ໜ້າຫຼັກ The Interview ຕ້າ ກິນດາວອນ: 22 ປີທີ່ແສນບໍ່ທຳມະດາ ຜູ້ທີ່ຂັບເຄື່ອນຊີວິດດ້ວຍການສະແດງ ການຂຽນເພງ ແລະ ສິລະປະ
The Interview

ຕ້າ ກິນດາວອນ: 22 ປີທີ່ແສນບໍ່ທຳມະດາ ຜູ້ທີ່ຂັບເຄື່ອນຊີວິດດ້ວຍການສະແດງ ການຂຽນເພງ ແລະ ສິລະປະ

ແບ່ງປັນ

ເຈົ້າເຄີຍຄິດບໍ່ວ່າອາຍຸ 22 ປີ ຈະສາມາດເຮັດຫຍັງໄດ້ຫຼາຍປານໃດ? ມາຮູ້ຈັກກັບ ຕ້າ – ກິນດາວອນ ຂັນຕີ ໄວໜຸ່ມທີ່ເຮັດສິ່ງທີ່ໂຕເອງມັກ ແລະ ຫຼົງໃຫຼ ຜ່ານການສະແດງ, ການຂຽນເພງ ແລະ ສິລະປະ! ບໍ່ພຽງແຕ່ເທົ່ານັ້ນ, ລາວຍັງເປັນໄວໜຸ່ມທີ່ກ້າທີ່ຈະທ້າທາຍຕົນເອງໃນທຸກບົດບາດ ແລະ ສ້າງແຮງບັນດານໃຈໃຫ້ເຮົາຮູ້ສຶກຕາມວ່າ: ຖ້າລາວເຮັດໄດ້, ເຮົາກໍເຮັດໄດ້ຄືກັນ!

ຕ້າ ໄວ 22 ປີ ຈົບຈົບການສຶກສາຈາກ ສາຂາສື່ສານມວນຊົນ ມະຫາວິທະຍາໄລແຫ່ງຊາດ. ປັດຈຸບັນ ເຮັດວຽກໃນບໍລິສັດດ້ານການຕະຫຼາດ ໂດຍຮັບໜ້າທີ່ເປັນນັກຂຽນຄອນເທັນສຳລັບແບຣນ.

ອີກດ້ານໜຶ່ງ ຕ້າເປັນຜູ້ທີ່ມັກໃນການສະແດງຫຼາຍ. ຜົນງານການສະແດງທີ່ຄົນຮູ້ຈັກແມ່ນ MV ຂອງ RGB ເຊິ່ງລາວສະແດງເປັນຄົນທີ່ແອບມັກໝູ່ ແລະ ອີກໜຶ່ງບົດບາດແມ່ນຮ່ວມສະແດງໃນຊີຣີສ໌ ສຸກໃຈ It’s Okay the Series ທີ່ຫາກໍປ່ອຍໃຫ້ເບິ່ງເມື່ອທ້າຍປີ 2024. ນອກຈາກນັ້ນ ຕ້າຍັງມີງານສະແດງ ຕອນທີ່ຮຽນຢູ່ມັດທະຍົມທີ່ເປັນເລື່ອງສັ້ນສົ່ງປະກວດໃນງານແຂ່ງຂັນຮູບເງົາສັ້ນ ອີກຫຼາຍເລື່ອງ.

ສິ່ງທີ່ເຮັດໃຫ້ ຕ້າ ຮູ້ສຶກມັກການສະແດງ, ຕ້າ ບອກວ່າ ມັນຄືການໄດ້ສວມບົດບາດເປັນຕົວລະຄອນ ທີ່ບໍ່ແມ່ນໂຕເອງ ຮູ້ສຶກວ່າມັນດີ ມັນຈະໄດ້ຮູ້ຈັກຕົວລະຄອນນັ້ນເພີ່ມອີກວ່ານິໄສໃຈຄໍລາວເປັນຈັ່ງໃດ. ກະຄ້າຍໆກັບ ການສຶກສາບຸກຄະລິກຂອງຫຼາຍໆຄົນ.

