ໜ້າຫຼັກ Muan Specialty ຈາກສວນສັດມາເດັ້ງເທິງ Google – ເປັນຫຍັງ “ໝູເດັ້ງ” ຈຶ່ງຄອງໃຈຄົນທົ່ວໂລກ?
Muan Specialty

ຈາກສວນສັດມາເດັ້ງເທິງ Google – ເປັນຫຍັງ “ໝູເດັ້ງ” ຈຶ່ງຄອງໃຈຄົນທົ່ວໂລກ?

ແບ່ງປັນ

ຖ້າທຸກຄົນລອງພິມຄຳວ່າ Moodeng ໃນ Google ຕອນນີ້… ທຸກຄົນຈະຕ້ອງປະຫຼາດໃຈ ເພາະເທິງໜ້າຈໍຈະມີ ຮິບໂປແຄະໂຕມົນໆໜ້າຮັກໆແລ່ນດຸກດິກໄປມາ. ຮິບໂປນ້ອຍໂຕນີ້ບໍ່ແມ່ນໃຜອື່ນໄກ ແຕ່ເປັນດາລາສາວຈາກໄທ ນາມວ່າ “ໝູເດັ້ງ” ຮິບໂປແຄະຂວັນໃຈຄົນໄທ ທີ່ກຳລັງສ້າງຄວາມສຸກຈົນກາຍເປັນປາກົດການລະດັບໂລກ.

ຮູ້ຈັກ “ໝູເດັ້ງ” ຮິບໂປແຄະສຸດໜ້າຮັກທີ່ຫຼາຍຄົນຫຼົງຮັກ

ໝູເດັ້ງ ເປັນຮິບໂປແຄະທີ່ອາໄສຢູ່ໃນສວນສັດເປີດເຂົາຂຽວ ປະເທດໄທ ມີອາຍຸພຽງ 4 ເດືອນປາຍ ແຕ່ດ້ວຍຮູບລັກທີ່ມົນປຸກປິກ ແລະ ມັກແລ່ນເດັ້ງໄປມາ ພ້ອມທັງມີຊື່ເອີ້ນທີ່ງ່າຍ ແລະ ໜ້າຮັກ ເຮັດໃຫ້ໝູເດັ້ງໂດ່ງດັງທັງໃນໂລກໂຊຊຽວໄທ ແລະ ກາຍເປັນໄວຣັສລະດັບໂລກໄດ້ຢ່າງວ່ອງໄວ.

ພາບ: ขาหมู แอนด์เดอะแก๊ง / Facebook

ໝູເດັ້ງ x Google ຈາກ ໄວຣັລ ສູ່ Global Phenomenon

ຄວາມຈິງແລ້ວ ຄວາມໂດ່ງດັງຂອງໝູເດັ້ງບໍ່ໄດ້ຢຸດແຕ່ຢູ່ໃນໄທ ແຕ່ຍັງແຜ່ລາມໄປລະດັບນານາຊາດ ເພາະຄວາມໜ້າຮັກທີ່ Internet Culture ມັກ ເຮັດໃຫ້ມີການສົ່ງຕໍ່ຮູບພາບ ແລະ ວິດີໂອ ພ້ອມເລື່ອງລາວໜ້າຮັກໆໄປຢ່າງກວ້າງຂວາງ ດຶງຄວາມສົນໃຈຂອງສື່ລະດັບໂລກ ແລະ ຫຼ້າສຸດກໍໄດ້ຮັບລາງວັນ “ບຸກຄົນມີສະໄຕລ໌ແຫ່ງປີ 2024” ຈາກ The New York Times. ຫຼ້າສຸດກໍຕອກຢໍ້າຄວາມເປັນ Global Phenomenon ຈາກການເປັນ easter egg ເມື່ອພິມຄົ້ນຫາວ່າ Moodeng ໃນ Google.

Easter egg ນີ້ໃນ Google ນັ້ນ ເປັນການສະເຫຼີມສະຫຼອງໃຫ້ກັບຄາແຣັກເຕີສຸດໜ້າຮັກຂອງໝູເດັ້ງ ເຊິ່ງເມື່ອພິມຄຳນີ້ເຂົ້າໄປໃນຊ່ອງຄົ້ນຫາ ກໍຈະມີໄອຄອນໜ້າໝູເດັ້ງປາກົດຂຶ້ນມາ ເຊິ່ງເຮົາສາມາດກົດທີ່ໄອຄອນນັ້ນເພື່ອໃຫ້ໂຕກາຕູນໝູເດັ້ງແລ່ນອອກມາເທິງໜ້າຈໍ.

