ຈະປ່ຽນໂລໂກ້ເປັນສີຮຸ້ງ-ສີຂຽວໃນເດືອນມິຖຸນານີ້? ລະວັງອາດເຂົ້າຂ່າຍ “ຍ້ອມສີ” ທີ່ສົ່ງຜົນເສຍຕໍ່ແບຣນ

ພໍຮອດເດືອນມິຖຸນາຍາມໃດ Feed ໃນໂຊຊຽວມີເດຍຂອງເຮົາກໍຈະຄຶກຄື້ນເປັນພິເສດ. ດ້ານໜຶ່ງແມ່ນກະແສ Pride Month ທີ່ທຸກຄົນອອກມາສະເຫຼີມສະຫຼອງຄວາມຫຼາກຫຼາຍທາງເພດຂອງຊຸມຊົນ LGBTQIA+, ສ່ວນອີກດ້ານກໍແມ່ນ ວັນສິ່ງແວດລ້ອມໂລກ (World Environment Day) ທີ່ມາພ້ອມວັນປູກຕົ້ນໄມ້ແຫ່ງຊາດຂອງລາວ.
ສິ່ງທີ່ເຮົາຈະເຫັນຈົນຊິນຕາກໍຄື ແບຣນຕ່າງໆພາກັນປ່ຽນຮູບໂປຣຟາຍເປັນສີຮຸ້ງ ຫຼື ປ່ຽນ Mood & Tone ຂອງອາດເວີກໃຫ້ເປັນສີຂຽວ-ປ່າ-ຕົ້ນໄມ້ ເພື່ອບົ່ງບອກວ່າ ເຮົາສະໜັບສະໜູນເລື່ອງນີ້ເດີ.
ແຕ່ໃນມຸມຂອງຄົນເຮັດວຽກການຕະຫຼາດ ແລະ ຄຣີເອທີບ, ບາງເທື່ອສິ່ງທີ່ເຮົາກຳລັງເກາະກະແສຢູ່ນັ້ນ ອາດເຂົ້າຂ່າຍ Rainbow Washing ຫຼື Greenwashing ໂດຍບໍ່ຮູ້ໂຕ. ຖ້າແບຣນເຮັດແບບຜິວເຜີນ ມັນອາດຈະສົ່ງຜົນເສຍ ຫຼື ທຳລາຍຄວາມເຊື່ອຫມັ້ນຂອງລູກຄ້າ ຈົນກາຍເປັນທຳລາຍໂຕເອງຫຼາຍກວ່າຈະໄດ້ໃຈເຂົາເຈົ້າ.
ສະນັ້ນ ກ່ອນຈະກົດປ່ຽນສີໂລໂກ້ ຫຼື ປັບໜ້າຕາ Artwork ໃນເດືອນນີ້, ເຮົາຢາກຊວນຄົນເຮັດວຽກທຸກຄົນ ມາທຳຄວາມເຂົ້າໃຈເລື່ອງນີ້ກັນໃຫ້ດີຂຶ້ນກ່ອນດີກວ່າ
Rainbow & Green Washing ແມ່ນຫຍັງ?

- Rainbow Washing ແມ່ນ ການເອົາສີຮຸ້ງ (ສັນຍາລັກຂອງ Pride) ມາໃຊ້ໃນໂລໂກ້, ສິນຄ້າ ຫຼື ແຄມເປນ ເພື່ອໃຫ້ແບຣນເບິ່ງທັນສະໄໝ ແລະ ສະໜັບສະໜູນ LGBTQIA+ ແຕ່ພາຍໃນອົງກອນພັດບໍ່ໄດ້ມີນະໂຍບາຍ ຫຼື ໃຫ້ຄຸນຄ່າແກ່ຄົນກຸ່ມນີ້ແທ້ໆ.
