“ອອກແບບແຄມເປນນີ້ແລ້ວ ຈະໄດ້ຍອດຂາຍກັບມາເທົ່າໃດ?” ຄຳຖາມກັບດັກທີ່ທ້າທາຍຄົນເຮັດວຽກການຕະຫຼາດ

Abstract symbolic oil painting featuring a vintage brass sextant, geometric glass prism and a molten gold droplet rippling across dark mercury, representing the measurement of marketing campaign sales ROI
Measuring marketing campaign performance goes beyond capturing short-term numbers. It requires understanding the broader ripple effects that drive sustainable business growth. Illustration: Muan.Space
ແບ່ງປັນ

“ອອກແບບແຄມເປນນີ້ແລ້ວ ຈະໄດ້ຍອດຂາຍກັບມາເທົ່າໃດ?” ຄຳຖາມກັບດັກທີ່ທ້າທາຍຄົນເຮັດວຽກການຕະຫຼາດ

ໂດຍ: Johnny Sayasane Johnny Sayasane
25 November 2026● 2
Abstract symbolic oil painting featuring a vintage brass sextant, geometric glass prism and a molten gold droplet rippling across dark mercury, representing the measurement of marketing campaign sales ROI
✦ AI Summarized

Key Takeaways:

  • ການຕັດສິນຍອດຂາຍໄລຍະສັ້ນຈາກການຍິງແອັດອອນລາຍຢ່າງດຽວ ມັກຈະສ້າງບັນຫາໃຫ້ກັບການເຕີບໂຕຂອງທຸລະກິດໃນໄລຍະຍາວ
  • ການປັບໂຄງສ້າງການຕະຫຼາດຂອງ Adidas ໄດ້ຫັນມາຈັດສັນງົບປະມານຕາມສູດ 60:40 ໂດຍເພີ່ມງົບສ້າງແບຣນໄລຍະຍາວ (Brand Building) ຄວບຄູ່กับการປ່ຽນວິທີວັດຜົນມາເປັນ Econometric Modeling ເພື່ອເຫັນພາບລວມທີ່ຊັດເຈນ.
  • ການເຮັດການຕະຫຼາດເຊັ່ນການສະປອນເຊີງານອີເວັ້ນ ຫຼື ຄອນເສີດ ບໍ່ສາມາດວັດຜົນເປັນຍອດຂາຍໄດ້ທັນທີໃນມື້ດຽວ ເນື່ອງຈາກລູກຄ້າຕ້ອງໃຊ້ເວລາໃນການຕັດສິນໃຈຊື້ ໂດຍສາມາດວັດຜົນຜ່ານຍອດ Sell-out ໜ້າຮ້ານ ແລະ ຍອດ Sell-in ທີ່ສົ່ງເຂົ້າຮ້ານຕົວແທນ.
  • ທີມການຕະຫຼາດສາມາດຮັບມືກັບຄຳຖາມເລື່ອງງົບປະມານຈາກຜູ້ບໍລິຫານໄດ້ ໂດຍການແຍກໜ້າທີ່ຂອງແຄມເປນໃຫ້ຊັດເຈນລະຫວ່າງການສ້າງຄວາມຕ້ອງການໃໝ່ (Demand Creation) ແລະ ການປິດການຂາຍ (Demand Capture).
  • ການໃຊ້ວິທີຄຳນວນຍ້ອນກັບຈາກສະຖິຕິເກົ່າ (Conversion Math) ແລະ ການຂໍງົບທົດລອງ 20% ກ่อนລົງທຶນເຕັມຈຳນວນ ຈະຊ່ວຍໃຫ້ຜູ້ບໍລິຫານເຫັນພາບການສົ່ງຕໍ່ຍອດຂາຍ ແລະ ປ່ຽນການຖາມຫາຄຳສັນຍາ ມາเป็นการວາງແຜນທຸລະກິດຮ່ວມກັນ.

“ເຮັດແຄມເປນນີ້ແລ້ວ ຍອດຂາຍຈະເພີ່ມເທົ່າໃດ?” ຄຳຖາມນີ້ຕ້ອງເຄີຍເກີດຂຶ້ນແນ່ນອນກັບຄົນທີ່ເຮັດວຽກໃນທີມການຕະຫຼາດ ເວລາສະເໜີຂໍງົບປະມານ. ມັນບໍ່ແມ່ນແຕ່ການທີ່ຢາກຮູ້ວ່າ “ໄອເດຍບໍ່ດີ?” ຫຼື ມັນຄຣີເອທີບບໍ່?”

