ເປັນຄົນໃຈດີ ຂີ້ເກງໃຈ ຈົນມັກຖືກເອົາປຽບ ຊວນຮີບດຶງໂຕເອງກັບມາດ້ວຍ 3 ວິທີງ່າຍໆ

ແບ່ງປັນ

ເປັນຄົນໃຈດີ ຂີ້ເກງໃຈ ຈົນມັກຖືກເອົາປຽບ ຊວນຮີບດຶງໂຕເອງກັບມາດ້ວຍ 3 ວິທີງ່າຍໆ

13 July 2026 11
AI Summarized

Key Takeaways:

  • ການເປັນຄົນເກງໃຈ ແລະ ໃຈດີເກີນໄປ ສາມາດກາຍເປັນການເອົາປຽບໂຕເອງໄດ້ ໂດຍບໍ່ຮູ້ໂຕ.
  • ການຍອມແບກຮັບທຸກຢ່າງຄົນດຽວ ຫຼື ການຄິດເຖິງຄົນອື່ນຈົນລືມສົນໃຈໂຕເອງ ເປັນສັນຍານເຕືອນຂອງການເສຍສົມດຸນໃນຊີວິດ.
  • ເຫດຜົນທີ່ຍອມເສຍປຽບຍ້ອນຄວາມເກງໃຈ ສ່ວນໜຶ່ງມາຈາກຄວາມຢ້ານບໍ່ເປັນທີ່ຮັກ, ຢ້ານການຜິດຖຽງ, ແລະ ແຍກຄວາມໃຈດີອອກຈາກຂອບເຂດຂອງໂຕເອງບໍ່ອອກ.
  • ວິທີການດຶງໂຕເອງກັບມາໂດຍບໍ່ຮູ້ສຶກຜິດຄື: ຝຶກເວົ້າ 'ບໍ່' ຢ່າງມີສິລະປະ, ຂີດເສັ້ນ 'ກົດເຫຼັກ' ໃຫ້ໂຕເອງ, ແລະ ປ່ຽນຄວາມຄິດວ່າ 'ການຮັກສາສິດບໍ່ແມ່ນຄວາມເຫັນແກ່ຕົວ'.
  • ການຮັກສາພະລັງງານແລະສຸຂະພາບຈິດຂອງໂຕເອງເປັນສິ່ງສຳຄັນ ເພື່ອໃຫ້ມີແຮງໄປຊ່ວຍເຫຼືອຄົນອື່ນໄດ້ຢ່າງເຕັມທີ່, ຄວາມສຸກຂອງຕົນເອງກໍສຳຄັນເຊັ່ນກັນ.

ເຊົາເປັນເດັກດີທີ່ຍອມໃຫ້ຄົນອື່ນເອົາປຽບໄດ້ແລ້ວ… ເພາະຕັ້ງແຕ່ນ້ອຍຮອດໃຫຍ່ ເຮົາມັກຈະຖືກສອນໃຫ້ເປັນຄົນ ຂີ້ເກງໃຈ ແລະ ໃຈດີ ຢູ່ຕະຫຼອດ. ອັນໃດຍອມໄດ້ກໍຍອມ ໃຜຂໍໃຫ້ຊ່ວຍຫຍັງກໍເອີອໍໄປນຳ ເພາະບໍ່ຢາກມີບັນຫາ. ແຕ່ດົນໆໄປ ຄວາມເກງໃຈນີ້ພັດກາຍເປັນອາວຸດມາທຳຮ້າຍໂຕເຮົາເອງແບບບໍ່ຮູ້ໂຕ.

Muan RelationTips ກໍຂໍຍອມຮັບວ່າ ຄວາມເກງໃຈ ແລະ ການມີນ້ຳໃຈມັນຄືສະເໜ່ຢ່າງໜຶ່ງທີ່ດີຫຼາຍ. ແຕ່ຖ້າມັນມີຫຼາຍເກີນໄປ ມັນຈະກາຍເປັນການ ເອົາປຽບໂຕເອງ ໂດຍທີ່ເຮົາບໍ່ທັນໄດ້ຕັ້ງໂຕ.

ການຍອມແບກຮັບທຸກຢ່າງໄວ້ຄົນດຽວ ຫຼື ການແຄຣ໌ຄວາມຮູ້ສຶກຄົນອື່ນ ຈົນລືມສົນໃຈຄວາມຮູ້ສຶກຂອງໂຕເອງ ມັນຄືສັນຍານເຕືອນແລ້ວວ່າ ຊີວິດເຮົາກຳລັງເສຍສົມດຸນ.

