ເຊື່ອວ່າໃຜຫຼາຍຄົນກໍເຄີຍພົບເຈີກັບບັນຫາຄວາມສຳພັນທາງໄກ ທີ່ຕ້ອງພະຍາຍາມຮັກສາຄວາມຮັກກັບຄົນທີ່ຢູ່ຫ່າງກັນ, ບໍ່ຄ່ອຍໄດ້ພົບກັນຫຼາຍ, ເຖິງຈະຍັງຕິດຕໍ່ກັນແຕ່ກໍບໍ່ສາມາດເຫັນໜ້າກັນໃນຊີວິດຈິງໄດ້ ເຊິ່ງທັງສອງຝ່າຍຈະຮັກກັນປານໃດກໍປະຕິເສດບໍ່ໄດ້ເລີຍວ່າ ການທີ່ຢູ່ໄກກັນເປັນປັດໄຈໜຶ່ງທີ່ມາບັ່ນທອນຄວາມສຳພັນໃຫ້ຄວາມຮັກຫຼຸດໜ້ອຍຖອຍລົງ.
ນອກຈາກນັ້ນແລ້ວ, ຍັງມີອີກຫຼາຍສິ່ງທີ່ຄວາມສຳພັນທາງໄກຕ້ອງເຈິ ບໍ່ວ່າຈະເປັນຄວາມໂດດດ່ຽວ, ຄວາມຮູ້ສຶກບໍ່ແນ່ນອນ, ຄວາມລະແວງ ແລະ ສຸດທ້າຍແມ່ນຄວາມຕ້ອງການທາງຮ່າງກາຍທີ່ຄູ່ຮັກບໍ່ສາມາດໃຫ້ກັນໄດ້. ແຕ່ກໍຍັງມີຫຼາຍຄູ່ທີ່ຢືນຢັນວ່າ ຄວາມຮັກທາງໄກນັ້ນສາມາດດຳເນີນໄປຕໍ່ໄດ້.
ເມື່ອເປັນແນວໃດນັ້ນເຮົາຄວນຮັກສາຄວາມສຳພັນທາງໄກແນວໃດເພື່ອໃຫ້ຄວາມສຳພັນຍັງສາມາດດຳເນີນໄປໄດ້ຕໍ່ ໂດຍສະເພາະຍຸກນີ້ທີ່ເຮົາສາມາດຕິດຕໍ່ສື່ສານກັນໄດ້ຢ່າງງ່າຍດາຍ ຂໍພຽງແຕ່ມີຄວາມຖີ່ໃນການຕິດຕໍ່ກັນ ກໍຈະຊ່ວຍໃຫ້ຄວາມຫວານບໍ່ແພ້ຄູ່ຮັກທີ່ຢູ່ໃກ້ຊິດກັນຄື:
1. ພະຍາຍາມລົມໂທລະສັບຟັງສຽງຂອງກັນແລະກັນໃຫ້ຫຼາຍ.
ການລົມໂທລະສັບເປັນສິ່ງວິທີທີ່ດີທີ່ສຸດໃນການເຊື່ອມຕໍ່ກັບຄົນຮັກ ຫຼື ການວິດິໂອຄໍ ທີ່ຈະເຮັດໃຫ້ເຮົາເຫັນໜ້າທ່າທາງ ແລະ ປະຕິກິລິຍາຂອງກັນໄດ້.
2. ແຊັດລາຍງານຕົວໃນຕົວເຊົ້າ ແລະ ຕອນເດິກ.
ການພິມແຊັດຖິ້ມໄວ້ໃນຕອນເຊົ້າ ແລະ ຕອນເດິກກ່ອນນອນ ເປັນເລື່ອງງ່າຍທີ່ສາມາດເຮັດໄດ້ ເພາະມັນຊ່ວຍໃຫ້ຄູ່ຮັກຮູ້ສຶກເຊື່ອມຕໍ່ກັນຕັ້ງແຕ່ເລີ່ມວັນຈົນຈົບວັນ ແຖມຍັງເປັນການສົ່ງກຳລັງໃຈໃຫ້ກັນອີກດ້ວຍ.
3. ພະຍາຍາມໄປພົບກັນເມື່ອມີໂອກາດ.
ໄລຍະທາງອາດເປັນອຸປະສັກຕໍ່ການພົບເຈີກັນໃນບາງຄູ່ ແຕ່ສິ່ງສຳຄັນຄືຕ້ອງໄດ້ເຫັນກັນໃຫ້ພົບກັນໃຫ້ຫຼາຍທີ່ສຸດ ຢ່າງໜ້ອຍກໍພົບກັນທຸກ3ເດືອນ ຫຼື ດີທີ່ສຸດແມ່ນເດືອນລະຄັ້ງ ເພື່ອບໍ່ໃຫ້ຄູ່ຮັກຮູ້ສຶກຫ່າງໄກກັນຫຼາຍເກີນໄປ.
4. ຖາມກ່ຽວກັບຄວາມຮູ້ສຶກຂອງກັນແລະກັນສະເໝີ.
ຍິ່ງໄກກັນຍິ່ງຮັບຮູ້ຄວາມຮູ້ສຶກອີກຝ່າຍໄດ້ຍາກ ການສະແດງຄວາມຫ່ວງໃຍ ແລະ ຄອຍຖາມກ່ຽວກັບຄວາມຮູ້ສຶກຂອງອີກຝ່າຍຈຶ່ງເປັນວິທີທີ່ຊ່ວຍໃຫ້ຄວາມຮັກລາບຫຼື່ນຂຶ້ນ ແລະ ຍັງເປັນວິທີສະແດງຄວາມເອົາໃຈໃສ່ກັນໃນຄວາມສຳພັນອີກດ້ວຍ.
5. ເຊີໄພຣສ໌ກັນແລະກັນດ້ວຍຂອງຂວັນ.
ເຖິງແມ້ວ່າຈະບໍ່ໄດ້ຢູ່ນຳກັນ ແຕ່ສິ່ງທີ່ຄອຍເຕີມເຕັມຄວາມຫວານໄດ້ກໍຄືການມອບຂອງຂວັນເຊີໄພຣສ໌ໃຫ້ກັນບໍ່ວ່າຈະເປັນການສົ່ງດອກໄມ້,ອາຫານສຸດພິເສດໄປໃຫ້ ເໝືອນກັບວ່າເຮົາກຳລັງດູແລກັນຢູ່.
6. ຖ້າຫາກຮູ້ສຶກຜິດປົກກະຕິໃຫ້ຮີບເຄຼຍກັນ.
ຖ້າຫາກມີຫຍັງປ່ຽນແປງໃນຄວາມສຳພັນ ສິ່ງສຳຄັນທີ່ສຸດຄືການເລີ່ມເປີດໃຈເວົ້ານຳກັນໂດຍກົງ ເພື່ອໃຫ້ສາມາດປັບຄວາມເຂົ້າໃຈ ເພາະການມີບັນຫາກັນໃນຄວາມສຳພັນທາງໄກນັ້ນຍາກ ແລະ ໃຊ້ພະລັງງານຫຼາຍກວ່າປົກກະຕິ.