- Greenwashing ແມ່ນ ການໃຊ້ຄຳເວົ້າ, ຮູບພາບ ຫຼື ຄຳໂຄສະນາທີ່ຊວນໃຫ້ເຊື່ອວ່າ ຜະລິດຕະພັນ ຫຼື ອົງກອນຂອງເຮົາ ຮັກໂລກ/ເປັນມິດຕໍ່ສິ່ງແວດລ້ອມ ທັງໆ ທີ່ບໍ່ມີຫຼັກຖານ ຫຼື ຂະບວນການຜະລິດ-ການດຳເນີນກິດຈະກຳແທ້ໆ ພັດຍັງທຳລາຍສິ່ງແວດລ້ອມຢູ່.

ເວົ້າງ່າຍໆ ມັນຄື ການຕະຫຼາດຍ້ອມສີ ເພື່ອເອົາໜ້າ ແລະ ດຶງດູດຄວາມສົນໃຈໃນຊ່ວງເທສະການ ແຕ່ຂາດຄວາມຈິງໃຈນັ້ນເອງ.
… ສະນັ້ນ ກ່ອນຈະເຮັດແບບນັ້ນລົງໄປ ໃຫ້ຈື່ໄວ້ໃຫ້ຂຶ້ນໃຈວ່າ ຜູ້ບໍລິໂພກຍຸກນີ້ບໍ່ໄດ້ໂງ່ ແລະ ເຂົາເຈົ້າເບິ່ງອອກ
ຈາກປະສົບການເຮັດວຽກໃນສາຍການຕະຫຼາດເກືອບ 10 ປີ ບວກກັບຂໍ້ມູນພຶດຕິກຳຂອງ Gen Z ແລະ Millennials ພົບວ່າ ພວກເຂົາໃຫ້ຄວາມສຳຄັນກັບ Authenticity ຫຼື ຄວາມຈິງໃຈ ຂອງແບຣນຫຼາຍທີ່ສຸດ.
ມີກໍລະນີສຶກສາທີ່ໜ້າສົນໃຈຈາກ Heckin’ Unicorn ເຊິ່ງເປັນແບຣນສິນຄ້າ LGBTQIA+ ໃນສິງກະໂປ ທີ່ອອກມາເປີດເຜີຍກ່ຽວກັບແບຣນໃຫຍ່ໆ ວ່າ: ມີຫຼາຍບໍລິສັດຕິດຕໍ່ໃຫ້ພວກເຂົາຊ່ວຍໂປຣໂມດສິນຄ້າ Pride ໂດຍອ້າງວ່າຈະເອົາເງິນໄປບໍລິຈາກໃຫ້ອົງກອນການກຸສົນເພື່ອຊຸມຊົນຫຼາກຫຼາຍທາງເພດ ແຕ່ຄວາມຈິງແລ້ວແມ່ນບໍລິຈາກໜ້ອຍຫຼາຍ ຫຼື ບາງແບຣນບໍ່ບໍລິຈາກຈັກກີບເລີຍ. ຊ້ຳບໍ່ໜຳ ເບື້ອງຫຼັງພັດຍັງສະໜັບສະໜູນນັກການເມືອງທີ່ມີແນວຄິດ anti-LGBTQIA+ ອີກດ້ວຍ.
ເຊັ່ນດຽວກັນກັບເລື່ອງສິ່ງແວດລ້ອມ, ຜົນສຳຫຼວດລະດັບໂລກຈາກ Edelman Trust Barometer ລະບຸວ່າ ຫຼາຍກວ່າ 60% ຂອງຜູ້ບໍລິໂພກຍຸກໃໝ່ຈະເລືອກຊື້ ຫຼື ບອຍຄອດ (Boycott) ແບຣນ ໂດຍເບິ່ງຈາກ ຈຸດຢືນທາງສັງຄົມ ຂອງແບຣນນັ້ນໆ. ຖ້າແບຣນໃດຖືກຈັບໄດ້ວ່າຍ້ອມສີ, ຜົນເສຍທີ່ຈະຕາມມາມີຫຍັງແດ່?
- ເສຍ Trust ແບບກູ້ຄືນຍາກ: ລູກຄ້າຈະຮູ້ສຶກຖືກຫຼອກລວງ ເຮັດໃຫ້ພາບລັກແບຣນເບິ່ງປອມ ທັງໃນໄລຍະສັ້ນ ແລະ ໄລຍະຍາວ.
