ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ອາການ Orbiting ເລີກລາກັນແລ້ວ ແຕ່ຍັງສ່ອງໄອຈີ ເຟສບຸກແບບງຽບໆ
Muan RelationTips

ອາການ Orbiting ເລີກລາກັນແລ້ວ ແຕ່ຍັງສ່ອງໄອຈີ ເຟສບຸກແບບງຽບໆ

ແບ່ງປັນ

ເຖິງວ່າຄວາມ​ສຳພັນ​ຈະ​ຈົບ​ໄປ​ແລ້ວ ແຕ່​ກໍຍັງຄອຍ​ຖ້າ​ຈອບເບິ່ງ​ຫ່າງ​ໆ ຈອບສ່ອງ​ໄອ​ຈີ, ເຟ​ສ​ບຸ​ກ, ​ຖ້າ​ກົດຍົກໂປ້ໃຫ້​ຮູບ ​ແລະ ຂໍ້ຄວາມສະຖານະ​ແບບ​ງຽບ​ໆ ຢູ່​ເລື້ອຍ​ໆ, ໂຄຈອນ​ຢູ່​ອ້ອມຮອບ ປານ​ກັບ​ດາວ​ເຄາະ​ທີ່​ຄອຍເບິ່ງດວງຕາເວັນແບບ​ຫ່າງ​ໆ.

ມື້​ນີ້​ມີ​ອີກ​ໜຶ່ງ​ຊື່​ເລື່ອງ​ຂອງ​ຄວາມ​ສຳພັນ​ອີກ​ຢ່າງ​ທີ່​ໜ້າ​ສົນ​ໃຈ ມັນ​ມີ​ຊື່​ວ່າ Orbiting ແປໄດ້​ກົງ​ໂຕ​ວ່າ ການ​ໂຄຈອນ ຄ້າຍ​ໆ​ກັບ​ຄວາມ​ສຳພັນ Ghosting ຢູ່​ພໍ​ສົມຄວນ ມັນ​ຄື​ອາການ​ທີ່​ເຮົາ​ຫາຍ ຫຼື ​ຈົບ​ຄວາມ​ສຳພັນ​ກັບ​ໃຜ​ຈັກ​ຄົນ ແຕ່​ເຮົາຍັງຖືກ​ໃຈ​ໂຊ​ຊຽວ​ມີ​ເດຍ ຕິດ​ຕາມ​ເຂົາ​ຢູ່​ຫ່າງ​ໆ ບໍ່​ເຄີຍ​ຫາຍ​ໄປ​ໃສ.

ກົດຖືກໃຈ ສະແດງ​ຄວາມ​ເປັນ​ຫ່ວງ ມີ​ສົ່ງ​ຂໍ້ຄວາມ​ໃຫ້​ນຳ ຍັງມີ​ຄວາມ​ອາວອນ​ຢູ່ ຍັງ​ຢາກ​ສະແດງ​ຕົວ​ວ່າ​ເຮົາຍັງຢູ່​ໃຫ້​ອີກ​ຝ່າຍ​ໄດ້​ເຫັນ ເຂົ້າໄປ​ເບິ່ງສະ​ຕໍ​ຣີ IG ຕະຫຼອດ​ເວລາ ຄື​ກັບ​ດວງ​ເຄາະ​ທີ່​ເຝົ້າ​ເບິ່ງດວງຕາເວັນຢູ່​ຫ່າງ​ໆ ບໍ່​ໃກ້​ຈົນ​ເຫັນ​ແຈ້ງຊັດເຈນ ແຕ່​ກໍ​ພໍ​ເບິ່ງ​ເຫັນ​ໄດ້.

ເຊັ່ນ​ດຽວ​ກັບ​ຄວາມ​ສຳພັນ​ຢ່າງ Ghosting ຄວາມ​ສຳພັນ​ຮູບ​ແບບ​ນີ້​ເກີດ​ຂຶ້ນ​ເພາະ​ໂລກ​ອອນ​ລາຍ​ທີ່​ເຮັດໃຫ້​ເຮົາ​ເຫັນ​ຊີວິດ​ຂອງ​ອີກ​ຝ່າຍ​ໄດ້​ງ່າຍ​ຂຶ້ນ.

