ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຢາກເປັນຄົນດີ ກໍເປັນໄດ້ ບໍ່ຕ້ອງໄລ່ໃຫ້ໃຜໄປເຈິຄົນທີ່ດີກວ່າ – ຕ້ອງເຮັດແນວໃດໃຫ້ກ້າວຍ່າງໄປພ້ອມກັນໄດ້?
Muan RelationTips

ຢາກເປັນຄົນດີ ກໍເປັນໄດ້ ບໍ່ຕ້ອງໄລ່ໃຫ້ໃຜໄປເຈິຄົນທີ່ດີກວ່າ – ຕ້ອງເຮັດແນວໃດໃຫ້ກ້າວຍ່າງໄປພ້ອມກັນໄດ້?

ແບ່ງປັນ

ການບອກເລີກດ້ວຍເຫດຜົນວ່າ “ເຂົາຢາກໃຫ້ເພິ່ນເຈິສິ່ງທີ່ດີກວ່າ” ຟັງເຜີນໆ ເບິ່ງຄືວ່າເປັນຄວາມຫວັງດີ ແຕ່ເລິກໆນັ້ນ ຊໍ້າພັດແຝງໄປດ້ວຍຄວາມຮູ້ສຶກວ່າ ຜູ້ເວົ້າຍັງຄິດວ່າໂຕເອງດີບໍ່ພໍ ແລະ ມັກສະທ້ອນບັນຫາເລື່ອງ self-esteem ຫຼື ຄວາມຮູ້ສຶກເຖິງຄຸນຄ່າໃນໂຕເອງໜ້ອຍ.

ອີ່ຫຍັງຄື “ສິ່ງທີ່ດີກວ່າ?”

ເພາະໃນໂລກນີ້ບໍ່ມີໃຜທີ່ສົມບູນແບບ ເພາະຕໍ່ໃຫ້ບອກວ່າ ຄົນຜູ້ນີ້ເປັນຄົນທີ່ດີກວ່າ ເຈົ້າຄືບໍ່ເລືອກລາວ? ມັນປາສະຈາກບໍ່ໄດ້ທີ່ເຮົາຈະມີໂອກາດໄປເຈິຂໍ້ເສຍ ຫຼື ຂໍ້ບົກພ່ອງອື່ນໆຢູ່ດີ.

ສະນັ້ນ ຄຳວ່າ “ດີກວ່າ” ຈຶ່ງບໍ່ມີຢູ່ຈິງ ແລະ ຄຳວ່າ “ດີທີ່ສຸດ” ຍິ່ງເປັນຄືກັບມະໂນພາບທີ່ຈັບຕ້ອງບໍ່ໄດ້ເລີຍໃນຊີວິດຕົວຈິງ.

ຜູ້ຂຽນຈຶ່ງຄິດວ່າ ສິ່ງທີ່ມີຈິງ ມີພຽງວ່າ “ເຂົ້າກັນໄດ້ບໍ່?”​ ຫຼື “ຮັບໃນຕົວຕົນຂອງກັນ ແລະ ກັນ ໄດ້ ຫຼື ບໍ່?”

ສະນັ້ນ ທຸກຄັ້ງທີ່ເຮົາເຈິເຫດຜົນຂອງການທີ່ເຂົາຢາກປ່ອຍມືເຮົາໄປ ໂດຍບອກວ່າ “ໂຕເອງຍັງດີບໍ່ພໍ” ແລະ “ບໍ່ຢາກເຫັນແກ່ໂຕທີ່ຢື້ອີກຝ່າຍໄວ້”, ກາຍເປັນວ່າ ນັ້ນເຮັດໃຫ້ເຮົາຮູ້ສຶກວ່າເຂົາເຈົ້າ “ຍອມແພ້” ຫຼາຍກວ່າ ແລະ ເຫດຜົນສະໜັບສະໜຸນກໍຄືອຸປະສັກນານາປະການ 1 2 3 4 ບລາ ບລາ ບລາ.

ໃນຄວາມສຳພັນໃດໜຶ່ງນັ້ນ ບໍ່ຈຳເປັນເລີຍທີ່ເຮົາຕ້ອງ “ດີພໍ” ແບບທີ່ໃຜກຳນົດ. ເພາະຖ້າຄົນຮູ້ສຶກດີ ຫວັງດີຕໍ່ກັນ ຫຼື ຮັກກັນ, ມັນກໍບໍ່ຕ້ອງໄລ່ໃຫ້ເຂົາໄປເຈິຄົນອື່ນ ແຕ່ສາມາດເລີ່ມຈາກການ ຮູ້ຄຸນຄ່າໃນໂຕເອງ, ຮູ້ໃນຄຸນຄ່າຂອງອີກຝ່າຍ ແລະ ຢາກເປັນຄົນທີ່ດີທີ່ສຸດສຳລັບອີກຝ່າຍ ເພາະຖ້າເຂົາເບິ່ງວ່າເຮົາເປັນຄົນບໍ່ດີ ເຂົາກໍຄົງບໍ່ຢູ່ ແລະ ຈາກໄປເອງ ໂດຍທີ່ເຮົາບໍ່ຕ້ອງອອກປາກໄລ່ເຂົາເຈົ້າຊໍ້າ.

