ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ບໍ່ມີເງິນໄປຫຼິ້ນ ຈະປະຕິເສດໝູ່ແນວໃດດີ?
Muan RelationTips

ບໍ່ມີເງິນໄປຫຼິ້ນ ຈະປະຕິເສດໝູ່ແນວໃດດີ?

ແບ່ງປັນ

ເມື່ອໝູ່ຊວນໄປກິນເຂົ້າຮ້ານອາຫານຫຼູ ຫຼື ລາຄາແພງແລ້ວເຮົາມີປັນຫາເລື່ອງເງິນແຕ່ບໍ່ຮູ້ຊິບອກແນວໃດ ຈະປະຕິເສດແນວໃດດີ? ຫຼື ຊວນກັນຈັດທຣິບໄປທ່ຽວແລ້ວມີໝູ່ບອກວ່າເງິນບໍ່ພ້ອມໄປກັນເລີຍ ເຮັດໃຫ້ໝູ່ໄປບໍ່ຄົບກັນ ກໍຈະມີຄວາມຮູ້ສຶກຜິດ ແລະ ເສຍດາຍໄປອີກ. ຖ້າເບິ່ງອີກມຸມໜຶ່ງເງິນບໍ່ໄດ້ມີສ່ວນກ່ຽວຂ້ອງຫຍັງກັບຄວາມສຳພັນຂະໜາດນັ້ນ ແຕ່ມັນກໍເປັນປັດໃຈໜຶ່ງທີ່ເຮົາຕ້ອງມີ ແລະ ຕ້ອງໃຊ້ ແຕ່ກໍບໍ່ໄດ້ໝາຍຄວາມວ່າຈະພ້ອມໃຊ້ຕະຫຼອດເວລາ.

ຖ້າປະຕິເສດໄປເລີຍກໍຢ້ານໝູ່ເວົ້າໃຫ້ ຫຼື ເວົ້າໃສ່ ແລະ ອາດຈະມີການນ້ອຍໃຈ ຫຼື ຄຽດໄປເລີຍກະມີ, ຍ້ອນເຫດຜົນທີ່ວ່າໄດ້ນັດກັນໄວ້ແລ້ວ ເວົ້າກັນຕົກລົງກັນດີແລ້ວ ແລ້ວເປັນຫຍັງບໍ່ໄປ ມີວຽກດ່ວນຫຍັງກະດຽວວ່ານັດກັນກ່ອນໜ້ານີ້ ແລະ ເຫດຜົນອື່ນໆອີກຫຼາຍອັນ. ເອົາຕາມຄວາມເປັນຈິງແລ້ວເລື່ອງເງິນຄືເລື່ອງໃຫຍ່ເພາະທຸກຢ່າງຕ້ອງໃຊ້ເງິນຊື້ ແລະ ທຸກຢ່າງຕ້ອງໃຊ້ເງິນຈ່າຍ, ເຊິ່ງຖ້າຕອນນັ້ນໝູ່ນັດກັນໄປກິນເຂົ້າ ຫຼື ບ່ອນອື່ນແລ້ວເງິນເຮົາບໍ່ທັນອີ່ຫຼີກໍໄປນຳບໍ່ໄດ້ ກໍຈຳເປັນຕ້ອງປະຕິເສດ ຫຼື ເລື່ອນໄປ ແຕ່ຖ້າບອກຕາມຄວາມຈິງແລ້ວໝູ່ຈະເຂົ້າໃຈເຮົາບໍ? ນັ້ນກໍອີກເລື່ອງໜຶ່ງ.

