ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຈີບກ່ອນຊິເປັນຫຍັງ ແນວຢາກໄດ້ເຂົາເປັນແຟນ ຊວນລອງ 5 ວິທີພິຊິດໃຈຄົນທີ່ເຈົ້າມັກ
Muan RelationTips

ຈີບກ່ອນຊິເປັນຫຍັງ ແນວຢາກໄດ້ເຂົາເປັນແຟນ ຊວນລອງ 5 ວິທີພິຊິດໃຈຄົນທີ່ເຈົ້າມັກ

ແບ່ງປັນ

ຖ້າເຈົ້າກຳລັງຕົກຂຸມຮັກ, ກຳລັງແອບມັກແອບສ່ອງຄົນໆໜຶ່ງຢູ່ ແລະ ກຳລັງຄິດວ່າຈະເຮັດແນວໃດດີເມື່ອຢາກໄດ້ເຂົາເປັນແຟນ, ຢາກໄດ້ຮັບຄວາມຄວາມສົນໃຈ ແລະ ຢາກເລີ່ມຄວາມສຳພັນທີ່ດີຕໍ່ກັນ.

ການທີ່ຈະຍ່າງໄປບອກວ່າເຮົານັ້ນຮູ້ສຶກກັບເຂົາເລີຍມັນກະແປກໆແຫຼະເນາະທຸກຄົນວ່າບໍ? ເພາະຖ້າເຂົາບໍ່ໄດ້ຮູ້ສຶກເຊັນດຽວກັນມັນຄົງເຮັດໃຫ້ອຶດອັດໃຈກັນລ້າໆ. ຖ້າວ່າຄົນໆນັ້ນແມ່ນຄົນທີ່ຢູ່ອ້ອມຕົວເຮົາ ຫຼື ໝູ່ຄູ່ເຮົາຮູ້ຈັກດີມັນແຮງຈະເບິ່ງໜ້າກັນບໍ່ຕິດເລີຍໃດ.

ມື້ນີ້ມ່ວນກໍມີ 5 ວິທີພິຊິດໃຈຄົນທີ່ມັກ ມາແຊຣ໌ໃຫ້ທຸກຄົນລອງນຳໄປປັບໃຊ້ຕາມສະຖານະການຂອງແຕ່ລະຄົນເບິ່ງ, ເພື່ອຊ່ວຍໃຫ້ທຸກຄົນໄດ້ລອງສະແດງຄວາມຮູ້ສຶກ ແລະ ສ້າງຄວາມສໍາພັນທີ່ດີກັບຄົນທີ່ແອບສ່ອງໄດ້.

1. ສ້າງຄວາມສໍາພັນທີ່ດີກ່ອນ.

ໃຫ້ເລີ່ມຕົ້ນດ້ວຍການເປັນໝູ່ທີ່ດີ ແລະ ພະຍາຍາມເຂົ້າຫາໂດຍບໍ່ເລັ່ງລາວຫຼາຍເກີນໄປ. ເຮັດໃຫ້ລາວຮູ້ຈັກເຮົາກ່ອນ ແລະ ເອົາໂຕເຂົ້າໃກ້ຊິດຢູ່ໃນວົງໂຄຈອນກັບລາວໃຫ້ເປັນທໍາມະຊາດທີ່ສຸດ.

2. ສະແດງຄວາມສົນໃຈຢ່າງຈິງໃຈ

ຮຽນຮູ້ວ່າລາວສົນໃຈ ແລະ ມັກຫຍັງ, ຊວນລາວລົມ ແລະ ຖາມກ່ຽວກັບຄວາມສົນໃຈຂອງລາວ ຫຼື ໃຊ້ເວລາຮ່ວມກັນເຮັດກິດຈະກໍາທີ່ລາວມັກເພື່ອສ້າງຄວາມສະໜິດສະໜົມ. ການສະແດງຄວາມສົນໃຈດ້ວຍຄວາມຈິງໃຈ, ຈະເຮັດໃຫ້ລາວຮູ້ສຶກວ່າເປັນຄົນພິເສດ ແລະ ໄດ້ຮັບການໃສ່ໃຈ.

3. ເປັນຕົວຂອງຕົວເອງ.

ການເປັນຕົວເຈົ້າເອງແມ່ນມີຄວາມສໍາຄັນໃນການເລີ່ມຕົ້ນຄວາມສໍາພັນ. ສະແດງໃຫ້ລາວຮູ້ວ່າເຈົ້າເປັນແນວໃດໂດຍບໍ່ຕ້ອງພະຍາຍາມປ່ຽນເພື່ອໃຫ້ເຂົາພໍໃຈ. ການເປັນຄົນຈິງໃຈກັບຕົວ ແລະ ກັບລາວຈະເຮັດໃຫ້ຄວາມສໍາພັນຂອງເຈົ້າເປັນທໍາມະຊາດ ແລະ ໝັ້ນຄົງ.

