AI ໃນລາວບໍ່ແມ່ນເລື່ອງໄກໂຕ! ສ່ອງບົດລາຍງານຂອງ UNESCO: 5 ສິ່ງທີ່ນັກການຕະຫຼາດ ແລະ ຄົນເຮັດວຽກຢູ່ລາວຕ້ອງຮູ້

Key Takeaways:
- ການຕະຫຼາດແບບ "ຮູ້ໃຈ" ຄືການນໍາໃຊ້ AI ເພື່ອວິເຄາະຂໍ້ມູນ ແລະ ດຶງດູດລູກຄ້າດ້ວຍໂປຣໂມຊັນທີ່ຕົງກັບຄວາມຕ້ອງການ, ໂດຍນັກການຕະຫຼາດຕ້ອງເກັບຂໍ້ມູນຢ່າງເປັນລະບົບ.
- ການພັດທະນາ AI ພາສາລາວ (NLP) ທີ່ມີຄວາມເຂົ້າໃຈວັດທະນະທໍາລາວເປັນສິ່ງສໍາຄັນ ເພື່ອຫຼີກລ້ຽງ "Cultural Dilution" ແລະ ເຮັດໃຫ້ເນື້ອຫາທີ່ສ້າງໂດຍ AI ມີຄວາມເປັນທ້ອງຖິ່ນ.
- ການແກ້ໄຂ "Digital Divide" ໂດຍການຄໍານຶງເຖິງການເຂົ້າເຖິງອິນເຕີເນັດທີ່ແຕກຕ່າງກັນໃນແຕ່ລະແຂວງ ເພື່ອອອກແບບສື່ ແລະ ຄອນເທັນທີ່ເໝາະສົມກັບທຸກກຸ່ມເປົ້າໝາຍ.
- ໄວລຸ່ນລາວມີຄວາມພ້ອມສູງໃນການຮັບເອົາ ແລະ ທົດລອງໃຊ້ AI, ນັກການຕະຫຼາດສາມາດນໍາ "ຄວາມຄຣີເອທີຟ" ມາໃຊ້ກັບແຄມເປນທີ່ທັນສະໄໝ ເພື່ອດຶງດູດຄົນຮຸ່ນໃໝ່.
- "Ethics & Trust" (ຈັນຍາບັນ ແລະ ຄວາມໄວ້ວາງໃຈ) ເປັນສິ່ງສໍາຄັນຍິ່ງຂຶ້ນ ເມື່ອ AI ກ້າວໜ້າ, ການນໍາໃຊ້ຂໍ້ມູນຕ້ອງເປັນໄປຕາມກົດໝາຍ ແລະ ຄວາມໂປ່ງໃສຈະກາຍເປັນຄຸນຄ່າຂອງແບຣນ.
ໃນປີ 2026 ນີ້, ຄຳວ່າ “AI” ບໍ່ແມ່ນສິ່ງທີ່ຢູ່ໃນໜັງ ຫຼື ຈິນຕະນາການອີກຕໍ່ໄປ ເພາະຫຼ້າສຸດ UNESCO ໄດ້ອອກລາຍງານ Lao P.D.R. Artificial Intelligence Readiness Assessment ທີ່ພາເຮົາໄປສ່ອງພາບລວມຄວາມພ້ອມຂອງບ້ານເຮົາຕໍ່ກັບເຕັກໂນໂລຊີນີ້.
ໃນຖານະນັກການຕະຫຼາດ ຫຼື ຄົນເຮັດວຽກເດ, ຖ້າບໍ່ຢາກຕົກຂະບວນ ມີຫຍັງແດ່ໃນບົດລາຍງານນີ້ທີ່ເຮົາຕ້ອງຮູ້? ນີ້ຄື 5 Insights ສໍາຄັນທີ່ເຮົາສະຫຼຸບມາໃຫ້ແບບຍ່ອຍງ່າຍໆ ສຳລັບຄົນເຮັດວຽກໂດຍສະເພາະ ເພື່ອເອົາໄປຊ່ວຍໃຫ້ການເຮັດວຽກດີກວ່າເກົ່າ.
1. ການຕະຫຼາດແບບ “ຮູ້ໃຈ” ຄືເຂົ້າໄປນັ່ງຢູ່ກາງໃຈລູກຄ້າ
ເຄີຍຍ່າງໄປຮ້ານຕຳໝາກຫຸ່ງຮ້ານປະຈຳ ແລ້ວເອື້ອຍຄົນຂາຍຖາມວ່າ “ຄືເກົ່າແມ່ນບໍ່? ເຜັດໆ ບໍ່ໃສ່ນໍ້າປູ” ບໍ່? ນັ້ນແຫຼະຄື Personalization ທີ່ລູກຄ້າທຸກຄົນມັກ.
