ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ໝາເດັກທີ່ຈິງໃຈຄົນນີ້ເປັນຂອງເຈົ້າເດີ ວິທີດູແລຄົນຮັກເປັນພື້ນທີ່ສະບາຍໃຈໃຫ້ກັນ
Muan RelationTips

ໝາເດັກທີ່ຈິງໃຈຄົນນີ້ເປັນຂອງເຈົ້າເດີ ວິທີດູແລຄົນຮັກເປັນພື້ນທີ່ສະບາຍໃຈໃຫ້ກັນ

ແບ່ງປັນ

ໃຜທີ່ມີສະເປັກເປັນຄົນທີ່ມີບຸກຄະລິກທີ່ມີຄວາມໜ້າຮັກສົດໃສ, ດື້ໆ ແລະ ມັກອ້ອນ ຫຼື ເອີ້ນງ່າຍໆວ່າ “ໄທປ໌ໝາເດັກ”. ເພາະຄົນທີ່ບຸກຄະລິກແບບນີ້ເວລາທີ່ໄດ້ຢູ່ນຳກັນຈະເຮັດໃຫ້ຮູ້ສຶກສະບາຍໃຈ, ຜ່ອນຄາຍ, ມ່ວນຊື່ນ ແລະ ອົບອຸ່ນໃນເວລາດຽວກັນ. ບໍ່ຕ້ອງແປກໃຈເລີຍວ່າເປັນຫຍັງຫຼາຍຄົນເຖິງມັກຄົນບຸກຄະລິກ ຫຼື ສະໄຕລ໌ນີ້.

ໝາເດັກຂອງເຈົ້າເຖິງຈະເປັນປະເພດຄົນງ່າຍໆສະບາຍໆ, ແຕ່ທຸກຄວາມສຳພັນກໍຕ້ອງມີການຜິດຖຽງ ແລະ ບໍ່ເຂົ້າໃຈກັນເປັນທຳມະດາ ແລະ ເຈົ້າຈະຈັດການບັນຫາຄວາມຂັດແຍ້ງນີ້ໄດ້ແນວໃດ? ມື້ນີ້ມ່ວນມີວິທີດູແລໝາເດັກ ແລະ ການຟື້ນຟູຄວາມສຳພັນໃຫ້ກັບມາເປັນພື້ນທີ່ຄວາມສະບາຍໃຈໃຫ້ກັນ ແລະ ກັນດ້ວຍ 5 ວິທີນີ້.

1. ສະຫງົບສະຕິອາລົມກ່ອນລົມກັນ.

ໃຫ້ອາລົມເຢັນກ່ອນຈຶ່ງລົມກັນ, ເພື່ອຫຼີກເວັ້ນການປະທະອາລົມຮ້ອນຂອງທັງສອງຄົນ ແລະ ເລືອກເວລາທີ່ຈະປັບຄວາມເຂົ້າໃຈກັນ, ເພາະຈະເຮັດໃຫ້ລາວສະບາຍໃຈທີ່ຈະເວົ້າລົມເລື່ອງທີ່ຜິດຖຽງກັນ ແລະ ປັບຄວາມເຂົ້າໃຈກັນໃນທີ່ສຸດ.

2. ໃຫ້ເວລາລາວໄດ້ລະບາຍ.

ເປີດໂອກາດ ແລະ ພື້ນທີ່ໃຫ້ລາວໄດ້ລະບາຍຄວາມຮູ້ສຶກຂອງລາວອອກມາ, ເຖິງລາວອາດຈະສະແດງຄວາມນ້ອຍໃຈ ຫຼື ບໍ່ຖືກຕ້ອງທັງໝົດ, ການຮັບຟັງໂດຍບໍ່ຂັດຕອນລາວເວົ້າຈະເຮັດໃຫ້ລາວຮູ້ສຶກວ່າໄດ້ຮັບການເຂົ້າໃຈ.

3. ໃຫ້ຄວາມຮັກ ແລະ ຄວາມເອົາໃຈໃສ່.

ຄົນໄທປ໌ນີ້ຈະມັກການເອົາໃຈໃສ່ ແລະ ການສະແດງຄວາມຮັກ. ເພາະວ່າລາວມັກຄວາມອົບອຸ່ນ ແລະ ກນໄດ້ຮັບຄວາມສົນໃຈຈາກຄົນຮັກ. ໃສ່ໃຈໃນສິ່ງນ້ອຍໆຖາມວ່າເຂົາເປັນແນວໃດ ຫຼື ການກອດໃຫ້ກຳລັງໃຈ.

4. ສະແດງຄວາມຮັກຜ່ານການກະທໍາ.

