ໜ້າຫຼັກ The Crown Exclusive ບຸບູ່ – ຄອງວົງ ສີມະຫາໂນ ກັບກ້າວທຳອິດໃນເສັ້ນທາງນາຍແບບໃນ FACE of LAOS
The Crown Exclusive

ບຸບູ່ – ຄອງວົງ ສີມະຫາໂນ ກັບກ້າວທຳອິດໃນເສັ້ນທາງນາຍແບບໃນ FACE of LAOS

ແບ່ງປັນ

FOL08 ບຸບູ່ – ຄອງວົງ ສີມະຫາໂນ ຜູ້ເຂົ້າປະກວດອາຍຸ 19 ປີ ຜູ້ມີອາຊີບເປັນ Bartender. ບຸບູ່ມີຄວາມສາມາດໃນການຫຼິ້ນກີ່ຕ້າ ແລະ ລາວມັກການອອກກໍາລັງກາຍປະເພດ Calisthenic ອີກດ້ວຍເຊິ່ງໜ້ອຍຄົນທີ່ຈະອອກກໍາລັງກາຍດ້ວຍວິທີນີ້.

ບຸບູ່ບໍ່ເຄີຍມີປະສົບການໃນການປະກວດເວທີໃດໆມາກ່ອນ ແລະ ກໍເປັນນ້ອງໃໝ່ໃນວົງການບັນເທີງອີກດ້ວຍ. ລາວເລືອກທີ່ຈະມາເປີດໂອກາດໃນການເປັນນາຍແບບຂອງຕົວເອງຜ່ານເວທີ FACE of LAOS 2024 ເຊິ່ງສໍາລັບລາວແລ້ວມັນເປັນໂອກາດທີ່ດີຫຼາຍ.

ຈຸດເດັ່ນຂອງບຸບູ່ແມ່ນລາວມີສໄຕລ໌ການແຕ່ງໂຕທີ່ເທ້ ແລະ ແຕກຕ່າງ, ມີຄວາມຫມັ້ນໃຈໃນໂຕເອງ ເພາະ ຂັ້ນທໍາອິດຂອງການເປັນ model ແມ່ນກໍຕ້ອງມີຄວາມຫມັ້ນໃຈໃນໂຕເອງກ່ອນ. ຈຸດພິເສດທີ່ຈະກິນໃຈກຳມະການ ກໍຈະແມ່ນ ຫຸ່ນ, ໂຄງຫນ້າ, ລວງສູງ ແລະ ສໄຕລ໌ຊົງຜົມທີ່ແປກໃຫມ່ .

ຄຳວ່າ model ໃນຄວາມຄິດຂອງບຸບູ່ແມ່ນເປັນແບບ ຫລື ເປັນຕົວຢ່າງຄື ເປັນອາຊີບຫລື ສິລະປະຢ່າງຫນຶ່ງທີ່ໂຊຜົນງານ ຫລື ບຸກຄະລິກຂອງ ນາຍແບບ/ນາງແບບນັ້ນ ໂດຍໃຊ້ຫນ້າຕາ ແລະ ຮູບຮ່າງ ຜ່ານການ ເດີນແບບ ຫລື ໂຄສະນາ ສິນຄ້າ ຫລື ແບຣນຕ່າງໆ ເພື່ອໃຫ້ສິນຄ້າ ນັ້ນເດັ່ນ ແລະ ມີຈຸດຂາຍ.

ສໍາລັບບຸບູ່ແລ້ວ model ແມ່ນມີຄວາມຈຳເປັນໃນແວດວົງການຕະຫຼາດໃນການໂປໂຫມດສິນຄ້າຕ່າງໆໂດຍສິນຄ້າສ່ວນໃຫຍ່ຕ້ອງໄດ້ມີ ນາຍແບບ, ນາງແບບ ສວມສິນຄ້າ ຫລື ຜະລິດຕະພັນນັ້ນ ແຕ່ສິນຄ້າຕ້ອງເດັ່ນກວ່າ model.

