ກວ່າຈະເປັນດີໄຊເນີຄິວທອງ! ເປີດເບື້ອງຫຼັງ ‘ໝີກ່ານ’ ຜູ້ສ້າງຕຳນານຊຸດປະຈຳຊາດລາວ

ແບ່ງປັນ

ກວ່າຈະເປັນດີໄຊເນີຄິວທອງ! ເປີດເບື້ອງຫຼັງ ‘ໝີກ່ານ’ ຜູ້ສ້າງຕຳນານຊຸດປະຈຳຊາດລາວ

ໂດຍ: Tonmai Phoutthasack Tonmai Phoutthasack
22 May 2026 6

ທຸກໆຄັ້ງທີ່ເວທີການປະກວດນາງງາມໝູນວຽນ ສິ່ງໜຶ່ງທີ່ດຶງດູດທັ້ງສາຍຕາ ແລະ ຄວາມສົນໃຈຂອງຄົນລາວທົ່ວປະເທດໄດ້ສະເໝີ ກໍຄື “ຊຸດປະຈຳຊາດ”. ມັນບໍ່ແມ່ນພຽງແຕ່ເສື້ອຜ້າທີ່ສວມໃສ່ເທິງຮ່າງກາຍ ແຕ່ມັນຄື Soft Power ທີ່ເຮັດໜ້າທີ່ບອກເລົ່າເລື່ອງລາວ, ຈິດວິນຍານ ແລະ ວັດທະນະທຳຂອງຊາດສູ່ສາຍຕາຊາວໂລກ.

ມື້ນີ້ ມ່ວນຈະພາທຸກຄົນໄປສຳຜັດກັບເລື່ອງລາວເບື້ອງຫຼັງຜືນຜ້າທີ່ງົດງາມ ເຊິ່ງແລກມາດ້ວຍຢາດເຫື່ອ, ຄວາມກົດດັນ ແລະ ຄວາມຫຼົງໄຫຼ ຂອງ ‘ຂັນໄຊ ແຖມພູຄຳ’ ຫຼື ທີ່ຫຼາຍຄົນຄຸ້ນເຄີຍກັນໃນຊື່ ‘ໝີກ່ານ’ ນັກອອກແບບ Designer ອິດສະຫຼະ ແລະ ເຈົ້າຂອງຮ້ານ The Golden Design ຜູ້ນຳພາເອກະລັກລາຍລາວໄປສາຍແສງເທິງເວທີສາກົນ.

ສຳລັບ ໝີກ່ານ ແລ້ວ, ເສັ້ນທາງສູ່ການເປັນດີໄຊເນີບໍ່ໄດ້ໂຮຍດ້ວຍກີບກຸຫຼາບ ຫຼື ເລີ່ມຕົ້ນຈາກການຮຽນໃນສະຖາບັນການອອກແບບຊື່ດັງ. ທຸກຢ່າງລ້ວນແລ້ວແຕ່ເກີດຈາກໃຈຮັກໃນງານສິລະປະ ແລະ ການສຶກສາການແຕ້ມຮູບດ້ວຍຕົນເອງລ້ວນໆ. ຈຸດປ່ຽນສຳຄັນທີ່ຈູດປະກາຍຄວາມຝັນຂອງລາວເກີດຂຶ້ນໃນປີ 2021 ເມື່ອລາວໄດ້ຮັບໂອກາດກ້າວເຂົ້າໄປເປັນຜູ້ຊ່ວຍເຮັດຊຸດໃຫ້ນາງແບບໃນງານຄືນແຫ່ງແສງສີຢ່າງ Lao Fashion Week. ປະສົບການໃນມື້ນັ້ນໄດ້ເປີດປະຕູສູ່ໂລກແຟຊັ່ນໃນມຸມທີ່ລາວບໍ່ເຄີຍສຳຜັດມາກ່ອນ, ມັນເຕັມໄປດ້ວຍມົນສະເໜ່ ແລະ ພະລັງງານບາງຢ່າງທີ່ດຶງດູດລາວເຂົ້າໄປຢ່າງຈັງ. ຫຼັງຈາກນັ້ນບໍ່ດົນ, ກ່ານໄດ້ເປັນຜູ້ຊ່ວຍເຮັດຊຸດປະຈຳແຂວງໃນເວທີນາງສາວລາວ ກໍເປັນສຽງຢືນຢັນໃນໃຈຢ່າງຊັດເຈນວ່າ ການເປັນ ‘Designer’ ຄືຕົວຕົນ ແລະ ເສັ້ນທາງທີ່ລາວຕາມຫາມາຕະຫຼອດຊີວິດ.

