ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ຟັງເພງ ກຸຫຼາບປາກຊັນ ຈາກ GEMI9PK ແຮງບັນດານໃຈຈາກອະມະຕະເພງລາວ ແລະ ຄວາມຮັກຕໍ່ສາວປາກຊັນ
Muan Listen - ມ່ວນຊວນຟັງ

ຟັງເພງ ກຸຫຼາບປາກຊັນ ຈາກ GEMI9PK ແຮງບັນດານໃຈຈາກອະມະຕະເພງລາວ ແລະ ຄວາມຮັກຕໍ່ສາວປາກຊັນ

ເພງ 'ກຸຫຼາບປາກຊັນ' ຈາກ GEMI9PK ຖ່າຍທອດຄວາມຮັກທີ່ເຕັມໄປດ້ວຍຄວາມເສຍສະລະ ແລະ ຄວາມຈິງໃຈ ທີ່ຍອມໃຫ້ຄົນທີ່ຮັກໄດ້ມີຄວາມສຸກ ຜ່ານເນື້ອເພງທີ່ງົດງາມ ແລະ ກິນໃຈ

ແບ່ງປັນ

ກຸຫຼາບປາກຊັນ ຊື່ນີ້ຫຼາຍຄົນຄົງຄຸ້ນຫູກັນດີ ເພາະຖືວ່າເປັນອີກຜົນງານໜຶ່ງທີ່ເປັນອະມະຕະໃນຕຳນານເພງລາວ, ເພງນີ້ຖືກແຕ່ງຂຶ້ນໂດຍ ຈຳປາ ລັດຕະນະສະຫວັນ ຫຼື ນາມປາກກາ ສຸລິວັດ ດ້ວຍເຫດຜົນທີ່ເພງນີ້ມີການໃຊ້ຄຳໃນເນື້ອຮ້ອງທີ່ສວຍງາມກິນໃຈ ເລີຍຖືກນຳໄປຮ້ອງຄືນໃໝ່ໃນຫຼາຍເວີຊັນທັງລາວ ແລະ ໄທ.

ອະທິບາຍມາແບບນີ້ແລ້ວ, ຫຼາຍຄົນຄົງເຂົ້າໃຈເຖິງທີ່ມາທີ່ໄປຂອງເພງ ກຸຫຼາບປາກຊັນ ໃນເວີຊັນຕົ້ນສະບັບກັນແລ້ວເນາະ ແລະ ມື້ນີ້ ມ່ວນ ຈະພາທຸກຄົນໄປຟັງເພງທີ່ມີຊື່ຄືກັນ ແຕ່ເນື້ອຫາບໍ່ຄືກັນເລີຍ, ນັ້ນກໍຄືເພງ Paksan Rose (ກຸຫຼາບປາກຊັນ) ທີ່ແຕ່ງ ແລະ ຮ້ອງໂດຍ GEMI9PK.

ເນື້ອຫາຂອງເພງນີ້ແມ່ນເລົ່າເຖິງຄວາມຮັກທີ່ບໍລິສຸດ ແລະ ມີແຕ່ຄວາມປາຖະໜາດີຈາກໃຈຈິງທີ່ສະແດງອອກມາໃຫ້ຍິງຄົນຮັກ ເຖິງລາວຕ້ອງການທີ່ຈະຢູ່ຄູ່ກັນກັບສາວງາມຄົນນັ້ນຫຼາຍເທົ່າໃດ ກໍຕ້ອງຝືນໃຈຍອມປ່ອຍໃຫ້ຄົນທີ່ຮັກໄປຢູ່ກັບຄົນອື່ນ ໂດຍບໍ່ຕ້ອງການຄອບຄອງ ເພາະຍ້ອນຄິດວ່າເຂົາຄົງມີຄວາມສຸກ ແລະ ມີອະນາຄົດທີ່ດີຂຶ້ນຖ້າໄດ້ໄປຢູ່ກັບຄົນທີ່ພ້ອມທີ່ຈະດູແລຫຼາຍກວ່າ.