4. ສ້າງຄວາມປະທັບໃຈ

ການເຮັດໃຫ້ລາວປະທັບໃຈບໍ່ໄດ້ໝາຍຄວາມວ່າຈະປ່ຽນຕົວເອງ. ໃຫ້ສະແດງອອກໃນດ້ານຄວາມດີຂອງເຈົ້າ, ບໍ່ວ່າຈະເປັນການເບິ່ງແຍງ, ຄວາມມີນ້ຳໃຈ, ຫຼື ຄວາມສົດໃສຂອງເຈົ້າ. ການສ້າງຄວາມປະທັບໃຈໃຫ້ກັບລາວໃນການເປັນຕົວຂອງເຈົ້າຈະເຮັດໃຫ້ລາວສົນໃຈເຈົ້າຫຼາຍຂຶ້ນ.

5. ສະໜັບສະໜຸນ ແລະ ເຂົ້າໃຈ

ການເປັນຄົນທີ່ຢູ່ຂ້າງໆລາວ ແລະ ຄອຍສະໜັບສະໜຸນໃນເລື່ອງຕ່າງໆ. ຈະເຮັດໃຫ້ລາວຮູ້ສືກວ່າສາມາດເພິ່ງພາເຈົ້າໄດ້, ການສະແດງຄວາມເຂົ້າໃຈ ແລະ ການຊ່ວຍໃຫ້ຄຳປືກສາຫາລືແບ່ງປັນເລື່ອງລາວຕ່າງໆຈເຮັດໃຫ້ເຈົ້າເປັນຄົນສຳຄັນໃນຊິວິດລາວ.

ແອັດຢາກໃຫ້ທຸກຄົນລອງໃຫ້ໂອກາດຕົວເອງກ່ອນເດີີ, ບໍ່ຕ້ອງຢ້ານທີ່ຈະລອງເຮັດເພື່ອຄວາມສຸກຕົນເອງ ໝັ້ນໃຈ ແລະ ເປັນຕົນເອງນັ້ນມັນຄືສະເໜ່ທີ່ບໍ່ມີໃຜຄື.

ບໍ່ວ່າຜົນທີ່ໄດ້ຮັບຈະເປັນແນວໃດ. ເຈົ້າຄວນຍອມຮັບມັນດ້ວຍຄວາມເຂົ້າໃຈ. ຖ້າລາວມີຄວາມຮູ້ສຶກທີ່ຄືກັນກັບເຈົ້າມັນຖືວ່າເປັນການເລີ່ມຕົ້ນທີ່ດີ, ແຕ່ຖ້າລາວບໍ່ພ້ອມ ຫຼື ບໍ່ຮູ້ສຶກຄືກັນ. ເຈົ້າຄວນເຄົາລົບການຕັດສິນໃຈຂອງລາວ ແລະ ເປີດໃຈຍອມຮັບ.

ອ່ານຕື່ມ:  ຢາກເປັນຄົນດີ ກໍເປັນໄດ້ ບໍ່ຕ້ອງໄລ່ໃຫ້ໃຜໄປເຈິຄົນທີ່ດີກວ່າ - ຕ້ອງເຮັດແນວໃດໃຫ້ກ້າວຍ່າງໄປພ້ອມກັນໄດ້?

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ໂສດ 100% ເພາະມີ Self-Partnered ການສ້າງຄວາມສຳພັນທີ່ໝັ້ນຄົງຕ້ອງເລີ່ມຈາກໂຕເອງ

Self-Partnered ການມີຄວາມສຸກຢູ່ກັບໂຕເອງດ້ວຍຄວາມເຕັມໃຈ ບໍ່ແມ່ນວ່າຈະ "ປະຕິເສດທີ່ຈະຮັກ" ແຕ່ພວກເຂົາຮຽນຮູ້ວ່າ "ຄວາມສຳພັນທີ່ໝັ້ນຄົງທີ່ສຸດແມ່ນເລີ່ມຈາກໂຕເອງ".

ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ?

ໂສດຈົນເມື່ອຍລະເດີ! ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ? ນີ້ເປັນບັນຫາລະດັບຊາດສຳລັບຊາວເຮົາ ແລ່ວຈະເຮັດແນວໃດຈຶ່ງຈະມີແຟນຈັກເທື່ອ? ນີ້ແມ່ນວິທີແກ້ໄຂສຳລັບຄົນທີ່ມັກຢູ່ຕິດຢ້າວຕິດເຮືຶອນ.

10/10 ວັນສໍາຄັນຂອງຄົນຄິດຫຼາຍ ຊວນດູແລສຸຂະພາບຈິດຕົນເອງເພື່ອພັດທະນາຄວາມສຳພັນ

ຄິດຫຼາຍ, ວິຕົກກັງວົນ ແລະ ໃສ່ໃຈຄວາມຮູ້ສຶກຄົນອື່ນຫຼາຍເກີນໄປ ທຸກຄົນເປັນແບບນັ້ນກັນບໍ່? ພ້ອມກັບມີຄວາມຮູ້ສຶກວ່າການໃຊ້ຊີວິດໃນແຕ່ລະມື້ມັນຄືເມື່ອຍແທ້? ຈົນເຮັດໃຫ້ຄວາມຮັກ, ຄວາມສຳພັນ ຫຼື ສິ່ງທີ່ຢູ່ອ້ອມຕົວເຮົາມັນສົ່ງຜົນກະທົບຕໍ່ຈິດໃຈຂອງເຮົາໂດຍບໍ່ຮູ້ຕົວ ແລະ ບໍ່ເປັນໄປຕາມໃຈຕ້ອງການ....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.