ເຮັດແນວໃດກວ່າຈະເປັນຄຣີເອເຕີທີ່ຜູ້ເບິ່ງຮັກໃນມື້ນີ້ ເປີດເຄັດລັບເສັ້ນທາງການເຕີບໂຕຂອງຄູ່ຮັກ ນັກຣີວິວອາຫານ ນັກເລງຕ່ອນ

ແບ່ງປັນ

ເຮັດແນວໃດກວ່າຈະເປັນຄຣີເອເຕີທີ່ຜູ້ເບິ່ງຮັກໃນມື້ນີ້ ເປີດເຄັດລັບເສັ້ນທາງການເຕີບໂຕຂອງຄູ່ຮັກ ນັກຣີວິວອາຫານ ນັກເລງຕ່ອນ

16 October 2026● 15
✦ AI Summarized

Key Takeaways:

  • ຊ່ອງຣີວິວອາຫານ ນັກເລງຕ່ອນ ໂດຍ ໂຕ່ໂຕ້ ແລະ ຕຸ໋ມຕິມ ເກີດຈາກຄວາມມັກກິນ ແລະ ຄວາມຕັ້ງໃຈທີ່ຈະເຮັດອາຊີບນັກຣີວິວອິດສະລະແບບເຕັມໂຕ ຈົນສາມາດຄວ້າລາງວັນ Best Foodie Content Creator of the Year ມາຄອງໄດ້.
  • ທີ່ມາຂອງຊື່ ນັກເລງຕ່ອນ ມາຈາກການທີ່ ໂຕ່ໂຕ້ ເປັນຄົນມັກກິນຂອງແກ້ມເປັນຫຼັກເວລາໄປສັງສັນ ຈຶ່ງກາຍເປັນໄອເດຍໃນການຕັ້ງຊື່ເພຈທີ່ຈື່ຈຳງ່າຍ ແລະ ບົ່ງບອກຄວາມເປັນໂຕຕົນ.
  • ເບື້ອງຫຼັງຄວາມສຳເລັດແມ່ນມາຈາກຄວາມເຊື່ອໝັ້ນ ແລະ ການຄຽງຂ້າງໃຫ້ກຳລັງໃຈກັນລະຫວ່າງ ໂຕ່ໂຕ້ ແລະ ຕຸ໋ມຕິມ ວະລວມທັງທີມງານ ແລະ ແຟນຄລັບທີ່ສະໜັບສະໜຸນມາຕະຫຼອດ.
  • ໃນການຣີວິວແຕ່ລະຄັ້ງ ນັກເລງຕ່ອນ ໃຫ້ຄວາມສຳຄັນກັບຄວາມຈິງໃຈ ຖ້າອາຫານຮ້ານໃດບໍ່ແຊບແມ່ນຈະແນະນຳໃຫ້ຮ້ານປັບປຸງ ເພື່ອຮັກສາຄວາມຄາດຫວັງຂອງທັງຜູ້ຊື້ ແລະ ຜູ້ຂາຍ.
  • ໂຕ່ໂຕ້ ຝາກແຮງບັນດານໃຈໃຫ້ກັບຜູ້ที่ຢາກເປັນຄອນເທັນຄຣີເອເຕີ ແຕ່ຍັງບໍ່ກ້າເລີ່ມວ່າ ໃຫ້ລົງມືເຮັດເລີຍ ບໍ່ຈຳເປັນຕ້ອງພ້ອມທຸກຢ່າງ ພຽງແຕ່ມີຄວາມດຸໝັ່ນ, ອົດທົນ ແລະ ຮຽນຮູ້ໄປເລື້ອຍໆ.

ທຸກຄົນເປັນຄືກັນບໍ່? ເວລາໄຖຟີດໂຊຊຽວມີເດຍເບິ່ງຄລິບຣີວິວອາຫານ ແລ້ວຢູ່ໆກໍໄດ້ຍິນສຽງ Hey You ນັກເລງຕ່ອນ ເດັ້ງຂຶ້ນມາ ແມ່ນໃຜແດ່ຕ້ອງໄດ້ຢຸດເບິ່ງ? ໜຶ່ງໃນນັ້ນກໍຄື ພວກເຮົາເອງ ເພາະໄດ້ຍິນເທື່ອໃດກໍທັງຫິວ, ທັງເພີນ ແລະ ເຮັດໃຫ້ຢາກລອງຕາມໄປຊິມຢູ່ຕະຫຼອດ.