ສຸດທ້າຍ, ເຮົາເອງນີ້ລະທີ່ຕ້ອງມາຕົກຢູ່ໃນສະຖານະການອຶດອັດໃຈແທນ ອາລົມກໍຈະປະມານວ່າກືນບໍ່ເຂົ້າຄາຍບໍ່ອອກຢູ່ເລື້ອຍໆ ເຊິ່ງ Muan RelationTips ຢາກບອກວ່າ ທຸກຄົນຢ່າປ່ອຍໃຫ້ຄວາມໃຈດີ ມາເຮັດໃຫ້ເຮົາກາຍເປັນຄົນທີ່ຖືກເອົາປຽບທີ່ສຸດໃນທຸກຄວາມສຳພັນເລີຍເດີ.

ອ່ານຕື່ມ:  ບໍ່ມີເງິນໄປຫຼິ້ນ ຈະປະຕິເສດໝູ່ແນວໃດດີ?

ເປັນຫຍັງເຮົາເຖິງຍອມເສຍປຽບ ເພາະຄວາມເກງໃຈ

ທຸກຄົນເຄີຍສົງໄສບໍ່ວ່າເປັນຫຍັງ? ເຮົາຄືຕ້ອງຍອມເສຍປຽບ ແລະ ຍອມເຮັດຕາມໃຈຄົນອື່ນຢູ່ເລື້ອຍໆ ທັງທີ່ໃນໃຈຄືຢາກປະຕິເສດຈະຕາຍ ແຕ່ສຸດທ້າຍກໍເວົ້າຄຳວ່າ ໄດ້ ອອກໄປທຸກເທື່ອ ເຊິ່ງຄວາມຈິງແລ້ວມັນມີເຫດຜົນທາງຈິດໃຈເຊື່ອງຢູ່ ເຊິ່ງຫຼາຍຄົນກໍເປັນແບບນີ້ໂດຍບໍ່ຮູ້ໂຕ.

  • ຢ້ານເຂົາບໍ່ມັກ: ສະໝອງຂອງເຮົາມັກຄິດໄປເອງວ່າ ຖ້າເຮົາເປັນຄົນຕາມໃຈ ແລະ ຍອມເປັນຜູ້ໃຫ້ຕະຫຼອດ ຈະເຮັດໃຫ້ຄົນອື່ນຮັກ ແລະ ຄວາມສຳພັນຈະໄປໄດ້ດີ.
  • ຢ້ານການຜິດຖຽງກັນ: ເວລາທີ່ມີເລື່ອງຂັດແຍ້ງເຮົາຈະຮູ້ສຶກອຶດອັດໃຈຫຼາຍ ສຸດທ້າຍເລີຍເລືອກຕັດບັນຫາດ້ວຍການຍອມໆໄປໃຫ້ມັນແລ້ວ ເພາະບໍ່ຢາກຜິດຖຽງກັບໃຜ.
  • ແຍກ “ຄວາມໃຈດີ” ກັບ “ຂອບເຂດ” ບໍ່ອອກ: ຫຼາຍຄົນມັກເຂົ້າໃຈຜິດວ່າ ການປະຕິເສດຄືການເປັນຄົນແລ້ງນ້ຳໃຈ. ແຕ່ຄວາມຈິງແລ້ວ ມັນຄືການຂີດເສັ້ນເພື່ອປົກປ້ອງພະລັງງານ ແລະ ຮັກສາຈິດໃຈຂອງໂຕເອງຫຼາຍກວ່າ.

Muan RelationTips ຄິດວ່າການເປັນຄົນໃຈດີມັນກໍດີຢູ່ ແຕ່ຖ້າຄວາມໃຈດີນັ້ນມັນກັບມາທຳຮ້າຍໂຕເຮົາເອງ ມັນອາດຈະເຖິງເວລາແລ້ວທີ່ເຮົາຕ້ອງຫັນມາຮັກສາສິດຂອງໂຕເອງແດ່ເດີ.

ວິທີດຶງໂຕເອງກັບມາ ໂດຍບໍ່ຕ້ອງຮູ້ສຶກຜິດ

ຖ້າເຮົາເປັນຄົນໜຶ່ງທີ່ຢາກປະຕິເສດແຕ່ກໍຢ້ານເຂົາເສຍໃຈ ສຸດທ້າຍກໍຕ້ອງມາຮູ້ສຶກຜິດຢູ່ຄົນດຽວ ເຊິ່ງ Muan RelationTips ຢາກໃຫ້ທຸກຄົນລອງປ່ຽນວິທີຄິດໃໝ່ເບິ່ງ ເພາະພວກເຮົາທຸກຄົນສາມາດເປັນຄົນໜ້າຮັກທີ່ມີນ້ຳໃຈໄດ້ ໂດຍທີ່ບໍ່ຈຳເປັນຕ້ອງປ່ອຍໃຫ້ໃຜມາເອົາປຽບດ້ວຍ 3 ວິທີງ່າຍໆນີ້.