ໃນຄັ້ງທຳອິດທີ່ໄດ້ກ້າວຂາເຂົ້າສູ່ໂລກຂອງການສະແດງ, ຕ້າ ບອກທີມງານ Muan ວ່າ “ຮູ້ສຶກວ່າບໍ່ໄດ້ຕ່າງຫຍັງຫຼາຍ ເພາະບົດທີ່ຂຽນມາແມ່ນອີງໃສ່ກັບໂຕເຮົາເອງແດ່ ເຊິ່ງເປັນຜູ້ຍິງຫ້າວ ທີ່ໄປມັກໝູ່ອີກຄົນໜຶ່ງ ເຊິ່ງຮູ້ສຶກວ່າບໍ່ໄດ້ທ້າທາຍ ຫຼື ຍາກຫຍັງຫຼາຍ”.

“ຖ້າຈະເອົາບົດທີ່ແຕກຕ່າງເລີຍໜ້າຈະແມ່ນຫຼ້າສຸດເລີຍ ທີ່ໂຕລະຄອນຈະອອກແນວແມນໆ ເປັນທອມ ແລະ ບົດດຣາມ່າກໍຂ້ອນຂ້າງທີ່ຈະທ້າທາຍເຕີບໜຶ່ງ.”

See also  ທຸກຄວາມລົ້ມເຫຼວຄືສ່ວນປະສົມຂອງຄວາມສຳເລັດ ນັດດາ ເລົ່າບັນຫາສຸຂະພາບຈິດຜ່ານຕົວລະຄອນໃນ ສຸກໃຈ It's Okay the series

ສຳລັບເສັ້ນທາງໃນສາຍການສະແດງ, ຕ້າບອກວ່າ ຕົນເອງຍັງຢາກສະແດງໃນອີກຫຼາຍໆບົດບາດ ແລະ ຍັງຢູ່ໃນວົງການນີ້ເລື້ອຍໆ ໂດຍບົດທີ່ສົນໃຈໃນຕອນນີ້ແມ່ນ girl love ແຕ່ບໍ່ໄດ້ຫວັງວ່າຕ້ອງເປັນຕົວລະຄອນຫຼັກ ຖ້າເປັນບົດທີ່ຕົວລະຄອນຕ້ອງຢູ່ກັບການຜິດຫວັງອີ່ຫຍັງຫຼາຍໆແບບນີ້ ກະຂ້ອນຂ້າງທີ່ຈະສົນໃຈ ເພາະຕົນເອງຂ້ອນຂ້າງມັກບົດດຣາມ່າແດ່ ແຕ່ຖ້າເປັນບົດທີ່ແປກແດ່ກໍໜ້າຈະເປັນພວກທີ່ເປັນບົດ psycho ອີ່ຫຍັງແບບນີ້.

ສຳລັບນັກສະແດງທີ່ຕ້າມັກ ຕ້າບອກວ່າຈະບໍ່ໄດ້ໝາຍໄວ້ວ່າມັກຜູ້ນີ້ຫຼາຍ ແຕ່ທີ່ມັກເບິ່ງແມ່ນ ອ້າຍຕູ່ – ຄຳຮູ້ ພັນລືເດດ ເຊິ່ງເປັນທັງຜູ້ສ້າງຮູບເງົາ ແລະ ນັກສະແດງທີ່ມີຜົນງານການສະແດງທີ່ໂດດເດັ່ນຫຼາຍເລື່ອງ ເຊັ່ນ ຮູບເງົາເລື່ອງ ເງົາ (Shadow the Movie) ແລະ ອີກຄົນໜຶ່ງ ກໍຈະແມ່ນ ເອື້ອຍ ນົກຍູງ – ປະກອນຄຳ ບົວເຫຼັກ ເຊິ່ງເປັນນັກສະແດງຍິງທີ່ມີຜົນງານໂດດເດັ່ນຫຼາຍໃນແວດວົງຮູບເງົາຂອງລາວເຮົາ.