ຖ້າຫາກຈະຕ້ອງຍົກຜົນງານທີ່ເປັນ Masterpiece ທີ່ສຸດໃນຊີວິດຂອງ ໝີກ່ານ, ຜົນງານທີ່ເຂົ້າມາປ່ຽນແປງທຸກຢ່າງຄື ຊຸດປະຈຳຊາດໃນເວທີ Miss Universe Laos 2023 ພາຍໃຕ້ຊື່ “ວິຈິດບັນຈົງຕ່ຳລົງຜ້າໄໝລາວ”. ຊຸດນີ້ບໍ່ພຽງແຕ່ເປັນການຕັດຫຍິບທີ່ງົດງາມ ແຕ່ເປັນການນຳເອົາຈິດວິນຍານ ແລະ ວິຖີຊີວິດການຕ່ຳຫູກຂອງແມ່ຍິງລາວມາແຕ່ບູຮານ ມາຖ່າຍທອດຜ່ານການອອກແບບຢ່າງລົງຕົວ ໂດຍມີ ‘ຜ້າລາຍນາກ’ ເປັນຕົວຊູໂຮງທີ່ໂດດເດັ່ນ. ຄວາມພິເສດທີ່ເປັນດັ່ງພອນຈາກຟ້າຄື ໃນປີນັ້ນເປັນປີດຽວກັນກັບທີ່ຜ້າລາຍນາກລາວໄດ້ຮັບການຮັບຮອງຈາກ UNESCO ໃຫ້ເປັນມໍລະດົກໂລກ. ການທີ່ຊຸດດັ່ງກ່າວໄດ້ໄປສະຫງ່າງາມເທິງເວທີຈັກກະວານ ຈຶ່ງຍິ່ງເປັນການຕອກຢ້ຳ ແລະ ເຊີດຊູໃຫ້ຜ້າລາຍນາກລາວມີຊື່ສຽງກະຈາຍໄປທົ່ວໂລກ ເຊິ່ງເປັນຄວາມພາກພູມໃຈທີ່ສຸດໃນຖານະຜູ້ສ້າງສັນ.

ຄວາມສຳເລັດຈາກຊຸດດັ່ງກ່າວ ໄດ້ເປີດໂອກາດໃຫ້ຜູ້ໃຫຍ່ໃນວົງການຫຼາຍທ່ານແນມເຫັນສັກກະຍະພາບ ແລະ ເລີ່ມມອບໝາຍໃຫ້ ໝີກ່ານ ກາຍເປັນຜູ້ຮັບຜິດຊອບຫຼັກໃນການອອກແບບຊຸດປະຈຳຊາດໃນເວທີໃຫຍ່ໆຢ່າງຕໍ່ເນື່ອງ. ຈາກຄົນທີ່ເຄີຍເປັນພຽງແຟນຄລັບນາງງາມທີ່ຕິດຕາມເບິ່ງໜ້າຈໍ ມື້ນີ້ລາວໄດ້ເຫັນຜົນງານຂອງຕົນເອງໄປຢືນຢູ່ຈຸດສູງສຸດເທິງເວທີລະດັບໂລກ ມັນເປັນຄວາມຮູ້ສຶກຕື້ນຕັນໃຈທີ່ລາວເອງກໍບໍ່ເຄີຍຄາດຄິດວ່າມັນຈະເກີດຂຶ້ນແທ້. ແຕ່ເບື້ອງຫຼັງຄວາມງົດງາມນັ້ນ ຕ້ອງແລກມາດ້ວຍການເຮັດວຽກທີ່ແຂ່ງກັບເວລາຢ່າງດຸເດືອດ. ການສ້າງຊຸດປະຈຳຊາດໜຶ່ງຊຸດ ບໍ່ແມ່ນພຽງແຕ່ການຕັດຫຍິບໃຫ້ອອກມາງາມ, ແຕ່ມັນຄືການລົງເລິກສຶກສາປະຫວັດສາດ ເພື່ອສື່ສານໃຫ້ຊາວໂລກເຫັນແລ້ວຮູ້ທັນທີວ່ານີ້ຄື ‘ລາວ’. ບາງຊຸດອາດໃຊ້ເວລາເຖິງ 2-3 ເດືອນໃນການຄົ້ນຄວ້າ ແລະ ສ້າງສັນ, ແຕ່ໃນຂະນະດຽວກັນ ຫຼາຍໆເວທີກໍມີເວລາບີບຄັ້ນພຽງແຕ່ 3-4 ອາທິດເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ໝີກ່ານ ຢືນຢັນວ່າ ‘ຄຸນນະພາບຕ້ອງມາກ່ອນສະເໝີ’ ດັ່ງນັ້ນລາວຈຶ່ງໃສ່ໃຈທຸກລາຍລະອຽດ ເພື່ອຮັບປະກັນວ່າຊຸດທຸກຊຸດຈະແຂງແຮງ, ບໍ່ແຕກຫັກງ່າຍ ແລະ ບໍ່ມີຄຳວ່າ ‘ຊຸດພັງກ່ອນຂຶ້ນເວທີ’ ເດັດຂາດ.

