ການປະກວດຮອບຕັດສິນຂອງ Mister Universe Laos ມີສເຕີຢູນີເວີຣສລາວ 2024 ໄດ້ດຳເນີນໄປຢ່າງເຂັ້ມຂຸ້ນ ແລະ ບີບຫົວໃຈ ແລະ ໃນທີ່ສຸດ ຜ່ານການແຂ່ງຂັນຮອບຕ່າງໆໃນຄໍ່າຄືນນີ້ ຄະນະກຳມະການກໍສາມາດເຟັ້ນໄດ້ຜູ້ທີ່ເໝາະສົມກັບມຸງກຸດທີ່ສຸດ ນັ້ນກໍຄື ເຄວິນ ຊາມຸນຕີ. ໃນການປະກວດຄັ້ງນີ້, ເຄວິນ ຊາມຸນຕີ ເປັນຕົວແທນນຳສະເໜີແຂວງສາລະວັນ. ໜຸ່ມໄວ 24ປີ ຄົນນີ້ຫາກໍຈົບການສຶກສາສາຂາການຄ້າຕ່າງປະເທດ...