ນາຍແບບທີ່ເປັນໄອດໍຂອງບຸບູ່ແມ່ນ Jordan Barrett ທີ່ຍົກໃຫ້ເປັນໄອດໍທີ່ບຸບູ່ມັກກໍເພາະວ່າລາວມີໂຄງໜ້າທີ່ຄົມ, ມີມິຕິ, ມີສໄຕລ໌ທີ່ເທ້ ແລະ ການເດີນແບບຂອງລາວມີສະເໜ່ດຶງດູດຄົນເບິ່ງສຸດໆ.

See also  ຮູ້ຈັກ ນິກກີ້ - ຂັນພະສິດ ຄ້າຍພົມ ນາງສາວລາວ 2024 ຈາກນະຄອນຫຼວງວຽງຈັນ

ສາມາດຕິດຕາມການເຄື່ອນໄຫວໄດ້ທີ່:

FB: Bu Kv Simahano

IG: Crispypork

Page: FACE of LAOS

ໂດຍ: ທີມບັນນາທິການ Muan – The Crown Exclusive

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ໃກ້ຄຽງ
The Crown Exclusive

ຄິງຄອງ: ສະເໜ່ໃນແບບຂອງໂຕເອງ ລັດຖະກອນຜູ້ທ້າທາຍຄວາມຝັນໃນເສັ້ນທາງນາຍແບບ

ມີໃຜເຄີຍຜ່ານຕາເຫັນໜຸ່ມຄົນນີ້ບໍ່? ຊ່ວງນີ້ທີມມ່ວນເອງໄດ້ຜ່ານຕາໄປເຫັນໜຸ່ມຄົນນີ້ທີ່ ດູດີ ຫຼໍ່ ເທ່ ມີສະເໜ່ ມີມາດ ມີຊົງ ຕາມສະໄຕລ໌ນາຍແບບ ຈົນໄດ້ຕິດຕາມ ແລະ ສອບຖາມຈຶ່ງໄດ້ຮູ້ລາວຫາກໍຈະເຂົ້າວົງການນາຍແບບ....

The Crown Exclusive

ຮູ້ຈັກ ເຄວິນ ຊາມຸນຕີ ໄວ 24 ປີ ຜູ້ຄວ້າຕຳແໜ່ງ Mister Universe Laos 2024

ການປະກວດຮອບຕັດສິນຂອງ Mister Universe Laos ມີສເຕີຢູນີເວີຣສລາວ 2024 ໄດ້ດຳເນີນໄປຢ່າງເຂັ້ມຂຸ້ນ ແລະ ບີບຫົວໃຈ ແລະ ໃນທີ່ສຸດ ຜ່ານການແຂ່ງຂັນຮອບຕ່າງໆໃນຄໍ່າຄືນນີ້...

The Crown Exclusive

Rachel Gupta ແມ່ນໃຜ? ພາຮູ້ຈັກສາວງາມຈາກອິນເດຍ ຜູ້ຄວ້າມຸງກຸດ Miss Grand International 2024

ການປະກວດໃນຄໍ່າຄືນຂອງມື້ວານນີ້ຢູ່ບາງກອກ ປະເທດໄທ ຈົບລົງໄປດ້ວຍຜົນທີ່ອອກມາຢ່າງໜ້າພໍໃຈສຳລັບແຟນໆນາງງາມ ດ້ວຍການທີ່ ເຣເຊລ ຄຸບຕາ ສາວອິນເດຍໄວ 20 ປີເປັນຜູ້ຊະນະເລີດໃນການປະກວດມິສແກຣນອິນເຕີເນຊັນແນລ 2024. ສາວຄົນນີ້ແມ່ນໃຜ ແຕ່ທີ່ແນ່ນອນກໍຄື...

The Crown Exclusive

ຮູ້ຈັກ ‘ແຊມ ສິດປະເສີດ’ Mister World Laos 2024 ດີກຣີເທຣນເນີ ແລະ ນັກກີລາທີມຊາດ

ພາມາຮູ້ຈັກກັບໜຸ່ມຜູ້ທີ່ເປັນຕົວແທນ Mister World Laos 2024 ທີ່ມີໂປຣຟາຍດີເລີດ! ເພາະນອກຈາກຈະເປັນເທຣນເນີ້ແລ້ວກໍຍັງເປັນອະດີດນັກກີລາທີມຊາດອີກດ້ວຍ. ແຊມ – ທ້າວ ສິດປະເສີດ ສີອິນທະວົງ...