ຄົນໂສດອ່ານດ່ວນ! ວິໄຈເຜີຍ ຖ່າຍຮູບຄູ່ “ສັດລ້ຽງ” ລົງໂຊຊຽວ ເພີ່ມໂອກາດໃຫ້ຄົນເຂົ້າມາຈີບຫຼາຍຂຶ້ນ

Key Takeaways:
- ການຖ່າຍຮູບຄູ່ກັບສັດລ້ຽງລົງໂຊຊຽວ ຫຼື ແອັບຫາຄູ່ ຊ່ວຍເພີ່ມສະເໜ່ ແລະ ດຶງດູດໃຫ້ຄົນຢາກເຂົ້າມາທັກຫຼາຍຂຶ້ນ.
- ການລ້ຽງສັດເຮັດໃຫ້ຮ່າງກາຍແຂງແຮງ, ຫຼຸດຄວາມເຄັ່ງຄຽດ, ເພີ່ມພະລັງບວກ, ແລະ ເຮັດໃຫ້ຊີວິດມີເປົ້າໝາຍ ບໍ່ໂດດດ່ຽວ.
- ການໃສ່ຮູບພາບທີ່ມີສັດລ້ຽງ (ໂດຍສະເພາະໝາ ຫຼື ແມວ) ລົງໃນໂປຣຟາຍແອັບຫາຄູ່ ຈະຊ່ວຍເພີ່ມໂອກາດໃນການຖືກເລືອກ ຫຼື ຖືກປັດຂວາຫຼາຍຂຶ້ນ.
- ເຫດຜົນທາງຈິດຕະວິທະຍາຄື ການເຫັນຄົນມີສັດລ້ຽງເຮັດໃຫ້ຄົນຄິດວ່າ ເຮົາເປັນຄົນມີຄວາມເມດຕາ, ເຂົ້າຫາໄດ້ງ່າຍ, ມີຄວາມຮັບຜິດຊອບ ແລະ ອົບອຸ່ນ.
- ເຕັກນິກຖ່າຍຮູບຄູ່ສັດລ້ຽງໃຫ້ຕ້ອງຕາຕ້ອງໃຈຄື: ເນັ້ນຄວາມເປັນທຳມະຊາດ, ແສງຕ້ອງດີໜ້າຕ້ອງແຈ້ງ, ຊື່ສັດ, ແລະ ສະແດງຄວາມສະອາດ.
ໂສດມາດົນ ໂສດມານານ ເຮັດແນວໃດກໍບໍ່ມີຄູ່ຈັກເທື່ອ ເຖິງວ່າຈະໂຫຼດແອັບຫາຄູ່ມາທຸກແອັບ, ໂພສຮູບລົງໂຊຊຽວທຸກມື້ ຫຼື ພາຕົວເອງອອກໄປເຮັດກິດຈະກຳໃໝ່ໆແລ້ວ ກໍຍັງງຽບເຫງົາຄືເກົ່າ. ຫຼື ວ່າ ເຮົາອາດຈະພາດເຄັດລັບເດັດອີ່ຫຍັງບາງຢ່າງໄປ ຫຼື ບໍ່?
ຮູ້ບໍ່ວ່າ… ອາວຸດລັບທີ່ຈະຊ່ວຍທຳລາຍຄວາມໂສດຂອງເຮົາ ອາດຈະກຳລັງນອນເກົາພຸງ ຫຼື ສັ່ນຫາງຢູ່ຂ້າງໆເຮົານີ້ເອງ? ເພາະມີຜົນການສຶກສາພົບວ່າ ການຖ່າຍຮູບຄູ່ກັບສັດລ້ຽງລົງໂຊຊຽວ ຫຼື ແອັບຫາຄູ່ ຊ່ວຍເພີ່ມສະເໜ່ ແລະ ດຶງດູດໃຫ້ຄົນຢາກເຂົ້າມາທັກຫຼາຍຂຶ້ນແບບຄາດບໍ່ເຖິງ.