ຖ້າເຮົາເລີ່ມມີຄວາມຮູ້ສຶກວ່າຢາກຈະປຶກສາ ຫຼື ເວົ້າກ່ຽວກັບກ່ຽວກັບເລື່ອງການເງິນນໍາໝູ່ແລ້ວ ຫຼື ຮູ້ສຶກໄດ້ວ່າໝູ່ມີປັນຫາທາງເລື່ອງນີ້ຢູ່ແຕ່ບໍ່ກ້າຖາມຕົງໆ Kathleen Burns Kingsbury ຜູ້ຊ່ຽວຊານດ້ານຈິດຕະວິທະຍາ ໄດ້ບອກວ່າການເວົ້າເຖິງເລື່ອງເງິນຂຶ້ນມາດື້ໆ ແບບເວົ້າຂຶ້ນມາເລືຍ ຫຼື ເຂົ້າປະເດັນໄປເລີຍອາດຈະເຮັດໃຫ້ອີກຝ່າຍຮູ້ສຶກອຶດອັດເພາະບໍ່ທັນໄດ້ຕັ້ງຕົວ ດັ່ງນັ້ນເຮົາອາດຈະຫາຈັງຫວະທີ່ເໝາະສົມ ຫຼື ເລີ່ມເວົ້າເຖິງບົດຄວາມ, ຂ່າວ ຫຼື ຄອນເທັນທີ່ໃກ້ຄຽງເພື່ອແລກປ່ຽນຄວາມຄິດເຫັນກັນ ແລ້ວຫາຈັງຫວະແຊຣເລື່ອງຂອງເຮົາ ຫຼື ຖາມໝູ່ລະຫວ່າງລົມເລື່ອງນີ້ແທນ ແຕ່ເຖິງຢ່າງໃດກໍຕາມ ບົດສົນທະນາທີ່ເກີດຂຶ້ນກໍຄວນເປັນການສື່ສານທັງສອງທາງ ຖ້າຝ່າຍໃດຝ່າຍໜຶ່ງບໍ່ຢາກເລົ່າ ຫຼື ບໍ່ເຕັມໃຈທີ່ຈະເລົ່າກໍມີສິດບອກວ່າບໍ່ສະບາຍໃຈທີ່ຈະລົມເລື່ອງນີ້ເຊັ່ນກັນ.

ເລື່ອງນີ້ຖ້າຈະໃຫ້ເວົ້າມັນກໍຄົງຈະແມ່ນການເອົາໃຈແລກໃຈ ກໍຄືການທີ່ເອົາໃຈເຂົາມາໃສ່ໃຈເຮົາຕ້ອງມີຄວາມເຂົ້າໃຈກັນສຸດໆ ເພາະບາງເທື່ອແມ່ນຢູ່ວ່າມີການນັດໝາຍ ຫຼື ຈັດແຜນກັນເອົາໄວ້ແລ້ວ ແຕ່ຖ້າຄ່າໃຊ້ຈ່າຍມັນເກີນກຳນົດ ຫຼື ຫຼາຍກວ່າທີ່ລົມກັນໄວ້ ມັນກໍຢາກທີ່ເຮົາຈະສາມາດຈ່າຍ ຫຼື ອາດຈະມີປັນຫາທີ່ຕ້ອງໃຊ້ເງິນຕອນນັ້ນດ່ວນມາກໍມີື ເຊິ່ງຍາກແຮງທີ່ຈະບອກປັນຫາເພາະບໍ່ໄດ້ໝາຍຄວາມວ່າໝູ່ເຮົາ ຫຼື ຄົນທີ່ເຮົາສະໜິດຈະຢາກຟັງເລື່ອງທຸກ ຫຼື ປັນຫາທີ່ເກີດຂຶ້ນນຳເຮົາສະເໝີໄປ, ແຕ່ສະຫຼຸບລວມແລ້ວກໍຄື ການລົມກັນຄືທາງອອກທີ່ດີທີ່ສຸດ ແລະ ຕ່າງຝ່າຍຕ່າງບໍ່ໃຊ້ອາລົມພ້ອມພະຍາຍາມເຂົ້າໃຈກັນ ບາງຄົນອາດມີຄວາມສະດວກທາງດ້ານການເງິນຢູ່ແລ້ວ ແຕ່ບໍ່ໄດ້ໝາຍຄວາມວ່າຄົນອື່ນ, ຄົນສະໜິດ ຫຼື ໝູ່ເຮົາ ເຂົາເຈົ້າຈະພ້ອມເຊັ່ນດຽວກັນ. ດັ່ງນັ້ນ, ສະກິວການສັງເກດທຸກຄົນຄວນຈະຕ້ອງມີ ເພາະປັນຫານີ້ມັນຈະບອກກັນຕົງໆບໍ່ໄດ້ອີ່ຫຼີຖ້າບໍ່ຈຳເປັນ ຫຼື ຫຍຸ້ງຍາກສຸດໆ ຄວາມເຂົ້າໃຈສຳຄັນສຸດເດີ້ທຸກຄົນ.

