ສຳລັບຜູ້ທີ່ຫຼົງໄຫຼໃນສິລະປະທີ່ເຕັມໄປດ້ວຍລາຍເສັ້ນ ແລະ ເລື່ອງລາວ, ງານວາງສະແດງ Encyclopedia ຂອງ @nnene.iie ທີ່ GalieOasis ນະຄອນບາງກອກ ປະເທດໄທ ເປັນສິ່ງທີ່ບໍ່ຄວນພາດ. ງານນີ້ເປັນ Solo Exhibition ຄັ້ງທີ 2 ຂອງສິລະປິນສາວຜູ້ນີ້, ເຊິ່ງຈະພາທຸກຄົນເຂົ້າສູ່ໂລກແຫ່ງລາຍເສັ້ນທີ່ແຕ້ມດ້ວຍມື ປະສົມປະສານກັບແຮງບັນດານໃຈຈາກສິ່ງທີ່ພົບອ້ອມໂຕ ທີ່ສະທ້ອນຕົວຕົນຂອງລາວ.
ເນເນ່: ສິລະປິນສາຍ Pen Drawing ຜູ້ເລົ່າເລື່ອງລາວຜ່ານລາຍເສັ້ນ
@nnene.iie ຫຼື ເນເນ່ ແມ່ນນັກແຕ້ມຮູບປະກອບ ແລະ ກຣາຟິກດີຊາຍເນີອິດສະລະຈາກປະເທດໄທ ຜູ້ມີຄວາມສາມາດຫຼາກຫຼາຍ. ລາວຈົບການສຶກສາສາຂາ Communication Design ຈາກມະຫາວິທະຍາໄລຈຸລາລົງກອນ. ຕັ້ງແຕ່ສະໄໝ ຮຽນຈົນຮອດປັດຈຸບັນ, ເນເນ່ ໄດ້ຮັບວຽກດ້ານພາບປະກອບ, ກຣາຟິກ, ແລະ ໂມຊັນ ມາໂດຍຕະຫຼອດ, ກ່ອນທີ່ຈະກ້າວສູ່ການຮັບວຽກພາບພິມທີ່ເຮັດໃຫ້ລາວເປັນທີ່ຮູ້ຈັກຫຼາຍຂຶ້ນໃນສະໄຕລ໌ທີ່ລາວເຮັດ.

ພາບຈາກ: Instagram @galileoasis
ນອກຈາກນີ້, ລາວຍັງເປັນຄົນທີ່ມັກຈົດບັນທຶກ journal ເພື່ອເກັບໄວ້ທຸກໄອເດຍ ແລະ ແຮງບັນດານໃຈທີ່ໄດ້ຮັບຈາກການເດີນທາງ, ໂດຍສະເພາະການໄປຍີ່ປຸ່ນທີ່ໄດ້ສ້າງອິດທິພົນຕໍ່ສະໄຕລ໌ຂອງລາວ. ນອກຈາກນັ້ນ, ເນເນ່ຍັງເປັນຄົນທີ່ມັກອ່ານສາລະນຸກົມມາຕັ້ງແຕ່ຍັງນ້ອຍ, ເຊິ່ງກາຍເປັນແຮງບັນດານໃຈໃຫ້ລາວຕັ້ງຊື່ງານວາງສະແດງຄັ້ງນີ້ວ່າ Encyclopedia—ເປັນດັ່ງສາລະນຸກົມຫົວໜຶ່ງຂອງລາວທີ່ຢາກນຳສະເໜີອອກມາໃຫ້ທຸກຄົນໄດ້ມາເບິ່ງ ແລະ ມາອ່ານ.



