ເປັນກະແສກັນອີກແລ້ວກັບໄອດໍ້ສາວ Jennie ທີ່ໄດ້ປ່ອຍຊິງເກິລໃໝ່ “Less than a Lover” ຕ້ອນຮັບຊ່ວງຊຳເມີ້ຂອງປີນີ້, ນອກຈາກເພງຈະຕິດຫູແລ້ວ ອີກໜຶ່ງຈຸດທີ່ເຮັດໃຫ້ຄົນເວົ້າເຖິງກັນຫຼາຍທີ່ສຸດກໍຄືພະເອກ MV ສຸດຫຼໍ່ທີ່ເຄມີເຂົ້າກັນແບບສຸດໆ ເຊິ່ງກໍບໍ່ແມ່ນໃຜທີ່ໃດ ແຕ່ແມ່ນ Nahkai ນາຍແບບ ແລະ ນັກສະແດງໜຸ່ມດາວຮຸ່ງຈາກໄຕ້ຫວັນ ໄວ 22 ປີນັ້ນເອງ.
ແຕ່ມື້ນີ້ ມ່ວນ ຈະບໍ່ໄດ້ພາທຸກຄົນໄປຟັງເພງ ແຕ່ຈະມາເອົາໃຈສາຍຄູ່ຮັກທີ່ມັກຖ່າຍຮູບຄູ່ກັນ ດ້ວຍການເຈາະລິກສະຕາຍການແຕ່ງຕົວຂອງທັງຄູ່ໃນ MV ທີ່ມາໃນຄອນເຊັບ “ລຸກຄູ່ຮັກແບບລຽບງ່າຍ ແຕ່ເຕັມໄປດ້ວຍສະເໜ່”. ໃຜທີ່ມີແຜນຈະໄປທ່ຽວແລ້ວຢາກຖ່າຍຮູບຄູ່ໃຫ້ອອກມາເບິ່ງດີແບບບໍ່ຕັ້ງໃຈເກີນໄປ ບອກເລີຍວ່າຕ້ອງຈົດ 4 ທຣິກແຟຊັ່ນເຫຼົ່ານີ້ໄປໃຊ້.
ຄົນໜຶ່ງມາລາຍ ອີກຄົນຈັດຮຽບ
ໃນມິວສິກວິດີໂອ ເຮົາຈະເຫັນຊີນທີ່ Jennie ມາໃນຊຸດທີ່ມີລວດລາຍໂດດເດັ່ນ ຈັບຄູ່ກັບເຄື່ອງປະດັບລຽບໆ; ສ່ວນ Nahkai ມາໃນລຸກເບສິກ ດ້ວຍເສື້ອເຊີດແຂນສັ້ນສີກົມ ແລະ ໂສ້ງຂາກະບອກ. ຈຸດເດັ່ນຂອງລຸກນີ້ຄື “ການສົ່ງເສີມເຊິ່ງກັນແລະກັນ” ໂດຍໃຊ້ຄວາມລຽບງ່າຍຂອງຊຸດ Nahkai ມາເປັນພື້ນຫຼັງ ຊ່ວຍສົ່ງອໍຣ່າໃຫ້ Jennie ໂດດເດັ່ນຂຶ້ນມາທັນທີ ໂດຍທີ່ບໍ່ຍາດກັນເດັ່ນຈົນຮົກຕາ.
ຖ້າຈະແຕ່ງຕາມຕ້ອງເຮັດແນວນີ້ ຖ້າຄົນໜຶ່ງເລືອກໃສ່ຊຸດທີ່ມີລວດລາຍ ອີກຄົນຄວນໃສ່ສີລຽບ (Solid Color) ເພື່ອເຮັດໜ້າທີ່ເປັນພື້ນຫຼັງຂັບໃຫ້ອີກຄົນເບິ່ງໂດດເດັ່ນ. ການແຕ່ງຊຸດຄູ່ທີ່ດີບໍ່ຄວນແຍ່ງກັນເດັ່ນ ຖ້າທັງສອງຄົນໃສ່ລາຍຄືກັນຈະເຮັດໃຫ້ລຸກລວມເບິ່ງຮົກເກີນໄປ.


ບໍ່ຕ້ອງໃສ່ຊຸດຄືກັນເປະ ກໍເບິ່ງອອກວ່າເປັນຄູ່ກັນ
ອີກລຸກທີ່ຄຸມໂທນຄວາມສະບາຍໄດ້ດີຫຼາຍຄື Jennie ເລືອກເສື້ອສີດຳ ສ່ວນ Nahkai ໃສ່ຊຸດໂທນສີຂາວຄຣີມ. ເຖິງໂທນສີຫຼັກຈະຕ່າງກັນ ແຕ່ຈຸດທີ່ເຮັດໃຫ້ທັງສອງເບິ່ງເປັນຄູ່ກັນຢ່າງແນບນຽນຄື ການດຶງເອົາ “ສີແດງ” ມາເປັນສີຕັດ (Accent Color) ຜ່ານກະໂປ່ງຂອງ Jennie ແລະ ໝວກຂອງ Nahkai. ຈຸດເດັ່ນຄື “ຄວາມກົມກືນແບບມີຊັ້ນເຊີງ” ເຮັດໃຫ້ລຸກເບິ່ງມີສະເໜ່ ແລະ ມີເທສ.
ບໍ່ຈຳເປັນຕ້ອງໃສ່ຊຸດຄືກັນເປະ ແຕ່ສາມາດແຕ່ງຕົວໂທນສີພື້ນເຊັ່ນ: ຂາວ-ດຳ ທີ່ຕ່າງກັນໄດ້ ແຕ່ໃຫ້ຕົກລົງກັນເລືອກໄອເທັມໜຶ່ງຊິ້ນ ເຊັ່ນ: ໝວກ, ກະໂປ່ງ, ກະເປົາ ຫຼື ເກີບ ໃຫ້ເປັນ “ສີດຽວກັນ” ເພື່ອເປັນຈຸດເຊື່ອມໂຍງທັງສອງລຸກເຂົ້າຫາກັນ.