ເພາະແນ່ນອນວ່າ ເຈົ້າຂອງທຸລະກິດ ຫຼື ຜູ້ບໍລິຫານຄົນອື່ນໆ ກໍຕ້ອງການຄວາມໝັ້ນໃຈວ່າເງິນທີ່ຈ່າຍອອກໄປຈະສ້າງລາຍຮັບກັບຄືນມາ ແຕ່ໃນຂະນະດຽວກັນ ຄົນເຮັດການຕະຫຼາດກໍມັກຈະລຳບາກໃຈເມື່ອຕ້ອງເອີ່ຍຮັບປາກກັບ ໂຕເລກ ທີ່ຍັງບໍ່ເກີດຂຶ້ນ ຈະບອກວ່າໄດ້ຍອດກັບມາແນ່ນອນ ກໍອາດຈະຟັງເບິ່ງເວີ້ກັນໄປ.

ແຕ່ມັນຄືເລື່ອງຂອງການເຮັດທຸລະກິດ ມັນບໍ່ແປກທີ່ຜູ້ບໍລິຫານກໍຢາກຮູ້ວ່າ “ຈ່າຍເງິນກ້ອນນີ້ແລ້ວ ຍອດຂາຍຈະເພີ່ມຂຶ້ນເທົ່າໃດ?”

ຄວາມຄຸ້ນເຄີຍໃນຍຸກຂອງການ “ຍິງແອັດ” Facebook ແລະ TikTok. ເມື່ອຈ່າຍຄ່າແອັດ 1,000,000 ກີບ ແລ້ວເຫັນລູກຄ້າທັກແຊັດເຂົ້າມາປິດການຂາຍໃນມື້ນັ້ນເລີຍ ເຮັດໃຫ້ຫຼາຍຄົນໂດຍສະເພາະຜູ້ບໍລິຫານທີ່ອາດຈະບໍ່ໄດ້ເຂົ້າໃຈຫຼັກການການເຮັດການຕະຫຼາດທີ່ເລິກເຊິ່ງ ຈຶ່ງເລີ່ມເອົາການເຫັນຜົນລັບແບບທັນຕາ ມາຕັດສິນເລື່ອງບາງເລື່ອງທີ່ຕ້ອງໃຊ້ເວລາໃນການພິສູດດົນກວ່ານັ້ນ.

ບັນຫາຈະເກີດຂຶ້ນທັນທີ ເມື່ອເອົາມາດຕະຖານຂອງ “ການຍິງແອັດຂາຍເຄື່ອງ” ມາວັດແທກທຸກກິດຈະກຳທາງການຕະຫຼາດ ຕັ້ງແຕ່ການເຮັດຄອນເທັນສ້າງພາບລັກ, ການຈ້າງອິນຟລູເອນເຊີ, ໄປຈົນເຖິງການອອກເງິນສະປອນເຊີງານອີເວັ້ນ

ບົດຮຽນຈາກ Adidas: ເມື່ອຍອດຂາຍໄລຍະສັ້ນ ບັງຕາການເຕີບໂຕໄລຍະຍາວ

ໃນປີ 2019 ແບຣນກິລາລະດັບໂລກ Adidas ເຄີຍອອກມາຍອມຮັບຄວາມຜິດພາດເລື່ອງນີ້ຢ່າງກົງໄປກົງມາ. ຫຼາຍປີກ່ອນໜ້ານັ້ນ ທີມການຕະຫຼາດທຸ່ມງົບປະມານເຖິງ 77% ໄປກັບ Performance Marketing ຫຼື ໂຄສະນາອອນລາຍທີ່ວັດຜົນຍອດວິວ, ຍອດຄລິກ ແລະ ຍອດຂາຍໄດ້ທັນທີ. ແລະແນ່ນອນວ່າ ໂຕເລກໃນລາຍງານ ອອກມາ່ສວຍງາມ ແລະ ຕອບຄຳຖາມຜູ້ບໍລິຫານໄດ້ງ່າຍ.

ແຕ່ຈິນຕະນາການວ່າຍອດວິວທະລຸເປົ້າທຸກເດືອນ
ໂຕເລກຂຽວງາມຕາມທ້ອງເລື່ອງ

ແຕ່ເມື່ອເວລາຜ່ານໄປ ຍອດຂາຍລວມຂອງບໍລິສັດກັບບໍ່ເຕີບໂຕ.
ຫຼັງຈາກເອົາຂໍ້ມູນມາວິເຄາະເຈາະເລິກ ຈຶ່ງພົບວ່າໂຄສະນາໄລຍະສັ້ນ ການອັດຍິງແອັດຊື້ ຍອດວິວ ຍອດຄລິກ ເຫຼົ່ານັ້ນ ເຮັດໜ້າທີ່ພຽງເກັບກ່ຽວລູກຄ້າເກົ່າທີ່ຮູ້ຈັກແບຣນຢູ່ແລ້ວ ເມື່ອຂາດ “ແຄມເປນສ້າງແບຣນໄລຍະຍາວ” ມາດຶງຄົນກຸ່ມໃໝ່ເຂົ້າມາຮູ້ຈັກສິນຄ້າ ຍອດຂາຍຈຶ່ງເດີນທາງມາເຖິງທາງຕັນ ຫຼື ຈຸດອີ່ມໂຕ.

