Highlights
- ງານ 2026 ROUND Festival ຈັດຂຶ້ນຢ່າງຍິ່ງໃຫຍ່ຢູ່ທີ່ Araneta Coliseum, ມານີລາ ປະເທດຟິລິບປິນ ໃນວັນທີ 18-19 ເມສາ ໂດຍມີສິລະປິນຈາກທົ່ວອາຊຽນ ແລະ ເກົາຫຼີໃຕ້ເຂົ້າຮ່ວມ ເພື່ອແລກປ່ຽນວັດທະນະທຳດົນຕີ.
- JoJo Miracle ຕົວແທນສິລະປິນລາວໄດ້ຮັບການຕອບຮັບຢ່າງອົບອຸ່ນຈາກແຟນເພງຊາວຟີລິບປິນ ແລະ ພິສູດໃຫ້ເຫັນວ່າດົນຕີບໍ່ມີພົມແດນດ້ານພາສາ.
- ຈາກທີ່ລາວເຄີຍເປັນເຈົ້າພາບຈັດງານນີ້ໃນປີ 2024, ການໄປຮ່ວມງານທີ່ຟີລິບປິນໃນປີນີ້ ແມ່ນເປັນການຕອກຢ້ຳເຖິງບົດບາດຂອງວົງການເພງລາວໃນເວທີສາກົນ.
ງານເທດສະການດົນຕີອາຊຽນ-ເກົາຫຼີ ສຸດຍິ່ງໃຫຍ່ 2026 ROUND Festival ປີນີ້ແມ່ນໄດ້ຈັດຂຶ້ນຢູ່ທີ່ປະເທດຟີລິບປິນ (ສະຖານທີ່: Araneta Coliseum, Manila) ໃນວັນທີ 18-19 ເມສາ ທີ່ຜ່ານມາ ແລະ ເວທີນີ້ຍັງໄດ້ນຳສິລະປິນໃນອາຊຽນຫຼາຍເຖິງ 11 ປະເທດມາຂຶ້ນເຮັດການສະແດງ.

ພາບ: ROUND Festival
ນອກຈາກການສະແດງຄອນເສີດແລ້ວ, ຍັງມີກິດຈະກຳເສີມທີ່ໜ້າສົນໃຈຫຼາຍ ເພາະໄດ້ໃຫ້ແຟນເພງໄດ້ມາມ່ວນຊື່ນ ແລະ ຮຽນຮູ້ວັດທະນະທຳດົນຕີຂອງແຕ່ລະປະເທດ ເຊິ່ງໃນນັ້ນກໍມີໂຕແທນສິລະປິນຈາກປະເທດລາວກໍຄື JoJo Miracle ຂຶ້ນສະແດງໃນງານນີ້ອີກດ້ວຍ.
JoJo Miracle ໄດ້ນຳເອົາເພງຂອງລາວເອງຂຶ້ນສະແດງເພື່ອຖ່າຍທອດສິລະປະແຫ່ງສຽງເພງທີ່ເຖິງວ່າຈະຕ່າງພາສາກໍບໍ່ແມ່ນອຸປະສັກ ເພາະລາວໄດ້ສະແດງໃຫ້ເຫັນວ່າສຽງດົນຕີແມ່ນຖືເປັນອີກໜຶ່ງສິ່ງທີ່ເປັນສາກົນ ແລະ ບໍ່ສາມາດປິດກັ້ນມິດຕະພາບຂອງຄົນຟັງໄດ້.
ບັນຍາກາດຕອນທີ່ JoJo Miracle ຂຶ້ນສະແດງ ກໍຖືວ່າໄດ້ຮັບການຕອບຮັບຢ່າງອົບອຸ່ນຈາກຜູ້ທີ່ມັກຮັກໃນສຽງພຽງຂອງປະເທດຟິລິບປິນໄດ້ດີພໍສົມຄວນ ເຊິ່ງເປັນສິ່ງທີ່ໜ້າຍິນດີຫຼາຍທີ່ຄົນຕ່າງປະເທດໄດ້ຮັບຮູ້ເຖິງພາສາ ແລະ ເພງລາວ.
ງານເທດສະການດົນຕີ ROUND Festival ນີ້, ປະເທດລາວເຮົາເອງກໍເຄີຍໄດ້ເປັນເຈົ້າພາບໃນການຈັດງານຂອງປີ 2024. ໃນປີນັ້ນກໍຖືວ່າເປັນການສ້າງປະສົບການໃໝ່ໆທີ່ດີຂອງໃຜຫຼາຍໆຄົນ ແລະ ເພງລາວເຮົາກໍສາມາດສ້າງເປັນ Soft Power ໄດ້.