ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຢຸດ CF ຖ້າຢາກເກັບເງິນ ລວມ 5 ສາເຫດທີ່ເຮັດໃຫ້ເງິນໝົດກ່ອນຮອດທ້າຍເດືອນຕະຫຼອດ
Muan RelationTips

ຢຸດ CF ຖ້າຢາກເກັບເງິນ ລວມ 5 ສາເຫດທີ່ເຮັດໃຫ້ເງິນໝົດກ່ອນຮອດທ້າຍເດືອນຕະຫຼອດ

ແບ່ງປັນ

ບັນຫາທີ່ມະນຸດເງິນເດືອນຕ້ອງເຈິຕະຫຼອດ! ເຄີຍສົງໄສບໍ່ວ່າເປັນຫຍັງເຮົາຄືບໍ່ມີເງິນເກັບ? ເປັນຫຍັງຈຶ່ງເກັບເງິນບໍ່ໄດ້? ການຕອບຄໍາຖາມເຫຼົ່ານີ້ບໍ່ຍາກເລີຍ ແຕ່ການປະຕິບັດຕາມຫັ້ນຕິຍາກສຸດໆ.

ເຮົາມາເບິ່ງກັນວ່າສາເຫດຫຼັກໆທີ່ເຮັດໃຫ້ເຮົາເກັບເງິນບໍ່ໄດ້ນັ້ນມີຫຍັງແດ່.

1. ບໍ່ບໍລິຫານການເງິນຂອງຕົນເອງ

ເປີດມາຂໍ້ທໍາອິດກໍສໍາຄັນແລ້ວ, ເພາະຖ້າເຮົາຈັດການເງິນຂອງເຮົາໄດ້ດີເຮົາກໍຈະສະບາຍທຸກເດືອນແນ່ນອນ ແຕ່ຄົນສ່ວນຫຼາຍພັດເບິ່ງຂ້າມຂໍ້ນີ້ໄປແລ້ວຈ່າຍເງິນຕາມໃຈໂຕເອງຈົນຕ້ອງນັ່ງກິນເຂົ້າກັບເກືອທ້າຍເດືອນ.

2. ບໍ່ແບ່ງສ່ວນເງິນຂອງໂຕເອງ

ການແບ່ງເງິນສາມາດຊ່ວຍໃຫ້ເຮົາຈັດການເງິນຂອງເຮົາໄດ້ດີຂຶ້ນແທ້ໆໃດ, ພຽງແຕ່ແບ່ງເງິນເດືອນເຮົາອອກເປັນ 3 ສ່ວນຄື: ສ່ວນທີ່ຈໍາເປັນຕ້ອງຈ່າຍ, ສ່ວນທີ່ໄວ້ໃຊ້ຊື້ກິນ, ສ່ວນທີ່ເອົາໄວ້ຊື້ເຄື່ອງໃຫ້ໂຕເອງ ແລະ ສ່ວນທີ່ເຮົາຢາກເກັບທ້ອນໄວ້.

3. ເປັນໜີ້ຫຼາຍ

ໜີ້ທີ່ເຮົາແບກຢູ່ບ່ານີ້ແຫຼະໂຕບັນຫາເລີຍ, ໜີ້ມັນຈະມາກະທົບການເງິນຂອງເຮົາເພາະມັນຈະກັດກິນເງິນເກັບເຮົາໄປ ແນະນໍາໃຫ້ລ້າງໜີ້ໃຫ້ໄວທີ່ສຸດແລ້ວກັບມາຟື້ນໂຕໃໝ່ ແລະ ຢ່າໄປເປັນໜີ້ຖ້າຫາກມັນບໍ່ຈໍາເປັນ.

4. CF ເຄື່ອງເກັ່ງໂພດ

ເລື່ອນເຫັນຫຍັງກໍຢາກຊື້ໄປໝົດຫ້າມໂຕເອງແດ່ເດີທຸກຄົນ, ການທີ່ເຮົາເຫັນຫຍັງກໍ cf ໄປໝົດໂດຍທີ່ບໍ່ຄໍານຶງວ່າມັນຈໍາເປັນ ຫຼື ບໍ່ ນັ້ນຈະເຮັດໃຫ້ເງິນໝົດແບບບໍ່ຮູ້ໂຕ. ຄວນຄິດດີໆກ່ອນຊື້ ຫຼື ລອງໃຊ້ເວລາ 24 ຊົ່ວໂມງໃນການຕັດສິນໃຈ ແລ້ວເຮົາຈະຮູ້ເອງວ່າເຮົາຢາກໄດ້ແທ້ ຫຼື ບໍ່.

5. ບໍ່ມີເປົ້າໝາຍໃນການເກັບເງິນ

ເຮົາເກັບເງິນບໍ່ໄດ້ເພາະເຮົາບໍ່ຮູ້ວ່າເຮົາຈະເກັບໄປເຮັດຫຍັງ? ແຕ່ການມີເງິນເກັບຈະຊ່ວຍໂຕເຮົາໃນອະນາຄົດເມື່ອມີເລື່ອງຈໍາເປັນຕ້ອງໃຊ້ເງິນ. ລອງຕັ້ງເປົ້າໝາຍໄວ້ເປັນໂຕເລກວ່າເດືອນນີ້ເຮົາຈະເກັບໃຫ້ໄດ້ເທົ່ານີ້ ແລະ ພະຍາຍາມເກັບໃຫ້ໄດ້ທຸກໆເດືອນ, ເຊື່ອມ່ວນເລີຍວ່າຫຼາຍປີຂ້າງໜ້າເຮົາຈະມີເງິນເກັບບໍ່ຂາດມືແນ່ນອນ.

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  "ເຊົາລະເຊົາເດີ ເມົາແລ້ວມັກໂທຫາແຟນເກົ່າ" ວິທີຢຸດອາການເມົາແລ້ວມັກໂທຫາອະດີດຄົນຮັກເກົ່າ
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກກັນຢ່າມີແຕ່ຮ້າຍ ໃຊ້ Critical Reflection ແບບມີສະຕິໃນການຮັກສາຄວາມສຳພັນ

Critical Reflection ບໍ່ໄດ້ໝາຍຄວາມວ່າເຮົາຕ້ອງທົນ ຫຼື ການຕ້ອງຍ່າງອອກມາຈາກຄວາມສຳພັນທັນທີ ແຕ່ມັນແມ່ນການຂີດ "ຄວາມຊັດເຈນ" ບໍ່ແມ່ນການຕັດສິນໃຈເລືອກທາງອອກຈາກຄວາມຢ້ານ ຫຼື ບາດແຜເກົ່າທີ່ເກີດຂຶ້ນ.

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.