສະກົດຄົນເບິ່ງ!

ຕົວຢ່າງ Runway ທີ່ເປັນຕຳນານ

👑 Victoria’s Secret Fashion Show ເພາະນີ້ຄື Runway ທີ່ສຸດແສນຈະຍິ່ງໃຫຍ່! ເວທີໃຫຍ່ໂຕມະໂຫລານ, ສິນລະປິນລະດັບໂລກມາຮ້ອງເພງ, ປີກນາງຟ້າອະລັງການ! ຄົນເວົ້າເຖິງກັນຂ້າມປີຂ້າມຊາດ ມັນບໍ່ແມ່ນແຕ່ໃຜກໍມາຍ່າງສັບ ແຕ່ມັນຄືພະລັງຂອງ Runway ທີ່ສ້າງພາບຈຳລະດັບໂລກ!


🥂 ສະຫຼຸບແລ້ວ

  • Catwalk ຄືທັກສະການສັບຂາ ບວກອິນເນີເຂົ້າໄປ ຮ່ວມດ້ວຍຈຣິດເພື່ອສະກົດຄົນ!
  • Runway ຄືເວທີອະລັງການ ມີໂປຣດັກຊັ່ນ ເຕີມດ້ວຍຄວາມຫຼູຫຼາ!

Catwalk ຄື “ໄຟທີ່ກຳລັງລຸກ” Runway ຄື “ເວທີໃຫຍ່ທີ່ລໍຖ້າໃຫ້ໄຟໄປຈູດໃສ່” ເພື່ອໃຫ້ງົດງາມ ອະລັງການ ແລະ ສົມບູນແບບ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.