“ນັ້ນແມ່ນ Prada” ປະໂຫຍກຈາກປາກຂອງ Miranda Priestly ໃນປີ 2006 ຕົວລະຄອນຈາກ the devil wears Prada ກາຍເປັນປະໂຫຍດທີ່ປ່ຽນວິທີທີ່ໂລກເບິ່ງເສື້ອຜ້າໄປຕະຫຼອດການ. ແຕ່ຄຳຖາມທີ່ໜ້າສົນໃຈກວ່າການນັ້ນແມ່ນ ເປັນຫຍັງເກືອບ 20 ຜ່ານໄປ ຜູ້ຍິງຍັງຄົງຊອກຫາ Prada ຢູ່? ແລະເປັນຫຍັງໃນປີ 2026 ແບຣນນີ້ເຖິງບໍ່ໄດ້ເຖົ້າລົງເລີຍແມ້ແຕ່ນິດດຽວ?...
ຊ່ວງນີ້ຖ້າເລື່ອນຟີດໃນ Instagram ຫຼື TikTok ທຸກຄົນອາດຈະເລີ່ມສັງເກດເຫັນບາງຢ່າງຄືກັນແມ່ນບໍ່? ຮູບຖ່າຍຄູ່ກັບ “ດອກບົວ” ກຳລັງເຕັມຟີດໄປໝົດ! ແຕ່ຮູ້ບໍ່ວ່າ ໃນຂະນະທີ່ໂຊຊຽວກຳລັງອິນກັບດອກບົວ ອີກຟາກໜຶ່ງ—ໃນໂລກຂອງແຟຊັ່ນລະດັບໂລກ “ດອກບົວ” ກໍຖືກຍົກຂຶ້ນມາເລົ່າໃໝ່… ໃນອີກຮູບແບບທີ່ເລິກເຊິ່ງກວ່າເກົ່າ ຢ່າງເຊັ່ນໃນຄໍເລັກຊັນ Christian Dior Fall/Winter 2026 ທີ່ບໍ່ໄດ້ພຽງແຕ່ເອົາດອກບົວມາໃສ່ເທິງເສື້ອຜ້າແບບກົງໆ ແຕ່ປ່ຽນມັນໃຫ້ກາຍເປັນ “ຄວາມຮູ້ສຶກ” ທີ່ເຄື່ອນໄຫວຢູ່ເທິງຣັນເວ....
ຫຼັງຈາກຈົບງານ Z Fashion Shows Celebrity Night 2026 ທີ່ໂຮງແຮມ Amari Vientiane ທີ່ຜ່ານມາເຊິ່ງເປັນງານມັດລວມເອົາທັງຫ້ອງເສື້ອຊື່ດັງ, ດີຊາຍເນີ້ຕົວທັອບ ແລະ ນາງແບບນາຍແບບແຖວໜ້າຂອງລາວມາປ່ອຍຂອງເທິງຣັນເວດຽວກັນແບບຈັດເຕັມສຸດໆ! ແຕ່ບອກເລີຍວ່າມີໜຶ່ງຫ້ອງເສື້ອທີ່ເຮັດໃຫ້ ມ່ວນ ຖືກຕົກເຂົ້າເຕັມໆ ແລະຍັງຕາຕຶງມາຮອດມື້ນີ້, ນັ້ນກໍຄືຫ້ອງເສື້ອ JATAVA ຄືຊຸດຂອງເພິ່ນເຫັນປຸບແລ້ວມັນໂດດເດັ່ນເຕະຕາແຮງ! ມູດແອນໂທນຄືທັນສະໄໝ, ດີເທວການຕັດຫຍິບຄືມີເອກະລັກແບບບໍ່ຊ້ຳໃຜ....
ເຄີຍເປັນບໍ່? ຢືນຢູ່ໜ້າຕູ້ເສື້ອຜ້າທີ່ເຕັມໄປດ້ວຍເຄື່ອງ ແຕ່ພັດຮູ້ສຶກວ່າ “ມື້ນີ້ບໍ່ຮູ້ຈະໃສ່ຫຍັງດີ” ຫຼື ບາງເທື່ອເຫັນເສື້ອໂຕນີ້ຄົນອື່ນໃສ່ຄືມາງາມແທ້ ແຕ່ພໍເຮົາເອົາມາໃສ່ ກັບຮູ້ສຶກວ່າໜ້າໝອງ, ເບິ່ງບໍ່ມີອໍຣ່າ, ປ່ຽນແລ້ວປ່ຽນອີກ ແຕ່ແຕ່ງແນວໃດກໍຮູ້ສຶກວ່າ “ບໍ່ຂຶ້ນ” ຈັກເທື່ອ. ຄວາມຈິງແລ້ວ ບັນຫາອາດຈະບໍ່ໄດ້ຢູ່ທີ່ຮູບຮ່າງ ຫຼື ໜ້າຕາ ແຕ່ຄວາມລັບທີ່ຫຼາຍຄົນອາດຈະຍັງບໍ່ຮູ້ກໍຄື “ເຮົາອາດຈະກຳລັງເລືອກສີບໍ່ເຂົ້າກັບຕົວເອງ”. ນີ້ຄືຈຸດທີ່ Personal Color ຈະເຂົ້າມາປ່ຽນແປງທຸກຢ່າງ....