ຜົນງານແບບ Maximalistic ທີ່ເຕັມໄປດ້ວຍເລື່ອງລາວ
ຜົນງານຂອງເນເນ່ໃນງານ Encyclopedia ເປັນການຜະສົມຜະສານລະຫວ່າງຄວາມຄິດສ້າງສັນ ແລະ ຄວາມລະອຽດອ່ອນຂອງລາຍເສັ້ນທີ່ແຕ້ມດ້ວຍມື. ຮູບແບບຜົນງານຂອງລາວແມ່ນ pen drawing with maximalistic composition, ເຊິ່ງເປັນງານແຕ້ມດ້ວຍປາກກາເທິງເຈ້ຍ ໂດຍພາບຈະມາພ້ອມກັບລາຍມືຂຽນ ແລະ ໜັງສືປະກອບ ເພື່ອໃຫ້ອົງປະກອບເຕັມ. ຜົນງານໃນງານວາງສະແດງຄັ້ງນີ້ ປະກອບດ້ວຍ:
ໂພສເຕີຮູບເງົາ: ລາວນຳເອົາລາຍເສັ້ນໃນແບບຂອງຕົນເອງມາສ້າງສັນເປັນໂພສເຕີຮູບເງົາທີ່ມີຄວາມເປັນຍີ່ປຸ່ນ, ສະແດງໃຫ້ເຫັນຄວາມສາມາດໃນການຜະສົມວັດທະນະທຳປັອບກັບສິລະປະ. ຕົວຢ່າງທີ່ໂດດເດັ່ນໃນງານຄື ໂພສເຕີຮູບເງົາເຊັ່ນ Midsommar, The Paradise of Thorns, Interstellar ແລະ Blade Runner, ທີ່ຖືກຕີຄວາມໃໝ່ດ້ວຍລາຍເສັ້ນສະໄຕລ໌ມັງງະ (manga) ທີ່ເຕັມໄປດ້ວຍລາຍລະອຽດ ແລະ ການເຄື່ອນໄຫ ປະສົມກັບຂໍ້ຄວາມພາສາຍີ່ປຸ່ນທີ່ເພີ່ມຄວາມເປັນສາກົນ.

ງານແຕ້ມແບບ Collab: ການຮ່ວມງານກັບສິລະປິນຄົນອື່ນ, ສ້າງຜົນງານທີ່ປະສົມຫຼາຍສະໄຕລ໌ ແຕ່ຍັງຮັກສາເອກະລັກຂອງຕົນເອງ.
ແຮງບັນດານໃຈຈາກການເດີນທາງ: ຜົນງານທີ່ໄດ້ຮັບແຮງບັນດານໃຈຈາກສິ່ງອ້ອມຕົວ, ໂດຍສະເພາະການນຳເອົາຖົງເຈ້ຍ ແລະ ບັນຈຸພັນຈາກການເດີນທາງມາແຕ້ມຕໍ່ດ້ວຍລາຍມື, ປ່ຽນສິ່ງທີ່ທຳມະດາໃຫ້ກາຍເປັນສິລະປະທີ່ມີຄຸນຄ່າ. ຕົວຢ່າງເຊັ່ນ: ຜົນງານທີ່ແຕ້ມໃສ່ບັນຈຸພັນອາຫານຍີ່ປຸ່ນ ບໍ່ວ່າຈະເປັນ “BOSS Coffee”, “Lulu Lemon Drink” ແລະ ຖົງເຈ້ຍ, ທີ່ຖືກແຕ້ມດ້ວຍລາຍເສັ້ນທີ່ລະອຽດ ແລະ ມີການຈົດບັນທຶກຂໍ້ຄວາມປະກອບທີ່ສະແດງໃຫ້ເຫັນຄວາມຄິດ ແລະ ຄວາມຮູ້ສຶກຂອງລາວໃນແຕ່ລະຊ່ວງເວລາ.

