ທ້າຍອາທິດນີ້ ມີບ່ອນໄປຫຼິ້ນແລ້ວບໍ? ລວມ 5 ກິດຈະກຳສຸດຊິລທີ່ບໍ່ຄວນພາດ

ແບ່ງປັນ

ທ້າຍອາທິດນີ້ ມີບ່ອນໄປຫຼິ້ນແລ້ວບໍ? ລວມ 5 ກິດຈະກຳສຸດຊິລທີ່ບໍ່ຄວນພາດ

21 August 2026● 59

ຝົນຕົກບໍ່ຢຸດແບບນີ້ ນັ່ງຢູ່ບ້ານຊື່ໆກໍຄືຊິແຮງເບື່ອ ແລະ ເຫງົາແມ່ນບໍ? ເຂົ້າໃຈຄວາມຮູ້ສຶກດີເລີຍ ແນວໃດກໍຢ່າຟ້າວອຸກໃຈໄປ ເພາະ ມ່ວນຊວນໄປ ໄດ້ຮວບຮວມເອົາກິດຈະກຳດີໆທີ່ໜ້າສົນໃຈມາໄວ້ໃຫ້ແລ້ວ ເພື່ອຊ່ວຍເພີ່ມສີສັນ ແລະ ຄວາມສຸກໃຫ້ທຸກຄົນໃນຊ່ວງນີ້.

ອາທິດນີ້ ຖ້າໃຜຍັງບໍ່ມີແຜນໄປໃສ ຫຼື ກຳລັງຫາບ່ອນເລາະຢູ່ ມາເບິ່ງແນວທາງໄປຫຼິ້ນ ແລະ ຫາອີ່ຫຍັງມ່ວນໆເຮັດນຳກັນໄດ້ເລີຍເດີ.

Morlam Inter Concert

ໃຜຈະໄປຄິດວ່າ ສຽງແຄນ ແລະ ລຳລາວ ເຮົາຈະມາປະສົມປະສານກັບດົນຕີແນວ Jazz, Hip-hop ແລະ Rock ຈະເຂົ້າກັນໄດ້ ເຊິ່ງນີ້ຄືຄວາມແປກໃໝ່ຈາກວົງ “ໝໍລຳ ອິນເຕີ” ທີ່ຫາກໍເປີດໂຕໄປໄດ້ 2 ອາທິດ ແຕ່ກໍເຮັດໃຫ້ຄົນຟັງຕິດໃຈຈົນຕ້ອງຮຽກຮ້ອງຢາກຟັງອີກ.

ມື້ນີ້, ພວກເຂົາເລີຍຈັດໃຫ້ຕາມຄຳຂໍ ໂດຍຈະຂຶ້ນສະແດງແບບຈັດເຕັມ ເຊິ່ງມີການຮ່ວມມືກັບວົງນາໆຊາດ Unborder Rebels ແລະ ໝໍແຄນ ພະສຸທິນ ມາເພີ່ມຄວາມມ່ວນຊື່ນນຳກັນ. ໃຜທີ່ຢາກຫາບ່ອນພັກຜ່ອນ ແລະ ຢາກສຳຜັດມຸມມອງໃໝ່ໆຂອງດົນຕີບ້ານເຮົາ ຢ່າລືມມາຟັງ ແລະ ມາເຊຍພວກເຂົານຳກັນເດີ.