“ແລ້ວເປັນຫຍັງຮິບໂປນ້ອຍໂຕນີ້ຈຶ່ງໂດ່ງດັງໄດ້ຂະໜາດນີ້?” ກາຍເປັນໜຶ່ງໃນຄຳຖາມທີ່ຫຼາຍຄົນສົງໄສ.

See also  ສູດລັບປັ້ນຄອນເທັນສະໄຕລ໌ Go Went Go ເປີດມຸມໃໝ່ໃນບ່ອນເກົ່າ ເພີ່ມຄວາມສົດໃໝ່ໃຫ້ທຸກການເດີນທາງ

ການຕະຫຼາດເບື້ອງຫຼັງທີ່ເຮັດໃຫ້ “ໝູເດັ້ງ” ຄອງໃຈຄົນທົ່ວໂລກ

  1. ການສ້າງ story ທີ່ “ໜ້າຮັກ” ເຊື່ອມໂຍງກັບຄວາມຮູ້ສຶກຂອງຜູ້ຄົນ

ການຕັ້ງຊື່ “ໝູເດັ້ງ” ທີ່ໜ້າຮັກ ແລະ ຊວນໃຫ້ຈື່ງ່າຍ ສະທ້ອນທັງຮູບລັກມົນເດັ້ງ ແລະ ຄວາມຄິ້ວທ໌ (cute) ເປັນກະແຈສຳຄັນໃນການເຂົ້າເຖິງໃຈຄົນທຸກເພດທຸກໄວ ເພາະຄົນເຮົາລ້ວນແຕ່ມັກສິ່ງທີ່ໜ້າຮັກໆ.

ມີຜົນການວິໄຈທີ່ຊີ້ໃຫ້ເຫັນວ່າ ຜູ້ໃຊ້ໂຊຊຽວມີເດຍມີທ່າອ່ຽງຈະມັກ ແລະ ມີສ່ວນຮ່ວມກັບເນື້ອຫາຈາກ “ແບຣນທີ່ອາລົມດີ ແລະ ສ້າງຮອຍຍິ້ມ” ໂດຍສະເພາະແມ່ນຄົນອາຊີ ແລະ ໝູເດັ້ງກໍແມ່ນໜຶ່ງໃນນັ້ນທີ່ຕອບໂຈດເລື່ອງນີ້ ເຊິ່ງສະທ້ອນເຖິງຜົນສຳເລັດໃນການສື່ສານການຕະຫຼາດທີ່ມີປະສິດທິພາບ.

  1. ຄວາມໄວຂອງ social media

ການສ້າງຄອນເທັນທີ່ໄວ ແລະ ລຽບງ່າຍຂອງພີ່ລ້ຽງສັດທີ່ດູແລໝູເດັ້ງ ແລ້ວໂພສລົງໃນໂຊຊຽວມີເດຍ ສາມາດຖືກສົ່ງຕໍ່ໄດ້ຢ່າງວ່ອງໄວ ປຽບດັ່ງກັບ words of mouth ທີ່ຖືກເລົ່າຕໍ່ແບບປາກຕໍ່ປາກ ໂດຍສະເພາະໃນຍຸກນີ້ທີ່ໂຊຊຽວມີເດຍມີອິດທິພົນຫຼາຍ ບວກກັບ algorithm ຂອງແພລດຟອມທີ່ຍິ່ງດັງກໍຍິ່ງຖືກດັນໃຫ້ອອກສູ່ສາຍຕາຜູ້ເສບຄອນເທັ້ນໄດ້ກວ້າງຂຶ້ນ.

  1. ຄາແຣັກເຕີທີ່ສ້າງການຈົດຈຳ

ນອກຈາກນັ້ນ ການສ້າງຄາແຣັກເຕີໃຫ້ກັບໝູເດັ້ງທີ່ໜ້າຈົດຈຳ ກໍສາມາດດຶງຄວາມສົນໃຈຈາກຜູ້ຄົນໄດ້ຫຼາຍ ເພາະມີຄວາມແຕກຕ່າງຈາກສັດໂຕອື່ນໆທີ່ບໍ່ໄດ້ມີການວາງຄາແຣັກເຕີໄວ້.

