ໜ້າຫຼັກ The Crown Exclusive ຮູ້ຈັກ ເຄວິນ ຊາມຸນຕີ ໄວ 24 ປີ ຜູ້ຄວ້າຕຳແໜ່ງ Mister Universe Laos 2024
The Crown Exclusive

ຮູ້ຈັກ ເຄວິນ ຊາມຸນຕີ ໄວ 24 ປີ ຜູ້ຄວ້າຕຳແໜ່ງ Mister Universe Laos 2024

ແບ່ງປັນ

ການປະກວດຮອບຕັດສິນຂອງ Mister Universe Laos ມີສເຕີຢູນີເວີຣສລາວ 2024 ໄດ້ດຳເນີນໄປຢ່າງເຂັ້ມຂຸ້ນ ແລະ ບີບຫົວໃຈ ແລະ ໃນທີ່ສຸດ ຜ່ານການແຂ່ງຂັນຮອບຕ່າງໆໃນຄໍ່າຄືນນີ້ ຄະນະກຳມະການກໍສາມາດເຟັ້ນໄດ້ຜູ້ທີ່ເໝາະສົມກັບມຸງກຸດທີ່ສຸດ ນັ້ນກໍຄື ເຄວິນ ຊາມຸນຕີ.

ໃນການປະກວດຄັ້ງນີ້, ເຄວິນ ຊາມຸນຕີ ເປັນຕົວແທນນຳສະເໜີແຂວງສາລະວັນ. ໜຸ່ມໄວ 24ປີ ຄົນນີ້ຫາກໍຈົບການສຶກສາສາຂາການຄ້າຕ່າງປະເທດ ຈາກ ສປ ຈີນ. ສະເໜ່ທີ່ເປັນເອກະລັກສະເພາະຕົວຂອງເຄວິນແມ່ນເປັນຄົນຫນ້າຫວານ ແລະ ສຸຂຸມ.

ເຄວິນ ໃຫ້ສຳພາດກັບທີມ Muan – the Crown Exclusive ວ່າ ຕົນເອງຕັດສິນໃຈເຂົ້າຮ່ວມການປະກວດເວທີນີ້ກໍຍ້ອນຢາກພິສູດໃຫ້ທຸກຄົນເຫັນວ່າ ຄົນເຮົາສາມາດເປັນໃນສິ່ງທີ່ເຮົາຢາກເປັນໄດ້ພຽງແຕ່ລົງມືເຮັດ.

ຫຼັງຈາກທີ່ເຄວິນຮູ້ ແລ້ວວ່າຕົວເອງໄດ້ເຂົ້າຮອບ 18 ຄົນສຸດທ້າຍ ເຄວິນກໍໄດ້ວາງແຜນກຽມໂຕເພື່ອທີ່ຈະໄປແຂ່ງຂັນຮອບ Final ດ້ວຍການຟິດຮ່າງກາຍ, ຄວບຄຸມອາຫານ ແລະ ໝັ່ນຝຶກຊ້ອມເວົ້າຕໍ່ຫນ້າຄົນຫຼາຍໃຫ້ຊິນເຄີຍ.

ນອກຈາກການປະກວດແລ້ວ, ສິ່ງທີ່ ເຄວິນ ມັກເຮັດທີ່ສຸດແມ່ນການຊ່ວຍເຫຼືອສັງຄົມເຊັ່ນ : ສະຫນັບສະຫນຸນຄົນທີ່ຕັ້ງໃຈທຳມາຫາກິນ, ຊ່ວຍເຫຼືອກຸ່ມຄົນທີ່ຢູ່ຫ່າງໄກສອກຫຼີກທີ່ຄວາມຈະເລີນເຂົ້າບໍ່ເຖິງເປັນຕົ້ນ.

ສຳລັບໃນວົງການບັນເທີງລາວ, ສິ່ງທີ່ລາວຢາກລອງເຮັດທີ່ສຸດແມ່ນການສະແດງຮູບເງົາ ຫຼື ຊີຣີນອກປະເທດ ເພື່ອສະແດງໃຫ້ເຫັນວ່າຄົນລາວກໍມີດີບໍ່ນ້ອຍກວ່າຊາດອື່ນ ແລະ ສາມາດເປັນນັກສະແດງທີ່ມີຄຸນນະພາບໄດ້ເຊັ່ນກັນ.

ສໍາລັບ ເຄວິນ ເອງແລ້ວ ການເປັນຊາຍງາມຕ້ອງງາມມາຈາກພາຍໃນເຊັ່ນ: ການໃຫ້ກຽດ, ການເຄົາລົບຄົນອື່ນ, ມີໄຫວພິບ ແລະ ມີວາຈາທີ່ຫນ້າເຊື່ອຖືໄດ້. ສ່ວນເປົ້າໝາຍໃນການປະກວດຄັ້ງນີ້ກໍແນ່ນອນແມ່ນການເປັນ Mister Universe Laos ຄົນທີ 2 ເຊິ່ງຕອນນີ້ລາວກໍສາມາດເຮັດໄດ້ແລ້ວ.