ນອກຈາກການສະແດງແລ້ວ, ຕ້າ ຍັງມີຄວາມສົນໃຈໃນເລື່ອງຂອງການເຮັດດົນຕີ ແລະ ໄດ້ມີໂອກາດຂຽນເພງໜຶ່ງຂຶ້ນມາ ຈາກການທີ່ໂຕເອງໄປມັກຜູ້ຍິງຄົນໜຶ່ງ ແລ້ວມາເຮັດເປັນ free beat ແລະ ກໍຮູ້ສຶກວ່າໂຕເອງກໍຂຽນໄດ້ ເຊິ່ງຕອນນີ້ກໍກຳລັງຢູ່ໃນຂັ້ນຕອນຂອງການຜະລິດຢູ່.

ນອກເໜືອຈາກການສະແດງ ແລະ ການເຮັດເພງແລ້ວ ຕ້າຍັງມີຄວາມສົນໃຈໃນເລື່ອງຂອງການແຕ້ມຮູບ ເພາະຕົນເອງເປັນຄົນທີ່ມັກເສບຜົນງານສິລະປະ.

ເນື່ອງຈາກມີຫຼາຍກິດຈະກຳທີ່ຕ້ອງໄດ້ເຮັດ ຕ້າໄດ້ແບ່ງປັນກັບພວກເຮົາວ່າ ປົກກະຕິເວລາເຮັດວຽກກໍຈະໂຟກັສທີ່ວຽກກ່ອນ ຫຼັງຈາກທີ່ເລີກວຽກແລ້ວຄ່ອຍໄປເຮັດຢ່າງອື່ນ.

ໜຶ່ງໃນປີນັ້ນເຈົ້າມີພຽງອາຍຸດຽວ ຖ້າເຈົ້າຢາກປະສົບຄວາມສຳເລັດຕອນໃດແມ່ນໃຫ້ເຮັດຕອນນັ້ນເລີຍ. ມັນຄືການເກັບກ່ຽວປະສົບການ. ກະຄືເຮົາໃນປີກາຍ ທີ່ໄດ້ຕັ້ງເປົ້າໄວ້ແລ້ວວ່າ ຈະເຮັດມັນໃຫ້ເຕັມທີ່ທີ່ສຸດ. ເຮົາຈະບໍ່ອາຍ ຈະບໍ່ຫຍັງ ກະເລີຍໃສ່ໃຫ້ເຕັມທີ່. ຖ້າວ່າຜົນທີ່ອອກມາ ມັນຈະດີ ຫຼື ເຮົາຈະຜິດຫວັງແນວໃດ, ແຕ່ສຸດທ້າຍ ທຸກຄົນກໍຈະຈົດຈຳໃນພາບທີ່ເຮົາສະແດງອອກມາ ແລະ ກໍບໍ່ໄດ້ຮູ້ສຶກເສຍໃຈໃນສິ່ງທີ່ເຮົາເຮັດ ແລະ ສິ່ງທີ່ເຮົາເຮັດກໍຈະສົ່ງຜົນຕໍ່ເນື່ອງໄປຮອດອະນາຄົດ.

ຈາກຄວາມມັກໃນການສະແດງທີ່ທ້າທາຍໄປຈົນເຖິງການຂຽນເພງ ແລະ ແຕ້ມຮູບ ແລະໃນບົດບາດຂອງການເຮັດວຽກດ້ານການຕະຫຼາດ, ຕ້າໄດ້ພິສູດໃຫ້ເຫັນວ່າ ອາຍຸ 22 ປີ ບໍ່ແມ່ນພຽງແຕ່ໂຕເລກ, ແຕ່ເປັນຈຸດເລີ່ມຕົ້ນຂອງຄວາມຝັນທີ່ໃຫຍ່ກວ່າ. ທຸກຢ່າງທີ່ລາວລົງມືເຮັດນັ້ນ ເປັນສິ່ງທີ່ບອກວ່າ: ຖ້າເຮົາມີຄວາມມັກໃນສິ່ງໃດ ຢ່າລັງເລທີ່ຈະເຮັດ. ເຮົາສາມາດເລີ່ມເຮັດໄດ້ທັນທີ ໃຫ້ໂລກຈົດຈຳຊື່ຂອງເຮົາໄວ້ ແລະ ໃນມື້ໜຶ່ງ ເຮົາອາດຈະໄດ້ເຫັນຜູ້ທີ່ກຳລັງອ່ານຢູ່ນີ້ ກຳລັງຢືນຢູ່ຂ້າງໆຕ້າກໍເປັນໄດ້. ໃຜຈະຮູ້?