ຄິດຫຍັງບໍ່ອອກ ໃຫ້ຄຸມໂທນສີດຽວກັນໄປເລີຍ
ສຳລັບມືໃໝ່ ຖ້າຄິດຫຍັງບໍ່ອອກໃຫ້ຈັບຄູ່ສີດຽວກັນໄປເລີຍ, ໂດຍໃນ MV ທັງຄູ່ເລືອກໃສ່ໂທນສີຂາວຄຣີມທັງໝົດ ເພື່ອສະແດງເຖິງຄວາມເປັນອັນໜຶ່ງອັນດຽວກັນ ແຕ່ Jennie ແອບຢອດຄວາມສະນຸກລົງໄປດ້ວຍການໃສ່ເກີບສີແດງ. ຈຸດເດັ່ນຂອງລຸກນີ້ຄື “ຄວາມເປັນອັນໜຶ່ງອັນດຽວ ແຕ່ບໍ່ຈືດຊືດ” ການໃຊ້ໂທນສີດຽວກັນຊ່ວຍໃຫ້ເບິ່ງສະອາດຕາ ແຕ່ຈຸດພິເສດຄືການ “ເບຣກຄວາມຮຽບ” ດ້ວຍໄອເທັມສີສັນຈັດຈ້ານ ເພື່ອໃຫ້ລຸກເບິ່ງມີຊີວິດຊີວາ.
ງ່າຍທີ່ສຸດຄືການໃສ່ຊຸດໂທນສີດຽວກັນ (Monochrome) ທັງສອງຄົນ ຈະຊ່ວຍໃຫ້ຖ່າຍຮູບອອກມາແລ້ວເບິ່ງຄຸມໂທນງ່າຍ. ແຕ່ທຣິກສຳຄັນຄື ຕ້ອງໃຫ້ຄົນໃດຄົນໜຶ່ງເພີ່ມລູກຫຼິ້ນດ້ວຍໄອເທັມສີສັນສົດໃສໂດດຂຶ້ນມາຈັກໜຶ່ງຊິ້ນ ເພື່ອບໍ່ໃຫ້ລຸກລວມຂອງຄູ່ເບິ່ງຈືດຊືດຈົນເກີນໄປ.


ແມັດຊ໌ເນື້ອຜ້າຄົນລະຂົ້ວ ແຕ່ເຄມີເຂົ້າກັນສຸດໆ
ລຸກນີ້ເນັ້ນຄວາມສະບາຍແຕ່ມີດີເທວ ໂດຍ Jennie ເລືອກເປັນເດຣສຜ້າລູກໄມ້ (Lace) ທີ່ໃຫ້ຄວາມຮູ້ສຶກອ່ອນຫວານ ແລະ ພິ້ວໄຫວ ຕັດກັບ Nahkai ທີ່ມາໃນເສື້ອຢືດຄໍເຮນລີ (Henley) ແມັດຊ໌ກັບໂສ້ງຢີນສີອ່ອນ. ຈຸດເດັ່ນຄື “ຄວາມກົງກັນຂ້າມທີ່ລົງຕົວ” ເປັນການສ້າງມິຕິໃຫ້ກັບຊຸດລຽບໆໄດ້ຢ່າງໜ້າສົນໃຈ.
ເມື່ອຮູບແບບຊຸດເບິ່ງລຽບງ່າຍ ການເລືອກ “ເນື້ອຜ້າ” ທີ່ແຕກຕ່າງກັນຈະຊ່ວຍເພີ່ມຄວາມໜ້າສົນໃຈໄດ້. ລອງຈັບຄູ່ຄວາມຮູ້ສຶກຂອງເນື້ອຜ້າທີ່ຕ່າງກັນ ເຊັ່ນ: ເອົາຄວາມອ່ອນໜຸ່ມຂອງຜ້າລູກໄມ້ ມາຕັດກັບຄວາມລຸຍໆທະມັດທະແມງຂອງຜ້າຢີນ ຈະຊ່ວຍສ້າງມິຕິໃຫ້ລຸກຄູ່ຮັກເບິ່ງມີສະເໜ່ແບບບໍ່ຈຳເປັນຕ້ອງພະຍາຍາມຫຼາຍ.