ອ່ານຕື່ມ:  ເປີດເບື້ອງຫຼັງ "JATAVA" ໂດຍດີຊາຍເນີໜຸ່ມໄຟແຮງ "ວິນລ້ຽມ ຈັນທະວີ"

ຂຶ້ນຊື່ວ່າການນຳເອົາ ‘ວັດທະນະທຳດັ້ງເດີມ’ ມາປະຍຸກເຂົ້າກັບ ‘ແຟຊັ່ນ’ ມັນມັກຈະເປັນດາບສອງຄົມທີ່ລໍ່ແຫຼມຕໍ່ການເກີດດຣາມ່າ. ໝີກ່ານ ເຂົ້າໃຈເຖິງຄວາມອ່ອນໄຫວໃນຈຸດນີ້ເປັນຢ່າງດີ. ວິທີຮັບມືຂອງລາວຄືການສຶກສາຢ່າງເລິກເຊິ່ງເຖິງແກ່ນແທ້ຂອງວັດທະນະທຳນັ້ນໆກ່ອນຈະລົງມືແຕ້ມແບບທຸກຄັ້ງ. ລາວຮູ້ດີວ່າບາງສິ່ງທີ່ສັກສິດ ແລະ ສູງສົ່ງ ກໍບໍ່ສາມາດນຳມາແຕະຕ້ອງ ຫຼື ດັດແປງໄດ້ຕາມອຳເພີໃຈ. ການຫຼີກລ້ຽງການກ້າວກ່າຍສິ່ງທີ່ອ່ອນໄຫວທາງຄວາມເຊື່ອ ຈຶ່ງເປັນກຸນແຈສຳຄັນທີ່ເຮັດໃຫ້ຜົນງານຂອງລາວອອກມາງົດງາມ, ຮ່ວມສະໄໝ ແລະ ປາສະຈາກຂໍ້ຂັດແຍ້ງ.

ແນ່ນອນວ່າໃນໂລກຂອງການເຮັດວຽກທີ່ເຕັມໄປດ້ວຍຄວາມກົດດັນ, ກວ່າຈະມາຮອດຈຸດທີ່ເປັນທີ່ຍອມຮັບ ລາວຕ້ອງຍອມເສຍສະຫຼະເວລາສ່ວນຕົວ ແລະ ສຸຂະພາບໄປຢ່າງຫຼວງຫຼາຍ. ມີຊ່ວງໜຶ່ງທີ່ ໝີກ່ານ ຕ້ອງປະເຊີນກັບຄື້ນຄຳວິຈານທີ່ຮຸນແຮງໃນໂລກອອນລາຍ ຈົນສົງຜົນກະທົບຕໍ່ຈິດໃຈຂັ້ນຮຸນແຮງ ເຮັດໃຫ້ລາວມີອາການ Panic Attack ໄປໄລຍະໜຶ່ງ, ຕາມມາດ້ວຍບັນຫາສຸຂະພາບທາງກາຍທີ່ຊຸດໂຊມລົງ. ແຕ່ບາດແຜເຫຼົ່ານັ້ນໄດ້ສອນໃຫ້ລາວເຕີບໂຕ ແລະ ເຂັ້ມແຂງຂຶ້ນ. ໃນມື້ນີ້, ລາວເລືອກທີ່ຈະນຳເອົາພຽງຄຳວິຈານທີ່ສ້າງສັນມາປັບປຸງຕົວເອງ ແລະ ປ່ອຍຜ່ານພະລັງງານລົບໆທີ່ບັ່ນທອນຈິດໃຈ. ແລະ ເມື່ອໃດທີ່ສະໝອງຕັນ ຫຼື ໝົດໄຟ, ທຳມະຊາດທີ່ສະຫງົບງຽບຄືໝໍປິ່ນປົວຊັ້ນດີ ທີ່ຊ່ວຍໃຫ້ລາວໄດ້ຊາຈພະລັງ ກ່ອນຈະກັບມາລຸຍງານຕໍ່ຢ່າງເຕັມທີ່.

