ຢູ່ແຕ່ເທິງເວທີມັນທຳມະດາໂພດ Mister Global Thailand 2026 ຂໍປ່ຽນຕົນເອງເປັນພື້ນທີ່ປັ້ນດາວ

ແບ່ງປັນ

ຢູ່ແຕ່ເທິງເວທີມັນທຳມະດາໂພດ Mister Global Thailand 2026 ຂໍປ່ຽນຕົນເອງເປັນພື້ນທີ່ປັ້ນດາວ

ໂດຍ: Tonmai Phoutthasack Tonmai Phoutthasack
02 July 2026 0

ຖ້າເວົ້າເຖິງວົງການປະກວດຊາຍງາມ ຫຼາຍຄົນອາດຈະຕິດພາບຈຳວ່າຕ້ອງມາຊອກຫາໜຸ່ມຫຼໍ່ ຫຸ່ນລ່ຳໆ ຍ່າງຫຼໍ່ເທິງເວທີ ເພື່ອເປັນຕົວແທນປະເທດ ແມ່ນບໍ່? ແຕ່ການມາຂອງ Mister Global Thailand 2026 ພາຍໃຕ້ການເບິ່ງແຍງຂອງ TPN Global ບອກເລີຍວ່າສ້າງແຮງສັ່ນສະເທືອນແຮງຫຼາຍເອີ້ນໄດ້ວ່າ ມ້າງແລະໂຍນກົດເກນເກົ່າໆຖິ້ມໄປໝົດເລີຍ.

ມື້ນີ້ ມ່ວນເລີຍຢາກພາທຸກຄົນມາເຈາະລຶກການປ່ຽນຜ່ານຈາກປີ 2025 ຫາ 2026 ທີ່ມັນບໍ່ແມ່ນແຕ່ການປ່ຽນມືຜູ້ຈັດ ແຕ່ມັນຄືການປ່ຽນໂມເດວທຸລະກິດຈາກເວທີປະກວດມາເປັນອຸດສາຫະກຳບັນເທີງແບບຄົບວົງຈອນ ທີ່ຄົນເຮັດຄອນເທນ ຫຼື ນັກການຕະຫຼາດ ສາມາດເອົາກົນລະຍຸດນີ້ໄປປັບໃຊ້ໄດ້ແທ້ໆ ມາເບິ່ງກັນວ່າມີຫຍັງແດ່

1. Visual & Vibe ຈາກຄວາມຄລາສສິກ ສູ່ຄວາມ High Fashion

ສິ່ງທຳອິດທີ່ຕຳຕາເລີຍຄື “ງານພາບ ແລະ Art Direction” ທີ່ບອກທິດທາງເວທີໄດ້ແບບສຸດປັງ, ການປ່ຽນ Mood & Tone ມັນກໍຄືການປ່ຽນກຸ່ມເປົ້າໝາຍນັ້ນແຫຼະ. ພໍພາບລັກມັນເບິ່ງເປັນແຟຊັນ ແລະ ໄລຟ໌ສະຕາຍຫຼາຍຂຶ້ນ ກໍຊ່ວຍດຶງສະປອນເຊີໃໝ່ໆ ເຂົ້າມາໄດ້ ເຊັ່ນ ແບຣນເສື້ອຜ້າໄວລຸ້ນ ຫຼື ສະກິນແຄຣ໌ ໂດຍບໍ່ຕ້ອງຕີກອບແຄ່ຄວາມແມນແບບເດີມໆອີກຕໍ່ໄປ.

ຖ້າຈື່ປີ 2025 ຍຸກຂອງ ແມນຍູ ສິດທິຣັກ ພາບລັກຈະອອກແນວຫຼໍ່ຄົມເຂັ້ມແບບຊາຍໄທແທ້ໆ ເບິ່ງມີພູມຖານ ເປັນສຸພາບຊາຍທີ່ພ້ອມເປັນທູດວັດທະນະທຳ. ການຈັດແສງ ຫຼື ແຟຊັນກໍຈະເຂົ້າໃຈງ່າຍ ເຊັ່ນ ໃສ່ສູດຫຼໍ່ໆ ຫຼື ຊຸດທີ່ໂຊຫຸ່ນແໜ້ນໆ. ແຕ່ພໍມາປີ 2026 ນີ້ແຫຼະ, ຄວາມແຕກຕ່າງມັນກໍເກີດຂຶ້ນ, TPN ປ່ຽນໃຫ້ມີຄວາມເປັນແຟຊັນ ບວກກັບ Urban Lifestyle ເຂົ້າໄປ.