- ຍອດຂາຍຕົກຮວບ: ຄົນທີ່ໃຫຍ່ມາກັບຍຸກອິນເຕີເນັດ ເຂົາເຈົ້າພ້ອມທີ່ຈະກົດ Unfollow, ເຊົາຊື້ ແລະ ບອກຕໍ່ໆ ກັນຈົນກາຍເປັນດຣາມ່າໃນໂລກອອນລາຍ.
- ປິດໂອກາດທາງທຸລະກິດ: ນັກລົງທຶນຮຸ່ນໃໝ່ທັງໃນ ແລະ ຕ່າງປະເທດ ຍຸກນີ້ເຂົາເຈົ້າເນັ້ນເລື່ອງ ESG ຫຼື Environmental, Social, and Governance, ຖ້າແບຣນເຮົາມີປະຫວັດ Washing ເຂົາເຈົ້າກໍຈະບໍ່ຮ່ວມທຶນນຳແນ່ນອນ.
ພຶດຕິກຳແບບໃດທີ່ເຮັດແລ້ວເຂົ້າຂ່າຍ Washing?
ສຳລັບສາຍ Rainbow Washing:
- ປ່ຽນປຸບ ແລ້ວອີກບໍ່ດົນກໍປ່ຽນຄືນປັບ ເຊັ່ນ: ປ່ຽນໂລໂກ້ສີຮຸ້ງວັນທີ 1 ມິຖຸນາ ແລ້ວປ່ຽນຄືນເປັນສີເກົ່າໃນວັນທີ 1 ກໍລະກົດ ໂດຍທີ່ 11 ເດືອນທີ່ເຫຼືອບໍ່ເຄີຍເວົ້າເຖິງ ຫຼື ເຮັດຫຍັງເພື່ອຊຸມຊົນ LGBTQIA+ ເລີຍ.
- ເຮັດໃຫ້ກາຍເປັນເລື່ອງແປກ ດ້ວຍການເຮັດແຄມເປນສື່ສານໂດຍພະຍາຍາມດຶງເອົາ LGBTQIA+ ມາແທນທີ່ Heterosexual (ຄົນມັກເພດກົງກັນຂ້າມ) ແລະ ສ້າງພາບໃຫ້ພວກເຂົາກາຍເປັນກຸ່ມຄົນພິເສດທີ່ຕ່າງຈາກຄົນທົ່ວໄປ ໂດຍເນັ້ນມຸມມອງການເກາະກະແສເປັນຫຼັກ ແຕ່ຂາດຄວາມເຂົ້າໃຈແທ້ໆ.
ສຳລັບສາຍ Greenwashing:
- ດີແຕ່ເວົ້າ ບໍ່ມີຫຼັກຖານ ໂດຍໃຊ້ຂໍ້ຄວາມ ຫຼື ຮູບພາບຫຼູໆ ເຊັ່ນ: Eco-friendly, ຮັກໂລກ 100%, ຜະລິດຕະພັນສີຂຽວ ໃສ່ໃນສະຫຼາກ ຫຼື ປະກາດຈຸດຢືນ ໂດຍທີ່ບໍ່ມີໃບຢັ້ງຢືນ ຫຼື ຫຼັກຖານການລົງມືເຮັດຈິງໆ ມາຮອງຮັບ.
- ຮັກໂລກບາງສ່ວນ ແຕ່ກ່າວເກີນຈິງ ໂດຍການເຮັດໂຄສະນາຊວນໃຫ້ເຊື່ອວ່າທຸລະກິດຂອງເຮົາເປັນມິດຕໍ່ສິ່ງແວດລ້ອມ ເຊັ່ນ: ໂຄສະນາວ່າຫຼຸດການໃຊ້ພລາສຕິກໃນ packaging ບາງຊຸດ ແຕ່ຂະບວນການຂົນສົ່ງ ຫຼື ໂຮງງານພັດຍັງປ່ອຍມົນລະພິດມະຫາສານ.

