ເຖິງວ່າຄວາມສຳພັນຈະຈົບໄປແລ້ວ ແຕ່ກໍຍັງຄອຍຖ້າຈອບເບິ່ງຫ່າງໆ ຈອບສ່ອງໄອຈີ, ເຟສບຸກ, ຖ້າກົດຍົກໂປ້ໃຫ້ຮູບ ແລະ ຂໍ້ຄວາມສະຖານະແບບງຽບໆ ຢູ່ເລື້ອຍໆ, ໂຄຈອນຢູ່ອ້ອມຮອບ ປານກັບດາວເຄາະທີ່ຄອຍເບິ່ງດວງຕາເວັນແບບຫ່າງໆ.
ມື້ນີ້ມີອີກໜຶ່ງຊື່ເລື່ອງຂອງຄວາມສຳພັນອີກຢ່າງທີ່ໜ້າສົນໃຈ ມັນມີຊື່ວ່າ Orbiting ແປໄດ້ກົງໂຕວ່າ ການໂຄຈອນ ຄ້າຍໆກັບຄວາມສຳພັນ Ghosting ຢູ່ພໍສົມຄວນ ມັນຄືອາການທີ່ເຮົາຫາຍ ຫຼື ຈົບຄວາມສຳພັນກັບໃຜຈັກຄົນ ແຕ່ເຮົາຍັງຖືກໃຈໂຊຊຽວມີເດຍ ຕິດຕາມເຂົາຢູ່ຫ່າງໆ ບໍ່ເຄີຍຫາຍໄປໃສ.
ກົດຖືກໃຈ ສະແດງຄວາມເປັນຫ່ວງ ມີສົ່ງຂໍ້ຄວາມໃຫ້ນຳ ຍັງມີຄວາມອາວອນຢູ່ ຍັງຢາກສະແດງຕົວວ່າເຮົາຍັງຢູ່ໃຫ້ອີກຝ່າຍໄດ້ເຫັນ ເຂົ້າໄປເບິ່ງສະຕໍຣີ IG ຕະຫຼອດເວລາ ຄືກັບດວງເຄາະທີ່ເຝົ້າເບິ່ງດວງຕາເວັນຢູ່ຫ່າງໆ ບໍ່ໃກ້ຈົນເຫັນແຈ້ງຊັດເຈນ ແຕ່ກໍພໍເບິ່ງເຫັນໄດ້.
ເຊັ່ນດຽວກັບຄວາມສຳພັນຢ່າງ Ghosting ຄວາມສຳພັນຮູບແບບນີ້ເກີດຂຶ້ນເພາະໂລກອອນລາຍທີ່ເຮັດໃຫ້ເຮົາເຫັນຊີວິດຂອງອີກຝ່າຍໄດ້ງ່າຍຂຶ້ນ.
ຫາກຖາມວ່າຈະເຮັດຢ່າງໃດດີ ການເລີກເຫັນໄປເລີຍ, ລົບໝູ່, ບຼັອກເພື່ອຊ່ວຍໃຫ້ຕັດໃຈງ່າຍຂຶ້ນໜ້າຈະເປັນຄຳຕອບທີ່ດີທີ່ສຸດ ເພາະຫຼາຍຄັ້ງ, Orbiting ກໍມັກທຳຮ້າຍຕົວເຮົາເອງເຮັດໃຫ້ Move on ເປັນວົງມົນບໍ່ໄປໃສ.
ໂດຍ: ທີມບັນນາທິການ Muan