ຮູ້ວ່າຮັກນີ້ເຈັບ ແຕ່ເປັນຫຍັງຕັດໃຈບໍ່ໄດ້ ຟັງ “ແດ່ຄວາມຮັກ” ຈາກ PHOENIX BOII ft OG7

ຖ້າມີພຽງເຮົາຄົນດຽວທີ່ພະຍາຍາມຮັກໃຫ້ດີ ຄວາມສຳພັນນັ້ນຍັງຄວນໄປຕໍ່ບໍ?
ບາງຄວາມສຳພັນກໍເປັນແບບນັ້ນ… ເຮົາບໍ່ຮູ້ດອກວ່າມັນກຳລັງທຳຮ້າຍຄວາມຮູ້ສຶກເຮົາຢູ່ຊ້ຳໆ ເຖິງວ່າເຮົາຈະຮູ້ຢູ່ແລ້ວ ແຕ່ບາງເທື່ອກໍຍັງຕັດໃຈຍ່າງອອກມາບໍ່ໄດ້.
ເພາະຄວາມຮູ້ສຶກແບບນີ້ແຫຼະທີ່ໄດ້ຖືກຖ່າຍທອດຜ່ານເພງ ແດ່ຄວາມຮັກ ຈາກ PHOENIX BOII ft. OG7 (ປະກອບຮູບເງົາເລື່ອງ ແດ່ຄວາມຮັກ PHILO) ທີ່ໄດ້ພາເຮົາໄປສຳຜັດກັບຄວາມສຳພັນທີ່ເຄີຍຄິດວ່າຈະເປັນບ່ອນພັກໃຈ ແຕ່ກັບກາຍເປັນບ່ອນທີ່ມີແຕ່ຄວາມຜິດຫວັງ ແລະ ບາດແຜທີ່ເກີດຊ້ຳໆ.
ເພງໄດ້ເລີ່ມດ້ວຍສຽງຮ້ອງຈາກ OG7 ເຊິ່ງ ໃນທ່ອນຮ້ອງຂອງລາວ ເຮັດໃຫ້ເຮົາສຳຜັດໄດ້ເຖິງມຸມມອງຂອງຄົນໆໜຶ່ງທີ່ຍັງພະຍາຍາມປະຄັບປະຄອງຄວາມສຳພັນ ຢາກໃຫ້ທຸກຢ່າງກັບມາດີຄືເກົ່າ.
ແຕ່ບັນຫາຄືມີພຽງຕົນເອງທີ່ຄອຍພະຍາຍາມຢູ່ຝ່າຍດຽວ, ຍິ່ງພະຍາຍາມກໍຍິ່ງເມື່ອຍ ເພາະອີກຄົນບໍ່ໄດ້ຮ່ວມມືເຮັດໃຫ້ຫຍັງດີຂຶ້ນເລີຍ ແລະ ບໍ່ຢາກຝືນຮັກຕໍ່ເພາະຮູ້ແລ້ວວ່າມັນເຈັບ ແຕ່ກໍຍາກທີ່ຈະຢຸດຄວາມຮູ້ສຶກ.
ສ່ວນທ່ອນແຣັບຂອງ PHOENIX BOII ກໍເພີ່ມຄວາມຂົມຂື່ນໃຫ້ກັບເພງຂຶ້ນອີກຂັ້ນ ເພາະມັນຄືອາລົມຂອງຄົນທີ່ພະຍາຍາມຫາຫຍັງໃໝ່ໆມາເຮັດເພື່ອຫວັງຈະລືມ ຫຼື ໜີຈາກຄວາມຮູ້ສຶກເກົ່າໆ ແຕ່ສຸດທ້າຍກໍຍັງວົນກັບມາຫາຄວາມເຈັບປວດເດີມ.
ສິ່ງທີ່ເພງນີ້ສື່ອອກມາ ຈຶ່ງບໍ່ແມ່ນພຽງຄວາມເສົ້າຈາກຄວາມຮັກທີ່ຜິດຫວັງ ແຕ່ຍັງເປັນຄວາມຮູ້ສຶກຂອງຄົນທີ່ຮູ້ວ່າຕົນເອງກຳລັງເຈັບ ແຕ່ກໍຍັງບໍ່ພ້ອມຈະປ່ອຍມັນໄປ ນີ້ແຫຼະຫົວໃຈຄົນເນາະທຸກຄົນ.
ບາງຄັ້ງ, ການຮັກໃຫ້ຫຼາຍຂຶ້ນອາດບໍ່ແມ່ນຄຳຕອບ ເພາະເປັນສິ່ງທີ່ເຮົາຄວນກັບມາຖາມຕົນເອງວ່າ “ຄວາມຮັກນີ້ຍັງດີຕໍ່ເຮົາຢູ່ບໍ ຫຼື ແລ້ວຕ້ອງເຮັດຫຍັງຕໍ່ໄປເພື່ອຈະບໍ່ເຈັບແບບນີ້ອີກ” ມັນຈະດີຫຼາຍກວ່າທີ່ຕ້ອງຕິດໃນວັງວົນຄວາມຮັກທີ່ເປັນພິດແບບນີ້ອີກ.
ນອກຈາກນີ້ PHOENIX BOII ຍັງໄດ້ແອບສະປອຍກັບເຮົາວ່າ ເພງ “ແດ່ຄວາມຮັກ” ຈະມີ MV ສະບັບເຕັມອອກມາໃຫ້ທຸກຄົນໄດ້ຟັງນຳອີກ. ສ່ວນຈະເປັນມື້ໃດ ທຸກຄົນກໍຢ່າລືມຕິດຕາມກັນໄວ້ເດີ.
ສ່ວນໃຜທີ່ຢາກຮູ້ວ່າເລື່ອງລາວໃນຮູບເງົາຈະເຂັ້ມຂຸ້ນຂະໜາດໃດ ກໍຢ່າລືມມາເບິ່ງ “ແດ່ຄວາມຮັກ PHILO” ໃນວັນທີ 5 ພະຈິກ 2026 ທີ່ ໂຮງຮູບເງົາທົ່ວປະເທດລາວ.
ໝາຍເຫດ: ຮູບເງົາເລື່ອງນີ້ມີເນື້ອຫາ ແລະ ບາງສາກທີ່ເໝາະສຳລັບຜູ້ຊົມອາຍຸ 18 ປີຂຶ້ນໄປ ຜູ້ຊົມຄວນໃຊ້ວິຈາລະນະຍານໃນການຮັບຊົມ.