ກ່ອນອື່ນເລີຍ, ຢາກໃຫ້ທຸກຄົນໝັ້ນໃຈໃນສິ່ງທີ່ຄວນເຮັດ ຖ້າເຮົາເຫັນ, ແລ້ວທົບທວນວ່າມັນຖືກຕ້ອງແລ້ວ ເຮົາສາມາດເປັນຄົນໜ້າຮັກທີ່ມີນ້ຳໃຈໄດ້ ໂດຍທີ່ບໍ່ຈຳເປັນຕ້ອງປ່ອຍໃຫ້ໂຕເອງຖືກເອົາປຽບດ້ວຍອີງຈາກຄວາມຄິດເຫຼົ່ານີ້.

1. ຝຶກເວົ້າຄຳວ່າ “ບໍ່” ຢ່າງມີສິລະປະ

ການປະຕິເສດບໍ່ໄດ້ແປວ່າເຮົາເປັນຄົນໃຈຮ້າຍ ເຊິ່ງເຮົາສາມາດບອກປັດດ້ວຍຄວາມສຸພາບ ແລະ ຊັດເຈນໄດ້ ຝຶກເວົ້າຄຳວ່າ “ບໍ່” ໃຫ້ເປັນ ເຊັ່ນ: “ຢາກຊ່ວຍຢູ່ເດີ ແຕ່ຊ່ວງນີ້ຄິວແໜ້ນແຮງ” ຫຼື “ເຮົາບໍ່ສະດວກແທ້ໆ ຂໍໂທດຫຼາຍໆເດີ” ພໍເວົ້າແບບນີ້ ຄົນຟັງກໍເຂົ້າໃຈ ແລະ ເຮົາເອງກໍບໍ່ອຶດອັດນຳອີກ.

2. ຂີດເສັ້ນ “ກົດເຫຼັກ” ໃຫ້ໂຕເອງ

ເຮົາທຸກຄົນຕ້ອງຮູ້ເດີວ່າຂີດຈຳກັດຂອງເຮົາຢູ່ບ່ອນໃດ ແລະ ໃຫ້ກຳນົດຂອບເຂດໃຫ້ຊັດເຈນວ່າສິ່ງໃດທີ່ເຮົາຮັບໄດ້ ແລະ ສິ່ງໃດທີ່ເກີນເສັ້ນ, ຖ້າສິ່ງທີ່ເຂົາຂໍມັນເລີ່ມມາກວນເວລາພັກຜ່ອນ, ບຽດບຽນເວລາພັກຜ່ອນ, ເງິນຄຳ ຫຼື ເຮັດໃຫ້ສະພາບຈິດໃຈຂອງເຮົາເພ ໃຫ້ຄິດໄວ້ເລີຍວ່າສິ່ງນີ້ຄືສິ່ງທີ່ ຕ້ອງປະຕິເສດ ເທົ່ານັ້ນ. 

ອ່ານຕື່ມ:  ວິທີຮັກສາໃຈແບບໄວໆ ກັບຄວາມວ່າງເປົ່າທີ່ເກີດຂຶ້ນກັບອາການ Post- Event Crash ຫຼັງຈົບມື້ພັກຍາວ
3. ປ່ຽນຄວາມຄິດໃໝ່ “ການຮັກສາສິດ ບໍ່ແມ່ນຄວາມເຫັນແກ່ຕົວ”

ຖ້າເຮົາບໍ່ປົກປ້ອງຄວາມຮູ້ສຶກຂອງໂຕເອງ ແລ້ວໃຜຈະມາປົກປ້ອງໃຫ້ເຮົາ?  ການຮັກສາພະລັງງານຂອງໂຕເອງໃຫ້ເຕັມ ແລະ ສຸຂະພາບຈິດຂອງໂຕເອງໃຫ້ດີ ມັນຈະເຮັດໃຫ້ເຮົາມີແຮງໄປຊ່ວຍເຫຼືອຄົນອື່ນໄດ້ຢ່າງເຕັມທີ່ ໃນເວລາທີ່ຈຳເປັນແທ້ໆ.

Muan RelationTips ຢາກໃຫ້ທຸກຄົນຈື່ໄວ້ເດີວ່າ ຄວາມສຸກຂອງໂຕເຮົາເອງກໍສຳຄັນບໍ່ແພ້ຄວາມສຸກຂອງຄົນອື່ນຄືກັນ ໃຈດີກັບຄົນອື່ນໄດ້ ແຕ່ກໍຢ່າລືມໃຈດີກັບໂຕເອງ ເຊົາແບກທຸກຢ່າງ ແລ້ວຫັນມາຮັກໂຕເອງ ໂດຍບໍ່ຕ້ອງຮູ້ສຶກຜິດ ໄດ້ແລ້ວ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.