ຊວນສຳຜັດ “ຂວັນ Khuan Exhibition” ຜ່ານມຸມມອງສິລະປະລາວທີ່ຫາເບິ່ງໄດ້ຍາກ

ແບ່ງປັນ

ຊວນສຳຜັດ “ຂວັນ Khuan Exhibition” ຜ່ານມຸມມອງສິລະປະລາວທີ່ຫາເບິ່ງໄດ້ຍາກ

11 March 2026 76

Highlights

  • ຂວັນ ແມ່ນພະລັງງານຊີວິດ ຫຼື ຈິດວິນຍານທີ່ເບິ່ງບໍ່ເຫັນ ໂດຍເຊື່ອວ່າມະນຸດມີ 32 ຂວັນໃຫຍ່ ແລະ 90 ຂວັນນ້ອຍ ປະຈຳຢູ່ຕາມອະໄວຍະວະຕ່າງໆ ເພື່ອຄອຍປົກປັກຮັກສາຮ່າງກາຍໃຫ້ສົມບູນ.
  • ຖ້າຂວັນຢູ່ກັບເນື້ອກັບຕົວ ຈະເຮັດໃຫ້ສຸຂະພາບແຂງແຮງ ແລະ ຈິດໃຈສົດຊື່ນ ແຕ່ຖ້າປະສົບເຫດການຕົກໃຈ ຫຼື ເຈັບປ່ວຍ ຈົນ “ຂວັນໜີ” ອອກຈາກຮ່າງກາຍ ຈະສົ່ງຜົນໃຫ້ຮ່າງກາຍອ່ອນເພຍ ຫຼື ມີຄວາມເຊື່ອວ່າດວງຕົກ. 
  • ຄົນລາວມີພິທີສູ່ຂວັນ ເພື່ອເອີ້ນຂວັນໃຫ້ກັບຄືນມາ ແລະ ເສີມສິລິມົງຄຸນ ເຊິ່ງນິຍົມເຮັດທັງໃນ ງານມົງຄຸນ (ແຕ່ງງານ, ຂຶ້ນເຮືອນໃໝ່) ແລະ ການປອບໃຈ (ເອີ້ນຂວັນຄົນປ່ວຍ ຫຼື ຜູ້ເດີນທາງໄກ).


ປູ່-ຍ່າ ຫຼື ພໍ່ຕູ້-ແມ່ຕູ້ ມັກຈະເອີ້ນເຮົາໃຫ້ເຂົ້າໄປຫາ ແລະ ນຳຝ້າຍຜູກແຂນມາມັດເອີ້ນເອົາ “ຂວັນ” ຂອງເຮົາກັບບ້ານ ເຊິ່ງຄຳວ່າ “ຂວັນ” ໃນປະເພນີລາວ ແມ່ນມີຄວາມໝາຍທີ່ເລິກເຊິ່ງ ແລະ ຜູກພັນກັບວິຖີຊີວິດຂອງຄົນລາວມາແຕ່ບູຮານນະການ.

ເພາະ ຂວັນ” ບໍ່ແມ່ນພຽງຄວາມເຊື່ອ ແຕ່ຄືພະລັງງານແຫ່ງຊີວິດທີ່ຄອຍໂອບກອດຈິດວິນຍານຂອງພວກເຮົາໄວ້.

ມ່ວນຊວນໄປ ຈະພາທຸກຄົນເດີນທາງຄົ້ນຫາຄວາມໝາຍຂອງ “32 ຂວັນ” ຜ່ານຄວາມໝາຍທີ່ສິລະປິນນຳມາສື່ສານຜ່ານ ລາຍເສັ້ນ, ສິລະປະຈັດວາງ (Installation Art) ແລະ ມຸມມອງສິລະປະຮ່ວມສະໄໝ.

ອ່ານຕື່ມ:  ຊວນໄປ Encyclopedia ງານວາງສະແດງດ່ຽວ ຄັ້ງທີ 2 ຂອງ @nnene.iie ທີ່ບາງກອກ ປະເທດໄທ

ທຸກຄົນຈະຮູ້ສຶກຄືວ່າໄດ້ກັບບ້ານໄປມາສຳຜັດຄວາມອົບອຸ່ນຈາກຄອບຄົວ ແລະ ພາຈິດວິນຍານທີ່ມີໄປຮຽນຮູ້ໃຫ້ເລິກເຊິ່ງຂຶ້ນໃນຄຳວ່າ “ຂວັນເອີ້ຍ… ຂວັນມາ” ໃຫ້ມີຄວາມໝາຍກວ່າເກົ່າ.

ຄວາມໝາຍ ແລະ ຄວາມເຊື່ອກ່ຽວກັບ “ຂວັນ” 

ຕາມຄວາມເຊື່ອຂອງຄົນບູຮານ, ໄດ້ມີຄວາມເຊື່ອວ່າມະນຸດທຸກຄົນມີຈິດວິນຍານຢູ່ໃນຮ່າງກາຍທີ່ເບິ່ງບໍ່ເຫັນດ້ວຍຕາເປົ່າ ຄົນລາວເຮົາມັກເອີ້ນວ່າ “ຂັວນ ຫຼື ຜີຂວັນ”.