ອ່ານຕື່ມ:  ຫຼົງສະເໜ່ຄວາມຫຼໍ່ ແລະ ໃຈບຸນ 13 ໜຸ່ມ SEVENTEEN ມອບທຶນການສຶກສາຊ່ວຍເດັກນ້ອຍລາວ

ງານພາບມີຄວາມເປັນ Cinematic ສູງ, ການຈັດແສງ ແລະ ມຸມກ້ອງຄືຫຼຸດອອກມາຈາກວາລະສານແຟຊັນອິນເຕີ, ຜູ້ເຂົ້າແຂ່ງຂັນບໍ່ຕ້ອງໃສ່ສູດຕະຫຼອດກໍໄດ້, ແຕ່ມາໃນລຸຄ Streetwear, Edgy ໄດ້ແບບຄາດເດົາບໍ່ໄດ້ ເພື່ອໂຊວ່າພວກເຂົາຄື “ໂມເດວ” ທີ່ພ້ອມສວມວິນຍານໄດ້ທຸກບົດບາດ.

2. The Rule Breaker ທຳລາຍກຳແພງ ເພື່ອຄົ້ນຫາຂອງແທ້

ຄວາມຕ່າງທີ່ເຮັດໃຫ້ຄົນວ້າວທີ່ສຸດຄື “ກົດການແຂ່ງຂັນ” ທີ່ເປີດກວ້າງແຮງ, ໃນມຸມທຸລະກິດ, ນີ້ຄືການເຮັດ “Zero-Barrier Entry” ເພື່ອດຶງຄົນເກັ່ງໆເຂົ້າມາຫາເຮົາໃຫ້ຫຼາຍທີ່ສຸດ. ພໍເຮົາໄດ້ຄົນທີ່ເກັ່ງຮອບດ້ານການຈະປັ້ນຕໍ່ໃຫ້ດັງ ມັນກໍງ່າຍກວ່າການຈຳກັດຢູ່ແຄ່ກຸ່ມຄົນທີ່ມີເງິນພ້ອມ.

ຖ້າເປັນປີ 2025 ເວທີອາດຈະຍັງໃຊ້ລະບົບເກົ່າ ທີ່ມີຄ່າໃຊ້ຈ່າຍແຝງ ຫຼື ຕ້ອງມີທີມພີ່ລ້ຽງດັນຫຼັງ. ພໍມາເປັນປີ 2026 ງັດໄມ້ເດັດ “ສະໝັກຟຣີ 100% ບໍ່ຕ້ອງມີຕົວແທນແຂວງ!” ຍຸດທະສາດນີ້ສະຫຼາດຫຼາຍ ເພາະມັນເປັນການທຳລາຍກຳແພງເລື່ອງເງິນ ເປີດໂອກາດໃຫ້ໜຸ່ມໆ ທີ່ມີຂອງ ແຕ່ບໍ່ມີສະປອນເຊີ ກ້າທີ່ຈະຍ່າງເຂົ້າມາໂຊທັກສະແບບເຕັມທີ່.

3. Survival Reality ເມື່ອຫ້ອງດຳບໍ່ໄດ້ມີໄວ້ແຕ່ຕອບຄຳຖາມ

ຈຸດປ່ຽນສຳຄັນອີກຢ່າງຄືຮູບແບບການແຂ່ງຂັນ ເພາະນີ້ຄືການສ້າງ “Storytelling” ໃຫ້ບຸກຄົນ. ຄົນຍຸກນີ້ບໍ່ໄດ້ອິນກັບຄວາມເພີເຟັກຕັ້ງແຕ່ເລີ່ມຕົ້ນ, ແຕ່ເຂົາພ້ອມຈະເປ ແລະ ຊັບພອດຄົນທີ່ເຂົາເຫັນເຖິງຄວາມພະຍາຍາມ. ມັນຄືການສ້າງ Fandom ໃຫ້ແຂງຕັ້ງແຕ່ເວທີຍັງບໍ່ທັນຈົບພຸ້ນນະ!

ເຊິ່ງປີ 2025 ເຮົາຈະເຫັນຜູ້ເຂົ້າປະກວດໄປເກັບຕົວ, ຖ່າຍຮູບ, ທ່ອງທ່ຽວ ແລ້ວໄປວັດກັນທີ່ໜ້າເວທີກັບຕອນສຳພາດ, ແຕ່ປີ 2026 ເຂົາປ່ຽນມາເຮັດເປັນ Challenge-Based Reality ທີ່ບັນເທີງສຸດໆ! ໜຸ່ມໆຕ້ອງມາພົບກັບ “Masterclass” ທີ່ຕິວເຂັ້ມທັງການສະແດງ, ຮ້ອງ, ເຕັ້ນ. ສ່ວນການສຳພາດຫ້ອງດຳ ສະຕາຍ TPN ກໍຄືກົດດັນ ແລະ ຣີດສັກກາຍະພາບອອກມາແບບສຸດໆ ເພື່ອໃຫ້ແຟນຄລັບໄດ້ເຫັນພັດທະນາການຂອງພວກເຂົາ ຕັ້ງແຕ່ມື້ທຳອິດຈົນຮອດມື້ສຸດທ້າຍ.