ອ່ານມາຮອດນີ້, ທຸກຄົນຄົງມີພາບ ແລະ ສຽງໃນຫົວແລ້ວແມ່ນບໍ່? ແມ່ນແບບທີ່ຄິດເລີຍ! ເພາະຊ່ອງນັ້ນກໍຄື Nuklengton ນັກເລງຕ່ອນ ຊ່ອງຣີວິວຂອງສອງຄູ່ຮັກ ໂຕ່ໂຕ້ – ສຸກສັນໄຊ ອຸດົມວິໄລ ແລະ ຕຸ໋ມຕິມ – ອາພາພອນ ຈະເລີນລັງສີ ນັ້ນເອງ.

ຈຸດທີ່ໜ້າປະທັບໃຈຈາກເລື່ອງລາວເຂົາເຈົ້າກໍຄື ຄວາມກ້າຂອງທັງ ໂຕ່ໂຕ້ ແລະ ຕຸ໋ມຕິມ ທີ່ທັງສອງຄົນຕັດສິນໃຈເຮັດອາຊີບນັກຣີວິວອິດສະລະແບບເຕັມໂຕ. ມັນໄດ້ພິສູດໃຫ້ເຫັນວ່າ ອາຊີບຄອນເທັນຄຣີເອເຕີນີ້ກໍສາມາດສ້າງລາຍຮັບ ແລະ ລ້ຽງໂຕເອງໄດ້ແທ້. ພ້ອມກັນນັ້ນ, ດ້ວຍຄວາມ ຕັ້ງໃຈບວກກັບຄວາມຈິງໃຈ ແບບບໍ່ໄດ້ປະດິດແຕ່ງກໍເຮັດໃຫ້ພວກເຂົາສາມາດຄວ້າລາງວັນ Best Foodie Content Creator of the Year – ນັກສ້າງເນື້ອຫາດິຈິຕອລສາຍອາຫານດີເດັ່ນແຫ່ງປີ ມາຄອງໄດ້.

ອ່ານຕື່ມ:  ຄວາມຜິດຫວັງ ຄືຢາຕ້ານເຊື້ອຊັ້ນດີ ຊວນປົດລັອກໃຈໃນແບບ ບຸນທ່ຽມ ທຳມະວົງ

ພໍພວກເຮົາໄດ້ມີໂອກາດໄປລົມກັບ ໂຕ່ໂຕ້ ກໍຢາກຮູ້ເຖິງຄວາມຮູ້ສຶກຕອນທີ່ໄດ້ຮັບລາງວັນ ເນື່ອງຈາກຊ່ອງ ນັກເລງຕ່ອນ ຕິດພາລະກິດສ່ວນໂຕເຮັດໃຫ້ທັງສອງບໍ່ສາມາດມາຮ່ວມງານໄດ້ ຈຶ່ງໄດ້ຖາມຢ້ອນກັບໄປໃນວິນາທີນັ້ນ ແລະ ຫຼັງຈາກນີ້ ໂຕ່ໂຕ້ ກໍໄດ້ເປັນຕົວແທນໃຫ້ຊ່ອງ ນັກເລງຕ່ອນ ເພື່ອຖ່າຍທອດເລື່ອງລາວທັງໝົດສູ່ພວກເຮົາຟັງ.

ໂຕ່ໂຕ້ ເລົ່າວ່າ: “ຮູ້ສຶກດີໃຈຫຼາຍ ເພາະຕອນທຳອິດບໍ່ຄາດຄິດເລີຍວ່າ ຊ່ອງຣີວິວນ້ອຍໆຂອງພວກເຮົາທີ່ມີສະໄຕລ໌ການຣີວິວແບບບ້ານໆ ຈະມາໄດ້ໄກຮອດຂະໜາດນີ້”.