ແລ້ວເຮັດແນວໃດ ໃຫ້ແບຣນຈິງໃຈ ບໍ່ຕິດແຮ້ວການຍ້ອມສີ?
ບໍລິບົດໃນປະເທດລາວເຮົາຕອນນີ້ ຖືວ່າເປີດກວ້າງໃຫ້ກັບທັງເລື່ອງຄວາມຫຼາກຫຼາຍທາງເພດ ແລະ ກະແສຮັກໂລກຫຼາຍຂຶ້ນ. ແຕ່ສິ່ງທີ່ຈະຊ່ວຍໃຫ້ແບຣນໃນລາວລອດພົ້ນຈາກຄຳວ່າ Washing ມັນແມ່ນການເນັ້ນ ການກະທຳທີ່ຈັບຕ້ອງໄດ້ ແລະ ເລີ່ມຈາກພາຍໃນສູ່ພາຍນອກ ເຊິ່ງນີ້ຄືແນວທາງທີ່ເຮົາຢາກແນະນຳ:
1. ສຳລັບສາຍ Pride Month ລອງເນັ້ນ Support, ບໍ່ແມ່ນ Exploit
ແທນທີ່ຈະດຶງຊຸມຊົນ LGBTQIA+ ມາເປັນພຽງສີສັນ ຫຼື ຕົວປະກອບໃນໂຄສະນາ, ໃຫ້ປ່ຽນພວກເຂົາມາເປັນ ຜູ້ຮ່ວມສ້າງ ຈະດີກວ່າ ເຊັ່ນ:
- Co-create ກັບນັກສ້າງສັນທ້ອງຖິ່ນ: ຈ້າງ Graphic Designers, ສິລະປິນ ຫຼື Creators ລາວທີ່ເປັນ LGBTQIA+ ໃຫ້ມາຮ່ວມຄໍແລັບ ອອກແບບສິນຄ້າຄອນເລັກຊັນພິເສດ ຫຼື ຮ່ວມສ້າງຄອນເທັນ.
- ຄືນຄຸນຄ່າໃຫ້ຊຸມຊົນ: ປະກາດຢ່າງຊັດເຈນວ່າ ລາຍໄດ້ສ່ວນໜຶ່ງ (ຫຼື ທັງໝົດຫຼັງຫັກຄ່າໃຊ້ຈ່າຍ) ຈາກແຄມເປນນີ້ ຈະນໍາໄປມອບໃຫ້ກັບໂຄງການ ຫຼື ອົງກອນພັດທະນາທີ່ເຮັດວຽກດ້ານສິດທິ ແລະ ສຸຂະພາບຂອງກຸ່ມຫຼາກຫຼາຍທາງເພດໃນລາວ (ເຊັ່ນ: ໂຄງການ Proud to be us Laos ຫຼື ໂຄງການອື່ນໆ ທີ່ກ່ຽວຂ້ອງ). ມັນຄືການພິສູດວ່າເຮົາບໍ່ໄດ້ເອົາສີຮຸ້ງມາຫາເງິນເຂົ້າກະເປົາໂຕເອງ ແຕ່ກຳລັງຊັບພອດພວກເຂົາແທ້ໆ.
- ປັບສະຫວັດດີການພາຍໃນ: ກ່ອນຈະໄປໂອບກອດຄົນພາຍນອກ, ລອງຫັນມາເບິ່ງໃນອອຟຟິສໂຕເອງກ່ອນ ວ່າມີສະພາບແວດລ້ອມທີ່ເປີດກວ້າງ ແລະ ໃຫ້ກຽດເພື່ອນຮ່ວມງານທຸກເພດແລ້ວ ຫຼື ຍັງ? ມີການເພີ່ມສະຫວັດດີການທີ່ເທົ່າທຽມແລ້ວ ຫຼື ບໍ່.