ດ້ວຍຄາແຣັກເຕີນີ້ເອງ ໝູເດັ້ງຈຶ່ງກາຍເປັນຫຼາຍກວ່າສັດໜຶ່ງໂຕໃນສວນສັດ ແຕ່ກາຍເປັນສິນຄ້າ Merchandise ເຊັ່ນ: ຕຸກກະຕາ, ສະຕິກເກີ, ຄໍແລັບກັບແບຣນຕ່າງໆ ເຊິ່ງສ້າງມູນຄ່າເພີ່ມ ແລະ ເຮັດໃຫ້ໝູເດັ້ງກາຍເປັນ brand ທີ່ແຂງແຮງຂຶ້ນ.

  1. Cultural Connection ແລະ realtime marketing

ການສ້າງໃຫ້ ໝູເດັ້ງ ກາຍເປັນ Internet Icon ທີ່ຊົງພະລັງ ແລະ ເປັນ soft power ໜຶ່ງຂອງໄທ ກາຍເປັນວ່າມັນກາຍເປັນຄວາມເຊື່ອມໂຍງທາງວັດທະນະທຳເລີຍກໍວ່າໄດ້ໃນຕອນນີ້ ທີ່ເຮັດໃຫ້ຄົນຕ່າງປະເທດຫັນມາສົນໃຈສັດ, ການອະນຸລັກສັດ ແລະ ເລື່ອງລາວອື່ນໆທີ່ກ່ຽວຂ້ອງກັບໄທ. ໃນດ້ານຂອງແບຣນເອງກໍໃຊ້ໂອກາດນີ້ໃນການເຮັດ realtime marketing ໂດຍ collab ກັບ ໝູເດັ້ງ ເພື່ອສ້າງມູນຄ່າທາງການຕະຫຼາດໃຫ້ກັບແບຣນຂອງໂຕເອງໂດຍອາໄສຄວາມເປັນໄວຣັລຂອງໝູເດັ້ງ ເຊິ່ງທັງສອງຢ່າງນີ້ລ້ວນແລ້ວແຕ່ສົ່ງເສີມພາບລັກຂອງ ໝູເດັ້ງ ໃຫ້ເປັນທີ່ຮູ້ຈັກຫຼາຍຂຶ້ນ.

See also  ຈຳນວນຜູ້ຕິດຕາມ ຈະບໍ່ສຳຄັນທີ່ສຸດອີກຕໍ່ໄປ ໃນວຽກການຕະຫຼາດ

ນັ້ນກໍຄືເລື່ອງລາວເບື້ອງຫຼັງທີ່ເຮັດໃຫ້ໝູເດັ້ງກາຍເປັນທີ່ຮັກຂອງຄົນທົ່ວໂລກ ເຊິ່ງນີ້ເປັນເຄື່ອງຢືນຢັນວ່າ “ຄວາມໜ້າຮັກ” ແລະ “ເລື່ອງລາວດີໆ” ສາມາດສ້າງປາກົດການໄດ້ສະເໝີ.

ໃຜຍັງບໍ່ເຄີຍເຫັນຄວາມຄິ້ວທ໌ຂອງໝູເດັ້ງໃນ Google ກໍລອງຄົ້ນຫາດ້ວຍຄຳວ່າ Moodeng ເລີຍ!

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ໃກ້ຄຽງ
AI-McKinsey-2025
Muan SpecialtyWorking Tips

AI ສຸດຍອດທ່າແຮງຊ່ວຍວຽກ ຈາກບົດລາຍງານຂອງ McKinsey 2025

AI ກຳລັງປ່ຽນແປງສະພາບບ່ອນເຮັດວຽກ, ຊ່ວຍຜູ້ຄົນຄິດໄດ້ໄວຂຶ້ນ, ວິເຄາະໄດ້ຊັດເຈນ, ປ້ອງກັນບໍ່ໃຫ້ຜູ້ບໍລິຫານຕົກຂະບວນ, ແລະ ສະໜັບສະໜູນໃຫ້ພະນັກງານປົດລັອກສັກກະຍະພາບຂອງຕົນເອງ. ມັນເປັນພະລັງທີ່ບໍ່ຄວນຖືກເບິ່ງຂ້າມ. ໃນທຸລະກິດ, ການນຳໃຊ້ AI ດ້ວຍການວາງກົນລະຍຸດຢ່າງແຜນຈະເປັນການຄົ້ນພົບທີ່ກ້າວໜ້າໃນປີ...

