ໜ້າຫຼັກ Muan Specialty The Marketing Renaissance ເກາະກະແສແບບບໍ່ຄິດ: ຈາກປັງປຸລິເຢ ກາຍເປັນພັງພິນາດ
The Marketing Renaissance

ເກາະກະແສແບບບໍ່ຄິດ: ຈາກປັງປຸລິເຢ ກາຍເປັນພັງພິນາດ

ແບ່ງປັນ

ໃນແຕ່ລະມື້ແຕ່ລະ day ໃນໂຊຊຽວມີເດຍ, ເຮົາເຫັນດຣາມ່າໃໝ່ໆຜຸດຂຶ້ນມາບໍ່ຢຸດ. ສິ່ງທີ່ຕາມມາແມ່ນ ແບຣນ ແລະ ທຸລະກິດຕ່າງໆກໍພະຍາຍາມໂດດລົງໄປ “ເກາະກະແສ” ເພື່ອສ້າງການມີສ່ວນຮ່ວມ (engagement) ກັບຜູ້ຕິດຕາມຂອງໂຕເອງ. ແຕ່ຖ້າບໍ່ລະວັງ ຫຼື ຄິດບໍ່ຖີ່ຖ້ວນ, ສິ່ງທີ່ຫວັງວ່າຈະເປັນຄວາມປະສົບຜົນສຳເລັດ (ປັງປຸລິເຢ) ກໍອາດກາຍເປັນຄວາມລົ້ມເຫຼວທີ່ທຳຮ້າຍພາບລັກຂອງແບຣນໄປເລີຍ (ພັງພິນາດ).

ເປັນຫຍັງແບຣນຕ້ອງລະວັງການເກາະກະແສ?

ໃນບໍ່ເທົ່າໃດປີມານີ້, ແບຣນຕ່າງໆຫັນມາສ້າງຄອນເທັນໃນໂຊຊຽວມີເດຍເພື່ອດຶງດູດຄວາມສົນໃຈຈາກຜູ້ຕິດຕາມຫຼາຍຂຶ້ນ. ບາງແບຣນກໍນຳສະເໜີສິນຄ້າ ຫຼື ບໍລິການຂອງຕົນ, ບາງແບຣນກໍໃຫ້ຄວາມຮູ້ ຫຼື ບາງແບຣນກໍສ້າງຄວາມບັນເທີງ. ແຕ່ບໍ່ແມ່ນທຸກຄອນເທັນຈະປະສົບຜົນສຳເລັດ. ຫຼາຍຄັ້ງທີ່ແບຣນພະຍາຍາມເກາະກະແສແບບເກີນເຫດ ໂດຍບໍ່ຄຳນຶງເຖິງຄວາມລະອຽດອ່ອນ ຫຼື ຜົນກະທົບຕໍ່ຄົນອື່ນ ຜົນທີ່ຕາມມາກໍຄື ການຖືກສັງຄົມຕີກັບ, ຕ້ອງໄດ້ລຶບຄອນເທັນ, ປິດຄຳຄິດເຫັນ, ຫຼື ແມ່ນແຕ່ຖືກປະນາມຢ່າງໜັກ.

ຕົວຢ່າງທີ່ເຫັນໄດ້ຊັດເຈນ: ແບຣນອາຫານຍີ່ຫໍ້ໜຶ່ງໃນຕ່າງປະເທດເຄີຍໂພສມຸກຕະຫຼົກກ່ຽວກັບເຫດການພາຍຸໄຕ້ຝຸ່ນ ໂດຍຄິດວ່າຈະເປັນການສ້າງຄວາມມ່ວນຊື່ນ. ແຕ່ສິ່ງທີ່ຕາມມາກໍຄືຄວາມໂກດແຄ້ນຈາກຜູ້ບໍລິໂພກ ເພາະມັນກາຍເປັນການເອົາຂ່າວຮ້າຍທີ່ມີຜູ້ຄົນກຳລັງຕົກທຸກມາເວົ້າເປັນເລື່ອງຕະຫຼົກ. ຫຼັງຈາກນັ້ນ ກາຍເປັນວ່າ ຈາກຄອນເທັນທີ່ຈະ viral ກາຍເປັນແບຣນດັ່ງກ່າວຕ້ອງອອກມາຂໍໂທດ ແລະ ສູນເສຍຄວາມໄວ້ວາງໃຈຈາກລູກຄ້າຈຳນວນຫຼາຍ.

Real-Time Content: ດາບສອງຄົມ

ໃນທາງການຕະຫຼາດ, ການເກາະກະແສເອີ້ນວ່າ real-time content—ເປັນການສ້າງຄອນເທັນທີ່ອີງໃສ່ເຫດການທີ່ກຳລັງເກີດຂຶ້ນໃນປັດຈຸບັນ ເພື່ອດຶງດູດຄວາມສົນໃຈຈາກຜູ້ຕິດຕາມ ຫຼື ລູກຄ້າ. ມັນຈະກາຍເປັນສິ່ງທີ່ດີ—ຖ້າເຮັດຖືກທີ່ຖືກເວລາ. ແຕ່ກໍປະຕິເສດບໍ່ໄດ້ວ່າ ມັນມີຄວາມສ່ຽງສູງ ເພາະການຕັດສິນໃຈໄວໆໂດຍບໍ່ຄິດໃຫ້ຮອບຄອບ ອາດເຮັດໃຫ້ແບຣນຕົກຢູ່ໃນສະຖານະການທີ່ຍາກລຳບາກໄດ້.