ອ່ານຕື່ມ:  ຖອດບົດຮຽນຈາກ 140 ປີ ສູ່ຍຸກ AI: ການວາງມາດຕະຖານໃໝ່ຂອງ Coca-Cola

ຫຼັງຈາກຮູ້ສາເຫດ Adidas ໄດ້ປັບໂຄງສ້າງການເຮັດການຕະຫຼາດໃໝ່ທັງໝົດ 3 ດ້ານຄື:

Screenshot taken from https://www.adidas.com/
  • ຜ່ອນເລື່ອງໂຄສະນາປັ່ນຍອດຂາຍ ເພີ່ມໂຄສະນາສ້າງແບຣນ
    • ປັບສັດສ່ວນງົບປະມານໃໝ່: ຫຼຸດງົບໂຄສະນາປິດການຂາຍລົງ ແລ້ວດຶງງົບກັບມາລົງທຶນກັບການສ້າງແບຣນໄລຍະຍາວ (Brand Building) ໃຫ້ໃກ້ຄຽງກັບສູດມາດຕະຖານ 60:40 ເພື່ອຂະຫຍາຍຖານລູກຄ້າໃໝ່ຢ່າງຕໍ່ເນື່ອງ.
  • ວັດຜົນແບບພາບລວມ ບໍ່ເບິ່ງແຕ່ໄລຍະສັ້ນ
    • ປ່ຽນວິທີວັດຜົນຈາກ Last-Click ມາເປັນ Econometric Modeling: ເຊົາຕັດສິນຜົນງານຈາກຄລິກສຸດທ້າຍກ່ອນຊື້ ແລ້ວນຳໃຊ້ແບບຈຳລອງທາງເສດຖະມິຕິ (Marketing Mix Modeling) ມາວິເຄາະພາບລວມ ເຮັດໃຫ້ເຫັນວ່າແຄມເປນສ້າງແບຣນຊ່ວຍດັນຍອດຂາຍທັງໜ້າຮ້ານ ແລະ ອອນລາຍໃຫ້ສູງຂຶ້ນໃນໄລຍະຍາວ.
  • ຕອກຍ້ຳວ່າ Storytelling ຫຼື ການເລົ່າເລື່ອງຍັງຄົງເປັນຫົວໃຈ
    • ກັບມາລົງທຶນກັບການເລົ່າເລື່ອງ: ຫັນມາສ້າງແຄມເປນທີ່ເຊື່ອມໂຍງກັບວັດທະນະທຳ ແລະ ອາລົມຄວາມຮູ້ສຶກຂອງຜູ້ບໍລິໂພກ ແທນທີ່ຈະຍິງແຕ່ໂຄສະນາຫຼຸດລາຄາ.

ເຫດການສົມມຸດ: ສະປອນເຊີຄອນເສີດ ແລ້ວຈະວັດຍອດຂາຍຈາກໃສ?

ລອງເບິ່ງຕົວຢ່າງທີ່ອາດຈະເກີດຂຶ້ນແທ້ໃນບ້ານເຮົາ. ສົມມຸດວ່າແບຣນລະດັບ Global ໃດໜຶ່ງທີ່ເຮັດຕະຫຼາດໃນລາວ ທຸ່ມງົບຫຼາຍຮ້ອຍລ້ານກີບເພື່ອສະປອນເຊີຄອນເສີດໃຫຍ່. ຈົບງານປຶບ Country Manager ຫຼື ຜູ້ບໍລິຫານປະຈຳປະເທດ ຖາມກັບທີມທັນທີວ່າ “ຈ່າຍໄປເທົ່ານີ້ ຂາຍໄດ້ຈັກອັນ?”

