ເມື່ອສີ… ບໍ່ໄດ້ເປັນພຽງເທຣນ ແຕ່ແມ່ນ “ຕົວຕົນ” ທີ່ເຮົາເລືອກຈະເປັນ.
ເຄີຍສັງເກດບໍ່ວ່າບາງຊ່ວງເຮົາຢາກແຕ່ງຕົວດ້ວຍສີຂາວລ້ວນ, ງຽບໆ, ລຽບໆ ບໍ່ຢາກໃຫ້ໃຜສົນໃຈ. ແຕ່ພໍຜ່ານໄປໜ້ອຍໜຶ່ງ ເຮົາກໍຢາກໃສ່ຊຸດສີສົ້ມອອກໄປນັ່ງກິນເຂົ້າກັບໝູ່, ຫົວສຽງດັງໆ ໂດຍບໍ່ສົນໃຈໂລກ.
ມັນບໍ່ແມ່ນຄວາມບໍ່ແນ່ໃຈໃນຕົວເອງ — ແຕ່ມັນຄື ເຮົາປ່ຽນໄປ.
ແລະໃນປີ 2026 ນີ້, ວົງການແຟຊັ່ນກໍຈັບສັນຍານນັ້ນໄດ້ ຜ່ານການປະກາດ “ສີແຫ່ງປີ” ຈາກຫຼາຍສະຖາບັນພ້ອມກັນ. ເຊິ່ງແປກທີ່ແທນທີ່ຈະມີພຽງສີດຽວ, ແຕ່ປີນີ້ມີເຖິງ 5 ເສດສີ ທີ່ແຕ່ລະສີເບິ່ງຄືກຳລັງເລົ່າເລື່ອງຂອງຄົນແຕ່ລະຊ່ວງເວລາ.
Cloud Dancer — “ບໍ່ຕ້ອງຫຼາຍ ຮຽບໆ ແຕ່ແພງ”
Pantone ເລືອກ Cloud Dancer ສີຂາວນຸ້ມຄືໝອກຍາມເຊົ້າ, ເບິ່ງສະອາດ, ເບົາບາງ ຄືກັບໄດ້ຫາຍໃຈເຕັມປອດ.
ຟັງເບິ່ງຮຽບງ່າຍ, ແຕ່ຖາມວ່າເປັນຫຍັງສີນີ້ຈຶ່ງມາແຮງໃນຍຸກນີ້? ເພາະເຮົາທຸກຄົນເຈິກັບເລື່ອງໜັກ, ເລື່ອງລາວຕ່າງໆທີ່ຫຼາກຫຼາຍ ມາຕະຫຼອດຫຼາຍປີ ບໍ່ວ່າຈະເປັນຂໍ້ມູນທີ່ລົ້ນຫົວ, ນັ່ງເຮັດວຽກບໍ່ຢຸດ, ມືຖືບໍ່ເຄີຍວາງ. ແລ້ວມື້ໜຶ່ງກໍຮູ້ສຶກວ່າ “ຂໍພັກກ່ອນໄດ້ບໍ່”.
Cloud Dancer ຄືສີຂອງຄົນທີ່ເລີ່ມກັບມາຕັ້ງໃຈກັບຊີວິດຕົວເອງຫຼາຍຂຶ້ນ ໃຫ້ຄຸນຄ່າກັບຄວາມສະຫງົບພາຍໃນຂອງຕົວເອງ ມັນສື່ໄດ້ເຖິງບໍ່ໄດ້ຮຽບງ່າຍເພາະບໍ່ມີ, ແຕ່ຮຽບງ່າຍເພາະ ຮຽນຮູ້ທີ່ຈະເລືອກ.
ໃສ່ແນວໃດໃຫ້ໄດ້ vibe: ຈັດການແຕ່ງໂຕໂດຍລວມເປັນສີຂາວ ທີ່ເນື້ອຜ້າຕ້ອງເບິ່ງດີ ອາດຈະເປັນຜ້າລິນິນ (linen), ຜ້າໄໝ (silk) ຫຼື ຝ້າຍທໍ (cotton weave), ບໍ່ຕ້ອງມີລາຍ, ບໍ່ຕ້ອງມີໂລໂກ້. ແຄ່ຊົງຊຸດນັ້ນງາມ ແລະ ຜ້າດີ, ຄົນທົ່ວໄປກໍຮູ້ແລ້ວວ່າ “ນີ້ບໍ່ທຳມະດາ”.