ແຕ່ກ່ອນທີ່ເຮົາຈະໄປເບິ່ງເລື່ອງການຫາຄູ່, ເຮົາມາເບິ່ງກັນກ່ອນວ່າ ການມີສັດລ້ຽງມັນປ່ຽນຊີວິດເຮົາໃຫ້ດີຂຶ້ນແນວໃດແດ່:
- ຮ່າງກາຍແຂງແຮງ ບຸກຄະລິກດີຂຶ້ນ: ການລ້ຽງສັດເຮັດໃຫ້ເຮົາໄດ້ເຄື່ອນໄຫວຮ່າງກາຍຫຼາຍຂຶ້ນ ບໍ່ວ່າຈະເປັນການພາໝາໄປຍ່າງຫຼິ້ນ ຫຼື ແລ່ນໄລ່ຈັບແມວ. ກິດຈະກຳເຫຼົ່ານີ້ຊ່ວຍໃຫ້ລະບົບຫົວໃຈ ແລະ ການໄຫຼວຽນເລືອດເຮັດວຽກໄດ້ດີ ສົ່ງຜົນໃຫ້ຜິວພັນ ແລະ ບຸກຄະລິກພາຍນອກຂອງເຮົາເບິ່ງສົດໃສຫຼາຍຂຶ້ນ.
- ຫຼຸດຄວາມເຄັ່ງຄຽດ ເພີ່ມພະລັງບວກ: ພຽງແຕ່ມື້ໃດເມື່ອຍໆມາ ແລ້ວໄດ້ລູບຫົວ ຫຼື ເກົາທ້ອງໃຫ້ສັດລ້ຽງຂອງເຮົາ, ຮ່າງກາຍກໍຈະຜ່ອນຄາຍ ແລະ ຫຼຸດຄວາມເຄັ່ງຄຽດລົງທັນທີ.
- ຊີວິດມີເປົ້າໝາຍ ແລະ ບໍ່ໂດດດ່ຽວ: ການເກືອອາຫານ, ການພາໄປຂັບຖ່າຍ ໄປຈົນເຖິງການອະນາໄມ ເຮັດໃຫ້ເຮົາຮູ້ສຶກເຖິງຄວາມຮັບຜິດຊອບ ແລະ ທີ່ສຳຄັນເຮົາຈະໄດ້ຮັບຄວາມຮັກແບບໄຮ້ເງື່ອນໄຂຈາກພວກເຂົາເຫຼົ່ານັ້ນ ເຮັດໃຫ້ເຮົາເປັນຄົນອົບອຸ່ນໂດຍບໍ່ຮູ້ຕົວ.
ແລ້ວຖ່າຍຮູບຄູ່ກັບສັດລ້ຽງ ເພີ່ມສະເໜ່ໃຫ້ຄົນຢາກເຂົ້າມາລົມເຮົາແທ້ບໍ?
ໃນໂລກແຫ່ງຄວາມເປັນຈິງ, ການພາສັດລ້ຽງໄປຍ່າງຫຼິ້ນຢູ່ສວນສາທາລະນະ ຄືການເປີດປະຕູທາງສັງຄົມທີ່ດີເລີດເລີຍລະ ເພາະມັນເປັນຂໍ້ອ້າງຊັ້ນດີໃຫ້ຄົນແປກໜ້າເຂົ້າມາທັກທາຍ. ແລ້ວຖ້າເປັນໃນໂລກອອນລາຍເດຊັ້ນ?
ມີການວິໄຈທີ່ໜ້າສົນໃຈຈາກ MacEwan University Student Research Journal ໄດ້ສຶກສາພົບວ່າ:
ການໃສ່ຮູບພາບທີ່ມີສັດລ້ຽງ (ໂດຍສະເພາະໝາ ຫຼື ແມວ) ລົງໃນໂປຣຟາຍແອັບຫາຄູ່ ຈະຊ່ວຍເພີ່ມໂອກາດໃນການຖືກເລືອກ ຫຼື ຖືກປັດຂວາຫຼາຍຂຶ້ນຢ່າງມີນ້ຳໜັກ.
ເຫດຜົນທາງຈິດຕະວິທະຍາກໍຄື ເມື່ອຄົນອື່ນເຫັນຮູບເຮົາຄູ່ກັບສັດລ້ຽງ, ສະໝອງຂອງເຂົາເຈົ້າຈະປະມວນຜົນທັນທີວ່າ ເຮົາເປັນຄົນມີຄວາມເມດຕາ, ເຂົ້າຫາໄດ້ງ່າຍ, ມີຄວາມຮັບຜິດຊອບ ແລະ ອົບອຸ່ນ ເຊິ່ງເປັນຄຸນສົມບັດຂອງຄູ່ຄອງໃນຝັນທີ່ທຸກຄົນຊອກຫາ.
