ເມື່ອມີຄວາມສໍາພັນທາງກາຍກັບໝູ່ ຫຼື ຄວາມສໍາພັນແບບ FWB (Friends with benefits) ມັນມັກຈະເຮັດໃຫ້ຝ່າຍໃດຝ່າຍໜຶ່ງນັ້ນເອົາໃຈເຂົ້າໄປສ່ຽງໃນຄວາມສໍາພັນທີ່ບໍ່ມີການຜູກມັດ.
ເມື່ອເລີ່ມມີໃຈໃຫ້ແລ້ວຈະເຮັດແນວໃດລະ? ມ່ວນມີຄໍາແນະນໍາໃຫ້ທຸກຄົນໄດ້ລອງເອົາໄປໃຊ້ເຜື່ອວ່າຈະໄດ້ມີລຸ້ນກັນແດ່.
1. ລອງສັງເກດທ່າທາງ ແລະ ກວດເບິ່ງສະຖານະອີກຝ່າຍ
ເພາະໃຫ້ຢູ່ດີໆໄປຖາມວ່າມັກເຮົາບໍ່ ຫຼື ບອກວ່າມັກເລີຍກໍຈະມີໂອກາດພັງພິນາດຈົບດຶງກັບຄືນບໍ່ໄດ້, ທີ່ສໍາຄັນຄືຖ້າເຂົາມີຄົນທີ່ມັກ ຫຼື ມີຄົນລົມແລ້ວຍິ່ງບໍ່ເປັນຕາບຸກເລີຍ.
2. ກຽມໂຕບອກຄວາມຮູ້ສຶກ
ຖ້າສັງເກດແລ້ວວ່າທາງສະດວກກໍລອງບອກຄວາມຮູ້ສຶກໄປເລີຍ, ອາດຈະແຮງໄປແດ່ແຕ່ມັນຕ້ອງໄດ້ບອກ ເພາະວ່າຖ້າອີກຝ່າຍບໍ່ຮູ້ຄວາມສໍາພັນກໍຈະບໍ່ປ່ຽນແປງ ຫຼື ບາງເທື່ອຖ້າໂຊກດີເຂົາອາດມີໃຈໃຫ້ເຈົ້າຄືກັນກໍມີ.
3. ເປີດໃຈນັ່ງລົມກັນ
ການທີ່ເຮົາຢາກປ່ຽນແປງຄວາມສໍາພັນຈາກໝູ່ສູ່ແຟນຖືວ່າເປັນຂັ້ນຕອນທີ່ລະອຽດອ່ອນຫຼາຍ ໂດຍສະເພາະແມ່ນຖ້າອີກຝ່າຍເປັນໝູ່ຄົນສໍາຄັນ, ນັ່ງຈັບເຂົ່າລົມກັນດີໆໄປເລີຍວ່າເຮົາຈະໄປກັນຕໍ່ແນວໃດ?
4. ຖອຍອອກມາໜຶ່ງກ້າວແລ້ວ “ເລີ່ມຈີບກັນໃໝ່”
Cherlyn Chong ໂຄຊແນະແນວເລື່ອງຄວາມຮັກແນະນໍາວ່າ “ຖ້າເຈົ້າຢາກພັດທະນາຄວາມສໍາພັນຈາກທີ່ເປັນຢູ່ຕອນນີ້ ເຈົ້າຕ້ອງເລີ່ມຈີບກັນໃໝ່ ແລະ ຍົກເລີກຄວາມສໍາພັນແບບເກົ່າ” ສະນັ້ນ ການເລີ່ມຕົ້ນຄວາມສໍາພັນໃໝ່ກໍຄຸ້ມຄ່າທີ່ຈະລອງຖ້າເຮົາມັກເຂົາອີ່ຫຼີ່.
ເຊື່ອວ່າຄົນທີ່ມັກໝູ່ໂຕເອງມີຫຼາຍ, ເພາະບາງເທື່ອເຮົາກໍມັກຈະຕົກຂຸມຮັກຄົນທີ່ເຂົ້າໃຈເຮົາ ແລະ ເປັນຄວາມສະບາຍໃຈໃຫ້ເຮົາຫຼາຍກວ່າຄົນທີ່ເຮົາເລີ່ມຈາກການເປັນຄົນລົມທີ່ຕ້ອງໃຊ້ເວລາດົນກວ່າຈະເຂົ້າໃຈກັນ.
ໂດຍ: ທີມບັນນາທິການ Muan