Transformative Teal — “ເພາະເຮົາປ່ຽນແປງຢູ່ຕະຫຼອດເວລາ”
WGSN ເລືອກ Transformative Teal ສີຂຽວເຂັມອົມຟ້າທີ່ເບິ່ງແລ້ວເລິກເຊິ່ງ, ມີພະລັງ ແລະ ບອກວ່າ “ຂ້ອຍກຳລັງປ່ຽນແປງ”.
ຖ້າ Cloud Dancer ຄືຄົນທີ່ຢາກຈະພັກ, Teal ກໍຄືຄົນທີ່ ພັກແລ້ວ ແລະ ກຳລັງໄປຕໍ່ ແຕ່ບໍ່ແມ່ນຍ່າງແບບເກົ່າ. ມັນຄືການພັດທະນາ ບໍ່ແມ່ນພຽງແຕ່ move on.
ໃນຍຸກທີ່ AI ເຂົ້າມາປ່ຽນທຸກຢ່າງ, ຄົນລຸ້ນນີ້ບໍ່ໄດ້ຢ້ານ, ແຕ່ເລີ່ມຖາມຕົວເອງວ່າ: ແລ້ວເຮົາຈະເປັນໃຜໃນໂລກໃບນີ້?
ໃສ່ແນວໃດໃຫ້ໄດ້ vibe: Structured coat ຫຼື ເສື້ອ blazer ຊົງຄົມໆ, ຜ້າເນື້ອດ້ານ (matte) ຫຼື ເຫຼື້ອມໜ້ອຍໜຶ່ງ ດ້ວຍຄວາມສີຂຽວເຂັມອົມຟ້າ ເຮັດໃຫ້ເບິ່ງມີລະດັບ ບໍ່ຄືໃຜ ສາມາດຈັບຄູ່ກັບເກີບທີ່ມີເອກະລັກ. ບໍ່ຕ້ອງຫຼາຍ ແຕ່ຕ້ອງມີ “ຈຸດເດັ່ນ” ຫຼື ສາມາດນຳຊຸດທີ່ມີສີກົງຂ້າມເຊັ່ນສີເຫຼືອງ ຫຼື ແດງມາຕັດ ກໍຈະເຮັດການແຕ່ງໂຕມີຄວາມມ່ວນ ແລະ ແຟຊັ່ນຫຼາຍຂຶ້ນ

Rebel Pink — “ຂ້ອຍຈະອ່ອນໂຍນ… ໃນແບບທີ່ຂ້ອຍເລືອກ”
IKEA ເລືອກ Rebel Pink ສີບົວທີ່ບໍ່ແມ່ນແບບເຈົ້າຍິງໃນນິທານ, ແຕ່ເປັນສີບົວແບບຄົນຍຸກໃໝ່
ສີນີ້ມາຈາກການທີ່ຄົນແນມຫາຄວາມອ່ອນໂຍນທີ່ຫາຍໄປ ແຕ່ເປັນເວີຊັ່ນທີ່ອ່ອນໂຍນບໍ່ໄດ້ແປວ່າອ່ອນແອ. ອ່ອນໂຍນໄດ້ ໂດຍບໍ່ຕ້ອງຍອມທຸກຢ່າງ, ໃຈດີໄດ້ໂດຍບໍ່ຕ້ອງງໍ້ການຍອມຮັບຈາກໃຜ.
ໃສ່ແນວໃດໃຫ້ໄດ້ vibe: ລອງ mix ຣີເບວພິ້ງກ໌ (Rebel Pink) ກັບເສື້ອໜັງ (leather jacket) ຫຼື ເກີບບູ໊ດໜາໆ (chunky boots) ຄວາມຂັດແຍ້ງນັ້ນແຫຼະຄືຈຸດເດັ່ນຂອງມັນ. ສີບົວກັບສີເຂັ້ມມັນບໍ່ໄດ້ “ໜ້າຮັກ” ແຕ່ມັນ “ໜ້າສົນໃຈ”.

