ເມື່ອຍມາທັງອາທິດຕ້ອງຫາບ່ອນໄປ ລວມ 5 ກິດຈະກຳດີໆ ຊ່ວຍເຕີມແຮງບັນດານໃຈ

ແບ່ງປັນ

ເມື່ອຍມາທັງອາທິດຕ້ອງຫາບ່ອນໄປ ລວມ 5 ກິດຈະກຳດີໆ ຊ່ວຍເຕີມແຮງບັນດານໃຈ

27 August 2026 28
AI Summarized

Key Takeaways:

  • ງານວາງສະແດງສິລະປະ ULao Art Residency 2026 ຈະຈັດຂຶ້ນໃນວັນທີ 27 ສິງຫາ – 27 ກັນຍາ 2026 ທີ່ THE BLUE HOUSE ສູນໃຫ້ຂໍ້ມູນໂຮງໝໍເພື່ອນລາວ, ນະຄອນຫຼວງພະບາງ, ເປີດໃຫ້ເຂົ້າຊົມຟຣີ.
  • Luang Prabang Sketchwalk 2026, ງານສິລະປະທີ່ຊວນສ້າງສັນ ແລະ ແລກປ່ຽນປະສົບການໃນການແຕ້ມຮູບບັນຍາກາດເມືອງຫຼວງພະບາງ, ຈັດຂຶ້ນວັນທີ 28-30 ສິງຫາ 2026 (ປິດລົງທະບຽນແລ້ວ).
  • Karnkai Calligraphy Workshop ຄັ້ງທີ 4 ວັນທີ 29 ສິງຫາ 2026 ທີ່ Karnkai Gallery, ນະຄອນຫຼວງວຽງຈັນ, ສອນການແຕ້ມໂຕໜັງສືລາວແບບມີເອກະລັກ, ຄ່າໃຊ້ຈ່າຍ 700,000 ກີບ.
  • LIT POP MUSIC FESTIVAL EP.3: PLAYGROUND, ງານດົນຕີກັບ Line-up ນັກຮ້ອງດັງ ວັນທີ 30 ສິງຫາ 2026 ທີ່ ITECC Exhibition Hall, ນະຄອນຫຼວງວຽງຈັນ.
  • TA LARD NOY "Art & Craft Market" ງານສິລະປະ, ຫັດຖະກຳ ແລະ ອາຫານທ້ອງຖິ່ນ ວັນທີ 29 - 30 ສິງຫາ 2026 ທີ່ Le Padaek, ນະຄອນຫຼວງວຽງຈັນ, ເປັນບ່ອນພັກຜ່ອນທີ່ດີ.

ສິລະປະ, ສຽງເພງ ແລະ ສະຖານທີ່ທີ່ມີບັນຍາກາດດີໆ ນັ້ນຊ່ວຍເຕີມພະລັງຊີວິດ ແລະ ເພີ່ມຄວາມສຸກໃຫ້ເຮົາຫຼາຍເລີຍວ່າບໍທຸກຄົນ.

ຖ້າກຳລັງຊອກຫາບ່ອນພັກຜ່ອນ ຫຼື ຫາແຮງບັນດານໃຈໃໝ່ໆ, ມ່ວນຊວນໄປ ເລີຍໄປຄົ້ນຫາວ່າໄລຍະນີ້ມີງານທີ່ໜ້າສົນອັນໃດແດ່ ບໍ່ວ່າຈະເປັນງານ ULao Art Residency 2026 ທີ່ຮວບຮວມຜົນງານສິລະປະຈາກບັນດາສິລະປິນລາວທີ່ໄດ້ແຮງບັນດານໃຈຈາກວິຖີຊີວິດທ້ອງຖິ່ນ ຫຼື ງານ Luang Prabang Sketchwalk 2026 ທີ່ຊວນເຮົາມາຍ່າງແຕ້ມຮູບ, ນັ່ງຟັງສິລະປິນເລົ່າປະສົບການແບບຈັດເຕັມທັງ 3 ມື້.