ລາຍລະອຽດກ່ຽວກັບງານ

  • ວັນງານ: ວັນສຸກ, 21 ສິງຫາ 2026
  • ເວລາ: 19:00 – 22:00 ໂມງ
  • ສະຖານທີ່: Café Indochine, ນະຄອນຫຼວງ
ອ່ານຕື່ມ:  ແຈກພິກັດທີ່ດີຕໍ່ໃຈ ງານວາງສະແດງສິລະປະສຸດໜ້າຮັກ “ສິ່ງນ້ອຍໆທີ່ເອີ້ນວ່າແມວ”

Lao AeroPress Championship 2026

ທຸກຄົນຄິດວ່າກາເຟຈອກໜຶ່ງຈະພາເຮົາໄປໄດ້ໄກຮອດໃສ? ມື້ນີ້, ມ່ວນຊວນໄປ ມີງານໃຫຍ່ຂອງວົງການກາເຟລາວທີ່ຢາກມາເລົ່າໃຫ້ຟັງ ເຊິ່ງນີ້ຄືເສິກຊີ້ຊະຕາຂອງບັນດາບາຣິສຕ້າສີມືດີໃນບ້ານເຮົາ ທີ່ຈະມາປ່ອຍຂອງ ແລະ ສະແດງຝີມືທີ່ຝຶກຝົນມາຢ່າງດົນໃຫ້ທຸກຄົນໄດ້ເຫັນກັນແບບເຕັມທີ.

ໃຜທີ່ເປັນສາຍກາເຟ ຫຼື ຢາກໄປເຊຍບັນດາບາຣິສຕ້າລາວ ໄປໃຫ້ກຳລັງໃຈພວກເຂົາໄດ້ຢູ່ງານ Lao AeroPress Championship 2026 ເດີ. ງານນີ້ເຮົາຈະໄດ້ຮ່ວມລຸ້ນໄປພ້ອມໆກັນເລີຍວ່າ ໃຜຈະເປັນຜູ້ຊະນະໄດ້ສິດເປັນຕົວແທນປະເທດລາວ ໄປລຸ້ນຕໍ່ໃນເວທີລະດັບໂລກ World AeroPress Championship 2026 ຢູ່ ປະເທດເມັກຊິໂກ.

ລາຍລະອຽດກ່ຽວກັບງານ

  • ວັນງານ: 22 ກັນຍາ 2026
  • ເວລາ: 10:00 – 17:00 ໂມງ
  • ສະຖານທີ່: Corebeer Brewery

ງານວາງສະແດງສິລະປະ

ມັນຈະດີຂະໜາດໃດ ຖ້າໄດ້ພາຄອບຄົວໄປສຳຜັດບ່ອນທີ່ທັງມ່ວນ ແລະ ໄດ້ຮຽນຮູ້ສິ່ງໃໝ່ໆໄປນຳກັນ. ອາທິດນີ້ໃຜທີ່ກຳລັງຫາບ່ອນໄປຢູ່ ມ່ວນຊວນໄປ ຈະພາມາເລາະງານວາງສະແດງສິລະປະງານນີ້ເລີຍ.

ພາຍໃນງານມີກິດຈະກຳຫຼາຍຢ່າງທີ່ຈັດໄວ້ໃຫ້ທັງເດັກນ້ອຍ, ໄວໜຸ່ມ ແລະ ຄອບຄົວ ໄດ້ຮ່ວມໃຊ້ເວລານຳກັນ. ພວກເຮົາຈະໄດ້ໄປຮຽນຮູ້ເລື່ອງລາວມໍລະດົກທາງວັດທະນະທຳ, ເຫັນເອກະລັກທີ່ໜ້າສົນໃຈ ແລະ ຍັງມີການຫຼິ້ນເກມໃນໄວເດັກນ້ອຍໃຫ້ໄດ້ຍ້ອນຄວາມຫຼັງອີກດ້ວຍ.

ຖືເປັນບ່ອນທີ່ໄດ້ທັງຄວາມອົບອຸ່ນ ແລະ ໄດ້ຄວາມຮູ້ແບບສ້າງສັນສຸດໆ ເໝາະກັບທີ່ຈະພາຄົນໃນຄອບຄົວໄປເກັບກ່ຽວປະສົບການດີໆຮ່ວມກັນທີ່ສຸດເລີຍ.

