ຊ່ວງນີ້ຖ້າໃຜທີ່ຕິດຕາມວົງການແຟຊັ່ນ ຫຼື ມັກອັບເດດໂສມໜ້ານາຍແບບໜ້າໃໝ່ ອາດຈະເຄີຍຜ່ານຕາກັບໜຸ່ມຄົນນີ້ມາແດ່ແລ້ວ. ທາງມ່ວນເອງກໍໄປສະດຸດຕາກັບຄວາມດູດີ, ຫຼໍ່ເທ່, ມີສະເໜ່ ແລະ ມີມາດຊົງທີ່ໂດດເດັ່ນເຕັມໄປດ້ວຍກິ່ນອາຍຂອງການເປັນນາຍແບບ ຈົນອົດໃຈບໍ່ໄດ້ທີ່ຈະຕ້ອງເຂົ້າໄປທຳຄວາມຮູ້ຈັກ. ແຕ່ໃຜຈະຮູ້ວ່າ ພາຍໃຕ້ລຸກທີ່ເບິ່ງຄືນາຍແບບມືອາຊີບນີ້ ລາວຫາກໍກ້າວຂາເຂົ້າສູ່ວົງການໄດ້ບໍ່ດົນ ແລະ ຍັງມີມຸມໜ້າຮັກໆທີ່ຂັດກັບລຸກເທ່ໆອີກດ້ວຍ.
ມື້ນີ້ ມ່ວນ ຈະພາທຸກຄົນໄປນັ່ງລົມແບບເປັນກັນເອງກັບ “ຄິງຄ໋ອງ – ລັດທະກອນ ແສງສີລາທອງ” ໜຸ່ມລັດຖະກອນທີ່ຂໍກ້າວຂ້າມຂີດຈຳກັດຂອງຕົວເອງ ສູ່ເສັ້ນທາງການເປັນນາຍແບບ.

ເຫັນມາດເທ່ໆແບບນີ້ ປັດຈຸບັນໜຸ່ມຄິງຄ໋ອງແມ່ນເຮັດວຽກເປັນພະນັກງານລັດຖະກອນເຕັມຕົວ. ສ່ວນເວລາຫວ່າງນັ້ນ ຖ້າບໍ່ຕິດວຽກຫຍັງ ເຮົາກໍມັກຈະເຫັນລາວມັກໃຊ້ເວລາໄປກັບການອອກກຳລັງກາຍ ແລະ ເຂົ້າຟິດເນສເປັນປະຈຳ ເຊິ່ງບໍ່ແປກໃຈເລີຍທີ່ລາວມີຮູບຮ່າງທີ່ດູດີ ແລະ ພ້ອມສຳລັບວຽກງານຖ່າຍແບບ.
ເມື່ອຖາມເຖິງຈຸດເລີ່ມຕົ້ນທີ່ເຮັດໃຫ້ຕັດສິນໃຈກ້າວເຂົ້າມາໃນວົງການນີ້, ຄິງຄ໋ອງ ບອກກັບພວກເຮົາດ້ວຍແວວຕາທີ່ມຸ່ງໝັ້ນວ່າ:
ຫຼັກໆເລີຍແມ່ນຢາກພັດທະນາ ແລະ ຍູ້ດັນຕົວເອງໃຫ້ໄປໄດ້ໄກເທົ່າທີ່ເຮົາຈະເຮັດໄດ້.
ມັນຄືການເປີດປະຕູຮັບໂອກາດດີໆໃໝ່ໆໃຫ້ກັບຊີວິດ. ທີ່ຈິງກ່ອນໜ້ານີ້ກໍເຄີຍມີຜົນງານຜ່ານຕາປະປາຍມາແດ່ແລ້ວ ແຕ່ພໍໄດ້ລອງເຂົ້າມາສຳຜັດວຽກນາຍແບບແບບຈິງຈັງ ກໍຮູ້ສຶກເລີຍວ່າ ‘ອັນນີ້ແຫຼະແມ່ນທາງຂອງເຮົາແທ້ໆ’ ເຖິງແມ່ນວ່າຈະຍັງໃໝ່ຫຼາຍ ແລະ ຍັງຕ້ອງຮຽນຮູ້ເພື່ອພັດທະນາອີກຫຼາຍຢ່າງກໍຕາມ.”