ເມື່ອມອງເບິ່ງວົງການແຟຊັ່ນລາວໃນປັດຈຸບັນ, ໝີກ່ານ ເຫັນເຖິງການປ່ຽນແປງໃນທິດທາງທີ່ດີຂຶ້ນຫຼາຍ. ຫຼາຍອົງກອນເລີ່ມເປີດກວ້າງ ແລະ ໃຫ້ຄຸນຄ່າກັບງານຝີມືຂອງນັກອອກແບບທ້ອງຖິ່ນ. ເຖິງແມ່ນວ່າວົງການນາງງາມຈະມີການປ່ຽນແປງກົດເກນໄປໃນແຕ່ລະປີ, ແຕ່ລາວກໍພ້ອມທີ່ຈະປັບຕົວ ແລະ ຮັບມືກັບທຸກສະຖານະການສະເໝີ ໂດຍປັດຈຸບັນລາວເລີ່ມຫັນມາໂຟກັສທີ່ວຽກສາຍແຟຊັ່ນຢ່າງເຕັມຕົວຫຼາຍຂຶ້ນ.

ສຳລັບນ້ອງໆ ຄົນຮຸ່ນໃໝ່ທີ່ກຳລັງມອງຫາແຮງບັນດານໃຈ ແລະ ຢາກກ້າວເຂົ້າມາເປັນ Designer, ໝີກ່ານ ໄດ້ຝາກຂໍ້ຄິດທີ່ຊົງພະລັງໄວ້ວ່າ: “ທຸກຢ່າງຕ້ອງເລີ່ມຈາກຄວາມເຊື່ອໝັ້ນໃນຕົນເອງ. ຕ້ອງກ້າລົງມືເຮັດໄປເທື່ອລະໜ້ອຍຈຶ່ງຈະເຫັນຄວາມສຳເລັດ. ຄືກັນກັບຕົວຂ້ອຍເອງທີ່ບໍ່ໄດ້ມີຕົ້ນທຶນຊີວິດ ຫຼື ຖານະຄອບຄົວທີ່ລ້ຳລວຍມາກ່ອນ, ແຕ່ຂ້ອຍເລືອກທີ່ຈະຊັບພອດຕົວເອງດ້ວຍຄວາມສາມາດ, ບືນຕົວເອງຈົນເປັນທີ່ຮູ້ຈັກ ແລະ ໄດ້ຮັບການຍອມຮັບຈາກຄົນທັງປະເທດໄດ້.”

ໃນອະນາຄົດອັນໃກ້ນີ້, ເປົ້າໝາຍຂອງ ໝີກ່ານ ບໍ່ພຽງແຕ່ເປັນການປັ້ນແບຣນ The Golden Design ໃຫ້ເຂົ້າໄປນັ່ງຢູ່ໃນໃຈຂອງທຸກຄົນທີ່ຮັກໃນວົງການແຟຊັ່ນ ແລະ ນາງງາມເທົ່ານັ້ນ, ແຕ່ລາວຍັງມີແຜນທີ່ຈະເດີນທາງໄປສຶກສາຕໍ່ສະເພາະທາງດ້ານການອອກແບບແຟຊັ່ນທີ່ປະເທດສິງກະໂປ ເພື່ອນຳເອົາຄວາມຮູ້ລະດັບສາກົນກັບມາພັດທະນາ ແລະ ຍົກລະດັບມາດຕະຖານວົງການແຟຊັ່ນລາວໃຫ້ກ້າວໄປໄດ້ໄກກວ່າທີ່ເຄີຍເປັນ.

ອ່ານຕື່ມ:  MVIIZ ກັບມາແລ້ວ! ປ່ອຍເພງໃໝ່ສຸດຊຶ້ງ “ສຳຄັນຕົວເອງຜິດໄປ"

ທຸກໆການເຕີບໂຕ ລ້ວນແຕ່ຕ້ອງອາໄສກຳລັງໃຈ. ສຳລັບໃຜທີ່ຢາກຕິດຕາມການເດີນທາງ ແລະ ຜົນງານການອອກແບບທີ່ເຕັມໄປດ້ວຍຈິດວິນຍານຂອງ ໝີກ່ານ ສາມາດເຂົ້າໄປໃຫ້ກຳລັງໃຈກັນໄດ້ທີ່:

Facebook: Kan Khanxay Theampoukham

TikTok: K.a.n Kan

Facebook Page: The Golden Design

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.