ການເກາະກະແສທີ່ຜິດພາດມັກເກີດຈາກການຫຼິ້ນກັບຫົວຂໍ້ທີ່ລະອຽດອ່ອນ ຕົວຢ່າງ ເຊັ່ນ:

  • ການວິພາກວິຈານການເມືອງ: ແບຣນທີ່ບໍ່ມີຄວາມກ່ຽວຂ້ອງກັບການເມືອງ ແຕ່ໂດດເຂົ້າໄປເຮັດຄອນເທັນ ອາດຖືກເບິ່ງວ່າສວຍໃຊ້ສະຖານະການ.
  • ການດ້ອຍຄ່າຄົນອື່ນ: ມຸກຕະຫຼົກທີ່ເບິ່ງຄືມ່ວນໃນຕອນທຳອິດ ແຕ່ທຳຮ້າຍຄວາມຮູ້ສຶກຂອງຄົນບາງກຸ່ມ.
  • ການເອົາສາສະໜາ ຫຼື ຄວາມເຊື່ອມາເວົ້າຫຼິ້ນ: ການໃຊ້ສັນຍາລັກສາສະໜາແບບບໍ່ເໝາະສົມ ສາມາດກໍ່ໃຫ້ເກີດການຕໍ່ຕ້ານຈາກຜູ້ທີ່ເຊື່ອຖືຢ່າງໜັກ.
See also  ຈາກສວນສັດມາເດັ້ງເທິງ Google - ເປັນຫຍັງ “ໝູເດັ້ງ” ຈຶ່ງຄອງໃຈຄົນທົ່ວໂລກ?

ຄຳແນະນຳສຳລັບແບຣນ: ຄິດກ່ອນເກາະ

ການເຮັດ real-time content ບໍ່ແມ່ນສິ່ງທີ່ຄວນຫຼີກເວັ້ນໄປທັງໝົດ—ມັນຈະກາຍເປັນເຄື່ອງມືທີ່ຊົງພະລັງ ຖ້າໃຊ້ຢ່າງຖືກຕ້ອງ. ແຕ່ກ່ອນຈະລົງມື, ຜູ້ເຮັດວຽກໃຫ້ແບຣນຄວນຖາມຕົວເອງດ້ວຍຄຳຖາມເຫຼົ່ານີ້:

  1. ກະແສນີ້ກ່ຽວຂ້ອງກັບແບຣນບໍ່?
    ກ່ອນຈະເກາະກະແສໃດໜຶ່ງ, ໃຫ້ປະເມີນວ່າມັນສອດຄ່ອງກັບຄຸນຄ່າ (brand values) ແລະ ພາບລັກ (brand image) ຂອງແບຣນ ຫຼື ບໍ່. ຕົວຢ່າງ: ແບຣນເຄື່ອງດື່ມທີ່ເນັ້ນການໃຊ້ຊີວິດມ່ວນໆ ສາມາດເກາະກະແສເທດສະການດົນຕີໄດ້ ແຕ່ບໍ່ຄວນລົງໄປຫຼິ້ນກັບຂ່າວທີ່ໂສກເສົ້າ.
  2. ມັນຈະທຳຮ້າຍໃຜບໍ່?
    ກວດສອບວ່າ ຄອນເທັນທີ່ຈະເຮັດ ມີຄວາມສ່ຽງທີ່ຈະກະທົບຄວາມຮູ້ສຶກຂອງຄົນ ຫຼື ກຸ່ມຄົນໃດກຸ່ມຄົນໜຶ່ງບໍ່. ຖ້າມີຄວາມສ່ຽງ, ຄວນປັບປຸງ ຫຼື ຍົກເລີກໄປເລີຍ.
  3. ມັນຈະເສີມພາບລັກ ຫຼື ທຳລາຍພາບລັກ?
    ຖ້າການເກາະກະແສເຮັດໃຫ້ຄົນຈື່ແຕ່ກະແສ ແຕ່ລືມແບຣນ ຫຼື ຮ້າຍໄປກວ່ານັ້ນຄືເບິ່ງແບຣນໃນແງ່ລົບ, ມັນບໍ່ຄຸ້ມຄ່າເລີຍ. ຕົວຢ່າງ: ແບຣນເຄື່ອງແຕ່ງກາຍເກາະກະແສເຫດການລ່ວງລະເມີດທາງເພດດ້ວຍມຸກຕະຫຼົກ ຖືກເບິ່ງວ່າຂາດຄວາມຮັບຜິດຊອບຕໍ່ສັງຄົມ.
  4. ມີແຜນຕໍ່ເນື່ອງບໍ່ ຫຼື ພຽງແຕ່ເກາະກະແສຊົ່ວຄາວ?
    ການເກາະກະແສແບບຜິວເຜີນ ໂດຍບໍ່ມີການຕໍ່ຍອດທາງການຕະຫຼາດ ອາດຖືກເບິ່ງວ່າເປັນການສວຍໃຊ້ລ້າໆ. ຕົວຢ່າງ: ແບຣນທີ່ໂພສຂໍ້ຄວາມສະໜັບສະໜຸນ LGBTQ+ ໃນເດືອນມິຖຸນາ (Pride Month) ແຕ່ບໍ່ມີການດຳເນີນການໃດໆຕໍ່ ມັກຖືກວິຈານວ່າ “ເຮັດເອົາໜ້າ” (rainbow-washing).