“ເງິນ” ສາມາດຊື້ໄດ້ທຸກຢ່າງໃນໂລກນີ້ບໍ່? ຖ້າຄຳຕອບຂອງເຈົ້າຄື “ແມ່ນ” ແປວ່າເຈົ້າອາດຈະຍັງບໍ່ເຄີຍຍ່າງເຂົ້າໄປໃນຊັອບຂອງ Hermès. ລອງຈິນຕະນາການເບິ່ງ ເຈົ້າເປັນເສດຖີໃໝ່ ຖືເງິນຫຼັກລ້ານຍ່າງເຂົ້າໄປໃນຮ້ານດ້ວຍຄວາມໝັ້ນໃຈ, ຊີ້ໄປທີ່ຮູບກະເປົາ Birkin ຫຼື Kelly ແລ້ວບອກພະນັກງານວ່າ “ເອົາໜ່ວຍນີ້ເລີຍ, ຮູດບັດໄດ້ເລີຍ.” ແຕ່ສິ່ງທີ່ພະນັກງານຈະຕອບກັບມາ ພ້ອມດ້ວຍຮອຍຍິ້ມທີ່ສຸພາບທີ່ສຸດຄື “ຂໍໂທດນຳເດີ້ເຈົ້າ, ສິນຄ້າບໍ່ມີໃນສະຕັອກເລີຍເຈົ້າ.” ເກີດຫຍັງຂຶ້ນ? ເປັນຫຍັງແບຣນລະດັບໂລກເຖິງກ້າປະຕິເສດເງິນກ້ອນທີ່ມາກອງຢູ່ຕໍ່ໜ້າ? ກ່ອນຈະຮູ້ເຫດຜົນ,...
ໃນໂລກແຫ່ງແຟຊັ່ນທີ່ໝູນວຽນໄປຢ່າງໄວວາ, Old Money Style ຫຼື ທີ່ຂະໜານນາມກັນວ່າ “Quiet Luxury” ໄດ້ກ້າວຂ້າມການເປັນພຽງເທຣນຊົ່ວຄາວ ສູ່ການເປັນ “ຄວາມຈຳເປັນທາງຍຸດທະສາດ” ໃນການສ້າງພາບລັກລະດັບສູງ. ສະຕາຍນີ້ບໍ່ແມ່ນພຽງການເລືອກໃສ່ເສື້ອຜ້າລາຄາແພງ, ແຕ່ແມ່ນການສະທ້ອນເຖິງມໍລະດົກ (Heritage), ຄ່ານິຍົມທີ່ຝັ່ງເລິກ ແລະ ຄວາມຍືນຍົງທີ່ຢູ່ເໜືອການເວລາ. ຄວາມແຕກຕ່າງພື້ນຖານລະຫວ່າງ Old Money ແລະ New...
ວົງການແຟຊັນລາວສ້າງປະກົດການໃໝ່ຢ່າງພາກພູມໃຈ ໃນຄໍ່າຄືນວັນທີ 1 ມີນາ 2026 ທີ່ໂຮງແຮມ Amari Vientiane ຜ່ານມາ, ກັບງານ “Z Fashion Show Celebrity Night” ທີ່ລວມເອົາສຸດຍອດນັກອອກແບບ, ນາງແບບ-ນາຍແບບ ແລະ ເຊເລັບບິວຕີ້ຊື່ດັງທົ່ວຟ້າເມືອງລາວ ມາຮ່ວມສ້າງສັນຜົນງານເທິງ Runway ທີ່ສວຍງາມ ແລະ...
ໃນວົງການນາງງາມ ແລະ ແຟຊັ່ນ ຄຳວ່າ Calkwalk ມັນຄື “ຈຣິດການຍ່າງ” ເວລາທີ່ຄົນທີ່ເຂົາເຫັນຄົນຍ່າງເທິງເວທີແລ້ວເວົ້າວ່າ “ໂອ້ຍຍຍ ຊີປັງ ຊີສັບແຫຼກ ຊີຟາດແຮງ!” ອັນນັ້ນ ເຂົາບໍ່ໄດ້ເວທີເດີ້! ເຂົາກຳລັງຍ້ອງອິນເນີ, ຄວາມໝັ້ນໃຈ, ການສັບຂາ, ຈັງຫວະໂພສ, ແວວຕາຈິກກ້ອງແຕກ ແລະ ຄາເຣັກເຕີທີ່ປ່ອຍອອກມາຂອງນາງແບບ ຫຼື ນາງງາມນັ້ນໆ!...
ພວກເຮົາໃຊ້ຄຸກກີ້ເພື່ອປັບປຸງປະສົບການ ແລະ ນຳສະເໜີເນື້ອຫາທີ່ຖືກໃຈທ່ານ.