“ເຄວິນເອງກໍເປັນຄົນທີ່ຂີ້ອາຍ ແຕ່ຕັດສິນໃຈລົງປະກວດຈົນຕິດ Top 18. ສະນັ້ນ, ຢ່າໃຫ້ຄວາມຢ້ານມາເປັນອຸປະສັກຂວາງກັ້ນ ຂໍພຽງເຈົ້າລົງມືເຮັດແລ້ວເຮົາຈະເຫັນເສັ້ນທາງທີເປີດໃຫມ່ອີກຫຼາຍ.”

ໃນຕອນນີ້ ສິ່ງທີ່ເຄວິນເຄີຍກ່າວໄວ້ ກໍໄດ້ປາກົດຜົນເປັນຈິງແລ້ວ. ເສັ້ນທາງຂອງ ເຄວິນ ໃນບົດບາດໃໝ່ທີ່ໄດ້ຮັບຈະເປັນແນວໃດນັ້ນ ທຸກຄົນສາມາດຕິດຕາມເປັນກຳລັງໃຈໃຫ້ໜຸ່ມໜ້າໃສຄົນນີ້ໄປພ້ອມໆກັນ.

ອ່ານຕື່ມ:  ຄິງຄອງ: ສະເໜ່ໃນແບບຂອງໂຕເອງ ລັດຖະກອນຜູ້ທ້າທາຍຄວາມຝັນໃນເສັ້ນທາງນາຍແບບ

ໂດຍ: ທີມຂ່າວບັນນາທິການ Muan

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ກ່ຽວຂ້ອງ
The Crown Exclusive

ພາໄປຮູ້ຈັກກັບ ສຸກິ – ສຸກິພົນ ວົງສັກ ຕົວແທນຈາກລາວໃນເວທີ Mister International 2025

ສຸກິພົນ ວົງສັກ ຕົວແທນລາວໃນ Mister International 2025 ຈະເຂົ້າປະກວດໃນປະເທດໄທ ພ້ອມຄວາມມຸ່ງໝັ້ນ ທີ່ຈະສ້າງຄວາມພາກພູມໃຈໃຫ້ກັບປະເທດລາວ.

Crown TalkThe Crown Exclusive

“ຄວາມພູມໃຈເລີ່ມຈາກໂຕເຮົາ” ມິດປະຊາ ບຸດສາວົງ TOP3 MR BEAR INTERNATIONAL 2025

ຈາກແວດວົງພິທີກອນ ທີ່ເຮົາເຫັນຕາມງານຕ່າງໆ ໄປຈົນເຖິງອິນຟລູເອນເຊີສາຍຮາໃນໂລກອອນລາຍ, ມິດປະຊາ ບຸດສາວົງ ຫຼື ມິດ ບໍ່ໄດ້ຈຳກັດໂຕເອງໄວ້ພຽງແຕ່ເທົ່ານັ້ນ ແລະ ໄດ້ພາໂຕເອງອອກໄປສູ່ແວດວົງໃໝ່ໆ ເຊິ່ງຫຼ້າສຸດກໍຄືເວທີການປະກວດ ແລະ...

Crown TalkThe Crown Exclusive

ຄິງຄອງ: ສະເໜ່ໃນແບບຂອງໂຕເອງ ລັດຖະກອນຜູ້ທ້າທາຍຄວາມຝັນໃນເສັ້ນທາງນາຍແບບ

ຄິງຄອງ ລັດຖະກອນຫນຸ່ມຜູ້ມີສະເໜ່ ພ້ອມຄວາມຝັນທີ່ຈະກ້າວສູ່ເສັ້ນທາງນາຍແບບ ດ້ວຍຄວາມເຊື່ອມັ່ນໃນຕົວເອງ ແລະ ພ້ອມທີ່ຈະພັດທະນາໃນວົງການນາຍແບບ.

The Crown Exclusive

ບຸບູ່ – ຄອງວົງ ສີມະຫາໂນ ກັບກ້າວທຳອິດໃນເສັ້ນທາງນາຍແບບໃນ FACE of LAOS

FOL08 ບຸບູ່ – ຄອງວົງ ສີມະຫາໂນ ຜູ້ເຂົ້າປະກວດອາຍຸ 19 ປີ ຜູ້ມີອາຊີບເປັນ Bartender. ບຸບູ່ມີຄວາມສາມາດໃນການຫຼິ້ນກີ່ຕ້າ ແລະ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.