ສຳລັບໃຜທີ່ມັກງານປະດິດ, ງານ Karnkai Calligraphy Workshop ຄັ້ງທີ 4 ຕອນ “ສານຕັ້ງຕົ້ນຂຽນ” ກໍຈະພາໄປເຝິກເທັກນິກການແຕ້ມໂຕໜັງສືລາວແບບມີເອກະລັກ. ແຕ່ຖ້າທຸກຄົນຢາກປ່ອຍພະລັງແບບສຸດໆ, ຄອນເສີດ LIT POP ກໍຈັດ Line-up ມາແບບເນັ້ນໆ ຫຼື ຖ້າຢາກຜ່ອນຄາຍແບບງຽບໆ ຢູ່ “ຕະຫຼາດນ້ອຍ” ກໍມີສິນຄ້າ Handmade, ອາຫານທ້ອງຖິ່ນ ແນວ D.I.Y. ທ່າມກາງສວນສີຂຽວໃຫ້ໄດ້ຊິວກັນ.

ULao Art Residency 2026

ງານວາງສະແດງສິລະປະ ULao Art Residency 2026 ຄັ້ງນີ້ ຈະພາເຮົາໄປເບິ່ງຜົນງານໃໝ່ໆ ຈາກບັນດາສິລະປິນທີ່ໄດ້ໃຊ້ເວລາຫຼາຍອາທິດໃນການສ້າງສັນ, ທົດລອງ ແລະ ເຮັດວຽກຮ່ວມກັນຢູ່ ຫຼວງພະບາງ.

ທຸກຜົນງານແມ່ນໄດ້ຮັບແຮງບັນດານໃຈມາຈາກວັດທະນະທຳທ້ອງຖິ່ນ, ທຳມະຊາດ, ສິ່ງແວດລ້ອມ ແລະ ວິຖີຊີວິດຂອງຄົນຢູ່ຫັ້ນ ໂດຍມີຜົນງານຂອງສິລະປິນຫຼາຍຄົນເລີຍຄື: ວິນລີ້ ໄຊວຸດ, ນຸດນະພາ ສ້ອຍດາລາ, ຕຸນິສາ ລໍນາມພິມ, ອານົງຄານ ອັງຄາດ, ພອນປະເສີດ ພິມສະຫວັນ, ມຸກດາວັນ ແສງດີຍະວົງ, ແກ້ວນະຄອນ ໄຊສົງຄາມ ແລະ ວົງສະຫວັນ ດຳລົງສຸກ.

ຖ້າເຈົ້າເປັນຄົນໜຶ່ງທີ່ມັກເສບງານສິລະປະ ຫຼື ຢາກເຫັນມຸມມອງໃໝ່ໆຂອງ ຫຼວງພະບາງ ຜ່ານສາຍຕາຂອງສິລະປິນ, ງານນີ້ຖືວ່າໜ້າສົນໃຈຫຼາຍ ຖ້າໄປແລ້ວຄົງຈະໄດ້ແຮງບັນດານໃຈໃໝ່ໆແນ່ນອນ.

ລາຍລະອຽດກ່ຽວກັບງານ

  • ວັນງານ: ວັນທີ 27 ສິງຫາ – 27 ກັນຍາ 2026
  • ເວລາ: ເລີ່ມ 9:00 ໂມງ
  • ສະຖານທີ່: THE BLUE HOUSE ສູນໃຫ້ຂໍ້ມູນໂຮງໝໍເພື່ອນລາວ, ນະຄອນຫຼວງພະບາງ
  • ການເຂົ້າຊົມ: ທຸກຄົນສາມາດເຂົ້າຊົມຟຣີ

LUANG PRABANG SKETCHWALK 2026

ທຸກຄົນເຄີຍຖາມໂຕເອງບໍ່ວ່າ… ຖ້າເຮົາລອງວາງໂທລະສັບລົງ ແລ້ວເອົາສໍກັບເຈ້ຍມາ ແຕ້ມບັນຍາກາດຂອງເມືອງຫຼວງພະບາງເບິ່ງ, ມັນຈະຟິນຂະໜາດໃດ. ງານ Luang Prabang Sketchwalk 2026 ນີ້ ເປັນໂອກາດດີທີ່ຈະໄດ້ໄປຍ່າງຫຼິ້ນ, ແຕ້ມຮູບ ແລະ ຊຶມຊັບສະເໜ່ຂອງຫຼວງພະບາງນຳກັນແບບ 3 ມື້ເຕັມໆ.