4. The Endgame: ຈາກທູດວັດທະນະທຳ ສູ່ການເປັນ Soft Power ວົງການບັນເທີງ

ຈຸດຕັດສິນຄວາມສຳເລັດຂອງ 2 ປີນີ້ແມ່ນ “ປາຍທາງ” ຫຼັງລົງຈາກເວທີ. ນີ້ຄືການສ້າງ Ecosystem ຂອງຕົນເອງລ້ວນໆ! ພໍມີບ່ອນຮອງຮັບຄົນຂອງເຮົາແລ້ວ ກໍບໍ່ຈຳເປັນຕ້ອງງໍ້ງານອີເວນຈາກທາງນອກອີກຕໍ່ໄປ, ແຕ່ສາມາດປັ່ນເງິນຜ່ານ Idol Economy ໄດ້ເລີຍ ທັງການຈັດ Fan Meeting, ຂາຍ Merchandise ຫຼື ແມ້ແຕ່ການໄລຟ໌ຂາຍເຄື່ອງ.

ອ່ານຕື່ມ:  ນາງມານ = ຕົວແມ່! ເປັນຫຍັງ Prada ຈຶ່ງເປັນພາສາລັບຂອງຄວາມປັງທີ່ 'ຕົວແມ່' ເຂົາໃສ່ກັນ?

ຕົວຢ່າງເຊັ່ນປີ 2025 ຜູ້ຊະນະຈະໄດ້ເປັນຕົວແທນໄປແຂ່ງລະດັບໂລກ ແລະ ຮັບງານທົ່ວໄປທີ່ກອງປະກວດຫາໃຫ້. ແຕ່ປີ 2026 ນີ້ຄືໄຮໄລ້ເລີຍ! TPN ບໍ່ໄດ້ມອງໜຸ່ມໆເປັນແຄ່ຊາຍງາມ, ແຕ່ມອງວ່າເຂົາຄື “ສິນລະປິນໜ້າໃໝ່” ທີ່ພ້ອມເດບິວ. ໃຜເຂົ້າຕາ ກໍຈະຖືກດັນເຂົ້າສູ່ວົງການບັນເທີງທັນທີພາຍໃຕ້ TPN Cast ບໍ່ວ່າຈະເປັນ ຊີຣີວາຍ, ລາຍການວາໄຣຕີ້ ຫຼື ງານເພງ ເຊິ່ງມັນຮັບກັບກະແສ T-Pop ແລະ ຄວາມປັງຂອງຊີຣີໄທໃນອາຊີພໍດີ.

Mister Global Thailand 2026 ເຮັດໃຫ້ເຮົາເຫັນພາບແຈ້ງເລີຍວ່າ ນີ້ບໍ່ແມ່ນພຽງແຕ່ເວທີປະກວດໜຸ່ມຫຼໍ່ແລ້ວແຍກຍ້າຍ ແຕ່ມັນຄື “ແພລັດຟອມຊອກຫາຊັບພະຍາກອນຄົນ” ເຂົ້າສູ່ວົງການບັນເທີງທີ່ໜ້າຈັບຕາທີ່ສຸດແຫ່ງປີ.

ການກ້າຈີກກອບເກົ່າໆຂອງ TPN Global ໃນຄັ້ງນີ້ ສະທ້ອນໃຫ້ເຫັນເຖິງການປັບຕົວໃນຍຸກທີ່ທຸກຄົນຕ້ອງຍາດແຍ່ງຄວາມສົນໃຈກັນ. ມັນພິສູດໃຫ້ເຫັນວ່າຄວາມສຳເລັດອາດຈະບໍ່ໄດ້ຢູ່ທີ່ການຍຶດຕິດກັບຮູບແບບເດີມໆອີກຕໍ່ໄປ ແຕ່ຜູ້ທີ່ຈະເປັນ “ຜູ້ຊະນະ” ໃນເກມທຸລະກິດຍຸກໃໝ່ ຄືຄົນທີ່ກ້າລົງມືເຮັດໃນສິ່ງເຫຼົ່ານີ້. ກ້າລົບລ້າງຂໍ້ຈຳກັດເກົ່າໆ ເພື່ອດຶງດູດຄົນເກັ່ງ (Talent) ເຂົ້າຫາອົງກອນໃຫ້ໄດ້ຫຼາຍທີ່ສຸດ, ນຳສະເໜີຄວາມແປກໃໝ່ທີ່ເຮັດໃຫ້ຄົນເບິ່ງອິນ, ຕິດຕາມ ແລະ ພ້ອມສະໜັບສະໜູນ ແລະ ມີລະບົບຮອງຮັບການເຕີບໂຕໃນໄລຍະຍາວ ເພື່ອຕໍ່ຍອດສ້າງມູນຄ່າໄດ້ຢ່າງແທ້ຈິງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.