ຫຼາຍຄົນອາດຈະຄິດວ່າ ຄົນທີ່ຮູບຮ່າງໜ້າຕາດີ ເວລາຢູ່ໜ້າກ້ອງຄືຊິໝັ້ນໃຈເຕັມຮ້ອຍ, ແຕ່ສຳລັບຄິງຄ໋ອງແລ້ວ ມັນຄືການຕໍ່ສູ້ກັບຄວາມຮູ້ສຶກທາງໃນ. ລາວເລົ່າເຖິງປະສົບການຖ່າຍແບບຄັ້ງທຳອິດໃຫ້ຟັງແບບກົງໄປກົງມາວ່າ “ຕື່ນເຕັ້ນແຮງເລີຍແຫຼະ! ເລື່ອງການສະແດງສີໜ້າ, ແວວຕາ ໃນເທື່ອທຳອິດນັ້ນ ຍອມຮັບວ່າເຮັດອອກມາໄດ້ຍັງບໍ່ດີເທົ່າທີ່ຄວນ. ແຕ່ທຸກໆງານກໍຄືບົດຮຽນ ເຮົາພະຍາຍາມເກັບກ່ຽວປະສົບການເພື່ອເອົາມາປັບປຸງຕົວເອງສະເໝີ.”
ເມື່ອມີຄົນເລີ່ມທັກ ຫຼື ເອີ້ນລາວວ່າ “ນາຍແບບ”, ໜຸ່ມຄົນນີ້ພັດຍິ້ມແລ້ວບອກວ່າ ຍັງບໍ່ກ້າຮັບຄຳນັ້ນແບບເຕັມປາກປານໃດ. “ຍັງບໍ່ຮູ້ສຶກວ່າຕົວເອງເປັນນາຍແບບເຕັມຕົວຄືກັບເອື້ອຍອ້າຍໃນວົງການເທື່ອ. ຍັງມີອີກຫຼາຍມຸມທີ່ເຮົາບໍ່ທັນໄດ້ໂຊວ໌ອອກມາໃຫ້ທຸກຄົນເຫັນ ບາງເທື່ອກໍຍັງຮູ້ສຶກອາຍ, ຍັງເຂີນ ແລະ ບໍ່ກ້າສະແດງອອກເຕັມທີ່. ການເຂົ້າມາວົງການນີ້ມັນທ້າທາຍແຮງສຳລັບຄົນຂີ້ອາຍແບບເຮົາ ແຕ່ກໍຍ້ອນຄວາມທ້າທາຍນີ້ແຫຼະ ທີ່ເຮັດໃຫ້ຢາກເອົາຊະນະມັນ. ເຮົາຢາກກ້າວຂ້າມກຳແພງນີ້ ເພື່ອພິສູດວ່າເຮົາກໍສາມາດເປັນນາຍແບບທີ່ເກັ່ງໄດ້ຄືກັນ.”

ດ້ວຍຮູບຮ່າງໜ້າຕາ ແລະ ບຸກຄະລິກທີ່ໂດດເດັ່ນ, ບໍ່ແປກທີ່ຈະມີຫຼາຍຄົນຊຸກຍູ້ໃຫ້ຄິງຄ໋ອງລອງໄປປະກວດເວທີຊາຍງາມ. ແຕ່ສຳລັບປະເດັນນີ້ ເຈົ້າຕົວມີມຸມມອງທີ່ຊັດເຈນກັບຕົວເອງຫຼາຍ: “ຕອນນີ້ຍັງບໍ່ມີຄວາມຄິດເລື່ອງປະກວດເທື່ອເລີຍ. ຮູ້ສຶກວ່າມັນຍັງໄກຈາກຕົວເຮົາຫຼາຍ ທັງເລື່ອງຄວາມພ້ອມຂອງຮູບຮ່າງ, ຄວາມສາມາດພິເສດ, ລວມເຖິງທັດສະນະຄະຕິ ແລະ ວິໄສທັດຕ່າງໆ ເຮົາຕ້ອງມີຫຼາຍກວ່ານີ້. ແຕ່ກໍບໍ່ແນ່… ຖ້າມື້ໜຶ່ງໃນອະນາຄົດເຮົາກຽມຕົວພ້ອມກວ່ານີ້ ກໍອາດຈະເປັນໄປໄດ້.”
