ໜ້າຫຼັກ The Interview ຟັງ Luh Wvn ເລົ່າຄວາມໃນໃຈກ່ຽວກັບການເຮັດເພງໃຫ້ຄົນພິເສດ ແລະ ຜົນງານເພງໃໝ່ Found You
The Interview

ຟັງ Luh Wvn ເລົ່າຄວາມໃນໃຈກ່ຽວກັບການເຮັດເພງໃຫ້ຄົນພິເສດ ແລະ ຜົນງານເພງໃໝ່ Found You

ແບ່ງປັນ

ນ້ຳຫວານ ພຸດນະພາ ຊຸມພົນພັກດີ ຫຼື Luh Wvn ມາພ້ອມກັບຜົນງານເພງໃໝ່ Found You ໃນມູດເພງທີ່ຫວານລະມຸນອົບອຸ່ນ ແລະ ເຕັມໄປດ້ວຍຄວາມຮູ້ສຶກຄວາມເຄຣຊີເລີບເຮັດໃຫ້ຕ້ອງຍິ້ມຕາມກັບທຳນອງເພງເວລາໄດ້ຟັງເພງນີ້, ມ່ວນເລີຍອົດບໍ່ໄດ້ທີ່ຈະຕ້ອງຈັບປະເດັ່ນກ່ຽວກັບເພງນີ້ມາເວົ້າສູ່ທຸກຄົນຟັງ ແລະ ດຶງຕົວ Luh Wvn ມາລົມກັນເພື່ອເປີດມຸມມອງໃໝ່ໃຫ້ຫຼາຍຄົນໄດ້ຮູ້ຈັກ.

Luh Wvn ໄດ້ເລົ່າ Story ກ່ຽວກັບເພງໃໝ່ຢ່າງ Found You ໃຫ້ມ່ວນຟັງວ່າ:

“ສຳລັບເພງນີ້ແມ່ນຫວານແຕ່ງໃຫ້ຄົນພິເສດໃນວັນຄົບຮອບ ເຊິ່ງຕອນໄປອັດສຽງກໍມີອ້າຍວິນ ຫຼື XXXVVIIV ເປັນຜູ້ຮ່ວມແຕ່ງເນື້ອຮ້ອງໃນເພງ ເຂົ້າມາຊ່ວຍໃຫ້ເນື້ອເພງມີຄວາມຂີ້ຫຼິ້ນ ແລະ ໜ້າຮັກຫຼາຍຂຶ້ນເລີຍ ແລະ ເພງນີ້ເປັນເພງໄວເພງທຳອິດຂອງຫວານເລີຍກໍວ່າໄດ້, ເພາະສ່ວນຫຼາຍຫວານຈະມັກແຕ່ງເພງເສົ້າ ແລະ ເພງທີ່ຖ່າຍທອດອາລົມອອກມາແບບສຸດໆ ຫຼື ເພງຮັກກໍຈະເປັນເພງໂຣແມນຕິກ. ສຳລັບເພງ Found You ແມ່ນເປັນການໄດ້ປົດລັອກຕົວເອງໃນການແຕ່ງເພງຮັກທີ່ສົດໃສຫວານໆ ພໍເພງອອກມາກໍຮູ້ສຶກພູມໃຈໃນໂຕເອງທີ່ສາມາດແຕ່ງເພງໜ້າຮັກໆໄດ້ຄືກັນ”.

ຜົນງານເພງທີ່ຜ່ານມາຂອງ Luh Wvn ສ່ວນຫຼາຍຈະເປັນເພງຊ້າໆ ແລະ ແຕ່ລະເພງກໍມີເອກະລັກ, ມີສະເໜ່ທີ່ແຕກຕ່າງກັນເຊັ່ນ:
ເພງ ຢູ່ບ່ອນນີ້

ເອກະລັກກໍຄືທ່ອນຮຸກທີ່ເນື້ອເພງອາດຈະຖືກໃຈຄົນທີ່ຍັງຖ້າຄົນໆໜຶ່ງຢູ່ສະເໝີ ແລະ ດ້ວຍຄວາມທີ່ Luh Wvn ຮ້ອງອອກມາຈາກຄວາມຮູ້ສຶກ ພ້ອມປະສົມປະສານກັບສຽງດົນຕີເຮັດໃຫ້ເພງນີ້ເປັນເພງທີ່ເສົ້າຫຼາຍ.