Muan SpecialtyWorking Tips

5 ວີທີຮູ້ສຶກມີຄຸນຄ່າ ໂດຍບໍ່ຕ້ອງໃຫ້ໃຜມາບອກ

ຄວາມຮູ້ສຶກວ່າມີຄ່າບໍ່ຄວນຂຶ້ນຢູ່ກັບການຮັບຮອງຈາກຜູ້ອື່ນ. ຄົ້ນພົບ 5 ວິທີທີ່ຊ່ວຍເສີມສ້າງຄວາມເຊື່ອໃນຕົນເອງ ແລະ ຄວາມຮູ້ສຶກວ່າມີຄ່າໃນແບບຂອງຕົນເອງ. ເຂົ້າໃຈຈຸດແຂງຂອງໂຕເອງ, ຊື່ນຊົມຄວາມສຳເລັດນ້ອຍໆ, ແລະ ເອົາຕົວເອງອອກຈາກການປຽບທຽບ. Feeling valued...

Muan Specialty

ດົນຕີສ້າງແຮງບັນດານໃຈ Sophie de Quay ສົ່ງຄວາມຮູ້ສຶກ-ຄວາມຫວັງ ໃຫ້ໄດ້ຜ່ອນຄາຍ

ຄົ້ນພົບແຮງບັນດານໃຈຈາກສຽງດົນຕີ ແລະ ທຳນອງເພງທີ່ມີຄວາມໝາຍໃນແນວເພງ electro-pop ຫຼັງຈາກໄດ້ຟັງແລ້ວກໍພົບວ່າ: ການຟັງເພງເຫຼົ່ານີ້ໄດ້ສ້າງແຮງບັນດານໃຈຫຼາຍຢ່າງໃຫ້ກັບຜູ້ທີ່ກຳລັງຮຽນຮູ້ ແລະ ເຮັດວຽກ, ເຮັດໃຫ້ຜູ້ຄົນໄດ້ຜ່ອນຄາຍ, ມີໄອເດຍໃນການສ້າງສັນຜົນງານໃໝ່ໆອອກມາໄດ້ແຕກຕ່າງ ແລະ ຫຼາກຫຼາຍ....

Muan Specialty

ການແຕ່ງດອງສຳຄັນແນວໃດ? ກ່ອນຈັດງານ ກະກຽມແນວໃດດີ ຈຶ່ງບໍ່ປວດຫົວ

ການແຕ່ງດອງ ເປັນເລື່ອງໃຫຍ່ສຳລັບຫຼາຍໆຄົນ ໂດຍສະເພາະໄວເຮັດວຽກຄືເຮົາທີ່ກຳລັງຈະພາໂຕເອງກ້າວໄປສູ່ອີກບົດໜຶ່ງຂອງຊີວິດ, ເພາະງານແຕ່ງດອງບໍ່ແມ່ນພຽງແຕ່ພິທີທີ່ເຮົາຈັດຂຶ້ນມາເພື່ອໃຫ້ຄົນມາຮ່ວມຍິນດີແລ້ວກິນເຂົ້າກັນເສີຍໆ ແຕ່ມັນເປັນໂມເມັ້ນທີ່ບອກວ່າ ເຮົາ ແລະ ອີກຄົນໜຶ່ງຈະເລືອກຍ່າງໄປນຳກັນແລ້ວເດີ. ສຳລັບຄົນຮຸ່ນໃໝ່, ງານແຕ່ງດອງອາດຈະບໍ່ຕ້ອງຍິ່ງໃຫຍ່ຄືກັບສະໄໝກ່ອນ ແຕ່ມັນຄືການສະເຫຼີມສະຫຼອງຄວາມຮັກໃນແບບຂອງເຮົາເອງ ບໍ່ວ່າຈະຮຽບງ່າຍ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.