ຂາຍຂອງແນວໃດ ໃຫ້ເປັນຂາຍຕະຫຼົກກັບແຄມເປັນຖ່າຍວິດິໂອໂຄສະນາ FACE of LAOS – EP6

ແບ່ງປັນ

ຂາຍຂອງແນວໃດ ໃຫ້ເປັນຂາຍຕະຫຼົກກັບແຄມເປັນຖ່າຍວິດິໂອໂຄສະນາ FACE of LAOS – EP6

ໂດຍ: Tonmai Phoutthasack Tonmai Phoutthasack
04 August 2026 2

ມາຮອດ EP.6 ກັນແລ້ວສຳລັບລາຍການຄົ້ນຫາສຸດຍອດນາຍແບບ-ນາງແບບ Face of Laos 2026! ບອກເລີຍວ່າອາທິດນີ້ເຮັດໃຫ້ຜູ້ເຂົ້າແຂ່ງຂັນຫຼາຍຄົນເຖິງຂັ້ນເຫື່ອຕົກ! ເພາະລາຍການໄດ້ເພີ່ມລະດັບຄວາມໂຫດ ຈາກທີ່ເຄີຍແຂ່ງໂພສທ່າຖ່າຍຮູບນິ້ງ ເທື່ອນີ້ທຸກຄົນຕ້ອງມາປະເຊີນໜ້າກັບໂຈດການຖ່າຍທຳວິດີໂອໂຄສະນາແບບ “Long Shot” ຖ່າຍເທື່ອດຽວຈົບ ຫ້າມເທກ ຫ້າມຕັດ! ໃນແຄມເປນ “Wake Up and Glow” ຮ່ວມກັບສະປອນເຊີຫຼັກຢ່າງ Vaseline Gluta-Hya.

ໂຈດມາແບບຈັດເຕັມກັບຖ່າຍວິດີໂອແບບຕໍ່ເນື່ອງເທື່ອດຽວຈົບ ຫ້າມສະຫຼັບກ້ອງ ເຊິ່ງຕ້ອງຄວບຄຸມສະຕິ, ຈື່ບົດ, ແອັກຕິ້ງ ແລະ ນຳສະເໜີສິນຄ້າໃຫ້ເປະພາຍໃຕ້ຄວາມກົດດັນ. Tagline ນີ້ຫ້າມຕາຍ ຫ້າມລືມ ບໍ່ວ່າຈະຕື່ນເຕັ້ນສ່ຳໃດ ທຸກຄົນຕ້ອງເວົ້າປະໂຫຍກເດັດໃຫ້ຊັດເຈນວ່າ “ໝັ້ນໃຈກັບຜິວ ໝັ້ນໃຈກັບ Vaseline”, ພ້ອມທັງຕ້ອງສາທິດຈຸດເດັ່ນຂອງເນື້ອເຊລັ່ມ ບາງເບົາ, ຊຶມໄວ, ບໍ່ໜຽວໜຶບ, ຜິວໂກລວ໌ ໃຫ້ກົມກືນໄປກັບເລື່ອງລາວຂອງຕົນເອງ.

ແນ່ນອນວ່າໂຈດຍາກປານນີ້ ຍ່ອມມີທັງຄົນທີ່ຕື່ນກ້ອງ ແລະ ຄົນທີ່ເກີດມາເພື່ອປ່ອຍຂອງ ນີ້ຄືນ້ຳຈິ້ມຂອງເຫຼົ່າຜູ້ເຂົ້າແຂ່ງຂັນທີ່ໂຊຝີມືຈົນສະປອນເຊີ ແລະ ເມນເທີຕ້ອງອ້າປາກຄ້າງ:

ລິໂນ່ ໜຸ່ມສາຍຄອນເທນທີ່ເລືອກເອົາໄລຟ໌ສະຕາຍ “ຕື່ນນອນມາເຕັ້ນ TikTok” ມາໃຊ້. ກຳມະການ ແລະ ສະປອນເຊີຍ້ອງຍໍວ່າ “ເຮັດອອກມາໄດ້ດີແຮງ ແລ້ວກໍເປັນທຳມະຊາດ ເປັນຕົວຂອງຕົນເອງ” ເບິ່ງລ່ຽນໄຫຼຈົນຄິດວ່າກຳລັງເບິ່ງຄລິບໄວຣັລ.