ຫາກ​ຖາມວ່າ​ຈະ​ເຮັດ​ຢ່າງໃດ​ດີ ການ​ເລີກ​ເຫັນ​ໄປ​ເລີຍ, ລົບ​ໝູ່, ບ​ຼັອກ​ເພື່ອ​ຊ່ວຍ​ໃຫ້​ຕັດ​ໃຈ​ງ່າຍ​ຂຶ້ນ​ໜ້າ​ຈະ​ເປັນ​ຄຳ​ຕອບ​ທີ່​ດີ​ທີ່ສຸດ ເພາະ​ຫຼາຍ​ຄັ້ງ, Orbiting ກໍ​ມັກ​ທຳ​ຮ້າຍ​ຕົວ​ເຮົາ​ເອງ​ເຮັດໃຫ້ Move on ເປັນ​ວົງມົນ​ບໍ່​ໄປ​ໃສ.

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  ມີແຟນເກົ່າຫຼາຍຄົນໃຜວ່າບໍ່ດີ ຜ່ານຄວາມສຳພັນມາຫຼາຍມີຂໍ້ດີໃດ
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ
Muan RelationTips

Doorway Effect: ຍ່າງຜ່ານປະຕູແລ້ວລືມເລື່ອງທີ່ຄິດ ຊວນເຂົ້າໃຈການຈັດລະບຽບຂອງສະໝອງ

ເຄີຍຍ່າງຜ່ານປະຕູແລ້ວລືມເລື່ອງທີ່ຈະເຮັດບໍ່? ທຳຄວາມເຂົ້າໃຈກັບ Doorway Effect ແລະ ວິທີທີ່ສະໝອງຈັດລະບຽບຄວາມຈຳໃນຊີວິດປະຈຳວັນ. ຊວນຮູ້ຈັກທິດສະດີ Doorway Effect ແລະ 3 ວິທີແກ້ໄຂງ່າຍໆ

Muan RelationTips

Trust Issues: ບັນຫາທີ່ເກີດຈາກຄວາມບໍ່ໄວ້ວາງໃຈເຮັດໃຫ້ຮັກເຈັບປວດ

ບັນຫາທາງຈິດໃຈທີ່ເຮັດໃຫ້ບໍ່ສາມາດໄວ້ວາງໃຈໃຜໄດ້ ມັກເກີດຈາກການຖືກທຳຮ້າຍທາງຈິດໃຈໃນອະດີດ ເຊິ່ງສົ່ງຜົນຕໍ່ຄວາມຄິດ, ອາລົມ ແລະ ພຶດຕິກຳໃນປັດຈຸບັນ.

Muan RelationTips

ຄວາມໝັ້ນໃຈສ້າງໄດ້: Self-Efficacy Theory ກຸນແຈສູ່ການສ້າງສະເໜ່ທີ່ດຶງດູດໃຈ

ຄວາມໝັ້ນໃຈບໍ່ໄດ້ເກີດຂຶ້ນທັນທີ ແຕ່ມາຈາກການຝຶກຝົນແລະການສ້າງຄວາມເຊື່ອໝັ້ນໃນໂຕເອງຢ່າງຕໍ່ເນື່ອງ. ເມື່ອເຮົາໝັ້ນໃຈໃນໂຕເອງ, ເຮົາຈະສົ່ງສະເໜ່ ແລະ ພະລັງງານບວກໃຫ້ກັບຄົນອ້ອມຂ້າງ ສະນັ້ນ, ສິ່ງນີ້ກໍຈະເຮັດໃຫ້ເຮົາເປັນທີ່ຈື່ຈຳ ແລະ ຊວນໃຫ້ປະທັບໃຈໃນສາຍຕາຂອງຄົນອື່ນ.

Muan RelationTips

ຮັກແບບນີ້ປົກກະຕິບໍ່? ໄຂທິດສະດີທີ່ຈະຊ່ວຍເລື່ອງຄວາມສຳພັນໃຫ້ດີຂຶ້ນ

ທິດສະດີຄວາມຜູກພັນ (Attachment Theory) ແມ່ນການອະທິບາຍຮູບແບບຄວາມສຳພັນຂອງມະນຸດ ທີ່ແບ່ງອອກເປັນ 4 ຮູບແບບ: ໝັ້ນຄົງ, ກັງວົນ, ຫຼີກໜີ ແລະ ຢ້ານຄວາມຜູກພັນ....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.