ເພງ ກຳລັງດີ

ສຳລັບເພງ ກຳລັງດີ ແມ່ນ Luh Wvn ຢາກແຕ່ງເພງທີ່ກ່ຽວກັບຝົນຢູ່ແລ້ວ, ແຕ່ຕອນນັ້ນທີ່ Luh Wvn ເລືອກແຕ່ງແບບໂຣແມນຕິກ ແລະ ມີເນື້ອເພງທີ່ເລີກເຊິ່ງ, ເຂົ້າໃຈງ່າຍບວກກັບດົນຕີທີ່ເຮັດໃຫ້ເພງນີ້ສົມບູນແບບສຸດໆ.

ເພງ Found you (ເພງໃໝ່ຫຼ້າສຸດ)

ເອກະລັກຂອງເພງນີ້ກໍຄືເປັນເພງທີ່ມີຈັງຫວະທີ່ໄວ ແລະ ໄດ້ແຣປເປີຈາກໄທກໍຄື FATBOII MQT ມາຮ່ວມເຮັດໃຫ້ເພງນີ້ມ່ວນ ແລະ ເຮັດໃຫ້ເພງນີ້ສົມບູນແບບຂຶ້ນ.

See also  ຟັງຄວາມຮູ້ສຶກຈາກການແຕ່ງເພງ ບົດສຸດທ້າຍ ຂອງ Phoenix Boii ນັກຮ້ອງ-ແຣັບເປີ ຈາກຫຼວງພະບາງ

ພິເສດ ເພງນີ້ຍັງໄດ້ແຣັບເປີຈາກໄທ FATBOII MQT ມາຮ່ວມຮ້ອງນຳ ເພື່ອສ້າງສີສັນໃຫ້ເພງມີມິຕິຫຼາຍຂຶ້ນ ໂດຍ Luh Wvn ແມ່ນໄດ້ຮູ້ຈັກກັບ FATBOII MQT ຕັ້ງແຕ່ເພງ More than friends ເຊິ່ງວ່າຊ່ວງນັ້ນ FATBOII MQT ໄດ້ທັກທາຍມາ ແລ້ວທັງສອງກໍໄດ້ຮ່ວມເຮັດເພງນຳກັນ, ຕອນນັ້ນຈະເປັນ Luh Wvn ໄປ ft ເພງຂອງ SURIYA MQT ແລະ FATBOII MQT ຊື່ເພງວ່າ “เที่ยวบินที่เจ็บ”.

IG: wjxx.m52hz

ຫຼັງຈາກນັ້ນ Luh Wvn ກໍໄດ້ແຕ່ງເພງ Found You, ໄດ້ໄປລອງອັດເພງເບິ່ງກ່ອນ ເຊິ່ງທາງ Producer ກໍໄດ້ສະເໜີວ່າເພງນີ້ມີຄົນແຣັປຈະເປັນການດີເລີຍ. ໃນສ່ວນ Producer ເພິ່ນກໍຮູ້ຈັກ FATBOII MQT ຢູ່ແລ້ວເລີຍໄດ້ສົ່ງຫາ ແລະ ຊວນມາແຈມເພງນີ້ນຳກັນ.