ເຕັກນິກຖ່າຍຮູບຄູ່ສັດລ້ຽງໃຫ້ຕ້ອງຕາຕ້ອງໃຈ
ຖ້າຢາກໃຫ້ສັດລ້ຽງມາເປັນ Wingman ຫຼື ຜູ້ຊ່ວຍຈີບໃຫ້ໄດ້ຜົນ, ລອງໃຊ້ເຕັກນິກເຫຼົ່ານີ້ເບິ່ງ:
- ເນັ້ນຄວາມເປັນທຳມະຊາດ: ຢ່າໄປບັງຄັບໃຫ້ສັດລ້ຽງນັ່ງນິ່ງໆ ແລ້ວຈ້ອງກ້ອງແບບໂຕແຂງບໍ່ເປັນທຳມະຊາດ. ຮູບທີ່ດີທີ່ສຸດຄືຮູບທີ່ເຈົ້າກຳລັງຢອກໃຍ, ຫົວຂວັນ ຫຼື ຫຼິ້ນກັບພວກເຂົາຢ່າງເຜີໆ ມັນຈະສະແດງເຖິງຄວາມອົບອຸ່ນທີ່ແທ້ຈິງ.
- ແສງຕ້ອງດີ ໜ້າຕ້ອງແຈ້ງ: ເລືອກຖ່າຍບ່ອນທີ່ມີແສງທຳມະຊາດ ເຊັ່ນ: ໃກ້ປ່ອງຢ້ຽມ ຫຼື ຢູ່ສວນສາທາລະນະ. ໃຫ້ເຫັນທັງໜ້າເຈົ້າ ແລະ ໜ້າສັດລ້ຽງແບບຊັດເຈນ ບໍ່ມົວ ບໍ່ມືດມົນ.
- ຊື່ສັດຄືຫົວໃຈສຳຄັນ: ຖ້າເຈົ້າບໍ່ມີສັດລ້ຽງ ແຕ່ໄປຢືມໝາ/ແມວຂອງໝູ່ມາຖ່າຍ ເພື່ອເພີ່ມຄວາມນິຍົມໃຫ້ໂຕເອງ, ຢ່າລືມຂຽນໃນ Bio ຫຼື ແຄັບຊັນແບບໜ້າຮັກໆ ວ່າ “ໝາໂຕນີ້ຂອງໝູ່ເດີ ແຕ່ຂ້ອຍເປັນຄົນຮັກສັດ”. ການເວົ້າຄວາມຈິງຈະຊ່ວຍໃຫ້ເບິ່ງມີສະເໜ່ ແລະ ຈິງໃຈຫຼາຍກວ່າ.
- ສະແດງຄວາມສະອາດ ແລະ ໃສ່ໃຈ: ເບິ່ງໃຫ້ແນ່ໃຈວ່າທັງເຈົ້າ ແລະ ສັດລ້ຽງ ສະອາດສະອ້ານ ບໍ່ແມ່ນຮູບທີ່ຫ້ອງຮົກ ຫຼື ໂຕສັດເບິ່ງມອມແມມ ເພາະມັນຈະສົ່ງຜົນກົງກັນຂ້າມທັນທີ.
ສຸດທ້າຍແລ້ວ, ເສື້ອຜ້າທີ່ແພງ ຫຼື ມຸມກ້ອງທີ່ຫຼູຫຼາ ອາດຈະບໍ່ດຶງດູດໃຈ ເທົ່າກັບຮອຍຍິ້ມທີ່ຈິງໃຈ ເວລາທີ່ເຮົາຢູ່ກັບສິ່ງທີ່ເຮົາຮັກ. ໃຫ້ສັດລ້ຽງຂອງເຮົາມາຊ່ວຍເປີດບົດສົນທະນາໃໝ່ໆ ແລ້ວຈະຮູ້ວ່າ ໂລກນີ້ຍັງມີຄົນທີ່ພ້ອມຈະມາຮັກທັງເຮົາ… ແລະ ຮັກທັງສັດລ້ຽງຂອງເຮົາໄປພ້ອມໆກັນ.