ສຳລັບກຸ່ມຊາວລາວ-ໄຕ ເຊື່ອວ່າຮ່າງກາຍຂອງເຮົາປະກອບດ້ວຍ 32 ຂວັນໃຫຍ່ (ທີ່ຄອຍປົກປັກຮັກສາຮ່າງກາຍ) ແລະ 90 ຂວັນນ້ອຍ ທີ່ປະຈຳຢູ່ໃນອະໄວຍະວະຕ່າງໆຂອງຮ່າງກາຍ.

“ຂວັນ” ແມ່ນເຊື່ອມໂຍງກັບສຸຂະພາບຮ່າງກາຍ

ຖ້າ “ຂວັນ” ຢູ່ກັບເນື້ອກັບໂຕ ຄົນຜູ້ນັ້ນຈະມີສຸຂະພາບແຂງແຮງ, ມີຈິດໃຈສົດຊື່ນ ແລະ ມີຄວາມສຸກ. ແຕ່ຫາກມີເຫດການທີ່ເຮັດໃຫ້ “ຂວັນໜີ ຫຼື ຂວັນອອກຈາກຮ່າງກາຍ (ຂວັນບາງສ່ວນ)” ເຊັ່ນ: ການຕົກໃຈຢ້ານ, ເຈັບປ່ວຍ ຫຼື ພົບອຸບັດຕິເຫດ ກໍຈະເຮັດໃຫ້ຄົນນັ້ນຮູ້ສຶກອ່ອນເພຍ, ບໍ່ສະບາຍ ຫຼື ມີຄວາມເຊື່ອວ່າດວງຕົກ. 

ໃນທາງສາສະໜາພຸດທີ່ແປຄຳວ່າ “ຂັວນ” ແບບກົງໂຕແມ່ນ “ພະລັງງານຊີວິດ” ຫຼື “ສິ່ງສັກສິດ” ທີ່ປະຈຳຢູ່ແຕ່ລະພາກສ່ວນຂອງຮ່າງກາຍ ນັ້ນເອງ.

ພິທີ “ສູ່ຂວັນ” ແລະ ໂອກາດສຳຄັນ

ຄົນລາວມັກເຮັດພິທີສູ່ຂວັນ ຫຼື ບາສີໃນຫຼາຍໆວາລະ ເຊິ່ງແບ່ງອອກເປັນ 2 ປະເພດໃຫຍ່ຄື:

  • ງານມົງຄຸນ: ການສູ່ຂວັນຂຶ້ນເຮືອນໃໝ່, ສູ່ຂວັນແຕ່ງງານ (ກິນດອງ), ສູ່ຂວັນວັນເກີດ, ສູ່ຂວັນຮັບຕຳແໜ່ງ ຫຼື ສູ່ຂວັນພຣະສົງ.
  • ສູ່ຂວັນເພື່ອໃຫ້ກຳລັງໃຈ ຫຼື ເອີ້ນຈິດໃຈ (ຈິນວິນຍານ) ໃຫ້ກັບຄືນມາ: ສູ່ຂວັນຄົນປ່ວຍ ເພື່ອໃຫ້ຫາຍດີ,  ສູ່ຂວັນໃຫ້ຜູ້ທີ່ຈະອອກເດີນທາງໄກ ຫຼື ສູ່ຂວັນໃຫ້ຜູ້ທີ່ຫາກໍ່ກັບມາຈາກທາງໄກ.
ອ່ານຕື່ມ:  ລວມ 12 ສະຖານທີ່ງານວາງສະແດງສິລະປະ Lao Art Week 2025

ສະນັ້ນ, ຄົນລາວຈຶ່ງມີພິທີ “ສູ່ຂວັນ” ເພື່ອເອີ້ນຂວັນໃຫ້ກັບຄືນມາ ແລະ ເສີມສິລິມົງຄຸນ. ພິທີນີ້ມີສ່ວນປະກອບສຳຄັນຫຼາຍໃນປະເພນີລາວເຮົາ.

ມາຮ່ວມເຕີມເຕັມພະລັງໃຈ ແລະ ເຊື່ອມຕໍ່ຈິດວິນຍານໄປນຳກັນໃນງານນີ້.

  • ສະຖານທີ່: PARKSON LAOS, ຊັ້ນ 2. 
  • ເລີ່ມຕັ້ງແຕ່ມື້ນີ້ – 22 ມີນາ 2026, ເວລາ 10:00 – 22:00 ໂມງ.
  • ຄ່າເຂົ້າຊົມ: 15,000 ກີບ/ຄົນ (ຟຣີ! ສຳລັບເດັກນ້ອຍທີ່ມີອາຍຸຕໍ່າກວ່າ 5 ປີ).

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.