ຫຼັງຈາກການປັບຄວາມເຂົ້າໃຈກັນຮຽບຮ້ອຍແລ້ວ, ການກອດກັນ ຫຼື ການສະແດງຄວາມຮັກເລັກໆນ້ອຍໆຈະຊ່ວຍເຮັດໃຫ້ຄວາມຮູ້ສຶກໄດ້ຮັບການຮັກສາ, ຢ່າລືມຢອດຄໍາຫວານພ້ອມດ້ວຍການສະແດງອອກຜ່ານການກະທຳນຳເດີ.

5. ສ້າງບັນຍາກາດມ່ວນຊື່ນ ແລະ ຜ່ອນຄາຍ.

ແຟນໝາເດັກແມ່ນມັກຄວາມມ່ວນຊື່ນສະໜຸກສະໜານ, ລອງຫາເຮັດກິດຈະກຳງ່າຍໆແຕ່ມີຄວາມສຸກນຳກັນເຊັ່ນ: ຫຼິ້ນເກມ, ໄປຄາເຟ່, ຖ່າຍຮູບ ຫຼື ໄປທ່ຽວບ່ອນໃໝ່ໆນຳກັນ, ຈະເຮັດໃຫ້ເຈົ້າທັງສອງຮູ້ສຶກມີຄວາມສຸກ ແລະ ສົດຊື່ນຂຶ້ນ.

ການໃຊ້ຊີວິດກັບຄົນໄທປ໌ໝາເດັກແມ່ນມັນສຸດແສນຈະມີສີສັນ, ຄວາມອົບອຸ່ນ ແລະ ຄວາມສຸກ. ການທີ່ໄດ້ສະແດງຄວາມຮັກ ແລະ ຄວາມເຂົ້າໃຈໃນທຸກໆວັນຍິ່ງເພີ່ມຄວາມສໍາພັນໃຫ້ເຂັ້ມແຂງ ແລະ ມີຄວາມໝາຍຫຼາຍຂຶ້ນ.

ອ່ານຕື່ມ:  Lucky Syndrome Theory ຂ້ອຍຄືຜູ້ໂຊກດີ ຊວນລອງ Manifest ນຳແຕ່ສິ່ງດີໆເຂົ້າມາໃນຊີວິດ

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ໂສດ 100% ເພາະມີ Self-Partnered ການສ້າງຄວາມສຳພັນທີ່ໝັ້ນຄົງຕ້ອງເລີ່ມຈາກໂຕເອງ

Self-Partnered ການມີຄວາມສຸກຢູ່ກັບໂຕເອງດ້ວຍຄວາມເຕັມໃຈ ບໍ່ແມ່ນວ່າຈະ "ປະຕິເສດທີ່ຈະຮັກ" ແຕ່ພວກເຂົາຮຽນຮູ້ວ່າ "ຄວາມສຳພັນທີ່ໝັ້ນຄົງທີ່ສຸດແມ່ນເລີ່ມຈາກໂຕເອງ".

ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ?

ໂສດຈົນເມື່ອຍລະເດີ! ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ? ນີ້ເປັນບັນຫາລະດັບຊາດສຳລັບຊາວເຮົາ ແລ່ວຈະເຮັດແນວໃດຈຶ່ງຈະມີແຟນຈັກເທື່ອ? ນີ້ແມ່ນວິທີແກ້ໄຂສຳລັບຄົນທີ່ມັກຢູ່ຕິດຢ້າວຕິດເຮືຶອນ.

10/10 ວັນສໍາຄັນຂອງຄົນຄິດຫຼາຍ ຊວນດູແລສຸຂະພາບຈິດຕົນເອງເພື່ອພັດທະນາຄວາມສຳພັນ

ຄິດຫຼາຍ, ວິຕົກກັງວົນ ແລະ ໃສ່ໃຈຄວາມຮູ້ສຶກຄົນອື່ນຫຼາຍເກີນໄປ ທຸກຄົນເປັນແບບນັ້ນກັນບໍ່? ພ້ອມກັບມີຄວາມຮູ້ສຶກວ່າການໃຊ້ຊີວິດໃນແຕ່ລະມື້ມັນຄືເມື່ອຍແທ້? ຈົນເຮັດໃຫ້ຄວາມຮັກ, ຄວາມສຳພັນ ຫຼື ສິ່ງທີ່ຢູ່ອ້ອມຕົວເຮົາມັນສົ່ງຜົນກະທົບຕໍ່ຈິດໃຈຂອງເຮົາໂດຍບໍ່ຮູ້ຕົວ ແລະ ບໍ່ເປັນໄປຕາມໃຈຕ້ອງການ....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.