ດ້ວຍຄວາມມັກກິນ ຈຶ່ງກາຍເປັນແຮງບັນດານໃຈ

ຈຸດເລີ່ມຕົ້ນຂອງ ນັກເລງຕ່ອນ ມາຈາກຄວາມມັກສ່ວນໂຕຂອງ ໂຕ່ໂຕ້ ແລະ ຕຸ໋ມຕິມ ທີ່ມັກເລາະຫາຂອງກິນແຊບໆ ໂດຍມີແຮງບັນດານໃຈຈາກຊ່ອງຣີວິວອາຫານທີ່ຕິດຕາມມາກ່ອນເຊັ່ນ ນັກເລງລ່າແປ້ງນົວ, ກູຕຸ້ຍນະ ແລະ 30+ ເຊິ່ງແຕ່ລະຊ່ອງກໍມີສະໄຕລ໌ທີ່ມ່ວນ ແລະ ເປັນເອກະລັກ ຈົນເຮັດໃຫ້ທັງສອງຄົນຢາກອອກໄປລອງກິນຕາມ.

ຈາກຄົນທີ່ເຄີຍເປັນພຽງຄົນເບິ່ງ ທັງສອງຈຶ່ງເລີ່ມມີຄວາມຄິດຢາກສ້າງເພຈຣີວິວຂອງໂຕເອງຂຶ້ນມາ ໂດຍເນັ້ນຄວາມມ່ວນ ແລະ ສະທ້ອນໂຕຕົນຂອງພວກເຂົາໃຫ້ໄດ້ຫຼາຍທີ່ສຸດ. ສ່ວນທີ່ມາຂອງຊື່ ນັກເລງຕ່ອນ ກໍເກີດຈາກ ໂຕ່ໂຕ້ ທີ່ເປັນຄົນບໍ່ດື່ມເຄື່ອງດື່ມທີ່ມີທາດເຫຼົ້າ. ເວລາໄປສັງສັນກັບໝູ່ຄູ່ຄົນອື່ນອາດຈະເນັ້ນດື່ມ ແຕ່ລາວພັດເນັ້ນກິນຂອງແກ້ມເປັນຫຼັກ ຈົນກາຍມາເປັນໄອເດຍໃນການຕັ້ງຊື່ເພຈທີ່ທັງຈື່ງ່າຍ, ມີຄວາມມ່ວນ ແລະ ບົ່ງບອກຄວາມເປັນພວກເຂົາໄດ້ຢ່າງລົງຕົວ.

ໂຕ່ໂຕ້ – ສຸກສັນໄຊ ອຸດົມວິໄລ ແລະ ຕຸ໋ມຕິມ – ອາພາພອນ ຈະເລີນລັງສີ

ເພາະມີຄົນເຊື່ອໝັ້ນ ຈຶ່ງມີ ນັກເລງຕ່ອນ ໃນມື້ນີ້

ເພາະເຊື່ອໝັ້ນກັນ ແລະ ກັນ ຈຶ່ງເຮັດໃຫ້ ນັກເລງຕ່ອນ ມີມື້ນີ້, ຈາກມື້ທີ່ມີຄົນຕັ້ງຄຳຖາມວ່າສິ່ງທີ່ເຮັດຈະໄປໄດ້ໄກສ່ຳໃດ ຈົນມາຮອດມື້ທີ່ຊື່ຂອງພວກເຂົາຖືກປະກາດເທິງເວທີ Muan Awards 2025 ລາງວັນນີ້ຈຶ່ງບໍ່ແມ່ນພຽງລາງວັນຂອງຄົນເຮັດຜົນງານ ແຕ່ຍັງເປັນຄວາມພາກພູມໃຈຂອງທຸກຄົນທີ່ຢູ່ເບື້ອງຫຼັງຂອງພວກເຂົາ.

