ເຄີຍຕິດລົບບໍ່ມີຫຍັງ ຈົນຖືກດູຖູກບໍ່? Dee Roc ຊວນມາປຸກໄຟໃນໃຈຜ່ານເພງ Pock£t

Key Takeaways:
- ທຸກຄົນເຄີຍຮູ້ສຶກເຈັບປວດເພາະຖືກຄົນອື່ນດູຖູກ ແລະ ບາງຄັ້ງກໍເລີ່ມຕົ້ນສູ້ຈາກສູນ.
- ເພງ Pock£t ຖືກແນະນຳໃຫ້ເປັນເພງທີ່ຈະຊ່ວຍປຸກໄຟໃນໂຕ ແລະ ໃຫ້ກຳລັງໃຈຜູ້ທີ່ທໍ້ແທ້.
- ເພງນີ້ເປັນແນວ Rap/Hip-Hop, ເຊິ່ງມີພະລັງຄວາມໜັກແໜ້ນ ແລະ ເດືອດ.
- Pock£t ເປັນເພງທີ່ເວົ້າເຖິງຄົນທີ່ເລີ່ມຈາກສູນ, ປະສົບກັບອຸປະສັກ, ຄວາມເຈັບປວດ, ແລະ ຄຳດູຖູກ, ແຕ່ເລືອກທີ່ຈະປ່ຽນເປັນພະລັງເພື່ອສ້າງຕົນເອງ.
- ຄວາມແຂງແກ່ງທີ່ແທ້ຈິງຂອງຄົນເຮົາແມ່ນການເອົາຊະນະຕົນເອງ ແລະ ອະດີດ, ບໍ່ແມ່ນເງິນ ຫຼື ຊື່ສຽງ.
ທຸກຄົນເຄີຍຮູ້ສຶກເຈັບປວດເພາະຖືກຄົນອື່ນດູຖູກບໍ່? ແລະ ໃນບາງສະຖານະການຊີວິດກໍຍັງບໍ່ມີຫຍັງເລີຍທີ່ຈະມາເວົ້າດ້ວຍຄວາມພາກພູມໃຈໄດ້ ຈຶ່ງໄດ້ແຕ່ເລືອກສູ້ດ້ວຍໂຕເອງໃນຕອນນັ້ນ ແລະ ກໍເລີ່ມມັນຈາກສູນນັ້ນລະ.
ຖ້າທຸກຄົນກຳລັງທໍ້, ຢາກໃຫ້ລອງໄປຟັງເພງ Pock£t ເບິ່ງ ເພາະມັນຄືເພງທີ່ຈະມາຊ່ວຍປຸກໄຟໃນໂຕເຮົາໃຫ້ກັບຄືນມາອີກຄັ້ງ ແລະ ຍັງໄດ້ເຫັນເຖິງຄວາມພະຍາຍາມບໍ່ຍອມຕໍ່ອຸປະສັກໃດໆຄືກັບທີ່ Dee Roc ໄດ້ບອກໄວ້ຜ່ານເພງ.
ໃນທາງແນວເພງ ແລະ ດົນຕີ ກໍຖືວ່າຊ່ວຍເຮັດໃຫ້ໄດ້ຮັບພະລັງງານຄວາມ ໜັກແໜ້ນ-ເດືອດ ໄດ້ຄັກຫຼາຍ ເພາະເປັນແນວ Rap ຫຼື Hip-Hop.
Pock£t ເພງນີ້ເປັນໂຕແທນຂອງຄົນທີ່ເລີ່ມຕົ້ນຈາກຕິດລົບ ທັງເຈິກັບອຸປະສັກ ຄວາມເຈັບປວດ ແລະ ຄຳດູຖູກມາຕະຫຼອດທາງ. ແຕ່ແທນທີ່ຈະຍອມແພ້ໃຫ້ກັບໂຊກສະຕາ Dee Roc ລາວເລືອກທີ່ຈະປ່ຽນທຸກບາດແຜໃຫ້ກາຍເປັນພະລັງ, ສ້າງໂຕເອງຂຶ້ນມາໃໝ່ໃຫ້ເຂັ້ມແຂງ ເພື່ອແລ່ນໄລ່ຕາມຝັນແບບບໍ່ມີຖອຍ.
ປ່ຽນຄວາມເຈັບປວດໃຫ້ເປັນພະລັງ ແລະ ເດີນຕາມຄວາມຝັນ, ເຖິງແມ່ນວ່າຈະຕ້ອງເດີນຄົນດຽວ.
ເພງນີ້ມັນໂຄດຈະຈິງໃຈ ແລະ ມີພະລັງເລີຍ ເພາະຕອນທີ່ໄດ້ຟັງທຸກຄົນຈະເຂົ້າໃຈເຖິງຄວາມໝາຍດີໆທີ່ເຊື່ອໄວ້ຄືວ່າ ຈຸດແຂງທີ່ແທ້ຈິງຂອງຄົນເຮົາ ມັນບໍ່ໄດ້ວັດກັນທີ່ ເງິນ ຫຼື ຊື່ສຽງ ແຕ່ມັນຢູ່ທີ່ ການເອົາຊະນະໂຕເອງ ແລະ ອະດີດຂອງໂຕເອງ ໃຫ້ໄດ້ນັ້ນເອງ.
ໃຜທີ່ກຳລັງຍ່າງຄົນດຽວໃນທາງທີ່ມືດມົນ, ລອງໄປຟັງເພງນີ້ເດີ ມັນຊິເຕືອນສະຕິເຮົາວ່າໄດ້ດີເລີຍແຫຼະ. ຂໍພຽງແຕ່ເຮົາບໍ່ຍອມແພ້ ມື້ໜຶ່ງເຮົາກໍຈະຜ່ານມັນໄປໄດ້ຄືກັນ