ເມື່ອເຮົາລອງໃຫ້ລາວປຽບທຽບຕົວເອງເປັນສັດໜຶ່ງຊະນິດ ຄຳຕອບທີ່ໄດ້ແມ່ນພັດເຮັດໃຫ້ເຮົາຍິ້ມອອກມາ. “ຄິດວ່າຕົວເອງເປັນ ແມວ ນີ້ແຫຼະ! ເປັນຄົນທີ່ຮັກຕົວເອງ, ຮັກອິດສະລະ ແລະ ກໍມັກຕາມໃຈຕົວເອງ. ບາງເທື່ອຄົນອື່ນເບິ່ງເຂົ້າມາອາດຈະຄິດວ່າເຮົາຫຍິ່ງໆ ແຕ່ຖ້າອາລົມດີກໍຈະຂີ້ອ້ອນ ແລະ ພິຖີພິຖັນ. ສຳລັບຄົນທີ່ບໍ່ສະໜິດ ອາດຈະເບິ່ງວ່າເຮົາເປັນຄົນບໍ່ຈິງຈັງ ຍ້ອນຄວາມທີ່ຮັກອິດສະລະແດ່ ມີຄວາມເປັນຕົວຂອງຕົວເອງສູງແດ່ ບວກກັບຄວາມຂີ້ອາຍນຳ ກໍເລີຍຄິດວ່ານິໄສຕົວເອງຄືກັນກັບແມວທີ່ສຸດແລ້ວ.”

ກ່ອນຈະຈົບການສົນທະນາມື້ນີ້ ນາຍແບບໜ້າໃໝ່ ທີ່ນິໄສຄືແມວ ຂອງພວກເຮົາ ກໍໄດ້ຝາກຜົນງານໄວ້ວ່າ: “ສຳລັບໃຜທີ່ສົນໃຈຢາກຕິດຕໍ່ວຽກ ກໍສາມາດທັກຫາໄດ້ຕະຫຼອດເດີ້. ສ່ວນໝູ່ເພື່ອນທີ່ເຂົ້າມາອ່ານເຫັນ ກໍຝາກກົດໄລຄ໌ ກົດແຊຣ໌ ໃຫ້ກຳລັງໃຈກັນແດ່ ບໍ່ແມ່ນຊິມາແຕ່ເຍີ້ຍ ຫຼື ແຊວກັນຢ່າງດຽວ ຮ່າຮ່າຮ່າ ຢອກໆ! ສຸດທ້າຍນີ້ ກໍຢາກຝາກໃຫ້ແຟນໆເພຈມ່ວນ ຝາກຕິດຕາມ ແລະ ເປັນກຳລັງໃຈໃຫ້ກັນແດ່ເດີ້ ຈະໄດ້ບໍ່ພາດຜົນງານໃໝ່ໆຂອງຄິງຄ໋ອງໃນວົງການຕໍ່ໄປ.”
ເປັນແນວໃດກັນແດ່ກັບມຸມມອງ ແລະ ຕົວຕົນທີ່ໜ້າຮັກ, ຖ່ອມຕົວ ແຕ່ເຕັມໄປດ້ວຍຄວາມຕັ້ງໃຈຂອງໜຸ່ມຄົນນີ້. ຖ້າໃຜທີ່ຢາກຕິດຕາມຊັບພອດ ຫຼື ເບິ່ງໄລຟ໌ສະຕາຍເທ່ໆຂອງຄິງຄ໋ອງ ສາມາດເຂົ້າໄປກົດ Follow ກັນໄດ້ເລີຍທີ່:
📌 ຊ່ອງທາງການຕິດຕາມ:


