ເມື່ອລູກຮັກກັບດາວ ເຮັດໃຈແນວໃດ? ລວມ 5 ວິທີຮັບມືຄວາມເສົ້າໃນວັນທີ່ບ້ານວ່າງເປົ່າ

ແບ່ງປັນ

ເມື່ອລູກຮັກກັບດາວ ເຮັດໃຈແນວໃດ? ລວມ 5 ວິທີຮັບມືຄວາມເສົ້າໃນວັນທີ່ບ້ານວ່າງເປົ່າ

04 June 2026 9
AI Summarized

Key Takeaways:

  • The pain of losing a pet is comparable to losing a family member.
  • This grief is called Disenfranchised Grief, where society might not fully understand the depth of the sadness.
  • Allow yourself to cry and grieve fully; crying is a natural way to release stress and shows the love you had.
  • Stop blaming yourself. You did the best you could, and your pet only remembers the love and warmth you gave.
  • Create rituals like a memorial service, donations, or writing down memories to help process the loss and cherish the good times.
ອ່ານຕື່ມ:  ເຈາະເລິກພຶດຕິກຳ Agnes ມັກຮຽກຮ້ອງຄວາມສົນໃຈ ແລະ ການຮຽນແບບຄົນອື່ນເປັນຄື ເງົາ

ເປັນຫຍັງການສູນເສຍ ສັດລ້ຽງ ຫຼື ລູກຮັກສີ່ຂາ ຈຶ່ງເປັນຄວາມເຈັບປວດທີ່ໜັກເກີນຈະຮັບໄຫວ ເຊິ່ງມັນກໍເຈັບປວດບໍ່ຕ່າງຈາກການສູນເສຍຄົນໃນຄອບຄົວເລີຍກໍວ່າໄດ້. 

ໃນທາງຈິດຕະວິທະຍາ, ຄວາມຮູ້ສຶກນີ້ເອີ້ນວ່າ Disenfranchised Grief ຫຼື ຄວາມໂສກເສົ້າທີ່ສັງຄົມອ້ອມຂ້າງອາດຈະບໍ່ເຂົ້າໃຈທັງໝົດ ເພາະບາງຄັ້ງຄົນອາດຄິດວ່າ ກໍແຄ່ສັດລ້ຽງຕາຍ ຢ່າຄິດຫຼາຍ ເຊິ່ງຄຳເວົ້າເຫຼົ່ານີ້ຍິ່ງເຮັດໃຫ້ເຮົາຮູ້ສຶກເຈັບຫຼາຍກວ່າເກົ່າ.

ກ່ອນຈະຜ່ານວັນເວລາທີ່ຍາກລຳບາກທາງໃຈໄປ, ພວກເຮົາທີ່ຍັງຢູ່ຈະສາມາດຈັດການກັບຄວາມເສົ້າ ແລະ ຄວາມຄິດຮອດນີ້ໄດ້ແນວໃດລະ? ທຸກຄົນຄົງຈະຮູ້ສຶກຄືກັນວ່າມັນເປັນສິ່ງທີ່ຍາກຫຼາຍກວ່າຈະທຳໃຈໄດ້ ເພາະເວລາກັບບ້ານເທື່ອໃດຄວາມຊົງຈຳ ຫຼື ພາບເກົ່າໆນັ້ນຈະຍ້ອນກັບມາສະເໝີ.

ຖ້າຫາກໃຜທີ່ກຳລັງຕົກຢູ່ໃນສະຖານະການນີ້ກໍເຂົ້າໃຈກັນດີເລີຍແຫຼະ ວ່າມັນຍາກຫຼາຍທີ່ຈະຢຸດຄວາມຄິດຮອດລູກໆສັດລ້ຽງໄດ້ ແຕ່ມັນກໍມີທາງທີ່ຈະສາມາດເຮັດໃຫ້ຈິດໃຈເຮົາດີຂຶ້ນໄດ້ຄືກັນ.

ມື້ນີ້, Muan RelationTips ເລີຍນຳວິທີການຈັດການອາລົມຄວາມເສົ້ານີ້ອອກມາແຊຣ໌ໃຫ້ທຸກຄົນໄດ້ຟັງ ເພື່ອຈະໄດ້ໂອບກອດຄວາມຮູ້ສຶກຂອງໂຕເຮົາເອງ ຫຼື ຄົນທີ່ເຮົາຮັກ ເພື່ອໃຫ້ຜ່ານຊ່ວງເວລາທີ່ມືດມົນນີ້ໄປໄດ້ດ້ວຍກັນ.