“ຄົນທຳອິດທີ່ຢາກຂອບໃຈກໍຄື ເຈ້ໃຫຍ່ສຸດທີ່ຮັກ (ຕຸ໋ມຕິມ) ທີ່ຄອຍຢູ່ຄຽງຂ້າງ, ໃຫ້ກຳລັງໃຈ ແລະ ເຊື່ອໝັ້ນໃນຕົວຜູ້ຊາຍຄົນນີ້ມາຕະຫຼອດ. ຖ້າຢ້ອນກັບໄປຕອນທີ່ເລີ່ມເຮັດຣີວິວໃໝ່ໆ ຕອນນັ້ນມີຫຼາຍຄຳຖາມທີ່ເຂົ້າມາ ບໍ່ວ່າຈະເປັນ ເຮັດໄປເພື່ອຫຍັງ? ເຮັດແລ້ວໄດ້ຫຍັງ? ຫຼື ເສຍທັງເວລາ, ເສຍທັງເງິນ ບໍ່ມີໃຜມາຈ້າງພວກເຈົ້າດອກ”.

“ແຕ່ເຖິງຈະມີຄຳຖາມເຫຼົ່ານັ້ນ ກໍຍັງມີຄົນທີ່ເຊື່ອໃນສິ່ງທີ່ເຮົາເຮັດ ແລະ ພ້ອມຈະສູ້ໄປນຳກັນ. ຂອບໃຈອ້າຍເອື້ອຍນ້ອງທີມງານທຸກຄົນ ທີ່ຄອຍໃຫ້ຄຳແນະນຳ, ຊ່ວຍເຫຼືອ ແລະ ສູ້ນຳກັນ. ຂອບໃຈແຟນຄລັບທຸກຄົນທີ່ຄອຍຕິດຕາມ, ສົ່ງກຳລັງໃຈ ແລະ ໃຫ້ການສະໜັບສະໜຸນພວກເຮົາມາຕະຫຼອດ”.

“ສຸດທ້າຍນີ້, ຂໍຂອບໃຈຜູ້ໃຫຍ່ໃຈດີ ແລະ ຄະນະກຳມະການຈາກ Muan Awards ທຸກທ່ານ ທີ່ເຫັນຄຸນຄ່າ ແລະ ມອບຄວາມຮັກໃຫ້ກັບຜົນງານຂອງ ນັກເລງຕ່ອນ ເດີ” ໂຕ່ໂຕ້ ກ່າວ.

ອ່ານຕື່ມ:  ຄວາມຜິດຫວັງ ຄືຢາຕ້ານເຊື້ອຊັ້ນດີ ຊວນປົດລັອກໃຈໃນແບບ ບຸນທ່ຽມ ທຳມະວົງ

ບໍ່ຕ້ອງຄືໃຜ ແຕ່ໃຫ້ຄົນຈື່ໄດ້ວ່ານີ້ຄື ນັກເລງຕ່ອນ

ສຳລັບການເລືອກຮ້ານອາຫານ ຫຼື ເມນູມາຣີວິວຂອງ ນັກເລງຕ່ອນ” ບໍ່ໄດ້ມີສູດຫຍັງທີ່ຊັບຊ້ອນຫຼາຍ ສິ່ງສຳຄັນຄື ພວກເຂົາຕ້ອງເປັນຕົວເອງໃຫ້ຫຼາຍທີ່ສຸດ ແລະ ນຳສະເໜີຈຸດເດັ່ນຂອງຮ້ານ ຫຼື ເມນູນັ້ນໆອອກມາໃຫ້ຄົນເບິ່ງຮູ້ສຶກວ່າໜ້າກິນ ແລະ ໜ້າສົນໃຈ.

ໂຕ່ໂຕ້ ສະແດງຈຸດຢືນວ່າ “ພວກເຮົາຢາກໃຫ້ຄລິບມີສະເໜ່ໃນແບບຂອງຕົນເອງ ເພື່ອໃຫ້ຄົນເບິ່ງຈື່ຈຳໄດ້ວ່າ ນີ້ແມ່ນສະໄຕລ໌ຂອງ ນັກເລງຕ່ອນ”.

ໜຶ່ງຄລິບຣີວິວ ກັບສອງຄວາມຄາດຫວັງ

ໃຜຈະຮູ້ວ່າເບື້ອງຫຼັງຄລິບຣີວິວທີ່ເບິ່ງມ່ວນ ແລະ ໜ້າກິນ ຍັງມີຄວາມກົດດັນທີ່ຫຼາຍຄົນອາດຄາດບໍ່ເຖິງ ສຳລັບນັກຣີວິວຄື ນັກເລງຕ່ອນ ໃນທຸກຄຳຣີວິວລ້ວນມີຄວາມຄາດຫວັງຂອງທັງຮ້ານອາຫານ ແລະ ຄົນເບິ່ງເຊື່ອງຢູ່ສະເໝີ. 