See also  ກ້າທີ່ຈະເປັນໂຕເອງ "ດອນ" ກັບບົດ "ນວນ" ໃນ ສຸກໃຈ the Series ຄັ້ງທຳອິດຂອງຊີຣີສ໌ລາວທີ່ນຳສະເໜີ Nonbinary

ເປີດວາບ

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ໃກ້ຄຽງ
The Interview

Mon ໜຸ່ມຊ່າງພາບອິດສະລະຜ່ານການຖ່າຍທອດມຸມມອງສູ່ລາງວັນຈາກເມືອງຜູ້ດີ

ບໍ່ຜ່ານມາເທົ່າໃດເດືອນນີ້ວົງການຖ່າຍພາບກໍໄດ້ເປັນທີ່ໜ້າຍິນດີ ເພາະໄດ້ມີຊ່າງພາບອິດສະລະໜຸ່ມຈາກລາວເຮົາໄດ້ຄວ້າລາງວັນການຖ່າຍຮູບພາບແນວ Street ສາຂາ Highly Commended Award ຈາກ London ປະເທດອັງກິດ. ທ້າວ ອານູຄິດ...

The Interview

ບົວລະພາ ເພງໃໝ່ຈາກ AiiLA ແຕ່ງຂຶ້ນຍ້ອນໄດ້ຮັບແຮງບັນດານໃຈຈາກສະພາບແວດລ້ອມທີ່ເຫັນ ແລະ ໄດ້ ຕ່າຍ ອາກາດ ມາຮ່ວມຮ້ອງປະສານ

ບົວລະພາ ເພງໃໝ່ຈາກ AiiLA ແຕ່ງຂຶ້ນຍ້ອນໄດ້ຮັບແຮງບັນດານໃຈຈາກສະພາບແວດລ້ອມທີ່ເຫັນ ແລະ ໄດ້ ຕ່າຍ ອາກາດ ມາຮ່ວມຮ້ອງປະສານ

The Interview

ບໍ່ຕ້ອງລໍຖ້າມື້ອື່ນ: ເປີ້ – ໄຊຊະນະ ລາຊາພູມີ ໜຸ່ມລາວໄວ 18 ຜູ້ຄວ້າທຶນຮຽນຟຣີ 100% ສາຂານິເທດສາດ ມ. ກຸງເທບ

*ໝາຍເຫດ: ບົດຄວາມສຳພາດນີ້ Muan ໄດ້ທຳການເຜີຍແຜ່ຜ່ານທາງ Facebook ເມື່ອວັນທີ 1 ສິງຫາ 2024 ແລະ ນຳມາເຜີຍແຜ່ໃໝ່ຜ່ານເວັບໄຊ ເຊິ່ງຕອນນີ້ຜູ້ໃຫ້ສຳພາດໄດ້ເຂົ້າສຶກສາຢູ່...

The Interview

ຟັງ Luh Wvn ເລົ່າຄວາມໃນໃຈກ່ຽວກັບການເຮັດເພງໃຫ້ຄົນພິເສດ ແລະ ຜົນງານເພງໃໝ່ Found You

ຟັງ Luh Wvn ເລົ່າຄວາມໃນໃຈກ່ຽວກັບການເຮັດເພງໃຫ້ຄົນພິເສດ ແລະ ຜົນງານເພງໃໝ່ Found You