ຄວາມຈິງຄື ບໍ່ມີໃຜຍ່າງເຂົ້າໄປເບິ່ງຄອນເສີດແລ້ວຄວັກເງິນ 10 ລ້ານກີບຊື້ສິນຄ້າລາຄາສູງຢູ່ໜ້າເວທີ ເພາະສິນຄ້າລາຄາສູງແບບນີ້ ຄົນລາວໃຊ້ເວລາຕັດສິນໃຈ 2-4 ອາທິດ ຫຼື ດົນກວ່ານັ້ນແນ່ນອນ. ສິນຄ້າແຕ່ລະປະເພດໃຊ້ເວລາຕັດສິນຕ່າງກັນ ຖ້າເປັນສິນຄ້າ ບໍລິການແບບ B2B ທີ່ທຸລະກິດຂາຍໃຫ້ກັບທຸລະກິດແຮງອາດໃຊ້ເວລາຫຼັກປີ. ຄົນທີ່ເຮັດວຽກການຕະຫຼາດທີ່ເຂົ້າໃຈກົນໄກທຸລະກິດ ຈຶ່ງຕ້ອງຈັບໂຕເລກຜ່ານ 2 ຊ່ອງທາງຫຼັກຂອງວົງການມືຖື:

  • ຍອດ Sell-out (ຍອດຂາຍໜ້າຮ້ານ): ສາມາດວັດແທກໄດ້ຈາກການແຈກ ລະຫັດສ່ວນຫຼຸດສະເພາະຄົນຮ່ວມງານ ເພື່ອນຳໄປແລກຊື້ຢູ່ຮ້ານຕົວແທນພາຍໃນ 14 ວັນ ຄວບຄູ່ກັບການປຽບທຽບອັດຕາການເຕີບໂຕຂອງຍອດຂາຍໃນເຂດທີ່ຈັດງານ ເຊັ່ນ ນະຄອນຫຼວງວຽງຈັນໄລຍະ 1-2 ເດືອນຫຼັງຈົບງານ ທຽບກັບແຂວງອື່ນທີ່ບໍ່ມີງານ.
  • ຍອດ Sell-in (ຍອດສົ່ງເຄື່ອງເຂົ້າຮ້ານຕົວແທນ): ການສະປອນເຊີງານໃຫຍ່ຊ່ວຍສ້າງຄວາມໝັ້ນໃຈໃຫ້ເຈົ້າຂອງຮ້ານຂາຍ ທີ່ຮັບສິນຄ້າຕໍ່ອີກເທື່ອໜຶ່ງ (Dealers ຫຼື Outlets) ເຫັນວ່າແບຣນນີ້ກຳລັງບຸກໜັກ ທຸ່ມງົບສະໜັບສະໜູນງານນັ້ນງານນີ້ ເຊິ່ງທີມຂາຍສາມາດໃຊ້ເປັນອຳນາດຕໍ່ລອງໃຫ້ຮ້ານຄ້າຍອມສັ່ງເຄື່ອງເຂົ້າສະຕັອກເພີ່ມ ແລະ ກ້າປ່ອຍພື້ນທີ່ໜ້າຮ້ານໃຫ້ແບຣນເຮົາຫຼາຍຂຶ້ນ.
ອ່ານຕື່ມ:  ເກາະກະແສແບບບໍ່ຄິດ: ຈາກປັງປຸລິເຢ ກາຍເປັນພັງພິນາດ
VIBE: Abstract_fine_art_painting_a_sharp_geometric_prism

3 ວິທີຄົນເຮັດວຽກການຕະຫຼາດສາມາດຕອບໄດ້ໃນຫ້ອງປະຊຸມ ໃຫ້ເຫັນພາບທຸລະກິດຊັດເຈນ

ເມື່ອຖືກຖາມຄຳຖາມແນວນີ້ໃນຫ້ອງປະຊຸມ ສາມາດວາງໂຄງສ້າງຄຳຕອບຕາມ 3 ຂັ້ນຕອນນີ້:

  1. ແຍກໜ້າທີ່ຂອງແຄມເປນໃຫ້ຂາດຕັ້ງແຕ່ຕົ້ນ: ລະບຸໃຫ້ຊັດເຈນວ່າ ງົບກ້ອນນີ້ໃຊ້ເພື່ອປິດການຂາຍທັນທີ (Demand Capture) ຫຼື ສ້າງຄວາມຕ້ອງການໃໝ່ (Demand Creation). ຖ້າເປັນການສ້າງພາບລັກ ງົບສ່ວນນີ້ອາດຈະຍັງບໍ່ປ່ຽນເປັນຍອດຂາຍໃນມື້ອື່ນມື້ຮື ເພາະທຳມະຊາດຂອງມັນແມ່ນຈະໄປຊ່ວຍໃຫ້ການຊື້ໂຄສະນາ ຫຼື ການຍິງແອັດຂາຍເຄື່ອງໃນເດືອນໜ້າປິດການຂາຍໄດ້ງ່າຍຂຶ້ນ ແລະ ຫຼຸດຕົ້ນທຶນຕໍ່ຫົວ (Cost per Result) ລົງໃນໄລຍະຍາວ.
  2. ຄຳນວນຍ້ອນກັບຈາກສະຖິຕິເກົ່າ (Conversion Math): ເອົາຂໍ້ມູນເກົ່າມາກາງໃຫ້ເບິ່ງເປັນໂຕເລກ ເຊັ່ນ ງົບເທົ່ານີ້ຈະດຶງຄົນທັກ ຄົນຄອມເມັ້ນເຂົ້າມາໄດ້ປະມານ X ຄົນ ຖ້າທີມຂາຍປິດການຂາຍໄດ້ໃນອັດຕາເທົ່າເກົ່າຄື Y ສ່ວນຮ້ອຍ ຍອດຂາຍທີ່ຄາດການໄດ້ຈະຢູ່ທີ່ Z ກີບ. ວິທີນີ້ຈະຊ່ວຍໃຫ້ຜູ້ບໍລິຫານເຫັນວ່າ ຍອດຂາຍເປັນການສົ່ງຕໍ່ເປັນຂະບວນການ ລະຫວ່າງການຕະຫຼາດທີ່ພາຄົນເຂົ້າຮ້ານ ກັບທີມຂາຍທີ່ປິດດີລ.
  3. ຂໍງົບທົດລອງ 20% ກ່ອນລົງເຕັມຈຳນວນ: ໃນກໍລະນີທີ່ເປັນສິນຄ້າໃໝ່ ຫຼື ຊ່ອງທາງໃໝ່ທີ່ຍັງບໍ່ມີຂໍ້ມູນອ້າງອີງ ໃຫ້ສະເໜີໃຊ້ງົບ 20% ທຳອິດເພື່ອທົດລອງຕະຫຼາດ 2-3 ອາທິດ. ເມື່ອໄດ້ອັດຕາໂຕເລກການຕອບສະໜອງຈິງຈາກລູກຄ້າແລ້ວ ຈຶ່ງຄ່ອຍເອົາໂຕເລກນັ້ນມາປະເມີນເປົ້າໝາຍຍອດຂາຍສຳລັບງົບສ່ວນທີ່ເຫຼືອ.

ເມື່ອທີມການຕະຫຼາດອະທິບາຍເສັ້ນທາງຂອງເງິນ, ໄລຍະເວລາຄືນທຶນ ແລະ ໂຕຊີ້ວັດແຕ່ລະຂັ້ນຕອນໄດ້ຊັດເຈນ ການລົມກັນເລື່ອງງົບປະມານຈະປ່ຽນຈາກການຖາມຫາຄຳສັນຍາ ມາເປັນການວາງແຜນທຸລະກິດຮ່ວມກັນ.

ແຫຼ່ງທີ່ມາ

  • Institute of Practitioners in Advertising (IPA): Simon Peel (Global Media Director, Adidas), IPA Effectiveness Conference 2019 (ບົດຮຽນການປັບສັດສ່ວນງົບປະມານ ແລະ ການວັດຜົນດ້ວຍ Econometric Modeling ຂອງ Adidas).
  • Les Binet & Peter Field: The Long and the Short of It: Balancing Short and Long-Term Marketing Strategies, IPA, 2013 (ຫຼັກການຈັດສັນງົບສ້າງແບຣນໄລຍະຍາວ ແລະ ການກະຕຸ້ນຍອດຂາຍ 60:40).
  • LinkedIn B2B Institute / Ehrenberg-Bass Institute: Demand Creation vs. Demand Capture Framework (ແນວຄິດການແຍກໜ້າທີ່ແຄມເປນລະຫວ່າງການສ້າງຄວາມຕ້ອງການໃໝ່ ແລະ ການປິດການຂາຍ).
  • ກໍລະນີສຶກສາຕະຫຼາດສິນຄ້າເຕັກໂນໂລຊີລາຄາສູງ ແລະ ອີເວັ້ນໃນ ລາວ: ຮຽບຮຽງຈາກປະສົບການຕົວຈິງໃນການບໍລິຫານແຄມເປນການຕະຫຼາດ, ການວັດຜົນ ແລະ ການເຮັດວຽກຮ່ວມກັບຫຼາຍຝ່າຍໃນລາວ.
ອ່ານຕື່ມ:  ຈາກສວນສັດມາເດັ້ງເທິງ Google - ເປັນຫຍັງ “ໝູເດັ້ງ” ຈຶ່ງຄອງໃຈຄົນທົ່ວໂລກ?

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.