ຫຼື ເຮົາອາດຈະລອງຕັ້ງຄຳຖາມກັບໂຕເອງວ່າ “ຖ້າຮູ້ວ່າໂຕເອງດີບໍ່ພໍ ຢາກດີກວ່ານີ້, ເປັນຫຍັງເຮົາບໍ່ລົງມືພັດທະນາຕົວເອງ ເພື່ອຮັກສາເຂົາໄວ້?” ການທີ່ເຮົາຈ້ອງທີ່ຈະປ່ອຍມືເຂົາໄປ ພ້ອມຍູ້ເຂົາອອກໄປຕະຫຼອດເວລາ ໂດຍອ້າງວ່າ ຕົວເອງດີບໍ່ພໍ່ ນັ້ນ, ຫຼື ຄວາມຈິງນັ້ນ ເຮົາພຽງແຕ່ “ຍັງຮັກເຂົາບໍ່ພໍ?” ເພາະຖ້າເຮົາຮັກເຂົາຫຼາຍພໍ ເຮົາຈະຍອມເຮັດທຸກຢ່າງ ເພື່ອໃຫ້ມັນໄປນຳກັນໄດ້.

ອ່ານຕື່ມ:  ຮູ້ແລ້ວຄືຍັງບໍ່ເຊົາ? ເປັນຫຍັງເຮົາຈຶ່ງຮັກຄົນທີ່ບໍ່ຮັກເຮົາ

ເຮົາມາລອງປ່ຽນມຸມມອງແບບນີ້ດີບໍ່?

  • ???? ສຳຫຼວດຕົວເອງ: ເປັນຫຍັງເຮົາຈຶ່ງຮູ້ສຶກວ່າຕົວເອງດີບໍ່ພໍ? ບັນຫານີ້ມາຈາກຄວາມຄາດຫວັງຂອງຕົວເອງ ຫຼື ບໍ່?
  • ❤️ ສື່ສານກັນແບບກົງໄປກົງມາ: ແທນທີ່ຈະບອກເລີກ ຫຼື ໄລ່ເຂົາໜີໄປຫາຄົນໃໝ່, ລອງເວົ້າເຖິງຄວາມຮູ້ສຶກທີ່ແທ້ຈິງ ເຊັ່ນ: “ເຮົາຮູ້ສຶກວ່າເຮົາຍັງບໍ່ດີພໍ ແຕ່ເຮົາຢາກພະຍາຍາມໄປນຳກັນ”.
  • ???? ເຕີບໂຕໄປນຳກັນ: ຖ້າເຮົາຮູ້ສຶກວ່າມີຈຸດທີ່ຕ້ອງປັບປຸງ ກໍຊວນກັນພັດທະນາໄປພ້ອມໆກັນ ທັງເລື່ອງນິໄສ, ຄວາມເຂົ້າໃຈ ຫຼື ເປົ້າໝາຍໃນຊີວິດ.

ຢ່າລືມວ່າ ໃນຄວາມສຳພັນນັ້ນ, ບໍ່ມີໃຜດີ ຫຼື ບໍ່ດີພໍ ແຕ່ມັນເປັນການທີ່ສອງຄົນເລືອກທີ່ຈະຢູ່ ແລະ ເຕີບໂຕໄປພ້ອມກັນ.????

“ຢຸດບັ່ນທອນຄຸນຄ່າຂອງໂຕເອງ ແຕ່ຈົ່ງເປັນຄົນນັ້ນທີ່ຄວນຄ່າ ແລະ ດີໃຫ້ເຂົາເຫັນວ່າ ເຮົາຕັ້ງໃຈແລ້ວ ເພື່ອຄົນໆໜຶ່ງ”

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ໂສດ 100% ເພາະມີ Self-Partnered ການສ້າງຄວາມສຳພັນທີ່ໝັ້ນຄົງຕ້ອງເລີ່ມຈາກໂຕເອງ

Self-Partnered ການມີຄວາມສຸກຢູ່ກັບໂຕເອງດ້ວຍຄວາມເຕັມໃຈ ບໍ່ແມ່ນວ່າຈະ "ປະຕິເສດທີ່ຈະຮັກ" ແຕ່ພວກເຂົາຮຽນຮູ້ວ່າ "ຄວາມສຳພັນທີ່ໝັ້ນຄົງທີ່ສຸດແມ່ນເລີ່ມຈາກໂຕເອງ".

ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ?

ໂສດຈົນເມື່ອຍລະເດີ! ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ? ນີ້ເປັນບັນຫາລະດັບຊາດສຳລັບຊາວເຮົາ ແລ່ວຈະເຮັດແນວໃດຈຶ່ງຈະມີແຟນຈັກເທື່ອ? ນີ້ແມ່ນວິທີແກ້ໄຂສຳລັບຄົນທີ່ມັກຢູ່ຕິດຢ້າວຕິດເຮືຶອນ.

10/10 ວັນສໍາຄັນຂອງຄົນຄິດຫຼາຍ ຊວນດູແລສຸຂະພາບຈິດຕົນເອງເພື່ອພັດທະນາຄວາມສຳພັນ

ຄິດຫຼາຍ, ວິຕົກກັງວົນ ແລະ ໃສ່ໃຈຄວາມຮູ້ສຶກຄົນອື່ນຫຼາຍເກີນໄປ ທຸກຄົນເປັນແບບນັ້ນກັນບໍ່? ພ້ອມກັບມີຄວາມຮູ້ສຶກວ່າການໃຊ້ຊີວິດໃນແຕ່ລະມື້ມັນຄືເມື່ອຍແທ້? ຈົນເຮັດໃຫ້ຄວາມຮັກ, ຄວາມສຳພັນ ຫຼື ສິ່ງທີ່ຢູ່ອ້ອມຕົວເຮົາມັນສົ່ງຜົນກະທົບຕໍ່ຈິດໃຈຂອງເຮົາໂດຍບໍ່ຮູ້ຕົວ ແລະ ບໍ່ເປັນໄປຕາມໃຈຕ້ອງການ....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.