ອະນຸຍາດໃຫ້ຕົນເອງ “ຮ້ອງໄຫ້ ແລະ ເສຍໃຈ” ໄດ້ເຕັມທີ່

ຢ່າພະຍາຍາມກັ້ນນ້ຳຕາ ຫຼື ຝືນບອກຕົນເອງໃຫ້ເຂັ້ມແຂງໄວເກີນໄປ. ການຮ້ອງໄຫ້ຄືກົນໄກທຳມະຊາດຂອງຮ່າງກາຍໃນການລະບາຍຄວາມຄຽດ. ທຸກຢົດນ້ຳຕາທີ່ໄຫຼອອກມາ ມັນຄືຫຼັກຖານທີ່ບອກວ່າ ເຮົາໄດ້ຮັກເຂົາ (ສັດລ້ຽງ) ຢ່າງສຸດຫົວໃຈ ແລະ ນັ້ນຄືສິ່ງທີ່ສວຍງາມທີ່ສຸດແລ້ວ.

ຢຸດໂທດຕົນເອງ

ຫຼາຍຄົນມັກຕິດຢູ່ໃນກັບດັກຄວາມຄິດທີ່ວ່າ ຖ້າຂ້ອຍມີເວລາໃຫ້ເຂົາຫຼາຍກວ່ານີ້ ຫຼື ຖ້າພາໄປຫາໝໍໄວກວ່ານີ້ ເຂົາຄົງບໍ່ຕາຍMuan RelationTips ຢາກໃຫ້ທຸກຄົນຢຸດທໍລະມານໂຕເອງດ້ວຍຄຳວ່າ ຖ້າ ແລ້ວຈື່ໄວ້ວ່າ ເຈົ້າໄດ້ເຮັດດີທີ່ສຸດແລ້ວໃນຊ່ວງເວລານັ້ນ, ສັດລ້ຽງບໍ່ເຄີຍຈື່ຈຳຄວາມຜິດພາດຂອງເຮົາ ເຂົາຈຳໄດ້ພຽງແຕ່ຄວາມຮັກ ແລະ ຄວາມອົບອຸ່ນທີ່ເຮົາມີໃຫ້ເຂົາເທົ່ານັ້ນ.

ສ້າງ “ພິທີກຳ” ເພື່ອບອກລາ (Creating a Ritual)

ການມີກິດຈະກຳບອກລາຈະຊ່ວຍໃຫ້ຈິດໃຈຂອງເຮົາໄດ້ Reset ແລະ ຍອມຮັບຄວາມຈິງໄດ້ດີຂຶ້ນ. ບໍ່ວ່າຈະເປັນການຝັງ ຫຼື ການເຜົາຮ່າງຂອງສັດລ້ຽງແບບໃຫ້ກຽດ. ຈາກນັ້ນ, ກໍໄປເຮັດບຸນຕາມຄວາມສະດວກໃຈຂອງເຮົາບໍ່ວ່າຈະໃສ່ບາດ ຫຼື ບໍລິຈາກເງິນ/ອາຫານໃຫ້ກັບໝາ-ແມວຈອນຈັດ ເພື່ອອຸທິດສ່ວນກຸສົນໃຫ້ເຂົາ.

ອ່ານຕື່ມ:  ຮັກສາຫົວໃຈຈາກຄວາມຜິດຫວັງ ໃຫ້ມີຄວາມສຸກໃນທຸກມື້ ລອງ Check ສຸຂະພາບຈິດວ່າເຈົ້າຍັງສະບາຍດີບໍ່?

ເກັບຄວາມຊົງຈຳທີ່ດີໄວ້ (Memorialize)

ປ່ຽນຄວາມໂສກເສົ້າໃຫ້ກາຍເປັນພະລັງແຫ່ງຄວາມຄິດຮອດ ໂດຍການຈັດມຸມນ້ອຍໆທີ່ມີຮູບຖ່າຍ, ປອກຄໍ ຫຼື ຂອງຫຼິ້ນທີ່ສັດລ້ຽງມັກ. 