GEMI9PK ໄດ້ບອກກັບທີມງານ Muan ວ່າ ຕົນເອງໄດ້ແຕ່ງເພງນີ້ຂຶ້ນມາໂດຍເລົ່າເຖິງມຸມມອງເລື່ອງລາວຄວາມຮັກທີ່ເຕັມໄປດ້ວຍຄວາມເສຍສະລະຂອງຜູ້ຊາຍຄົນໜຶ່ງ ໂດຍການປຽບຄົນທີ່ຕົນຮັກເປັນດັ່ງ “ກຸຫຼາບທີ່ຢູ່ຕົວເມືອງປາກຊັນ” ທີ່ທັງງົດງາມ ແລະ ສູງຄ່າ, ສ່ວນຕົນເອງນັ້ນກໍເປັນພຽງ “ແມງໄມ້” ທີ່ພຽງແຕ່ບິນເຂົ້າໄປດົມກິ່ນຫອມຫວານ ແຕ່ບໍ່ສາມາດຄອບຄອງກຸຫຼາບດອກນັ້ນໄດ້.

GEMI9PK ໄດ້ຢືມຄຳວ່າ “ກຸຫຼາບ” ໃນເພງຕົ້ນສະບັບ ແລະ ຄຳວ່າ “ປາກຊັນ” ກໍໝາຍເຖິງຄວາມຮູ້ສຶກທີ່ມີຕໍ່ສາວປາກຊັນ ທີ່ເປັນແຮງບັນດານໃຈໃນການແຕ່ງເພງ ກຸຫຼາບປາກຊັນ ໃນແບບຂອງລາວເອງ.

ຫຼັງຈາກທີ່ ມ່ວນ ໄດ້ຟັງເພງນີ້ ແມ່ນຮູ້ສຶກວ່າຄວາມຮັກເປັນສິ່ງທີ່ຄາດເດົາບໍ່ໄດ້ ບໍ່ແມ່ນທຸກຄວາມສຳພັນຈະສົມຫວັງ ແລະ ນີ້ແມ່ນເພງຄວາມຮັກທີ່ມີແຕ່ຄວາມເສຍສະລະ, ມີເສົ້າ, ຊຶ້ງໃຈ ແລະ ຕ້ອງຍອມເຈັບປວດ ເພື່ອເຫັນຄົນທີ່ຮັກມີຄວາມສຸກທີ່ສຸດ ແລະ ໄດ້ແຕ່ຂໍໃຫ້ເຂົາໂຊກດີ.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ໃຜເຄີຍຖືກຖິ້ມຈະເຂົ້າໃຈຄວາມເຈັບນີ້ດີກັບ”ຖິ້ມໄວ້ (Leave it)” ຈາກ XZERO

ໃຜທີ່ກຳລັງຮູ້ສຶກເສົ້າ, ຜິດຫວັງ, ແລະ ບໍ່ສາມາດກ້າວຜ່ານເລື່ອງລາວຄວາມຮັກເກົ່າໆ ທີ່ເຈັບປວດໄປໄດ້, “ຖິ້ມໄວ້ (Leave it)” ຈາກສິລະປິນ XZERO ແມ່ນອີກບົດເພງທີ່ເປັນຄືກະຈົກສະທ້ອນຄວາມຮູ້ສຶກເຫຼົ່ານັ້ນໄດ້ຢ່າງເຈັບປວດ ດ້ວຍຈັງຫວະດົນຕີທີ່ໜັກແໜ້ນແນວ...

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ຄ້າຍໆວ່າຈະຮັກ ແຕ່ອາດຈະຍັງນະ! ຟັງເພງ “ເສຍໃຈ” ຈາກ ອາລູນ້າ

ອາລູນ້າ ປ່ອຍ “ເສຍໃຈ” ເພງ Funky Pop ກິ່ນອາຍ '80 ສະທ້ອນຄວາມຮູ້ສຶກຂອງຄົນທີ່ເກືອບຈະຖືກຮັກ ແຕ່ສຸດທ້າຍໄດ້ພຽງຄວາມວ່າງເປົ່າ.

Remy Highbros ປ່ອຍເພງ Thousand Miles ບົດເພງທີ່ສ້າງຈາກສຽງຫົວໃຈເຖິງຄົນຮັກ

Thousand Miles ເພງນີ້ໄດ້ເລົ່າເລື່ອງລາວຄົນໆໜຶ່ງທີ່ໄດ້ອອກເດີນທາງຕາມຫາຝັນ ແລະ ລາວກໍໄດ້ເຈິຮັກແທ້ທີ່ທັງສອງມີຄວາມຮັກ ແລະ ເປົ້າໝາຍໃນສິ່ງດຽວກັນ. ໃນສ່ວນຂອງເພງມີຄວາມໂດດເດັ່ນດ້ານດົນຕີແບບ Country Music ປະສົມປະສານເນື້ອງຮ້ອງລາວ ແລະ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.