“ຮູ້ສຶກກົດດັນຫຼາຍ ເພາະທຸກຮ້ານກໍຄາດຫວັງຢາກໃຫ້ການຣີວິວຊ່ວຍໃຫ້ຮ້ານຂາຍດີຂຶ້ນ, ໃນຂະນະທີ່ຄົນເບິ່ງກໍຄາດຫວັງວ່າ ອາຫານຈະແຊບ ແລະ ມີຄຸນນະພາບດີຄືກັບທີ່ເຫັນໃນຄລິບ. ເວລາໄປຣີວິວຮ້ານໃດ ພວກເຮົາຈະຢ້ຳກັບທາງຮ້ານສະເໝີວ່າ ອາຫານທີ່ຈັດມາໃຫ້ຣີວິວມີລົດຊາດແນວໃດ ເວລາຂາຍໃຫ້ລູກຄ້າກໍຄວນຮັກສາມາດຕະຖານໃຫ້ໄດ້ຄືກັນ”.

ໂຕ່ໂຕ້ ເລົ່າຕໍ່ “ຖ້າຈານໃດລົດຊາດບໍ່ຜ່ານ ຫຼື ຍັງບໍ່ແຊບ, ພວກເຮົາກໍຈະບອກ ແລະ ແນະນຳໃຫ້ຮ້ານປັບປຸງ ບໍ່ແມ່ນວ່າຈະປ່ອຍຜ່ານໄປງ່າຍໆ. ສ່ວນທາງຮ້ານຈະນຳຄຳແນະນຳໄປປັບປຸງ ຫຼື ສາມາດຮັກສາມາດຕະຖານໄດ້ຫຼາຍໜ້ອຍຊ່ຳໃດ ກໍຂຶ້ນກັບທາງຮ້ານເອງ”.

“ສຳລັບພວກເຮົາ ການຣີວິວບໍ່ແມ່ນພຽງແຕ່ຖ່າຍຄລິບໃຫ້ອາຫານເບິ່ງເປັນຕາແຊບ ແຕ່ຍັງຕ້ອງຄຳນຶງເຖິງຄວາມຄາດຫວັງຂອງທັງຮ້ານອາຫານ ແລະ ຄົນເບິ່ງນຳອີກ” ໂຕ່ໂຕ້ ເລົ່າຄວາມຮູ້ສຶກທີ່ມີ.

ໂຕ່ໂຕ້ – ສຸກສັນໄຊ ອຸດົມວິໄລ ແລະ ຕຸ໋ມຕິມ – ອາພາພອນ ຈະເລີນລັງສີ

ສິ່ງທີ່ດີກວ່າຍອດວິວ ຄືການໄດ້ເຫັນຊີວິດຄົນອື່ນດີຂຶ້ນ

ຄວາມມ່ວນຂອງການເຮັດຄອນເທັນສຳລັບ ນັກເລງຕ່ອນ ຫຼາຍທີ່ສຸດອາດບໍ່ແມ່ນຍອດວິວ ຫຼື ຍອດແຊຣ໌ ແຕ່ແມ່ນຮອຍຍິ້ມ ແລະ ຄຳຂອບໃຈຈາກພໍ່ຄ້າແມ່ຄ້າ ເມື່ອການຣີວິວຂອງພວກເຂົາສາມາດຊ່ວຍຕໍ່ຊີວິດ ແລະ ສ້າງຄວາມຫວັງໃຫ້ຄອບຄົວໜຶ່ງໄດ້ ເຊິ່ງສິ່ງນີ້, ມັນໄດ້ປ່ຽນພາບລັກຂອງນັກຣີວິວ ຈາກຜູ້ສ້າງຄວາມບັນເທີງ ມາເປັນຜູ້ທີ່ສາມາດສ້າງໂອກາດທາງເສດຖະກິດໃຫ້ຄົນອື່ນໄດ້.