ງານນີ້ບໍ່ວ່າຈະເປັນສິລະປິນມືອາຊີບ ຫຼື ຜູ້ທີ່ມັກແຕ້ມຮູບຫຼິ້ນໆກໍຈອຍໄດ້ທັງນັ້ນ ເພາະທຸກຄົນຈະໄດ້ແລກປ່ຽນມຸມມອງ ແລະ ປະສົບການໃໝ່ໆແບບເປັນກັນເອງ. ຕະຫຼອດງານ 3 ມື້, ຈະມີກິດຈະກຳມ່ວນໆຫຼາຍຢ່າງ ໂດຍຈະໄດ້ໄປຍ່າງແຕ້ມຮູບຕາມຈຸດຕ່າງໆໃນເມືອງ, ນັ່ງຟັງສິລະປິນມາເລົ່າປະສົບການ, ເບິ່ງການສາທິດວິທີແຕ້ມຮູບແບບສົດໆ ແລະ ນັ່ງລົມກັນເປີດໃຈແບບເປັນກັນເອງ.

ພິເສດແມ່ນມີຊ່ວງແຕ້ມຮູບປະກອບສຽງເພງຍາມກາງຄືນ, ຊ່ວງປ່ອຍອາລົມແຕ້ມຮູບແບບອິດສະລະ, ໄປຈົນເຖິງການຈັດສະແດງຜົນງານ ແລະ ງານປິດ ທີ່ຈະໃຫ້ທຸກຄົນໄດ້ມາແບ່ງປັນຄວາມປະທັບໃຈທີ່ເກີດຂຶ້ນຕະຫຼອດງານ.

ລາຍລະອຽດກ່ຽວກັບງານ

  • ວັນງານ: ວັນທີ 28-30 ສິງຫາ 2026
  • ເວລາ: ເລີ່ມ 9:00 ໂມງ
  • ສະຖານທີ່: ນະຄອນຫຼວງພະບາງ, ແຂວງຫຼວງພະບາງ
  • ໝາຍເຫດ: ປິດລົງທະບຽນແລ້ວ

Karnkai Calligraphy Workshop

ຫຼາຍຄົນອາດຈະບໍ່ໄດ້ສັງເກດວ່າ ໂຕໜັງສືລາວທີ່ເຮົາຂຽນຢູ່ທຸກມື້ນີ້ ຖ້າລອງເອົາມາແຕ້ມ ແລະ ໃສ່ລູກຫຼິ້ນໃຫ້ມັນ ຈະອອກມາມີເອກະລັກ ແລະ ມີສະເໜ່ໄດ້ຫຼາຍປານໃດ? ງານ Karnkai Calligraphy Workshop ຄັ້ງທີ 4 ນີ້ແມ່ນໄດ້ກັບມາໃນຕອນ “ສານຕັ້ງຕົ້ນຂຽນ” ທີ່ຈະພາເຮົາມາຮຽນຮູ້ພື້ນຖານ ແລະ ເບິ່ງການສາທິດ ເທັກນິກການແຕ້ມຂຽນໂຕໜັງສືລາວ ແບບສະເພາະໂຕແບບ ອາຈານ ການໄກ.

ງານນີ້ເໝາະສຳລັບທຸກຄົນທີ່ສົນໃຈ ຫຼື ຢາກລອງເລີ່ມຕົ້ນແຕ້ມຂຽນໂຕອັກສອນແບບມ່ວນໆ ບໍ່ວ່າຈະມີພື້ນຖານມາກ່ອນ ຫຼື ບໍ່ມີເລີຍ ກໍສາມາດມາຮຽນຮູ້ ແລະ ຂີດໆຂຽນໆໄປນຳກັນໄດ້.

ຖ້າເຈົ້າເປັນຄົນໜຶ່ງທີ່ມັກງານສິລະປະ ຫຼື ຢາກຫາເວລາມາເຝິກສີມືໃໝ່ໆໃຫ້ໂຕເອງ, ງານນີ້ຖືເປັນຈຸດເລີ່ມຕົ້ນທີ່ດີເລີຍ.

ລາຍລະອຽດກ່ຽວກັບງານ

  • ວັນງານ: ວັນທີ 29 ສິງຫາ 2026
  • ເວລາ: 9:00-15:00 ໂມງ
  • ສະຖານທີ່:  Karnkai Gallery, ນະຄອນຫຼວງວຽງຈັນ
  • ມີຄ່າໃຊ້ຈ່າຍ: 700,000ກີບ (ລວມອຸປະກອນ ແລະ ອາຫານທ່ຽງ)