Muan RelationTips ຢາກໃຫ້ທຸກຄົນລອງຂຽນ Diary ຫຼື ໂພສເລົ່າເລື່ອງລາວຄວາມປະທັບໃຈລະຫວ່າງເຮົາກັບສັດລ້ຽງ ເພາະການໄດ້ລະບາຍຄວາມໜ້າຮັກຂອງເຂົາອອກມາ ຈະຊ່ວຍບຳບັດຈິດໃຈ ແລະ ເປັນການບັນທຶກເອົາຄວາມຊົງຈຳທີ່ສວຍງາມມາແທນທີ່ຄວາມເສົ້າໄດ້ດີ.

ເກັບມ້ຽນເຄື່ອງໃຊ້ເມື່ອເຮົາພ້ອມ

ບໍ່ຈຳເປັນຕ້ອງຟ້າວເກັບທຸກຢ່າງໃສ່ກ່ອງທັນທີຖ້າຍັງເຮັດໃຈບໍ່ໄດ້ ເພາະມັນຈະເຮັດໃຫ້ບ້ານເບິ່ງວ່າງເປົ່າຈົນເກີນໄປ. ແຕ່ຖ້າການເຫັນຖ້ວຍອາຫານ ຫຼື ບ່ອນນອນຂອງເຂົາແລ້ວເຮັດໃຫ້ເຮົາຮ້ອງໄຫ້ບໍ່ເຊົາ, ກໍຄ່ອຍໆເກັບມ້ຽນໄວ້ກ່ອນ ມື້ໃດທີ່ໃຈເຂັ້ມແຂງແລ້ວ ຈຶ່ງຄ່ອຍເອົາອອກມາເບິ່ງໃຫ້ຫາຍຄິດຮອດ.

ສິ່ງທີ່ຕ້ອງລະວັງ

ຢ່າຟ້າວຮັບລ້ຽງໂຕໃໝ່ມາທັນທີ ເພາະໃນທາງຈິດຕະວິທະຍາເຮົາອາດຈະຫຼົງເອົາຄວາມຄາດຫວັງໄປລົງກັບສັດລ້ຽງໂຕໃໝ່ ແລະ ເຮັດໃຫ້ຮູ້ສຶກຜິດຕື່ມ, ໃຫ້ເວລາໂຕເອງໄດ້ຮັກສາແຜໃຈຈົນພ້ອມແທ້ໆກ່ອນເດີ.

ສິ່ງສຳຄັນອີກສິ່ງໜຶ່ງຄືການ ເລືອກລົມກັບຄົນທີ່ເຂົ້າໃຈ ຖ້າຄົນທີ່ຢູ່ອ້ອມຂ້າງບໍ່ເຂົ້າໃຈຄວາມຮູ້ສຶກນີ້, ລອງເຂົ້າໄປຫາກຸ່ມ “ຄົນຮັກສັດ” ໃນໂລກອອນລາຍ. ເພາະຢູ່ທີ່ນັ້ນຈະມີຊຸມຊົນຄົນທີ່ເຄີຍຜ່ານປະສົບການດຽວກັນ ພວກເຂົາພ້ອມທີ່ຈະຮັບຟັງ ແລະ ໃຫ້ກຳລັງໃຈເຮົາຢ່າງຈິງໃຈແນ່ນອນ.

Muan RelationTips ຢາກໃຫ້ທຸກຄົນຮູ້ວ່າ ເຂົາບໍ່ໄດ້ໄປໃສໄກ… ເຂົາພຽງແຕ່ຍ້າຍຈາກຂ້າງກາຍເຂົ້າມາຢູ່ໃນຄວາມຊົງຈຳຂອງເຮົາຕະຫຼອດໄປ. ເຂົາໃຊ້ທັງຊີວິດຂອງເຂົາເພື່ອຮັກເຮົາ ແລະ ເຂົາຄົງຢາກເຫັນເຮົາມີຄວາມສຸກໃນວັນທີ່ບໍ່ມີເຂົາແລ້ວ.

ຢ່າລືມຍິ້ມຮັບຄວາມຊົງຈຳທີ່ແສນມີຄ່ານັ້ນເດີ, ຖ້າມື້ນີ້ມັນຍາກຫຼາຍກໍບໍ່ເປັນຫຍັງ ປ່ອຍໃຫ້ເວລາມັນຜ່ານໄປຊ້າໆ. ພໍຮອດມື້ໜຶ່ງທີ່ເຮົາເຂັ້ມແຂງ… ຄວາມເຈັບປວດຈະປ່ຽນເປັນຮອຍຍິ້ມທຸກຄັ້ງທີ່ຄິດຮອດເຂົາແນ່ນອນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.