ແຈกພິກັດທີ່ດີຕໍ່ໃຈ ງານວາງສະແດງສິລະປະສຸດໜ້າຮັກ “ສິ່ງນ້ອຍໆທີ່ເອີ້ນວ່າແມວ”

ແບ່ງປັນ

ແຈกພິກັດທີ່ດີຕໍ່ໃຈ ງານວາງສະແດງສິລະປະສຸດໜ້າຮັກ “ສິ່ງນ້ອຍໆທີ່ເອີ້ນວ່າແມວ”

15 June 2026 7

ມື້ນີ້, ມ່ວນຊວນໄປ ມີບ່ອນດີໆມາຝາກສາຍຄາເຟ່ ແລະ ສາຍສິລະປະຕອນນີ້ຢູ່ທີ່ຮ້ານ The Tamper Coffee & Studio ກຳລັງຈັດງານວາງສະແດງສິລະປະສຸດໜ້າຮັກທີ່ມີຊື່ວ່າ “ສິ່ງນ້ອຍໆທີ່ເອີ້ນວ່າແມວ (Like a Cat’s Tiny Life)”.

ຄອນເຊັບງານຄືເປັນຕາຮັກແຮງ ແລະ ຍັງໄດ້ຊວນພວກເຮົາທຸກຄົນມາປ່ອຍຊີວິດໃຫ້ຊ້າລົງ ເພື່ອລອງມາສັງເກດພຶດຕິກຳ ແລະ ຈິນຕະນາການການໃຊ້ຊີວິດຂອງສັດລ້ຽງສີ່ຂາຂົນນຸ່ມໂຕນ້ອຍໆແບບ “ແມວ” ເບິ່ງ.

ງານນີ້ເຮົາຈະໄດ້ເຫັນມຸມມອງຂອງນ້ອງແມວຜ່ານຮູບແຕ້ມຂອງ 7 ສິລະປິນຄື: Fanta Keomanila, Willy Hansana, Phoud Doodle, Phanouphong Ophaso, Chare Chavic, Phoiphailin Luangamat ແລະ Matsa.

ມ່ວນຊວນໄປ ໄດ້ລອງໄປສຳຜັດແລ້ວ ສິ່ງທີ່ເຫັນໄດ້ຊັດຄືສິລະປິນແຕ່ລະຄົນນັ້ນມີລາຍເສັ້ນ ແລະ ເອກະລັກສະເພາະໂຕທີ່ແຕກຕ່າງກັນ ໃຜມັກເສບສິລະປະບອກເລີຍວ່າທຸກຮູບຄືອົບອຸ່ນສຸດໆ.

ສ່ວນໃຜທີ່ເປັນທາດແມວເຫັນແລ້ວຕ້ອງຮ້ອງວ່າ ຮື…ມັນຄືມາໜ້າຮັກແທ້! ນີ້ຄືສະເໜ່ຂອງງານນີ້ເລີຍ ແບບວ່າຮູ້ສຶກຫຼົງຮັກຈົນຖອນໂຕບໍ່ຂຶ້ນເລີຍຫັນນະ.

ມ່ວນຊວນໄປ ຄິດວ່າມັນເປັນປະສົບການທີ່ດີໃດ ການທີ່ເຮົາໄດ້ຍ່າງເບິ່ງຮູບງາມໆໄປພ້ອມກັບໄດ້ກິ່ນຫອມໆ ແລະ ໄດ້ດື່ມດຳລົດຊາດທີ່ກົມກ່ອມຂອງກາເຟ ມັນເຮັດໃຫ້ອາລົມເຮົາໄດ້ຜ່ອນຄາຍແບບສຸດໆ.

ຮີບລັອກມື້ໄວ້ເລີຍເດີທຸກຄົນ ຊວນກັນໄປ ຈິບກາເຟແຊບໆ, ເສບງານສິລະປະ ແລະ ຮັບພະລັງບວກແບບໃຫ້ເຕັມອິ່ມ ຮີບຟ້າວແທັກໝູ່ ຫຼື ຊວນຄົນຮັກ ໄປໃຊ້ເວລານຳກັນເລີຍ ເພາະບອກໄດ້ຄຳດຽວວ່າ ດີແຮງ.

ອ່ານຕື່ມ:  ຊວນໄປ Encyclopedia ງານວາງສະແດງດ່ຽວ ຄັ້ງທີ 2 ຂອງ @nnene.iie ທີ່ບາງກອກ ປະເທດໄທ

ລາຍລະອຽດງານ

  • ວັນທີ 14 ມິຖຸນາ – 31 ກໍລະກົດ 2026, ເວລາ 13:30 ເປັນຕົ້ນໄປ
  • ສະຖານທີ່: The Tamper Coffee & Studio, ນະຄອນຫຼວງວຽງຈັນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.