LIT POP MUSIC FESTIVAL EP.3: PLAYGROUND

ພ້ອມແລ້ວບໍທີ່ຈະໄປຮ້ອງເພງໃຫ້ສຸດສຽງ ເຕັ້ນໃຫ້ສຸດແຮງ,  ແລ້ວປ່ອຍພະລັງຄວາມມ່ວນໃຫ້ເຕັມທີ່. ໃຜທີ່ເປັນສາຍຄອນເສີດບອກເລີຍວ່າຫ້າມພາດບໍ່ໄດ້

ເພາະເທື່ອນີ້ LIT POP ກໍຈັດເຕັມກັບ Line-up ສິລະປິນມາແບບເນັ້ນໆອີກແລ້ວ ບໍ່ວ່າຈະເປັນ BUS, MEAN, VVV, MVIIZ, CLOZER, ATIAN ແລະ THE JOURNEY. ຊວນໄປສຳຜັດແສງ, ສີ, ສຽງ ແບບອະລັງການຄືຈັດໃຫຍ່ຈັດເຕັມ ພ້ອມກັບບັນຍາກາດ Playground ທີ່ຈະພາທຸກຄົນມາໂດດ, ມາຮ້ອງ, ແລະ ມາປ່ອຍພະລັງນຳກັນແບບມ່ວນໆຕະຫຼອດງານ.

ຖ້າກຳລັງຊອກຫາບ່ອນປ່ອຍພະລັງ ແລະ ຢາກໄປສ້າງຄວາມຊົງຈຳມ່ວນໆນຳກັນກັບກຸ່ມໝູ່ ແລ້ວເຕັ້ນໃຫ້ລືມເມື່ອຍໄປເລີຍ. ວ່າແຕ່ໃນ Line-up ທັງໝົດນີ້ ທຸກຄົນຢາກຮ້ອງເພງຕາມສິລະປິນວົງໃດຫຼາຍກວ່າໝູ່.

ລາຍລະອຽດກ່ຽວກັບງານ

  • ວັນງານ: ວັນທີ 30 ສິງຫາ 2026
  • ເວລາ: 10:00-21:05 ໂມງ
  • ສະຖານທີ່: ITECC Exhibition Hall, ນະຄອນຫຼວງວຽງຈັນ

TA LARD NOY “Art & Craft Market”

ບາງເທື່ອຕົ້ນອາທິດກໍເຈິກັບຄວາມຕື່ນເຕັ້ນມາຫຼາຍເກີນໄປ ພໍທ້າຍອາທິດກໍມີຄວາມຮູ້ສຶກຢາກຫາບ່ອນພັກຜ່ອນງຽບໆຢູ່ໃຈກາງເມືອງທີ່ອ້ອມຮອບໄປດ້ວຍຕົ້ນໄມ້ສີຂຽວ ແລະ ມີຫຍັງມ່ວນໆໃຫ້ເຮັດ.

ຖ້າທຸກຄົນຢາກຫາບ່ອນຜ່ອນຄາຍ, “ຕະຫຼາດນ້ອຍ” ເປັນອີກພື້ນທີ່ໜຶ່ງທີ່ຕອບໂຈດຫຼາຍ. ບ່ອນນີ້ເປັນສະຖານທີ່ຮວບຮວມຄົນທີ່ມັກງານສິລະປະ, ງານຫັດຖະກຳ ແລະ ທຳມະຊາດ ໄດ້ມາເຈິກັນ. ເຮົາຈະໄດ້ສຳຜັດກັບສິນຄ້າ Handmade ແລະ ຜົນງານສິລະປະຂອງຄົນລາວແທ້ໆ.

ໄດ້ລອງເຮັດກິດຈະກຳ D.I.Y. ມ່ວນໆດ້ວຍໂຕເອງ, ແຖມຍັງໄດ້ນັ່ງກິນອາຫານທ້ອງຖິ່ນແຊບໆຢູ່ທ່າມກາງບັນຍາກາດສວນທີ່ຮົ່ມເຢັນ. ຖ້າກຳລັງຊອກຫາບ່ອນຊິວໆໃນມື້ພັກ ມາເຕີມພະລັງ ຫຼື ມາຊອກແຮງບັນດານໃຈໃໝ່ໆໄດ້ເລີຍ.

ລາຍລະອຽດກ່ຽວກັບງານ

  • ວັນງານ: ວັນທີ 29 – 30 ສິງຫາ 2026
  • ເວລາ: 11:00 – 20:00 ໂມງ
  • ສະຖານທີ່: Le Padaek, ນະຄອນຫຼວງວຽງຈັນ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.