ອ່ານຕື່ມ:  ຄົນນີ້ໜ້າຄຸ້ນໜ້າຄືແຟນເກົ່າເຈົ້າແທ້? 3 ເຫດຜົນທີ່ເຮັດໃຫ້ເຮົາວົນວຽນກັບສະເປັກເກົ່າໆ

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ
Muan RelationTips

Doorway Effect: ຍ່າງຜ່ານປະຕູແລ້ວລືມເລື່ອງທີ່ຄິດ ຊວນເຂົ້າໃຈການຈັດລະບຽບຂອງສະໝອງ

ເຄີຍຍ່າງຜ່ານປະຕູແລ້ວລືມເລື່ອງທີ່ຈະເຮັດບໍ່? ທຳຄວາມເຂົ້າໃຈກັບ Doorway Effect ແລະ ວິທີທີ່ສະໝອງຈັດລະບຽບຄວາມຈຳໃນຊີວິດປະຈຳວັນ. ຊວນຮູ້ຈັກທິດສະດີ Doorway Effect ແລະ 3 ວິທີແກ້ໄຂງ່າຍໆ

Muan RelationTips

Trust Issues: ບັນຫາທີ່ເກີດຈາກຄວາມບໍ່ໄວ້ວາງໃຈເຮັດໃຫ້ຮັກເຈັບປວດ

ບັນຫາທາງຈິດໃຈທີ່ເຮັດໃຫ້ບໍ່ສາມາດໄວ້ວາງໃຈໃຜໄດ້ ມັກເກີດຈາກການຖືກທຳຮ້າຍທາງຈິດໃຈໃນອະດີດ ເຊິ່ງສົ່ງຜົນຕໍ່ຄວາມຄິດ, ອາລົມ ແລະ ພຶດຕິກຳໃນປັດຈຸບັນ.

Muan RelationTips

ຄວາມໝັ້ນໃຈສ້າງໄດ້: Self-Efficacy Theory ກຸນແຈສູ່ການສ້າງສະເໜ່ທີ່ດຶງດູດໃຈ

ຄວາມໝັ້ນໃຈບໍ່ໄດ້ເກີດຂຶ້ນທັນທີ ແຕ່ມາຈາກການຝຶກຝົນແລະການສ້າງຄວາມເຊື່ອໝັ້ນໃນໂຕເອງຢ່າງຕໍ່ເນື່ອງ. ເມື່ອເຮົາໝັ້ນໃຈໃນໂຕເອງ, ເຮົາຈະສົ່ງສະເໜ່ ແລະ ພະລັງງານບວກໃຫ້ກັບຄົນອ້ອມຂ້າງ ສະນັ້ນ, ສິ່ງນີ້ກໍຈະເຮັດໃຫ້ເຮົາເປັນທີ່ຈື່ຈຳ ແລະ ຊວນໃຫ້ປະທັບໃຈໃນສາຍຕາຂອງຄົນອື່ນ.

Muan RelationTips

ຮັກແບບນີ້ປົກກະຕິບໍ່? ໄຂທິດສະດີທີ່ຈະຊ່ວຍເລື່ອງຄວາມສຳພັນໃຫ້ດີຂຶ້ນ

ທິດສະດີຄວາມຜູກພັນ (Attachment Theory) ແມ່ນການອະທິບາຍຮູບແບບຄວາມສຳພັນຂອງມະນຸດ ທີ່ແບ່ງອອກເປັນ 4 ຮູບແບບ: ໝັ້ນຄົງ, ກັງວົນ, ຫຼີກໜີ ແລະ ຢ້ານຄວາມຜູກພັນ....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.