ລາຍລະອຽດກ່ຽວກັບງານ

  • ວັນງານ: 22 ສິງຫາ 2026
  • ເວລາ: 10:00 – 22:00 ໂມງ
  • ສະຖານທີ່: Ma Maison Restaurant

ຕະຫຼາດນ້ອຍ (Ta Lard Noy)

ເປັນອີກບ່ອນໜຶ່ງທີ່ຢາກຊວນທຸກຄົນມາເລາະຫຼິ້ນນຳກັນເລີຍທີ່ “ຕະຫຼາດນ້ອຍ” ແມ່ນຈະໃຫ້ບັນຍາກາດແບບຮິລໃຈສາຍງານສິນສຸດໆ. ຊວນໄປສຳຜັດບັນຍາກາດຊິລໆຂອງສວນສີຂຽວ, ໄດ້ຊິມອາຫານທ້ອງຖິ່ນດັ້ງເດີມ ແລະ ເຂົ້າໜົມແຊບໆ.

ອ່ານຕື່ມ:  ຊວນໄປ ນິທັດສະການ COEXISTENCE ໂດຍສິລະປິນກຸ່ມ Lost Jigsaw ທີ່ i:cat gallery

ພ້ອມທັງມີກິດຈະກຳ ເຮັດເວີກຊັອບງານສີມືມ່ວນໆນຳອີກ, ບ່ອນນີ້ຍັງເນັ້ນເລື່ອງການຮັກສາສິ່ງແວດລ້ອມ, ສະນັ້ນໃຜຊິໄປ ຢ່າລືມຖືຖົງຜ້າສ່ວນໂຕ ພ້ອມກັບແກ້ວນ້ຳ ຫຼື ກ່ອງໃສ່ອາຫານໄປນຳເດີ ຈະໄດ້ຊ່ວຍກັນຫຼຸດຂີ້ເຫຍື້ອ ແລະ ມ່ວນກັບບັນຍາກາດໄດ້ແບບເຕັມທີ.

ລາຍລະອຽດກ່ຽວກັບງານ

Karnkai Calligraphy Exhibition 2026

ໃນວັນທີ່ຕ້ອງ ໄກ… ບາງເທື່ອຄວາມໝາຍບາງສິ່ງໃນໂຕໜັງສື ກໍສາມາດເປັນສິ່ງໜຶ່ງທີ່ຊ່ວຍຮີລໃຈເຮົາໄດ້ດີເລີຍທຸກຄົນ. ຖ້າໃຜເປັນຄົນໜຶ່ງທີ່ມັກຄວາມງາມຂອງໂຕໜັງສື ຫຼື ຢາກຫາບ່ອນພັກຜ່ອນສາຍຕາແບບສະບາຍໆ.ມ່ວນຊວນໄປ ຢາກຊວນມາເລາະຊົມໄດ້ທີ່ງານ Karnkai Calligraphy Exhibition 2026 ນຳກັນ.

ງານນີ້ໄດ້ຮວບຮວມເອົາຜົນງານອັກສອນບັນຈົງຂອງການໄກ ກວ່າ 100 ຜົນງານ ມາຈັດວາງສະແດງໄວ້ຢູ່ບ່ອນນີ້ ເຊິ່ງໃນແຕ່ລະຊ່ວງເວລາທີ່ໄດ້ສຳຜັດ ແລະ ເລາະຊົມຜົນງານນັ້ນ ຈະເຮັດໃຫ້ເຮົາໄດ້ຮູ້ຈັກ ແລະ ເຂົ້າໃຈມຸມມອງຜ່ານໂຕໜັງສືຫຼາຍຂຶ້ນຕື່ມ.

ໃຜທີ່ສົນໃຈເລື່ອງສິລະປະໂຕໜັງສື ຫຼື ຢາກຫາແຮງບັນດານໃຈໃໝ່ໆ ຢ່າລືມແວ່ໄປກັນໄດ້ເດີ.

ລາຍລະອຽດກ່ຽວກັບງານ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.