ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ສາຍປາຕີ້ຫ້າມພາດ ເພາະສອງສາວສິລະປິນລາວ NutDao ແລະ Thinlamphone ມາພ້ອມກັບຜົນງານ ມາເດີອ້າຍ
Muan Listen - ມ່ວນຊວນຟັງ

ສາຍປາຕີ້ຫ້າມພາດ ເພາະສອງສາວສິລະປິນລາວ NutDao ແລະ Thinlamphone ມາພ້ອມກັບຜົນງານ ມາເດີອ້າຍ

ແບ່ງປັນ

ສາຍແດນຊສາຍຕື່ດຕຽມຕົວໂຍກໃຫ້ສຸດກັບເພງ ມາເດີອ້າຍ ຊິງເກີ້ນໃໝ່ ຈາກສອງສິລະປິນລາວເຮົາຢ່າງ NutDao ແລະ Thinlamphone ທີ່ໂຄຈອນມາຮ່ວມຄໍແລັບກັນໄດ້ຢ່າງລົງໂຕເພາະເພງນີ້ຈະມາໃນການເຊີນຊວນທຸກຄົນໃຫ້ມາປົດປ່ອຍຈອຍປ່ອຍໃຈໃຫ້ສຸດມັນ ດ້ວຍຈັງຫວັງເພງທີ່ປະສົມປະສານຢ່າງຫຼາກຫຼາຍກັບ Electronic Dance ສຸດເດືອດ ປົນກັບກິ່ນອ້າຍແນວ Trap ແລະ และ Hard Bass ເຕັມຫູ ທີ່ພິເສດສຸດໆຍັງມີທ່ອນໝໍລຳໃສ່ມາເພີ່ມສີສັນແບບລາວໆໃຫ້ອອກມາໃນແບບອິນເຕີ.

ສະເໜ່ຂອງເພງຢູ່ທີ່ເຄມີຂອງທັ້ງສອງທີ່ເຂົ້າກັນແບບບໍ່ມີສະດຸດ ຟັງແລ້ວຄືຖືກດຶງໃຫ້ລຸກມາໂຍກໂດຍບໍ່ຮູ້ໂຕ ແລະ ໃນເພງມີ eater egg ນຳເພາະໃນທ່ອນຮ້ອງຂອງ Thinlamphone ໄດ້ນຳທ່ອນເພງດັງໃນຍຸກກ່ອນຢ່າງ ໝາກໄມ້ ຂອງ L-Zone ມາຮ້ອງແຊກເປັນການເຄົາລົບຄາລະວະສິລະປິນລຸ້ນອ້າຍລຸ້ນເອື້ອຍເຂົ້າໄປນຳເພື່ອໃຫ້ຄົນລຸ້ນໃໝ່ໄດ້ຮູ້ຈັກເພີ່ມຂື້ນອີກ.

“ມາເດີອ້າຍ (Come To Party)” ບໍ່ໄດ້ເປັນພຽງເພງປາຕີ້ທຳມະດາແຕ່ມັນຄືການຍົກລະດັບເພງລາວຂື້ນໄປອີກຂັ້ນດ້ວຍຈັງຫວະທີ່ທັນສະໄໝ ແລະ ກິ່ນອາຍດັ້ງເດີມທີ່ປະສົມປະສານໄດ້ຢ່າງດີ.

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  ຕົກຂຸມຮັກເຈົ້າອີກຄັ້ງແລ້ວ ຟັງເພງຊິລໆສະໄຕລ໌ Pop Indie ເພງ "Don't Be Shy" ຮ້ອງໂດຍ Chris
ບົດຄວາມທີ່ກ່ຽວຂ້ອງ

ຟັງ ຍັງຄິດຮອດຢູ່ເດີ້ ຈາກ vvvvanno ຂໍ້ຄວາມຈາກຮັກເກົ່າ ເຖິງເຈົ້າທີ່ເລີ່ມຕົ້ນໃໝ່ແລ້ວ

ໃນວົງຈອນຂອງຄວາມຮັກ, ການມູຟອອນ (Move on) ບໍ່ໄດ້ແປວ່າເຮົາຈະສາມາດລົບທຸກຢ່າງຖິ້ມໄປໄດ້ທັງໝົດ ແຕ່ມັນຄືການເກັບທຸກຄວາມຊົງຈຳໄວ້ເລີກໃນໃຈ ແລະ ເພງ "ດີໃຈນຳເດີ້" ຈາກ vvvvanno ຖືເປັນຕົວແທນຂອງຄວາມຮູ້ສຶກໃນມຸມຂອງຄວາມຮັກທີ່ເຈັບປວດ...

ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

ໂອບກອດໂຕເອງໃຫ້ຫຼາຍຂຶ້ນໃນມື້ທີ່ອ່ອນແອຜ່ານບົດເພງ “1998”-Tanu Vannasin ft. Vanins

ອີກບໍ່ພໍເທົ່າໃດມື້ກໍຈະໝົດປີ 2025 ແລ້ວ… ໃຜຫຼາຍຄົນເລີ່ມວາງແຜນໃນການສະຫຼອງປີໃໝ່ ແຕ່ສຳຫຼັບຜູ້ຂຽນແລ້ວມັນຄືຊ່ວງເວລາທີ່ໄດ້ມານັ່ງທົບທວນໂຕເອງວ່າ “ທີ່ຜ່ານມາເຮົາໃຊ້ຊີວິດໄດ້ດີແລ້ວບໍ່?” ຖ້າຖາມວ່າປີນີ້ເປັນຈັ່ງໃດ? ສຳລັບບາງຄົນ ມັນຄືປີແຫ່ງການ “ແລ່ນ”. ແລ່ນຕາມຄວາມຝັນ, ແລ່ນຕາມເປົ້າໝາຍທີ່ຕັ້ງໄວ້ຕັ້ງແຕ່ຕົ້ນປີ....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.