ໜ້າຫຼັກ Muan Tips ເຈົ້າເຮັດໄດ້ ຂ້ອຍກໍເຮັດຄືກັນ Mirroring behaviors ສ່ອງພຶດຕິກຳການຮຽນແບບການກະທຳຂອງຄົນຮັກ
Muan Tips

ເຈົ້າເຮັດໄດ້ ຂ້ອຍກໍເຮັດຄືກັນ Mirroring behaviors ສ່ອງພຶດຕິກຳການຮຽນແບບການກະທຳຂອງຄົນຮັກ

ແບ່ງປັນ

ຫຼາຍຄົນອາດຈະເຄີຍສັງເກດເຫັນວ່າຄົນອ້ອມຂ້າງ ຫຼື ຕົວເຈົ້າເອງນັ້ນຈະມີພຶດຕິກຳທີ່ເວລາຄົບໃຜ ຫຼື ວ່າມີແຟນໃໝ່ກໍຈະມີອາການຢາກປ່ຽນແປງຕົວເອງໃຫ້ເຂົ້າກັບຄົນທີ່ຄົບຢູ່ໃນປັດຈຸບັນ, ພໍຄົບໃຜກໍຈະປ່ຽນໄປຕາມຄົນນັ້ນເລື່ອຍໆ ເຊິ່ງມັນໄດ້ສະແດງໃຫ້ເຫັນທາງດ້ານການກະທຳ ແລະ ເປັນການປັບຕົວເອງໃຫ້ເຂົ້າກັບຄົນຮັກໄປໂດຍອັດຕະໂນມັດ, ເພື່ອຢາກໃຫ້ເກີດຄວາມໃກ້ຊິດ ແລະ ມີຄວາມສຳພັນທີ່ບໍ່ຢາກໃຫ້ມີຫຍັງເຂົ້າມາເປັນບັນຫາລົບກວນ.

ພຶດຕິກຳແບບນີ້ເອີ້ນວ່າ: Mirroring behaviors ແມ່ນການຮຽນແບບການກະທຳ, ຮູບແບບການເວົ້າ ຫຼື ທັດສະນະຄະຕິຂອງອີກຄົນໜຶ່ງ, ສ່ວນຕົວບຸກຄົນນັ້ນກໍມີທັງຮູ້ຕົວ ແລະ ບໍ່ຮູ້ຕົວ. ພຶດຕິກຳນີ້ມັກເກີດຂຶ້ນໃນສະຖານະການທີ່ມີການສື່ສານກັບຄົນໃນສັງຄົມ ແລະ ຄວາມສຳພັນໃນຮູບແບບຕ່າງໆ ເພາະການທີ່ເຮັດພຶດຕິກຳແບບນີ້ມັນຈະຊ່ວຍກະຊັບຄວາມສຳພັນໃຫ້ກັບຄູ່ຮັກຂອງພວກເຂົາ.

ຖ້າຫາກວ່າພຶດຕິກຳທີ່ເຮົາກຳລັງຮຽນແບບຄົນຮັກຢູ່ມັນກໍຊ່ວຍກະຊັບຄວາມສຳພັນ ແຕ່ຖ້າພຶດຕິກຳທີ່ຮຽນແບບມາມັນບໍ່ໄດ້ສົ່ງຜົນດີໃຫ້ກັບຄົນອ້ອມຂ້າງ ຫຼື ຄອບຄົວທີ່ຫວັງດີຕໍ່ເຮົາເດ ເຮົາຄວນຈະຈັດການກັບພຶດຕິກຳແບບ Mirroring behaviors ນີ້ແນວໃດ?

ມື້ນີ້ມ່ວນເລີຍມີຂໍ້ມູນດີໆມາແຊຣ໌ໃຫ້ທຸກຄົນໄດ້ລອງນຳໄປສັງເກດ ແລະ ປັບໃຊ້ກັນເດີ ເພື່ອຫາຈຸດທີ່ລົງຕົວທີ່ຈະສາມາດຮັກສາຄວາມສຳພັນໃນດ້ານໆຕ່າງໄວ້ໃຫ້ດີຍິ່ງຂຶ້ນ.

  1. ສັງເກດ ແລະ ຮັບຮູ້ຕໍ່ການປ່ຽນແປງ

ການທີ່ເຮົາໄດ້ລອງສັງເກດ ແລະ ຮັບຮູ້ຕໍ່ການປ່ຽນແປງພຶດຕິກຳທີ່ໄດ້ສະແດງອອກໃນທາງທີ່ບໍ່ດີຫຼາຍໆຢ່າງເຊັ່ນການໃຊ້ອາລົມ, ຄຳເວົ້າທີ່ໄປທາງດ້ານລົບ ຫຼື ການເບິ່ງເຈດຕະນາຂອງຄົນອ້ອມຂ້າງຜິດໄປນັ້ນ ແລະ ເຈົ້າຮູ້ສຶກວ່າທີ່ເຮັດໄປມັນບໍ່ເຄີຍເປັນຜົນດີກັບຕົວເຈົ້າ ແລະ ຄົນອ້ອມຂ້າງເລີຍ ນີ້ເປັນຈຸດສັງເກດທຳອິດທີ່ເຈົ້າເລີ່ມທີ່ຈະຮູ້ຕົວແລ້ວ.

2. ເປັນຕົວຂອງເຈົ້າເອງ

ເຈົ້າຄວນໝັ້ນໃຈໃນຄຸນຄ່າຂອງຕົວເຈົ້າເອງ ເຖິງວ່າເຈົ້າຈະຮັກ ແລະ ເຄົາລົບຄົນທີ່ເຈົ້າຢູ່ນຳ, ການເປັນຕົວຂອງເຈົ້າເອງທີ່ໜ້າຮັກ ແລະ ບໍ່ສະແດງພຶດຕິກຳທີ່ບໍ່ເໝາະສົມຈະຊ່ວຍໃຫ້ເຈົ້າຍັງຄົງຄວາມເປັນຕົວເອງ ແລະ ສ້າງຄວາມສຳພັນທີ່ດີໄດ້.

3. ປັບປຸງການສື່ສານ

ຫາກພຶດຕິກຳທີ່ບໍ່ດີມາຈາກຄົນທີ່ເຈົ້າຢູ່ໃກ້ຊິດ ຫຼື ເປັນຄົນທີ່ເຈົ້າຮັກນັ້ນມັກສົ່ງຜົນເສຍໃຫ້ແກ່ເຈົ້າ, ສິ່ງສຳຄັນທີ່ຄວນຈັດການແບບຮີບດ່ວນແມ່ນການປັບປຸງການສື່ສານຢ່າງເປີດໃຈ ແລະ ກົງໄປກົງມາ. ເຈົ້າສາມາດບອກພວກເຂົາດ້ວຍເຫດຜົນທີ່ສາມາດແກ້ໄຂໄດ້ທັງຕົວເຈົ້າ ແລະ ລາວ.

4. ເຝິກສ້າງຄວາມໝັ້ນໃຈ ແລະ ການຈັດການອາລົມ

ການມີຄວາມໝັ້ນໃຈ ແລະ ການຄວບຄຸມອາລົມຈະຊ່ວຍໃຫ້ເຈົ້າບໍ່ສະແດງອາລົມທີ່ສະທ້ອນພຶດຕິກຳດ້ານລົບຈາກຄົນອື່ນໄດ້ງ່າຍ, ເຝິກຈັດການກັບຄວາມຮູ້ສຶກຕົວເອງ ແລະ ສ້າງຄວາມໝັ້ນຄົງທາງອາລົມເພື່ອໃຫ້ເຈົ້າສາມາດຕັດສິນໃຈໄດ້ວ່າຄວນຮຽນແບບພຶດຕິກຳດ້ານໃດແດ່ໃຫ້ເປັນປະໂຫຍດ

See also  ກັບມາແມ! ຍ້ອນຫຍັງເຮົາຈຶ່ງຮຽກຮ້ອງໃຫ້ແຟນເກົ່າກັບມາ?

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ໃກ້ຄຽງ
Muan Tips

ອີ່ຫຍັງກະ Gen Z: ສະໜາມອາລົມໃນໂລກອອນລາຍ ແລະ ເຄັດລັບການຢູ່ຮ່ວມກັນດ້ວຍຄວາມເຂົ້າໃຈ

ເລື່ອງຂອງ Gen Z ເນາະ ມັນຄືກັບສະໜາມອາລົມໃນໂລກອອນລາຍແທ້ໆ ເພາະພວກເຂົາເຕີບໃຫຍ່ມາກັບໂລກດິຈິຕອລ ມີມຸມມອງທີ່ແຕກຕ່າງຈາກຄົນຮຸ່ນກ່ອນໆ ມັກຫຍັງທີ່ຫຼາກຫຼາຍ ເທົ່າທຽມກັນສຸດໆ ແລະ ກ້າສະແດງອອກຫຼາຍ ໃຊ້ໂຊຊຽວມີເດຍເປັນບ່ອນລະບາຍຄວາມຄິດແບບບໍ່ປິດບັງ....

Muan Tips

ໃຈພັງບໍ່ໄຫວ? 5 ທຣິກງ່າຍໆ ເພື່ອຮັບມືກັບມື້ທີ່ທັງເມື່ອຍ ແລະ ຈິດຕົກ

ຊີວິດບໍ່ໄດ້ມີແຕ່ຄວາມສຸກສົມຫວັງຕະຫຼອດໄປແຫຼະ! ບາງມື້ກໍດີ ຍິ້ມຈົນເຈັບແກ້ມ ປາກແຫ້ງໄປໝົດ, ແຕ່ບາງມື້ກໍຮູ້ສຶກຄືຖືກຊີວິດເອົາຄືນ ທັງເມື່ອຍກາຍ ທັງໃຈວຸ້ນວາຍ ຈົນຢາກຈະຮ້ອງອອກມາວ່າ “ພໍແລ້ວ!”. ແຕ່ດຽວກ່ອນ. ຄວາມຮູ້ສຶກຈິດຕົກນີ້ມັນບໍ່ໄດ້ຢູ່ກັບເຮົາຕະຫຼອດໄປດອກ. ພຽງແຕ່ເຮົາຮູ້ທຣິກປັບຕົວ...

Muan Tips

ເຮັດໜ້ອຍແຕ່ໄດ້ຫຼາຍ ແບບນີ້ແຫຼະເຂົາຈະຕົກຫຼຸມຮັກເຮົາ ລອງໃຊ້ວິທີ Micro-mance ເບິ່ງແມະ

ເຄີຍສົງໄສບໍ່ວ່າ ບາງຄັ້ງຄົນເຮົາກໍຕົກຫຼຸມຮັກກັນໄດ້ຈາກເລື່ອງເລັກນ້ອຍໆທີ່ເບິ່ງຄືບໍ່ຫຍັງຫຼາຍ. ບໍ່ຕ້ອງເຖິງຂັ້ນໃຫ້ດອກໄມ້ຊໍ່ໃຫຍ່ ຫຼື ພາໄປດິນເນີພາຍໃຕ້ແສງທຽນທີ່ແສນໂຣແມນຕິກ, ພຽງແຕ່ການກະທຳເັລກໆນ້ອຍໆທີ່ເອີ້ນວ່າ “Micro-mance” ກໍສາມາດຈຸດປະກາຍຄວາມຮູ້ສຶກດີໆໃນໃຈຂອງເຮົາໄດ້ແລ້ວ. Micro-mance ຄືຊ່ວງເວລາເລັກນ້ອຍທີ່ສະແດງເຖິງຄວາມໃສ່ໃຈ, ຄວາມໜ້າຮັກ ແລະ...

Muan Tips

ເປັນຫຍັງເຫຍື່ອຈາກການລ່ວງລະເມີດຈຶ່ງກາຍເປັນຜູ້ທີ່ຖືກຕຳໜິ? ເຮັດແນວໃດຈຶ່ງຈະຢຸດ Victim Blaming ໄດ້

“ກະຍ້ອນເຈົ້ານຸ່ງເຄື່ອງແບບນັ້ນລະ ເຂົາຈຶ່ງມາລວນລາມເຈົ້າ” “ເທື່ອໜ້າບໍ່ຕ້ອງນຸ່ງຫຍັງເດີສາວ” “ຄິດຫຍັງຫຼາຍ ກະເຈົ້າຄົນຜູ້ງາມເນາະ ເຂົາກະຢາກຢອກແດ່ຫັ້ນລະ” ຫຼາຍຄັ້ງທີ່ເຮົາເຫັນຂ່າວທີ່ມີຜູ້ຖືກລ່ວງລະເມີດທາງຮ່າງກາຍ-ຈິດໃຈ ຖືກສັງຄົມໂຈມຕີແບບນັ້ນ ເຊິ່ງຄວາມຈິງແລ້ວມັນບໍ່ຄວນຈະເປັນແບບນັ້ນ. ການທີ່ສັງຄົມຕຳໜິເຫຍື່ອ ຫຼື ຜູ້ຖືກກະທຳຈາກເຫດການໃດໜຶ່ງ...