“ຫຼາຍໆຄົນອາດຈະບໍ່ຮູ້ເລື່ອງນີ້, ຮອຍຍິ້ມ ແລະ ຄຳຂອບໃຈ ທີ່ໄດ້ຈາກແມ່ຄ້າຄື ກຳລັງໃຈອັນສຳຄັນເລີຍ ເພາະຮ້ານຄ້າ ຫຼື ແມ່ຄ້າບາງຮ້ານແມ່ນເປັນໜີ້ຫຼາຍໃນການລົງທຶນຄ້າຂາຍ. ບາງຄົນຫາລ້ຽງລູກ-ສົ່ງລູກຮຽນ, ບາງຄົນຫາລ້ຽງຄອບຄົວ-ລ້ຽງພໍ່ລ້ຽງແມ່, ບາງຄົນຝາກທັງຊີວິດໄວ້ກັບຮ້ານຄ້ານ້ອຍໆເພື່ອລ້ຽງປາກລ້ຽງທ້ອງ”.

“ເວລາໄປຣີວິວແລ້ວພວກເຂົາໄດ້ຂາຍດີ, ພວກເຮົາເອງກໍດີໃຈນຳ. ບາງຄົນຈາກເປັນໜີ້ກໍຂາຍດີຈົນສາມາດປົດໜີ້ໄດ້ ຊີວິດການເປັນຢູ່ກໍດີຂື້ນ, ມີເງິນສົ່ງລູກຮຽນ, ມີເງິນພາໂຕເອງ ຫຼື ຄົນໃນຄອບຄົວໄປປິ່ນປົວຮັກສາ ແຕ່ພໍໄດ້ຮູ້ວ່າພວກເຮົາເປັນສ່ວນໜຶ່ງທີ່ຊ່ວຍເຮັດໃຫ້ຖານະຄອບຄົວພວກເຂົາດີຂຶ້ນ ມັນເປັນຫຍັງທີ່ໂຄດຮູ້ສຶກດີ ແລະ ໂຄດພູມໃຈເລີຍ” ໂຕ່ໂຕ້ ກ່າວ.

ບໍ່ຈຳເປັນຕ້ອງເກັ່ງ ພຽງຢ່າຢຸດຮຽນຮູ້

ສິ່ງທີ່ທຸກຄົນເຮັດໄດ້ເລີຍກໍຄື ຕ້ອງຮັກສາມາດຕະຖານ ແລະ ຄວາມເປັນໂຕເອງໄວ້, ມີວິໄນ, ອົດທົນ ແລະ ດຸໝັ່ນກັບສິ່ງທີ່ເຮັດ ເຖິງວ່າໃນປັດຈຸບັນຈະມີຄອນເທັນຄຣີເອເຕີເກີດຂຶ້ນໃໝ່ຫຼາຍຂຶ້ນ ແລະ ກະແສຄອນເທັນກໍປ່ຽນໄປຕະຫຼອດ ແຕ່ສຳລັບ ນັກເລງຕ່ອນ ສິ່ງສຳຄັນຄືການຮູ້ຈັກປັບຕົວ ແລະ ຮຽນຮູ້ສິ່ງໃໝ່ໆ ໂດຍທີ່ບໍ່ສູນເສຍຄວາມເປັນໂຕເອງໄປ.

ອ່ານຕື່ມ:  ຄວາມຜິດຫວັງ ຄືຢາຕ້ານເຊື້ອຊັ້ນດີ ຊວນປົດລັອກໃຈໃນແບບ ບຸນທ່ຽມ ທຳມະວົງ

“ຖ້າມື້ນີ້ເຮົາຍັງບໍ່ເກັ່ງ ຫຼື ຍັງເຮັດບໍ່ເປັນ ກໍບໍ່ແມ່ນບັນຫາ ເພາະ ນັກເລງຕ່ອນ ເອງກໍເລີ່ມຕົ້ນຈາກການບໍ່ຮູ້ ແລະ ບໍ່ເປັນຄືກັນ. ພວກເຮົາອາໄສການສຶກສາຈາກໂຊຊຽລມີເດຍ ຮຽນຮູ້ຈາກຄອນເທັນຂອງຄົນອື່ນ ແລ້ວນຳມາປັບໃຊ້ກັບສະໄຕລ໌ຂອງໂຕເອງ. ສິ່ງທີ່ເຄີຍເຮັດບໍ່ໄດ້ ກໍຄ່ອຍໆຝຶກຝົນໄປ ເພາະບໍ່ມີໃຜເກັ່ງມາແຕ່ຕົ້ນ”.