ນ້ຳໜຶ່ງ ງາມຄລາສສິກ ແລະ ຈັດລະບຽບຮ່າງກາຍໄດ້ເປະເວີ ຈົນເມນເທີກຸ້ງເຖິງກັບຫຼຸດປາກເຊຍສະປອນເຊີແບບສຸດຕົວວ່າ“ຄັນຂ້ອຍເປັນສະປອນເຊີ ຂ້ອຍສິຊື້ແລ້ວເອົາໂຄສະນາຕົວທີ່ຖ່າຍມື້ນີ້ໄປຂຶ້ນບິລບອດຈັກ 20 ປີ!”

ປູເປ້ ຕົວແມ່ສາຍ Improvise (ດົ້ນສົດ) ທີ່ຖິ້ມເຣຟເຟີເຣນຄົນອື່ນ ແລ້ວຂໍເປັນຕົວຂອງຕົນເອງແບບ 100%. ງານນີ້ກຳມະການແຊວສະໜັ່ນວ່າເນັ້ນ “ສາຍຮາ ແລະ ຂາຍມີມ” ຫຼາຍກວ່າຂາຍສິນຄ້າ ແຕ່ບອກເລີຍວ່າຄວາມຣຽວນີ້ໄດ້ໃຈຄົນເບິ່ງໄປເຕັມໆ.

ອ່ານຕື່ມ:  ຊີວິດບໍ່ມີຄວາມໝາຍ ຈົນມີເຈົ້າເຂົ້າມາເຕີມເຕັມ ຟັງ Recharge ຈາກ RGB ft JLIIXER

ແຄນນີ້ ມ້າມືດທີ່ເຮັດໃຫ້ກຳມະການເຊີໄພຣສ໌ສຸດໆ ດ້ວຍພະລັງງານຄວາມກ້າຫຼິ້ນ, ກ້າເວົ້າ ແລະ ຄວາມໝັ້ນໃຈທີ່ທະລຸຈໍ ພະລັງງານລົ້ນເຫຼືອແບບນີ້ແຫຼະທີ່ລາຍການຕາມຫາ!

Face of Laos 2026 EP.6 ບໍ່ໄດ້ມີແຕ່ຄວາມເຄັ່ງຄຽດຂອງການແຂ່ງຂັນ ແຕ່ຍັງເຕັມໄປດ້ວຍສີສັນ, ຄວາມມ່ວນຊື່ນ, ຈັງຫວະຕະລົກທີ່ຜູ້ເຂົ້າແຂ່ງຂັນລືມບົດ ໄປຈົນເຖິງຄອມເມັນສຸດແຫຼມຄົມ (ແລະ ຍ້ອງຍໍ) ຈາກເຫຼົ່າຄະນະກຳມະການ. ການປ່ຽນຜ່ານຈາກຮູບນິ້ງສູ່ວິດີໂອເທື່ອນີ້ ຖືເປັນການພິສູດວ່າໃຜກັນແທ້ຄື “ຕົວຈິງ” ທີ່ພ້ອມກ້າວເຂົ້າສູ່ວົງການບັນເທີງແບບມືອາຊີບ.

ອ່ານຈົບແລ້ວຢ່າລໍຊ້າ! ຟ້າວໄປເປີດເບິ່ງວິດີໂອຕົວເຕັມຂອງ EP.6 ເພື່ອຊົມຝີມືການຖ່າຍ Long Shot ແບບເຕັມຕາ ແລະ ມາລຸ້ນກັນວ່າຜົນງານຂອງໃຜຈະຖືກໃຈສະປອນເຊີຢ່າງ Vaseline ຫຼາຍທີ່ສຸດ!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.