ລາຍງານດັ່ງກ່າວຂອງ UNESCO ບອກວ່າ ແບຣນໃຫຍ່ໃນລາວເລີ່ມໃຊ້ AI ເຮັດແບບນີ້ແລ້ວ. ບໍ່ວ່າຈະເປັນ Unitel ຫຼື LTC ທີ່ໃຊ້ AI ວິເຄາະຫາໂປຣໂມຊັນທີ່ຕົງກັບການໃຊ້ງານຂອງເຂົາເຈົ້າ ຫຼື BCEL ແລະ JDB ທີ່ໃຊ້ Chatbot ມາຊ່ວຍຕອບຄຳຖາມແບບທັນໃຈ.
💡 ສິ່ງທີ່ເຮົາສາມາດນຳໄປປັບໃຊ້: ນັກການຕະຫຼາດຍຸກໃໝ່ຕ້ອງເລີ່ມເກັບ Data (ຂໍ້ມູນ) ໃຫ້ເປັນລະບົບ ເພື່ອໃຫ້ AI ຊ່ວຍ “ເດົາໃຈ” ລູກຄ້າໄດ້ຖືກ.
2. AI ທີ່ເວົ້າລາວເປັນ ແລະ ເຂົ້າໃຈ ຄວາມເປັນລາວ
ຄືທີ່ເຮົານຮູ້ຫັ້ນແຫຼະວ່າ AI ສ່ວນຫຼາຍຮຽນຈົບມາຈາກແຕ່ຕ່າງປະເທດ ສະນັ້ນ ບາງເທື່ອມັນກໍບໍ່ເຂົ້າໃຈ “ມຸກຕະຫຼົກ” ຫຼື “ຄວາມລະອຽດອ່ອນ” ຂອງວັດທະນະທຳລາວເຮົາ. ລາຍງານ UNESCO ສະບັບນີ້ ຈຶ່ງເຕືອນເລື່ອງ Cultural Dilution ຫຼື ການເຈືອຈາງທາງວັດທະນະທຳ ທີ່ໝາຍເຖິງ ຖ້າເຮົາໃຊ້ AI ຕ່າງຊາດ 100% ໃນການສ້າງເນື້ອຫາ ກໍສ່ຽງທີ່ຈະເກີດການໄດ້ຜົນລັບທີ່ບໍ່ຖືກຕ້ອງກັບສະພາບການຕົວຈິງທີ່ຄວນຈະເປັນໄດ້.
ບົດລາຍງານກ່າວວ່າ ເຮົາເລີ່ມເຫັນໂຄງການພັດທະນາ AI ພາສາລາວ (NLP) ຫຼາຍຂຶ້ນ ເຊິ່ງໜຶ່ງໃນນັ້ນເຖິງຂັ້ນມີການ Train AI ຈາກແບບຮຽນລາວຂອງເຮົາເລີຍ.
💡 ສິ່ງທີ່ເຮົາສາມາດນຳໄປປັບໃຊ້: ຖ້າເຮົາໃຊ້ AI ຊ່ວຍຂຽນຄອນເທັນ ກໍຈົ່ງຢ່າກັອບປີ້ມາລົງແບບກົງໆ. ເຮົາຕ້ອງເປັນ Editor ທີ່ຕື່ມສະເໜ່ ແລະ ພາສາທີ່ຄົນລາວໃຊ້ແທ້ໆ ເຂົ້າໄປເພື່ອໃຫ້ເຂົ້າເຖິງໃຈຄົນລາວເຮົາແທ້ໆ.
3. ຢ່າລືມວ່າ… ປະເທດລາວບໍ່ໄດ້ມີແຕ່ພຽງນະຄອນຫຼວງວຽງຈັນ
ໃນຂະນະທີ່ຄົນນະຄອນຫຼວງວຽງຈັນມີອັດຕາການເຂົ້າເຖິງອິນເຕີເນັດສູງເຖິງ 81%, ແຕ່ຢູ່ບາງແຂວງອາດຈະຍັງບໍ່ຮອດ 50% ຊໍ້າ. ນີ້ຄືສິ່ງທີ່ UNESCO ເອີ້ນວ່າ Digital Divide ຫຼື ຄວາມແຕກໂຕນທາງດ້ານດິຈິຕອນ.