ໂຕ່ໂຕ້ – ສຸກສັນໄຊ ອຸດົມວິໄລ

ຫຼັງຈາກທີ່ໄດ້ຟັງ ໂຕ່ໂຕ້ ເວົ້າ ພວກເຮົາຄິດວ່າການຈະຢູ່ໃນສາຍຄອນເທັນໄດ້ດົນໆນີ້ ບໍ່ແມ່ນການທີ່ເຮົາໄປແຂ່ງຂັນກັບຄົນອື່ນຕະຫຼອດເວລາ ແຕ່ເຮົາຕ້ອງມາເນັ້ນທີ່ການເຮັດວຽກຂອງເຮົາໃຫ້ດີຂຶ້ນໃນທຸກໆມື້ຄື ການຮັກສາຄຸນນະພາບ, ບໍ່ຢຸດພັດທະນາ ແລະ ສ້າງຄວາມເຊື່ອໝັ້ນໃຫ້ຄົນເບິ່ງ ເຮົາກໍຈະມີແຮງເຮັດຄອນເທັນຕໍ່ໄປໄດ້ດີຂຶ້ນເລື້ອຍໆ.

ຄວາມສຳເລັດ ເລີ່ມຈາກການລອງ

ໂຕ່ໂຕ້ ຝາກເຖິງຄົນທີ່ຢາກເປັນຄອນເທັນຄຣີເອເຕີທີ່ຍັງບໍ່ກ້າລົງມືເລີ່ມ “ເຮັດເລີຍ! ຢ່າເອົາແຕ່ຄິດ ຫຼື ບອກວ່າໂຕເອງຍັງບໍ່ເກັ່ງ ແລະ ຍັງເຮັດບໍ່ເປັນ. ຖ້າຢາກເຮັດກໍໃຫ້ລອງເຮັດກ່ອນ ເພາະເມື່ອເຮົາໄດ້ລົງມືເຮັດແທ້ໆ ເຮົາຈະເຫັນວ່າຈຸດແຂງຂອງເຮົາຢູ່ໃສ, ຈຸດອ່ອນຢູ່ໃສ ແລະ ຍັງຕ້ອງປັບປຸງຫຍັງອີກແດ່”.

“ຖ້າເຮົາເລີ່ມຕັ້ງແຕ່ມື້ນີ້, ເຮົາກໍຈະໄດ້ຮຽນຮູ້ ແລະ ແກ້ໄຂຂໍ້ຜິດພາດຕັ້ງແຕ່ມື້ນີ້ ເພື່ອໃຫ້ມື້ຕໍ່ໄປເຮົາເກັ່ງຂຶ້ນກວ່າເກົ່າ. ບໍ່ຈຳເປັນຕ້ອງລໍຖ້າໃຫ້ພ້ອມທຸກຢ່າງກ່ອນ ເພາະບາງຢ່າງເຮົາຈະຮູ້ໄດ້ກໍຕໍ່ເມື່ອໄດ້ລອງເຮັດດ້ວຍໂຕເອງ”.

“ສິ່ງສຳຄັນຄື ຕ້ອງຊື່ສັດກັບສິ່ງທີ່ເຮັດ, ມີຄວາມດຸໝັ່ນ, ອົດທົນ, ເຮັດຢ່າງສະໝ່ຳສະເໝີ ແລະ ມີລະບຽບວິໄນ. ຢ່າຟ້າວທໍ້ ຖ້າຜົນງານຊິ້ນທຳອິດຍັງບໍ່ດີ ຫຼື ຍັງບໍ່ມີຄົນເບິ່ງຫຼາຍ ໃຫ້ເວລາກັບຕົວເອງໃນການຮຽນຮູ້ ແລະ ພັດທະນາໄປ”.

