ການປະກວດຮອບຕັດສິນຂອງ Mister Universe Laos ມີສເຕີຢູນີເວີຣສລາວ 2024 ໄດ້ດຳເນີນໄປຢ່າງເຂັ້ມຂຸ້ນ ແລະ ບີບຫົວໃຈ ແລະ ໃນທີ່ສຸດ ຜ່ານການແຂ່ງຂັນຮອບຕ່າງໆໃນຄໍ່າຄືນນີ້ ຄະນະກຳມະການກໍສາມາດເຟັ້ນໄດ້ຜູ້ທີ່ເໝາະສົມກັບມຸງກຸດທີ່ສຸດ ນັ້ນກໍຄື ເຄວິນ ຊາມຸນຕີ.
ໃນການປະກວດຄັ້ງນີ້, ເຄວິນ ຊາມຸນຕີ ເປັນຕົວແທນນຳສະເໜີແຂວງສາລະວັນ. ໜຸ່ມໄວ 24ປີ ຄົນນີ້ຫາກໍຈົບການສຶກສາສາຂາການຄ້າຕ່າງປະເທດ ຈາກ ສປ ຈີນ. ສະເໜ່ທີ່ເປັນເອກະລັກສະເພາະຕົວຂອງເຄວິນແມ່ນເປັນຄົນຫນ້າຫວານ ແລະ ສຸຂຸມ.

ເຄວິນ ໃຫ້ສຳພາດກັບທີມ Muan – the Crown Exclusive ວ່າ ຕົນເອງຕັດສິນໃຈເຂົ້າຮ່ວມການປະກວດເວທີນີ້ກໍຍ້ອນຢາກພິສູດໃຫ້ທຸກຄົນເຫັນວ່າ ຄົນເຮົາສາມາດເປັນໃນສິ່ງທີ່ເຮົາຢາກເປັນໄດ້ພຽງແຕ່ລົງມືເຮັດ.
ຫຼັງຈາກທີ່ເຄວິນຮູ້ ແລ້ວວ່າຕົວເອງໄດ້ເຂົ້າຮອບ 18 ຄົນສຸດທ້າຍ ເຄວິນກໍໄດ້ວາງແຜນກຽມໂຕເພື່ອທີ່ຈະໄປແຂ່ງຂັນຮອບ Final ດ້ວຍການຟິດຮ່າງກາຍ, ຄວບຄຸມອາຫານ ແລະ ໝັ່ນຝຶກຊ້ອມເວົ້າຕໍ່ຫນ້າຄົນຫຼາຍໃຫ້ຊິນເຄີຍ.

ນອກຈາກການປະກວດແລ້ວ, ສິ່ງທີ່ ເຄວິນ ມັກເຮັດທີ່ສຸດແມ່ນການຊ່ວຍເຫຼືອສັງຄົມເຊັ່ນ : ສະຫນັບສະຫນຸນຄົນທີ່ຕັ້ງໃຈທຳມາຫາກິນ, ຊ່ວຍເຫຼືອກຸ່ມຄົນທີ່ຢູ່ຫ່າງໄກສອກຫຼີກທີ່ຄວາມຈະເລີນເຂົ້າບໍ່ເຖິງເປັນຕົ້ນ.
ສຳລັບໃນວົງການບັນເທີງລາວ, ສິ່ງທີ່ລາວຢາກລອງເຮັດທີ່ສຸດແມ່ນການສະແດງຮູບເງົາ ຫຼື ຊີຣີນອກປະເທດ ເພື່ອສະແດງໃຫ້ເຫັນວ່າຄົນລາວກໍມີດີບໍ່ນ້ອຍກວ່າຊາດອື່ນ ແລະ ສາມາດເປັນນັກສະແດງທີ່ມີຄຸນນະພາບໄດ້ເຊັ່ນກັນ.


ສໍາລັບ ເຄວິນ ເອງແລ້ວ ການເປັນຊາຍງາມຕ້ອງງາມມາຈາກພາຍໃນເຊັ່ນ: ການໃຫ້ກຽດ, ການເຄົາລົບຄົນອື່ນ, ມີໄຫວພິບ ແລະ ມີວາຈາທີ່ຫນ້າເຊື່ອຖືໄດ້. ສ່ວນເປົ້າໝາຍໃນການປະກວດຄັ້ງນີ້ກໍແນ່ນອນແມ່ນການເປັນ Mister Universe Laos ຄົນທີ 2 ເຊິ່ງຕອນນີ້ລາວກໍສາມາດເຮັດໄດ້ແລ້ວ.
“ເຄວິນເອງກໍເປັນຄົນທີ່ຂີ້ອາຍ ແຕ່ຕັດສິນໃຈລົງປະກວດຈົນຕິດ Top 18. ສະນັ້ນ, ຢ່າໃຫ້ຄວາມຢ້ານມາເປັນອຸປະສັກຂວາງກັ້ນ ຂໍພຽງເຈົ້າລົງມືເຮັດແລ້ວເຮົາຈະເຫັນເສັ້ນທາງທີເປີດໃຫມ່ອີກຫຼາຍ.”

ໃນຕອນນີ້ ສິ່ງທີ່ເຄວິນເຄີຍກ່າວໄວ້ ກໍໄດ້ປາກົດຜົນເປັນຈິງແລ້ວ. ເສັ້ນທາງຂອງ ເຄວິນ ໃນບົດບາດໃໝ່ທີ່ໄດ້ຮັບຈະເປັນແນວໃດນັ້ນ ທຸກຄົນສາມາດຕິດຕາມເປັນກຳລັງໃຈໃຫ້ໜຸ່ມໜ້າໃສຄົນນີ້ໄປພ້ອມໆກັນ.
ໂດຍ: ທີມຂ່າວບັນນາທິການ Muan