ມັກລັກກົດໃຈໃຫ້ Story ຄົນອື່ນ ຫຼື ມັກລົມແຊັດກັບອີກຄົນໃນໂຊຊ້ຽວມີເດຍແລ້ວໃຫ້ຄວາມສຳຄັນຫຼາຍເກີນໄປ, ຕອນນີ້ເຮົາກຳລັງຖືກ Micro-Cheating ຢູ່ບໍນະ?
ຫຼາຍໆຄົນອາດຈະຕ້ອງມີເຄີຍເຈິເຫດການນີ້ກັນແນ່ນອນແຫຼະ, ບາງເວລາທີ່ເຮົາໄດ້ແຕ່ງຕົວດູດີມັນກໍມີໜ່ອຍໜຶ່ງທີ່ຢາກອວດລຸກຫຼໍ່-ງາມ ແລ້ວຢາກຖ່າຍຮູບ ຫຼື ວິດີໂອສັ້ນໂພສລົງ Story ຂອງຕົວເອງ, ແຕ່ມັນກໍຈະມີຂາປະຈຳຄົນໜຶ່ງທີ່ມັກມາກົດໃຈໃຫ້ຕະຫຼອດ.
ໃນບາງຄັ້ງກໍ Reply ຈາກ Story ມາຍ້ອງມາຢອກຕະຫຼອດ ລອງສັງເກດເບິ່ງຈາກພຶດຕິກຳແລ້ວນີ້ແມ່ນເຂົ້າຂ່າຍການອ່ອຍແບບອ້ອມໆເລີຍ ຈົນເຮັດໃຫ້ອົດບໍ່ໄດ້ທີ່ຈະຕ້ອງເຂົ້າໄປສ່ອງເບິ່ງສະຖານະເຂົາແຕ່ປະກົດວ່າ “ເຂົາມີແຟນຢູ່ແລ້ວ”.
ການທີ່ບາງຄົນມີແຟນຢູ່ແລ້ວແຕ່ຍັງຄົງເຮັດພຶດຕິກຳທີ່ສະແດງເຖິງການອ່ອຍແບບທາງອ້ອມແບບນີ້ແມ່ນເຈົ້າກຳລັງຖຶກ Micro-Cheating ຢູ່, ເພາະເຖິງວ່າຈະບໍ່ມີການນອກໃຈທີ່ຊັດເຈນ, ແຕ່ກໍມີການກະທຳທີ່ຂ້າມເສັ້ນຂອງຄວາມຊື່ສັດ ແລະ ຄວາມເຄົາລົບຕໍ່ຄູ່ຮັກຂອງຕົນເອງ.
ພຶດຕິກຳ Micro-Cheating ແບບນີ້ມັກຈະສ້າງຄວາມບໍ່ສະບາຍໃຈໃຫ້ກັບຜູ້ທີ່ຕົກເປັນເປົ້າໝາຍຂອງການອ່ອຍ ແລະ ການກະທຳທີ່ເບິ່ງຄືວ່າເປັນເລື່ອງນ້ອຍໆທີ່ບໍ່ຕ້ອງຄິດຈິງຈັງ ແລະ ບໍ່ຊັດເຈນວ່າເປັນການນອກໃຈ, ແຕ່ເປັນພຶດຕິກຳທີ່ອາດທຳລາຍຄວາມເຊື່ອໝັ້ນໃນຄວາມສຳພັນໄດ້, ການກະທຳເຫຼົ່ານີ້ສາມາດເຮັດໃຫ້ຄູ່ຮັກຮູ້ສຶກບໍ່ສະບາຍໃຈ ແລະ ສົ່ງຜົນກະທົບຕໍ່ຄວາມໄວ້ວາງໃຈໃນຄວາມສຳພັນ.
Micro-Cheating ມັກເກີດຂຶ້ນເມື່ອຄົນໜຶ່ງໃນຄວາມສຳພັນມີການປະຕິສຳພັນ ຫຼື ພຶດຕິກຳທີ່ຂ້າມເສັ້ນໄປໃຊ້ຄວາມຮູ້ສຶກແບບໂຣແມນຕິກກັບຄົນອື່ນໂດຍທີ່ພວກເຂົາອາດບໍ່ຮູ້ຕົວວ່າເປັນການກະທຳຄວາມຜິດ ແລະ ຄວນເຮັດແນວໃດເມື່ອພົບກັບ Micro-Cheating ແບບນີ້?
ຊັດເຈນ ແລະ ສື່ສານຢ່າງເປີດໃຈ
ຖ້າຈົ້າຮູ້ສຶກບໍ່ສະບາຍໃຈກັບພຶດຕິກຳແບບນີ້, ຄວນໂອ້ລົມປຶກສາຢ່າງຊື່ກົງໄປກົງມາກັບລາວກ່ຽວກັບຄວາມຮູ້ສຶກຂອງເຈົ້າ, ຢ່າປ່ອຍໃຫ້ມັນດຳເນີນຕໍ່ໄປ
ບໍ່ສົ່ງເສີມພຶດຕິກຳ
ຖ້າເຈົ້າຮູ້ວ່າລາວມີແຟນຢູ່ແລ້ວ, ການບໍ່ຕອບສະໜອງ ຫຼື ສົ່ງເສີມພຶດຕິກຳທີ່ອາດຂ້າມເສັ້ນຈະຊ່ວຍປ້ອງກັນບໍ່ໃຫ້ສະຖານະການຮ້າຍແຮງລົງ.
ເຄົາລົບຕົນເອງ ແລະ ຄູ່ຮັກຂອງລາວ
ການໃຫ້ຄວາມສຳຄັນກັບການເຄົາລົບຂອບເຂດຂອງຄວາມສຳພັນເປັນສິ່ງສຳຄັນ, ເພາະບໍ່ພຽງແຕ່ຈະຊ່ວຍຮັກສາຈິດໃຈຂອງເຈົ້າເອງ ແຕ່ຍັງເປັນການປົກປ້ອງຄວາມສຳພັນຂອງຜູ້ອື່ນດ້ວຍ.
Micro-Cheating ອາດເບິ່ງຄືນ້ອຍໆ, ແຕ່ຖ້າປ່ອຍປະໄວ້, ອາດເຮັດໃຫ້ຄວາມສຳພັນພັງທະລາຍໄດ້, ການເຂົ້າໃຈພຶດຕິກຳເຫຼົ່ານີ້ ແລະ ຮີບຮ້ອນແກ້ໄຂບັນຫາທີ່ຕົ້ນເຫດນັບວ່າເປັນກ້າວທຳອິດໃນການຮັກສາຄວາມສຳພັນໃຫ້ຍືນຍົງ.
ພຶດຕິກຳ Micro-Cheating ອາດເບິ່ງຄືບໍ່ຮ້າຍແຮງ, ແຕ່ກໍສາມາດສ້າງຄວາມສັບສົນ ແລະ ເຮັດໃຫ້ເກີດຄວາມບໍ່ໝັ້ນຄົງໃນຄວາມສຳພັນຕ່າງໆໄດ້.
ໂດຍ: ທີມບັນນາທິການ Muan