ບັນຍາກາດການຮ່ວມງານກັບທີມງານຜູ້ຜະລິດໃນເພງ Found You ແມ່ນມີແຕ່ຄວາມມ່ວນ ທຸກຄົນກໍມີແຕ່ຄົນມີຄວາມເກັ່ງ ແລະ ມີຄວາມສຸດໆ, ສິ່ງທີ່ທ້າທາຍກໍຄື: ດ້ວຍຄວາມທີ່ເພງນີ້ Luh Wvn ແຕ່ງ ແລະ ອັດຕັ້ງແຕ່ເດືອນ ເມສາ ປີ 2024, ເຮັດໃຫ້ Stem ບາງອັນກໍຫາຍໄປເລີຍໄດ້ໄປອັດໃໝ່.

ໃນຊ່ວງອັດເພງໃໝ່ກໍໄດ້ເຂົ້າສະຕູເກືອບທຸກມື້ ເພາະອັດແນວໃດ Luh Wvn ກໍຮ້ອງບໍ່ຄືເກົ່າ, ເພາະຜ່ານມາເກືອບປີແລ້ວ ແຕ່ສຸດທ້າຍກໍຫາ Stem ແລະ ກູ້ຄືນມາໄດ້ເພງນີ້ເລີຍໄດ້ປ່ອຍອອກມາໃຫ້ທຸກຄົນໄດ້ຟັງກັນ.

ດົນຕີເພງນີ້ແມ່ນໄດ້ Producer ຈາກໄທ ຫຼື ຈະເອີ້ນວ່າຄົນພິເສດຄົນນັ້ນທີ່ Luh Wvn ໄດ້ແຕ່ງເພງໃຫ້ນັ້ນແຫຼະ ລາວເປັນຜູ້ທີ່ມາເຮັດດົນຕີເພງນີ້ ແລະ ເປັນຄົນທີ່ຕິດຕໍ່ FATBOII MQT ໃຫ້.

ໃນສ່ວນເນື້ອເພງ Luh Wvn ໄດ້ເລົ່າໃຫ້ຟັງວ່າມັກທ່ອນ “ເລື່ອງນ້ຳເນົ່າ ທີ່ເຄີຍອີ້ໃສ່ ແຕ່ຕອນນີ້ເປັນຫຍັງບໍ່ອາຍເລີຍ” ທ່ອນຮ້ອງນີ້ແມ່ນວິນ ເປັນຄົນຊ່ວຍແຕ່ງ, ສາເຫດທີ່ມັກທ່ອນນີ້ເພາະຖ້າວ່າຂະຫຍາຍຄວາມອອກມາ ກໍຈະສາມາດເຂົ້າໃຈໄດ້ວ່າ: ບໍ່ວ່າຈະເລື່ອງຫຍັງທີ່ເຮົາເຄີຍບໍ່ມັກ ຖ້າມື້ໃດມື້ໜຶ່ງເຮົາຮັກເຂົາໝົດໃຈແລ້ວ ບໍ່ວ່າເລື່ອງໃດເຮົາກໍຮັບໄດ້ ແລະ ບໍ່ອາຍເລີຍທີ່ຈະເຮັດໂຕບ້າໆ ເຮົາຈະມີຄວາມສຸກໄປກັບມັນດ້ວຍຊ້ຳ.

See also  ພາມາຮູ້ຈັກ ວິນັສ ຫຼວງລາດ ພິທີກອນໜ້າໃໝ່ ຈາກລາຍການ GIRL$GURL CHITCHAT

Luh Wvn ຍັງມີສິ່ງທີ່ຢາກລອງເຮັດເພງທີ່ Deep ກວ່າເພງທີ່ຜ່ານໆມາ ຢາກເຮັດເພງເສົ້າທີ່ເສົ້າແບບຈຸກໆໄປເລີຍ ແລະ ໃນສ່ວນສິລະປິນທີ່ Luh Wvn ມັກຊ່ວງນີ້ກໍຈະເປັນ Hiko, RIO ແລະ ສິລະປິນທີ່ຈະໄດ້ຮ່ວມງານຄົນຕໍ່ໄປໃນໄວໆນີ້ແມ່ນກຳລັງຕິດຕໍ່ກັບສິລະປິນຕ່າງປະເທດຄົນໜຶ່ງຢູ່ ຢາກໃຫ້ທຸກໆຄົນຖ້າລຸ້ນວ່າຈະແມ່ນໃຜ?