“ສຸດທ້າຍ, ຢາກຝາກໄວ້ວ່າ ຖ້າຢາກຮູ້ວ່າໂຕເອງເຮັດໄດ້ດີຊ່ຳໃດ ກໍຕ້ອງກ້າເລີ່ມກ່ອນ. ຢ່າລໍຖ້າໃຫ້ເກັ່ງແລ້ວຈຶ່ງເຮັດ ແຕ່ໃຫ້ເຮັດໄປ,ຮຽນຮູ້ໄປ ແລ້ວມື້ໜຶ່ງເຮົາຈະຫັນກັບມາເຫັນວ່າ ໂຕເອງເກັ່ງຂຶ້ນຫຼາຍກວ່າມື້ທຳອິດຫຼາຍແລ້ວ”.

ໂຕ່ໂຕ້ – ສຸກສັນໄຊ ອຸດົມວິໄລ ແລະ ຕຸ໋ມຕິມ – ອາພາພອນ ຈະເລີນລັງສີ

ຕິດຕາມກ້າວຕໍ່ໄປຂອງ ນັກເລງຕ່ອນ

ກ່ອນຈົບບົດຄວາມນີ້ ໂຕ່ໂຕ້ ໄດ້ຂໍຝາກຊ່ອງກັບທຸກຄົນໄວ້ “ຝາກ ນັກເລງຕ່ອນ ໄວ້ໃນອ້ອມອົກອ້ອມໃຈຂອງທຸກຄົນແນ່ເດີ, ຝາກກົດຕິດຕາມ ແລະ ເປັນກຳລັງໃຈໃຫ້ພວກເຮົາຕໍ່ໄປນຳແດ່. ພວກເຮົາສັນຍາວ່າຈະພະຍາຍາມປັບປຸງ ແລະ ພັດທະນາຜົນງານໃຫ້ດີຂຶ້ນເລື້ອຍໆ ເພື່ອສ້າງຄອນເທັນດີໆມາຝາກທຸກຄົນ”.

ໂຕ່ໂຕ້ ເສີມຕໍ່ “ສ່ວນຊ່ອງທາງຕິດຕໍ່ວຽກງານ, ສາມາດເບິ່ງໄດ້ທີ່ໜ້າໂປຣໄຟລ໌ຂອງ ນັກເລງຕ່ອນ ເລີຍເດີ ພວກເຮົາຮັບຣີວິວຫຼາກຫຼາຍປະເພດ ບໍ່ໄດ້ຈຳກັດພຽງແຕ່ອາຫານເທົ່ານັ້ນ ແລະ ອີກໜຶ່ງຜົນງານທີ່ຢາກຝາກໃຫ້ທຸກຄົນລໍຖ້າຕິດຕາມກໍຄື ງານ ບຸນບ້ານເຮົາ Season 2 ທີ່ກຳລັງຈະຈັດຂຶ້ນໃນໄວໆນີ້, ຝາກຕິດຕາມ ແລະ ມາມ່ວນນຳກັນຫຼາຍໆເດີ”.

ທຸກຄວາມສຳເລັດບໍ່ໄດ້ເລີ່ມຈາກການເປັນຄົນທີ່ເກັ່ງທີ່ສຸດ ແຕ່ເລີ່ມຈາກການລົງມືເຮັດ, ກ້າເປັນຕົວເອງ ແລະ ບໍ່ຢຸດຮຽນຮູ້ ເຊິ່ງໃນບົດຄວາມນີ້, ຢາກໃຫ້ທຸກຄົນໄດ້ລອງນຳແຮງບາງດານໃຈນີ້ໄປຕໍ່ຍອດ ເຖິງບາງສິ່ງທີ່ເຮົາຄິດວ່າອາດເປັນພຽງເລື່ອງນ້ອຍໆທີ່ເຮົາເຮັດ ມັນອາດກາຍເປັນສິ່ງທີ່ໄດ້ຊຸກດັນໃຜຈັກຄົນ ແລະ ອາດເປັນສິ່ງທີ່ເຮົາເຮັດພາເຮົາໄປໄກ ແລະ ສຳເລັດໃນມື້ໜ້າໄດ້.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.