💡 ສິ່ງທີ່ເຮົາສາມາດນຳໄປປັບໃຊ້: ສະນັ້ນ, ການວາງແຜນສື່ (Media Planning) ຕ້ອງເບິ່ງກຸ່ມເປົ້າໝາຍໃຫ້ຂາດ. ຖ້າເຮົາຈະຂາຍເຄື່ອງໃຫ້ຄົນຕ່າງແຂວງ, ບາງເທື່ອແອັບທີ່ໃຊ້ AI ລ້ຳໆ ຫຼື ຕ້ອງໂຫຼດຂໍ້ມູນໜັກໆ ອາດຈະບໍ່ຕອບໂຈດເທົ່າກັບການເຮັດຄອນເທັນງ່າຍໆ ທີ່ບໍ່ກິນເນັດຫຼາຍ.
4. ພະລັງໄວລຸ້ນລາວ ແມ່ນ ເຂົາເປັນກຸ່ມທີ່ “ພ້ອມລອງ” ເຊິ່ງນັກການຕະຫຼາດຕ້ອງຈັບຕາ
ຮູ້ບໍ່ວ່າ ຄົນລາວເຖິງ 84% ທີ່ຕອບແບບສຳຫຼວດແມ່ນເຄີຍໃຊ້ AI (ຕົວຢ່າງເຊັ່ນ ChatGPT) ໃນຊີວິດປະຈຳວັນ ແລະ 95% ເຊື່ອໝັ້ນໃນເຕັກໂນໂລຊີນີ້ຫຼາຍ. ໂຕເລກນີ້ ຖືວ່າສູງຫຼາຍເມື່ອທຽບກັບຫຼາຍໆປະເທດ.
💡 ສິ່ງທີ່ເຮົາສາມາດນຳໄປປັບໃຊ້: ໄວລຸ້ນລາວແມ່ນ Early Adopters ຫຼື ຜູ້ທີ່ຮັບເອົານະວັດຕະກຳໃໝ່ໆໄດ້ໄວ. ສະນັ້ນ, ນັກການຕະຫຼາດສາມາດໃສ່ “ຄວາມຄຣີເອທີຟ” ໄດ້ເຕັມທີ່ ໃນການນຳສະເໜີແຄມເປນທີ່ທັນສະໄໝ ແລະ ໃຊ້ເຕັກໂນໂລຊີ AI ເປັນສ່ວນປະກອບ ເພື່ອດຶງດູດຄົນຮຸ່ນໃໝ່ໄດ້ ເຊັ່ນ: ການເຮັດ AI Filter ໃຫ້ຄົນມາຫຼິ້ນ, ການໃຊ້ AI Avatar ມາເລົ່າເລື່ອງ ຮັບຮອງວ່າເຂົາເຈົ້າພ້ອມຈະມີສ່ວນຮ່ວມນຳແນ່ນອນ.
5. ເກັ່ງຢ່າງດຽວບໍ່ພໍ ຕ້ອງ “ຈິງໃຈ” ນຳ
ຍິ່ງ AI ເກັ່ງຂຶ້ນ, ຄົນກໍຍິ່ງຢ້ານເລື່ອງຄວາມປອດໄພຂອງຂໍ້ມູນ ແລະ Deepfakes (ຮູບປອມ ຫຼື ສຽງປອມ). ຈາກບົດລາຍງານຂອງ UNESCO, ພວກເຂົາໄດ້ເນັ້ນໜັກເລື່ອງ Ethics & Trust ຫຼື ຈັນຍາບັນ ແລະ ຄວາມໄວ້ວາງໃຈ.
💡 ສິ່ງທີ່ເຮົາສາມາດນຳໄປປັບໃຊ້: ການນຳໃຊ້ ແລະ ເກັບຂໍ້ມູນລູກຄ້າຕ້ອງເຮັດຕາມກົດໝາຍຄຸ້ມຄອງຂໍ້ມູນສ່ວນບຸກຄົນ (Data Protection Law). ພ້ອມນີ້, ຄວາມໂປ່ງໃສຈະກາຍເປັນ Brand Value ທີ່ສຳຄັນທີ່ສຸດ ໃນການຮັກສາຄວາມໄວ້ວາງໃຈຂອງຜູ້ບໍລິໂພກໃນໄລຍະຍາວ.
ທຸກຄົນສາມາດອ່ານບົດລາຍງານສະບັບເຕັມໄດ້ທີ່: Lao P.D.R. Artificial Intelligence Readiness Assessment