Cool Blue — “ເພາະເຮົາຈະເປັນຕົວຂອງຕົນເອງ”
Pinterest ຫາກໍປະກາດ Cool Blue ສີຟ້າເຢັນ, ສະຫງົບ, ລະມຸນ ຄືທ້ອງຟ້າຫຼັງຝົນເຊົາ.
ຖ້າ Teal ຄືການປ່ຽນແປງ, Cool Blue ຄືຄົນທີ່ ປ່ຽນ ແລະ ເຕີບໂຕໄດ້ແລ້ວ. ມັນຄືຄວາມໝັ້ນໃຈທີ່ສະຫງົບ ທີ່ບໍ່ຕ້ອງຮ້ອງບອກໃຫ້ໃຜຮູ້. ເປັນຄົນທີ່ມີຄວາມໝັ້ນຄົງທາງອາລົມ, ບໍ່ reactive ໄວໃນທຸກເລື່ອງ.
ໃສ່ແນວໃດໃຫ້ໄດ້ vibe: Clean tailoring ໂທນເຢັນ ໂສ້ງຂາກວ້າງສີຟ້າອ່ອນ ກັບເສື້ອສີຂາວສະອາດ ຫຼື ສີເທົາອ່ອນ. ເປັນການເລເຢີ້ແບບຊັອບໆ (soft layering) ທີ່ເບິ່ງເປັນຜູ້ໃຫຍ່ແຕ່ບໍ່ເຄັ່ງຂຶມ.

🍊 Aperol Orange — “ເພາະຊີວິດມັນສັ້ນ ມາມ່ວນກ່ອນຄ່ອຍຄິດ”
ແລະ ສີນີ້ໃຫ້ເປັນ “ມ້າມືດແຫ່ງປີ” ຄື Aperol Orange ສີສົ້ມສົດທີ່ມີຊີວິດຊີວາ, ມ່ວນຊື່ນ ແລະ ມີພະລັງງານແບບ “ເຮີ້ຍ! ໄປຫຼິ້ນນຳກັນບໍ່?”.
ມັນຄືການຕອບສະໜອງໂດຍກົງຕໍ່ທຸກຄວາມຄຽດທີ່ສະສົມມາ ຫຼັງຈາກທີ່ພັກ, ປ່ຽນແປງ, ຊອກຫາຕົວເອງ ແລະ ໝັ້ນໃຈໄດ້ແລ້ວ ສຸດທ້າຍເຮົາກໍຍັງຢາກມີຄວາມສຸກເລັກໆນ້ອຍໆໃນຊີວິດປະຈຳວັນ.
ໃສ່ແນວໃດໃຫ້ໄດ້ vibe: ບໍ່ຕ້ອງໃສ່ໝົ້ດຕົວ ອາດຈະມີບາງສ່ວນທີ່ໂດດເດັ່ນເຊັ່ນ ກະເປົາສີສົ້ມ, ເກີບ slip-on ສີສົ້ມ ຫຼື ເສື້ອລິນິນທີ່ໃສ່ແບບສະບາຍໆກັບໂສ້ງສີຂາວ.

ແລ້ວສຸດທ້າຍ… ສີໃດຈະຊະນະ? ຄຳຕອບຄື: “ອາດຈະບໍ່ມີສີໃດຊະນະເລີຍ”
ເພາະປີນີ້ ມັນບໍ່ແມ່ນການແຂ່ງຂັນຂອງສີ ແຕ່ມັນຄືການທີ່ແຕ່ລະຄົນ ເລືອກ “ເສດສີແຫ່ງຊີວິດ” ຂອງຕົນເອງ.
- ບາງມື້ເຮົາຢາກພັກ — ກໍເປັນ Cloud Dancer
- ບາງຊ່ວງເຮົາຢາກເຕີບໂຕ — ກໍເປັນ Transformative Teal
- ບາງຄັ້ງເຮົາຢາກເປັນຕົວເອງ — ກໍເປັນ Rebel Pink
- ບາງມື້ເຮົາຢາກສະຫງົບນິ້ງ — ກໍເປັນ Cool Blue
- ແລະ ບາງມື້… ເຮົາແຄ່ຢາກມີຄວາມສຸກ — ກໍເປັນ Aperol Orange
ບໍ່ມີຜິດ ບໍ່ມີຖືກ. ບໍ່ມີໃຜມາກຳນົດໃຫ້ເຮົາໄດ້. ເພາະສຸດທ້າຍແລ້ວ ສະຕາຍທີ່ດີທີ່ສຸດ ຄືສະຕາຍທີ່ “ກົງກັບຊີວິດເຮົາໃນຕອນນັ້ນ” ຂໍໃຫ້ທຸກຄົນມີຄວາມສຸກກັບການເປັນສີສັນໃຫ້ຕົວເອງເດີ້.