2. ສຳລັບສາຍສິ່ງແວດລ້ອມ ໃຫ້ເນັ້ນການກະທຳທີ່ແທ້ຈິງ ບໍ່ແມ່ນເວົ້າແຕ່ປາກ
ຄົນເຮົາເລີ່ມເບື່ອແຄມເປນ ປູກຕົ້ນໄມ້ຖ່າຍຮູບແລ້ວຈົບ ເພາະບໍ່ຮູ້ວ່າຫຼັງຈາກນັ້ນຕົ້ນໄມ້ທີ່ປູກໄປນັ້ນຕາຍ ຫຼື ລອດ. ແບຣນຕ້ອງເຮັດໃຫ້ເຫັນຜົນໄລຍະຍາວ ເຊັ່ນ:
- ປ່ຽນທີ່ລະບົບບໍ່ແມ່ນພຽງແຕ່ໂຄສະນາ ເຊັ່ນ: ຖ້າເປັນຮ້ານກາເຟ ຫຼື ຮ້ານອາຫານ, ລອງປະກາດແຄມເປນ “ງົດແຈກຖົງພລາສຕິກ ແລະ ຫຼອດດູດ ຖ້າລູກຄ້າບໍ່ຮ້ອງຂໍ” ພ້ອມໃຫ້ສ່ວນຫຼຸດແກ່ຜູ້ທີ່ເອົາຈອກ ຫຼື ຖົງຜ້າມາເອງ ຕະຫຼອດທັງປີ ບໍ່ແມ່ນເຮັດແຕ່ໃນເດືອນມິຖຸນາ.
- ງົດພລາສຕິກໃນອອຟຟິສ ໂດຍເລີ່ມງ່າຍໆ ດ້ວຍການງົດໃຊ້ Single-use plastic (ພລາສຕິກໃຊ້ເທື່ອດຽວຖິ້ມ) ພາຍໃນອົງກອນ, ມີຖັງແຍກຂີ້ເຫຍື້ອຢ່າງຖືກຕ້ອງ ແລະ ຈັບມືກັບ Local Eco-Business ໃນລາວ (ເຊັ່ນ: ບໍລິສັດແຍກຂີ້ເຫຍື້ອ ຫຼື ໂຄງການ Zero Waste ຕ່າງໆ) ເພື່ອເອົາຂີ້ເຫຍື້ອໄປ Recycle ແທ້ໆ.
- ຖ້າຍັງຢືນຢັນຈະປູກຕົ້ນໄມ້ແທ້ໆ ໃຫ້ປ່ຽນເປັນ ການອຸປະຖຳອົງກອນທີ່ເຮັດວຽກເພື່ອອະນຸລັກປ່າໄມ້ ຫຼື ສວນສາທາລະນະໃນເມືອງ ໂດຍມີລາຍງານອັບເດດໃຫ້ເຫັນຕະຫຼອດ 1 ປີ ວ່າຕົ້ນໄມ້ທີ່ແບຣນປູກເຕີບໃຫຍ່ໄປຮອດໃສແລ້ວ.
- ເຮັດຢ່າງຕໍ່ເນື່ອງ ເພາະຄຸນຄ່າທີ່ແບຣນເລືອກສະໜັບສະໜູນ ຕ້ອງຢູ່ຕະຫຼອດໄປ 365 ມື້ ບໍ່ແມ່ນເປັນແຄມເປນສັ້ນໆ ພໍໝົດເດືອນມິຖຸນາກໍເຊົາເຮັດ.
ການປ່ຽນສີໂລໂກ້ໃນເດືອນມິຖຸນາມັນບໍ່ໄດ້ຜິດ ແຕ່ມັນບໍ່ພຽງພໍ ຖ້າເຈົ້າຢາກໄດ້ໃຈລູກຄ້າແທ້ໆ. ກ່ອນທີ່ແບຣນຈະອອກໄປໂອບກອດກະແສສັງຄົມພາຍນອກ ໃຫ້ກັບມາເບິ່ງກ່ອນວ່າ ພາຍໃນເຮືອນຂອງເຮົາໄດ້ລົງມືເຮັດມັນແທ້ໆແລ້ວ ຫຼື ຍັງ? ເພາະຄວາມຈິງໃຈພິສູດໄດ້ດ້ວຍການກະທຳ ບໍ່ແມ່ນການຍ້ອມສີ.