ບໍ່ຈຳເປັນຕ້ອງເກາະທຸກກະແສ

ຍຸກນີ້, ຜູ້ບໍລິໂພກຕື່ນຮູ້ຫຼາຍຂຶ້ນ. ເຂົາເຈົ້າໃຫ້ຄວາມສຳຄັນກັບຄວາມຈິງໃຈ ແລະ ຄວາມສອດຄ່ອງຂອງແບຣນ ຫຼາຍກວ່າການຫຼິ້ນກັບກະແສແບບຜິວເຜີນ. ສະນັ້ນ, ການເລືອກເກາະພຽງບາງກະແສທີ່ສົ່ງຜົນດີຕໍ່ແບຣນ ແລະ ສອດຄ່ອງກັບຄຸນຄ່າຂອງຕົນ ຈະປອດໄພກວ່າການພະຍາຍາມຕາມທຸກເທຣນ.

ສະຫຼຸບ: ຄິດໃຫ້ດີ ກ່ອນຈະກົດໂພສ

ການເກາະກະແສສາມາດເປັນໂອກາດທີ່ດີໃນການສ້າງການຮັບຮູ້ (awareness) ໃຫ້ແບຣນ ແຕ່ມັນກໍມາພ້ອມກັບຄວາມສ່ຽງທີ່ບໍ່ຄວນເບິ່ງຂ້າມ. ສຳລັບຜູ້ເຮັດວຽກໃຫ້ແບຣນ ຫຼື ທຸລະກິດ, ການຄິດຢ່າງຖີ່ຖ້ວນ, ການເບິ່ງພາບລວມ, ແລະ ການຮັກສາພາບລັກຂອງແບຣນ ຄວນມາກ່ອນຄວາມຢາກທີ່ຈະ “ທັນສະໄໝ” ຫຼື “ທັນກະແສ”. ເພາະໃນທີ່ສຸດ, ພາບລັກທີ່ດີຂອງແບຣນບໍ່ໄດ້ມາຈາກການເກາະກະແສທຸກຢ່າງ ແຕ່ມາຈາກຄວາມໝັ້ນຄົງ ແລະ ຄວາມຈິງໃຈທີ່ສ້າງຂຶ້ນໃນໄລຍະຍາວ.

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ໃກ້ຄຽງ
The Marketing Renaissance

ຈຳນວນຜູ້ຕິດຕາມ ຈະບໍ່ສຳຄັນທີ່ສຸດອີກຕໍ່ໄປ ໃນວຽກການຕະຫຼາດ

ມີງານວິໄຈກ່ຽວກັບການຕະຫຼາດພົບວ່າ ບັນຊີທີ່ມີຜູ້ຕິດຕາມຫຼາຍເກີນໄປ ມັກຈະມີອັດຕາການມີສ່ວນຮ່ວມ ຫຼື Engagement Rate ຕ່ຳລົງ. ຖ້າໃຜເຮັດວຽກການຕະຫຼາດຢູ່ໃນລາວມາຕັ້ງແຕ່ແຖວໆ ປີ 2010-2015 ຄົງຈະຍັງຈື່ກັນໄດ້ວ່າ ຈຳນວນຜູ້ຕິດຕາມ...

The Marketing Renaissance

ເສບຄອນເທັນບໍ່ມີໂຫຍດຈົນສະໝອງເນົ່າ – Brain Rot ກາຍເປັນຄຳສັບແຫ່ງປີ ແລະ ສິ່ງທີ່ນັກການຕະຫຼາດຄວນຫຼີກເວັ້ນໃນການເຮັດຄອນເທັນ

ໃນແຕ່ລະມື້ ແຕ່ລະ day, ເຮົາໃຊ້ເວລາສະເລ່ຍເຖິງ 6 ຊົ່ວໂມງ 36 ນາທີໃນໂລກອອນລາຍ, ອີງຕາມຂໍ້ມູນຈາກ Statista ແລະ ບາງເທື່ອເຮົາອາດຈະເປັນສ່ວນໜຶ່ງໃນການເບິ່ງວິດີໂອ...