Luh Wvn: “ຫວານ ຂໍຝາກເພງ Found You ແດ່ເດີ, ເປັນເພງໜ້າຮັກສົດໃສ ສາມາດຮັບຟັງໄດ້ທຸກ Streaming Platform ເລີຍ ແລະ ຊ່ວງນີ້ກໍກຳລັງເຮັດເພງໃໝ່ໆຢູ່ ແລ້ວພົບກັບໄວໆນີ້ແນ່ນອນ”

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ໃກ້ຄຽງ
The Interview

ນ້ຳຫວານ ໄດ້ຮັບແຮງບັນດານໃຈຂອງການແຕ້ມຮູບທີ່ສື່ອາລົມຄວາມເຂົ້າໃຈອັນຊັບຊ້ອນຂອງມະນຸດ

ພອຍໄພລິນ ຫຼວງອາມາດ ຫຼື ນ້ຳຫວານ ປັດຈຸບັນອາຍຸ 20 ປີ, ກຳລັງສຶກສາຢູ່ ປີ 2 ຢູ່ Sydney...

The Interview

ພົງ ໜຸ່ມບາຣິສຕາສາຍສະຕຣີດ ສູ່ນາຍແບບແບຣນດັງ ຜູ້ຄວ້າທຸກໂອກາດດ້ວຍໃຈທີ່ເປີດຮັບການປ່ຽນແປງ

ມື້ນີ້ຂໍພາໄປຮູ້ຈັກກັບເລື່ອງຊີວິດທີ່ເຕັມໄປດ້ວຍແຮງບັນດານໃຈຂອງ ພົງສະຫວັນ ແສງອາຄົມ ຊື່ຫຼິ້ນແມ່ນ ລິ້ວ ແຕ່ໝູ່ຂອງລາວເອີ້ນວ່າ ພົງ ໜຸ່ມບາຣິສຕາຈາກຊຳເໜືອທີ່ເຕີບໃຫຍ່ມາຈາກພາກໃຕ້ຂອງລາວ ຜູ້ທີ່ໃຊ້ທຸກໂອກາດໃນຊີວິດຢ່າງເຕັມທີ່ ດ້ວຍຄວາມເຊື່ອທີ່ວ່າ “ຊີວິດມີການປ່ຽນແປງຕະຫຼອດ ສະນັ້ນຕ້ອງເຮັດທຸກຢ່າງໃຫ້ສຸດຄວາມສາມາດ”....

The Interview

ມາຮູ້ຈັກ 6 ສາວ Fizche ທີ່ມາພ້ອມສະເໜ່ເຕັມພິກັດ ຈົນເຮັດໃຫ້ແຟນເພງຕ້ອງ “ເສຍອາການ” ໄປຕາມໆກັນ

ມາຮູ້ຈັກ 6 ສາວ Fizche ທີ່ມາພ້ອມສະເໜ່ເຕັມພິກັດ ຈົນເຮັດໃຫ້ແຟນເພງຕ້ອງ "ເສຍອາການ" ໄປຕາມໆກັນ

The Interview

Mon ໜຸ່ມຊ່າງພາບອິດສະລະຜ່ານການຖ່າຍທອດມຸມມອງສູ່ລາງວັນຈາກເມືອງຜູ້ດີ

ບໍ່ຜ່ານມາເທົ່າໃດເດືອນນີ້ວົງການຖ່າຍພາບກໍໄດ້ເປັນທີ່ໜ້າຍິນດີ ເພາະໄດ້ມີຊ່າງພາບອິດສະລະໜຸ່ມຈາກລາວເຮົາໄດ້ຄວ້າລາງວັນການຖ່າຍຮູບພາບແນວ Street ສາຂາ Highly Commended Award ຈາກ London ປະເທດອັງກິດ. ທ້າວ ອານູຄິດ...