ການບັນທຶກແຮງບັນດານໃຈຜ່ານສິ່ງຂອງທຳມະດາ: ຜົນງານອີກສ່ວນໜຶ່ງສະແດງໃຫ້ເຫັນຄວາມມັກການຈົດບັນທຶກ journal ຂອງລາວ, ເຊັ່ນການແຕ້ມຕົ້ນໄມ້ ແລະ ພືດພັນຕ່າງໆທີ່ພົບໃນຊີວິດປະຈຳວັນ, ພ້ອມດ້ວຍບັນທຶກຂໍ້ຄວາມເຊັ່ນ “Plants from Khັo Yai, Nakhonratchasrima Province” ຫຼື “Sidewalk Plants (2025)”, ທີ່ສະແດງໃຫ້ເຫັນການສັງເກດທີ່ລະອຽດ ແລະ ການເກັບຄວາມຊົງຈຳຜ່ານສິລະປະ. ຜົນງານດັ່ງກ່າວຍັງມີການແຕ້ມສິ່ງຂອງທີ່ໃຊ້ໃນຊີວິດປະຈຳວັນເຊັ່ນ IKEA ຫຼື ສະຫຼາກບັນຈຸພັນຂອງຍີ່ຫໍ້ “Pu-Thai” ແລະ “Funyuns” ທີ່ຖືກແຕ້ມໃຫ້ເຫັນແບບຮອບດ້ານ, ສະແດງໃຫ້ເຫັນວິທີທີ່ລາວປ່ຽນສິ່ງຂອງທຳມະດາໃຫ້ກາຍເປັນພື້ນທີ່ບັນທຶກເລື່ອງສ່ວນຕົວ.

ຜົນງານເຫຼົ່ານີ້ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມສາມາດຂອງລາວ, ແຕ່ຍັງເປັນແບບຢ່າງໃຫ້ລູກຄ້າເຫັນວ່າ ບັນຈຸພັນທີ່ທຳມະດາສາມາດຖືກຍົກລະດັບດ້ວຍສິລະປະແບບນີ້ໄດ້. ສະໄຕລ໌ຂອງລາວເຕັມໄປດ້ວຍການຜະສົມຜະສານລະຫວ່າງສະໄຕລ໌ທີ່ເປັນເອກະລັກ ແລະ ການບັນທຶກເລື່ອງສ່ວນຕົວຜ່ານລາຍເສັ້ນທີ່ລະອຽດ, ສ້າງຄວາມຮູ້ສຶກທີ່ທັງທັນສະໄໝ ແລະ ມີກິ່ນອາຍແຫ່ງຄວາມຊົງຈຳ.
ງານວາງສະແດງ Encyclopedia ທີ່ GalieOasis
ງານວາງສະແດງ Encyclopedia ຈັດຂຶ້ນທີ່ GalieOasis, ບາງກອກ ປະເທດໄທ, ເລີ່ມຕັ້ງແຕ່ຕົ້ນເດືອນເມສາ ຈົນເຖິງວັນທີ 28 ເມສາ 2025, ເປີດໃຫ້ເຂົ້າຊົມທຸກວັນຕັ້ງແຕ່ 10:00 ໂມງເຊົ້າ ຫາ 19:00 ໂມງຕອນແລງ (ປິດທຸກວັນອັງຄານ). ສະຖານທີ່ແຫ່ງນີ້ຈະເປັນພື້ນທີ່ທີ່ທ່ານສາມາດດຳດິ່ງໃນໂລກແຫ່ງສິລະປະຂອງເນເນ່, ບ່ອນທີ່ທຸກລາຍເສັ້ນບອກເລື່ອງຂອງຄວາມມັກຮັກ ແລະ ການເດີນທາງຂອງລາວ.

ງານດັ່ງກ່າວບໍ່ພຽງແຕ່ເປັນການວາງສະແດງຜົນງານ, ແຕ່ຍັງມີການຈັດວາງທີ່ເຕັມໄປດ້ວຍຄວາມຄິດສ້າງສັນໃຫ້ທຸກຄົນໄດ້ໄປສຳຜັດ ແລະ ຮຽນຮູ້ກ່ຽວກັບຜົນງານ ແລະ ເລື່ອງລາວຂອງສິລະປິນສາວຄົນນີ້ທີ່ອາດພາເຮົາໄປສູ່ບ່ອນໃດບ່ອນໜຶ່ງໃນເສັ້ນທາງຂອງສິລະປະ.